ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ເຈີກັນອີກຕາມເຄີຍກັບມືສະໝັກຫຼີ້ນ alt

 

ມີຄອບຄົວໝື່ງ ມີພໍ່ແມ່ ລູກນ້ອຍອີກ2ຄົນ

ແຕ່ອານິຈາຟ້າຊ່າງບໍ່ເປັນໃຈ ຄອບຄົວກໍາລັງມີຖານະ

ແຕ່ຜູ້ເປັນພໍ່ກັບມາຕາຍຈາກໄປ

ເລີຍຕ້ອງເຣັດໃຫ້ແມ່ ແລະລູກນ້ອຍຕ້ອງສູ້ຊີວິດ

ທຸກຍາກລໍາບາກເພາະຂາດຫົວໝ້າຄອບຄົວ

ແຕ່ແມ່ກໍ່ສູ້ຊົນ ລ້ຽງລູກດີມາຕະຫລອດ

ໝັກກໍ່ເອົາ ເບົາກໍ່ສູ້

 

ສູ້ເພື່ອລູກທີ່ເປັນດວງໃຈ

ລູກນ້ອຍກໍາລັງໝ້າຣັກ ໝ້າຊັງ

ແຕ່ມີມື້ໝື່ງອາກາດຣ້ອນຫລາຍ

ຄ້າຍວ່າຟ້າຈະລົງໂທດໃຜບາງຄົນ

ໃຫ້ໄດ້ຣັບຄວາມເດືອດຣ້ອນ

ໂດຍປົກກະຕິແມ່ຈະໄປຕະຫລາດຊື້ອາຫານມາໃຫ້ລູກນ້ອຍ

ເປັນປະຈໍາ ມື້ນີ້ກໍ່ເຊັ່ນດຽວກັນ

ລູກນ້ອຍທັງສອງນອນພໍດີ

 

ແມ່ໄດ້ອອກໄປຕະຫລາດແລ້ວໃສ່ກຸນແຈເຣືອນໄວ້

ເພື່ອບໍ່ໃຫ້ລູກນ້ອຍອອກໄປນອກບ້ານ

ແມ່ກໍາລັງຊື້ເຄື່ອງຢູ່ຕະຫລາດທີ່ບໍ່ໄກຈາກເຣືອນປານໃດ

ທັນໄດ້ນັ້ນໄດ້ຍີນສຽງລົດດັບເພີງ ບີບແກ

ສົ່ງສັນຍານວ່າເກີດໄຟໄໝ້ ຄົນໃນຕະຫລາດບາງຄົນ

ກໍ່ຣ້ອງວ່າ ໄຟໄໝ້ ໄຟໄໝ້.............

ແມ່ຍັງຊື້ເຄື່ອງຢູ່ ຈົນມີຄົນມາບອກວ່າ

ໄຟໄໝ້ແຖວເຣືອນເຈົ້າແລ້ວ......

ພໍໄດ້ຍີນແຕ່ຊໍ່ານັ້ນລະ ແມ່ເຖີງກັບຖີ້ມກະຕ່າເຄື່ອງ

ພ້ອມດ້ວຍກະເປົາເງີນໂດຍບໍ່ຄິດເຖີງອັນໃດເລີຍ

ຄິດແຕ່ວ່າ ລູກໆ ....ລູກຂ້ອຍ......

ລາວອຸທານອອກມາ ລູກແມ່ເປັນແນວໃດ?

ເທວະດາເອີ້ຍຍ ຂໍຢ່າໃຫ້ໄຟໄໝ້ມາຣອດເຣຶອນຜູ້ຂ້າເດີ້..

ແຕ່ຄວາມໄວຂອງໄຟໄດ້ລາມມາຣອດເຣືອນຂອງລາວ

ເພາະວ່າເປັນມື້ທີ່ມີລົມແຣງ

ແມ່ເພີ່ນແລ່ນ ເອົາແທ້ເອົາວ່າ ໂດຍບໍ່ຄິດຫາຊີວິດໂຕເອງເລີຍ

ເພາະໃນໃຈເປັນຫ່ວງແຕ່ລູກສອງຄົນ

ຣ້ອງຫາແຕ່ວ່າ ລູກໆ ລູກໆ...

ໃນຂະນະນັ້ນເອງ ໄຟເລີ້ມໄໝ້ແຣງຂື້ນແລ້ວ

ໝ່ວຍດັບເພີງບໍ່ກ້າເຂົ້າໄປໃນເຣືອນ

ແຕ່ແມ່ບໍ່ໄດ້ຄິດຢ້ານຈັກໝ້ອຍ ບອກໝ່ວຍດັບເພີງວ່າ

ປ່ອຍຂ້ອຍເຂົ້າໄປ ປ່ອຍຂ້ອຍເຂົ້າໄປ

ລູກຂ້ອຍຢູ່ໃນເຣືອນຫັ້ນ ຣື້ໆໆໆໆໆໆລູກ ໆ alt

ເປັນແນວໃດແລ້ວລູກແມ່................ທັງຣ້ອງທັງໃຫ້

ລາວບໍ່ຍອມຟັງໝ່ວຍດັບເພີງລາວຕັດສີນໃຈແລ່ນເຂົ້າໄປໃນເພີງໄຟ

ທີ່ກໍາລັງລຸກໄໝ້ຢ່າງແຣງໂດຍບໍ່ຄິດວ່າໂຕຈະເປັນຫລືຕາຍ

ເພື່ອຈະເຂົ້າໄປຊ່ອຍລູກນ້ອຍ

ເຂົ້າໄປແລ້ວເຫັນລູກນ້ອຍທັງສອງຄົນນັ່ງກອດກັນຢູ່

ເພື່ອລໍຖ້າການຊ່ວຍເຫຼືອ ລາວຟ້າວໂດດຜ່ານກອງໄຟທີ່ຣ້ອນແຣງ

ເຂົ້າໄປໂອບກອດລູກໄວ້ ໃນຂະນະທີ່ທັງສາມຄົນຈະອອກມາຈາກ

ກອງໄຟທີ່ກໍາລັງລຸກແຣງຢູ່ນັ້ນ ປະກົດວ່າມີໄມ້ເຣືອນທີ່ຖືກໄໝ້ຕົກມາໃສ່ຫັລງແມ່ພໍດີ

ປານນັ້ນແມ່ຍັງບໍ່ຣູ້ສືກເຈັບປວດເລີຍ ລາວກອດລູກໄວ້ເພື່ອບໍ່ໃຫ້ລູກຖືກໄຟ

ໂຕເອງສິຕາຍແມ່ກໍ່ບໍ່ເສຍດາຍຊີວິດ ຄິດຢູ່ຢ່າງດຽວວ່າຕ້ອງຊ່ອຍລູກໃຫ້ປອດໄພ

ພໍແມ່ພາລູກອອກມານອກໄດ້ດ້ວຍຄວາມປອດໄພ ພາຍຫັລງນັ້ນແມ່ກໍ່ໄດ້ໝົດສະຕິໄປ

ເພາະຖືກໄມ້ທີ່ມີໄຟຕົກໃສ່ ແລະຍັງໄດ້ດົມຄັວນໄຟອີກ ຈື່ງເຣັດໃຫ້ແມ່ໝົດສະຕິໄປທັນທີ

ເຫຼືອແຕ່ລູກນ້ອຍ ນັ່ງໃຫ້ຢູ່ຂ້າງໆໆໆໆ

ພໍດີໝ່ວຍດັບເພີງເຂົ້າມາຊ່ອຍ ແລ້ວພາໄປສົ່ງໂຣງໝໍ

ປະມານຊົ່ວໂມງແມ່ກໍ່ໄດ້ສະຕິ ຫັລງຈາກໄດ້ສະຕິ

ຄໍາແລກທີ່ແມ່ອອກປາກຄື ລູກໆໆ ລູກໆໆໆ...

ລູກຂ້ອຍເດະໄປໃສແລ້ວ ປອດໄພບໍ່?

ລູກນ້ອຍທັງສອງຄົນກໍ່ຢູ່ຂ້າງໆ ແລ່ນເຂົ້າໄປກອດແມ່

ດ້ວຍນ້ຳຕາທີ່ດີໃຈ ແມ່ໆໆໆ ແມ່ໆໆໆalt

ຜູ້ເປັນແມ່ ລູກໆໆໆ ລູກຂອງແມ່ປອດໄພແລ້ວ...

ຂອບໃຈເທວະດາ ແທ້ໆທີ່ຣັກສາລູກແມ່ໃຫ້ປອດໄພ

ເວລາຜ່ານໄປຫລາຍປີ ລູກທັງສອງກໍ່ຣຽນຈົບ

ແລະເບີ່ງແຍງແມ່ ເປັນຢ່າງດີ ...

ຈົບ alt

 

ກະແຕນ້ອຍ ຂີ້ດື້ alt


'Thank
 

 

 

Delicious Digg Fark Twitter