ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 4, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ນັກຂຽນສະໝັກຫຼີ້ນມາອີກລະເດີ້ ພີ່ນ້ອງalt

ໃນໝູ່ບ້ານແຫ່ງໝື່ງ ມີສອງແມ່ລູກອາໃສຢູ່ນໍາກັນ

ເຊີ່ງແມ່ກໍ່ເຖົ້າແກ່ຫລາຍແລ້ວ ລູກຊາຍກໍ່ດູແລແມ່ມາດົນພໍສົມຄວນ

 

ແຕ່ລ້ຽງໄປໄດ້ໄລຍະ1 ຈື່ງຄິດເບື່ອໝ່າຍ

ເພາະແມ່ລາວ ໄປມາກໍ່ຍາກແລ້ວ ຍ້ອນຄວາມແກ່ສະລາຕ້ອງອາໃສລາວ

ບໍ່ວ່າຈະໄປໃສມາໃສ ລວມທັງເຂົ້າຫ້ອງນ້ຳ ທຸກໆຢ່າງ

ລາວໄດ້ແຕ່ຄິດວ່າ ເປັນຫັຍງແມ່ໂຕເອງຈື່ງເປັນແບບນີ້

ແມ່ຄົນອື່ນບໍ່ເຫັນເຂົາຈະເປັນແບບນີ້

ໄດ້ແຕ່ຕັ້ງຄໍາຖາມກັບຕົວເອງ

ລາວຄິດວ່າຈະເຣັດແນວໃດດີ ຈື່ງຈະບໍ່ໄດ້ລ້ຽງແມ່ຕໍ່ໄປອີກ

ບໍ່ວ່າແມ່ຈະເວົ້າຫັຍງບອກຫັຍງລາວກໍ່ບໍ່ຟັງແລ້ວ

ເພາະໃນໃຈລາວຄິດວ່າປານໃດສິຕາຍຫຸ ຢູ່ກາລໍາບາກລູກເຕົ້າ

ຫລາຍເດືອນຜ່ານໄປລາວຄິດຫາວິທີອອກວ່າ

ຈະເຣັດແບບໃດທີ່ຈະບໍ່ເປັນພາລະໃນການລ້ຽງແມ່ຕໍ່ໄປອີກ

ເຊົ້າຕໍ່ມາລາວຊວນແມ່ວ່າ ໄປແມ່ໆລູກສິພາໄປຫຼີ້ນໃນປ່າ

ແຕ່ໃນຄວາມເປັນຈີງມັນບໍ່ເປັນແບບລາວເວົ້າເລີຍ

ລາວຄິດຈະເອົາແມ່ໄປປ່ອຍປ່າເພື່ອໝີປັນຫາ

ຫັລງຈາກນັ້ນລາວກໍ່ແບກແມ່ໃສ່ຫັລງແລ້ວກໍ່ຍ່າງເຂົ້າປ່າໄປ

ລາວພາແມ່ເຂົ້າປ່າໄກພໍສົມຄວນລາວກໍ່ວາງແມ່ລົງ

ແມ່ ແມ່ ຖ້າລູກຢູ່ນີ້ເດີ້ ດຽວລູກມາຣັບລູກລືມເຄື່ອງ

ແຕ່ໃນຂະນະນັ້ນແມ່ເຂົ້າໃຈແລ້ວວ່າ ລູກຊາຍຕັ້ງໃຈເອົາແມ່ມາປະໄວ້ໃນປ່າ

ແມ່ກໍ່ບໍ່ປາກບໍ່ຕີງ ເພາະຄິດເຫັນໃຈລູກຊາຍທີ່ຕ້ອງເບີ່ງແຍງໂຕ

ໃນຂະນະທີ່ລູກຊາຍ ຍ່າງຫັນຫັລງກັບບ້ານນັ້ນ ແມ່ໄດ້ຣ້ອງໃສ່ລູກຊາຍວ່າ

ລູກໆ ລູກໆ ລູກໆເອີ້ຍ.........ແຕ່ລູກກໍ່ບໍ່ຍອມຟັງສຽງແມ່ເລີຍ

ລູກເອີ້ຍຍ..................

ໄປຕາມທາງທີ່ແມ່ ຫັກໄມ້ໄວ້ຫັ້ນເດີ້ຈື່ງບໍ່ຫົລງທາງກັບບ້ານ......

ພໍລາວກັບບ້ານໄດ້ໄລຍະ1 ລາວກໍ່ບັງເອີນໄດ້ໄປເຫັນ ຈ.ມ

ທີ່ແມ່ລາວຂຽນໄວ້ ວ່າເຖີງລູກຣັກຂອງແມ່ເອີ້ຍຍ

ລູກຊ່າງເປັນລູກທີ່ດີຂອງແມ່ແທ້ໆ ເຣັດທຸກຢ່າງເພື່ອແມ່

ແມ່ຄົນອື່ນຫັ້ນເຫັນແຕ່ເຂົາເຣັດເພື່ອລູກ ແຕ່ລູກຂອງແມ່ ກັບເຣັດເພື່ອແມ່

ແມ່ຕ້ອງຂອບໃຈລູກຫລາຍໆໆ ຖ້າມື້ໃດແມ່ໄປສະຫັວນຫາພໍ່ໂຕລະ

ແມ່ ຈະໄດ້ເລົ່າເລື່ອງລູກຂອງແມ່ໃຫ້ຄົນຢູ່ສະຫັວນໄດ້ຟັງ

ແມ່ລັບລອງວ່າ ໃຜໆກໍ່ຕ້ອງອິດສາແມ່ ທີ່ແມ່ມີລູກດີແບບລູກນີ້

ຂອບໃຈລູກຫລາຍໆ.....

ພໍລາວອ່ານ ຈ.ມ ຂອງແມ່ຈົບລາວກໍ່ຄິດຫາແມ່

ໂອ໋ ຕາຍລະ....ກູເຣັດຫັຍງກັບແມ່ຂອງກູ

ລາວຟ້າວແລ່ນກັບຄືນເພື່ອຈະໄປຣັບແມ່ກັບບ້ານ

ແຕ່ມັນກໍ່ສາຍໄປແລ້ວ ຍ້ອນອາກາດທີ່ໝາວ

ແມ່ກໍ່ໄດ້ໝົດລົມຫາຍໃຈກ່ອນລາວຈະໄປເຖີງ

ລາວໄດ້ແຕ່ນັ່ງກອດສົບຂອງແມ່ ພ້ອມກັບນຳ້ຕາ

ກູຂ້າແມ່ ກູຂ້າແມ່ ແມ່ ຕື່ນໆໆ ກັບບ້ານເຣົາ ກັບບ້ານເຣົາ

 

ລູກມາຣັບແມ່ກັບບ້ານແລ້ວ.......

ຣື້ໆໆໆໆໆໆໆໆໆໆໆ alt

 

 

ຈົບ

 

             ຂຽນໂດຍ: ກະແຕນ້ອຍ ຂີ້ດື້ alt


'Thank
 

 

 

 

Delicious Digg Fark Twitter