ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2008 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ອ່ານລະກາຄິດດີໆ ກ່ອນຈະຕອບຫັຍງພໍ່ກັບແມ່ ເດີ້ພີ່ນ້ອງ alt

 

ມີພໍ່ຕູ້ຄົນໝື່ງ ລົມກັບລູກຊາຍທີ່ກັບມາຢາມບ້ານ ເນື່ອງຈາກແຕ່ງງານອອກໄປ

ເລີຍກັບມາຢາມພໍ່ຢູ່ ບ້ານນອກ

ພໍ່ກໍ່ດີໃຈຫລາຍທີ່ລູກຊາຍມາຢາມ ເລີຍຊວນລູກຊາຍອອກໄປນັ່ງຫຼີ້ນໝ້າບ້ານ

ພໍດີມີງົວຍ່າງຜ່ານມາພໍດີ ພໍ່ເລີຍຖາມລູກວ່າ

ພໍ່:ລູກໆໆ...ແມ່ນຫັຍງຍ່າງກາຍໝ້າພໍ່ໄປກີ້ນີ້

ລູກຊາຍ: ເອາະ...... ງົວນະພໍ່

ຜ່ານໄປປະມານ1-2 ນາທີ ພໍ່ກໍ່ໄດ້ຖາມປະໂຫຍກເກົ່າອີກ

ພໍ່: ລູກໆໆ......ແມ່ນຫັຍງຍ່າງກາຍໝ້າພໍ່ໄປ

ລູກຊາຍ: ງົວນະພໍ່ .........ກາງົວໂຕເກົ່າຫັ້ນລະ

ຜ່ານໄປບໍ່ພໍ 1-2ນາທີພໍ່ກໍ່ໄປຖາມລູກຊາຍປະໂຫຍກເກົ່າອີກ

ພໍ່: ລູກໆໆ......ແມ່ນຫັຍງຍ່າງກາຍໝ້າພໍ່ໄປ

ລູກຊາຍ: ຣູ້ສືກຢາກຣ້າຍແດ່ແລ້ວ ເພາະພໍ່ຖາມແຕ່ແນວເກົ່າ

ລູກຊາຍ: ເຣົາສິບອກພໍ່ເປັນເທື່ອສຸດທ້າຍເດີ້ ລະຢ່າຖາມອີກ

ກາງົວ ໂຕເກົ່າຫັ້ນລະ ພໍ່ນີ້ເຖົ້າແກ່ມາລະກາ ຫູຕາບໍ່ດີເນາະ

ແຖມສະໝອງຍັງເຫຼີເລືອນອີກ ຫາກໍ່ບອກໄປກີ້ນີ້ ລືມລະບໍ່?

ພໍ່: ຍ້ອນຄວາມຢາກລົມກັບລູກຊາຍ ບໍ່ຣູ້ວ່າຈະຖາມຫັຍງ

ກໍ່ຖາມປະໂຫຍກເກົ່າອີກ.........

ພໍ່:ລູກໆໆ...... ແມ່ນຫັຍງຍ່າງກາຍໝ້າພໍ່ໄປກີ້ນີ້

ລູກຊາຍ: ຫ້ວຍ.........ພໍ່ນີ້ເວີ້ຍຊ່າງບໍ່ເຂົ້າໃຈພາສາແທ້ ກາຍັງວ່າໂຕງົວ ໂຕງົວ

ໄປດອກ ບໍ່ລົມນໍາລະ ລໍາຄານແລ້ວລູກຊາຍກໍ່ຍ່າງໝີ ຈາກພໍ່ໄປ

ຈົນຣອດຕອນຄໍ່າວັນດຽວກັນ ເປັນຊ້ວງແລງໆ

ລູກຊາຍບໍ່ເຫັນພໍ່ລົງມາແຕ່ຫ້ອງ ເລີຍຂື້ນໄປຣ້ອງພໍ່ມາກີນເຂົ້າ

ເຄາະປະຕູເອີ້ນ ພໍ່ໆກີນເຂົ້າເດີ້

ປະກົດວ່າບໍ່ໄດ້ຍີນສຽງພໍ່ຕອບຣັບລາວເລີຍໄຂປະຕູເຂົ້າໄປ

ເຫັນພໍ່ກໍາລັງນອນຢູ່ ແລະລາວກໍ່ໄດ້ແນມເຫັນປື້ມຫົວ1

ວາງໄວ້ໝ້າໂຕະຂອງພໍ່ ລາວຄິດແປກໃຈຫລາຍເພາະມັນເກົ່າຫລາຍ

ລາວເລີຍຈັບຂື້ນມາອ່ານ ລາວໄດ້ອ່ານປື້ມບັນທືກຂອງພໍ່ລາວຂຽນໄວ້

ແຕ່ສະໄໝລາວຍັງນ້ອຍໆຢູ່ ພໍ່ລາວຂຽນວ່າມື້ນີ້ເປັນມື້ທີ່ອາກາດດີທີ່ສຸດ

ຂ້ອຍແລະລູກຊາຍໄດ້ພາກັນອອກມານັ່ງຫຼີ້ນຢູ່ໝ້າບ້ານ

ລູກຊາຍຂ້ອຍອາຍຸປະມານ2ປີ ກໍາລັງຣຽນເວົ້າ ໝັາຣັກໝ້າຊັງແທ້ໆ

ພໍດີຕອນນັ້ນມີງົວຍ່າງຜ່ານມາ ລູກຊາຍຖາມຂ້ອຍວ່າ

ລູກຊາຍ: ພໍ່ໆໆ ........ນັ້ນແມ່ນໂຕຫັຍງ?

ພໍ່: ເອາະ..........ງົວນະລູກ

ຜ່ານບໍ່ພໍໄປ1-2ນາທີ ລູກຊາຍກໍ່ຖາມຄໍາຖາມເກົ່າອີກ

ລູກຊາຍ: ພໍ່ໆໆ..... ນັ້ນແມ່ນໂຕຫັຍງ?

ພໍ່: ງົວຕົ່ວຫັ້ນ ລູກ

ລູກໄດ້ແຕ່ຖາມຄໍາຖາມ ເກົ່າໆ ຫລາຍໆໆເທື່ອ

ແຕ່ພໍ່ບໍ່ຣູ້ສືກເບື່ອເລີຍ ກັບຣູ້ສືກດີໃຈຫລາຍ

ແຕ່ມື້ນີ້ ເປັນຄໍາຖາມອັນເກົ່າ ທີ່ຄົນສອງຄົນເຄີຍຖາມເຄີຍຕອບກັນ

ກັບມາຖາມອີກ ແຕ່ປ່ຽນຈາກຜູ້ຕອບມາເປັນຜູ້ຖາມ

ພໍ່ຖາມລູກ ບໍ່ພໍ2-3ເທື່ອ ລູກກາຢາກຣ້າຍແລ້ວ ລັງກຽດຣອດສິລົມກັບພໍ່

ແຕ່ຈັ່ງໃດ ພໍ່ກໍ່ຢາກບອກລູກວ່າ ພໍ່ຣັກລູກທີ່ສຸດໃນໂລກ

ພໍລາວໄດ້ອ່ານປື້ມບັນທືກຈົບ ນ້ຳຕາກໍ່ໄຫຼອອກມາຈາກຕາຂອງລາວທັນທີ

ທັນໃດນັ້ນລາວຄິດຢາກຈະຂໍໂທດພໍ່ ເລື່ອງມື້ສວຍນີ້ ລາວເລີຍວ່າຈະປຸກພໍ່

ໃນຂະນະທີ່ລາວຣູ້ສືກຜິດນັ້ນມັນກໍ່ສາຍໄປແລ້ວ

ພໍ່ຂອງລາວໄດ້ຈາກໂລກນີ້ໄປແລ້ວ ພໍ່ລາວນອນລັບແບບບໍ່ມີມື້ຕື່ນ

ລາວໄດ້ແຕ່ກອດສົບຂອງພໍ່ລາວ ແລ້ວກ່າວຄໍາວ່າ

ພໍ່ໆໆໆໆໆໆ.........ລູກຂໍໂທດ  alt alt alt

 

ຈົບ alt

 

                   ກະແຕນ້ອຍ ຂີ້ດື້ alt


alt
 

 

 

Delicious Digg Fark Twitter