ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2008 | ມີ 24 ຄຳເຫັນ ແລະ 0 trackback(s)

ຣັກແມ່ ເລີຍຢອກແມ່ຫຼີ້ນ alt

 

 ລູກຈະຂຽນຈົດໝາຍນີ້ຊ້າໆເດີ ເພາະລູກຮູ້ວ່າ ແມ່ອ່ານໜັງສືບໍ່ຄ່ອຍໄວ.!

ອັນເສື້ອທີ່ແມ່ສົ່ງໃຫ້ລູກນະ ລູກໄດ້ຮັບລະເດີ ຂອບໃຈແມ່ຫລາຍໆ!

ຕອນນີ້ລູກໄດ້ຍ້າຍຫໍພັກລະເດີ, ຍ້າຍມາຢູ່ນຳແຟນ!

ແມ່ຍັງຈຳໄດ້ເບາະຕອນທີ່ແມ່ມາສົ່ງລູກຢູ່ເດີນຍົນວັດໄຕນະ!

ມີຜູ້ຍິງຄົນນື່ງຂາວໆ ຈ່ອຍໆໜ້ອຍນື່ງ!

ທີ່ຈິງແລ້ວລາວກະມາຮຽນຢູ່ໂຮງຮຽນດຽວກັບລູກ.

ລາວເປັນຄົນໜ້າຮັກ ແລະ ສຸພາບດີ. ສະນັ້ນພວກເຮົາຈື່ງຍ້າຍມາຢູ່ນຳກັນເປັນແຟນກັນ

ລູກໃຫ້ຄວາມເຄົາລົບຕໍ່ລາວແລະ ລາວກໍ່ໃຫ້ກຽດລູກ

ແຕ່ມີມື້ນື່ງພວກເຮົາທັງສອງໄປງານລ້ຽງໝູ່ຈື່ງມີການດື່ມເບຍຈົນເມົາ. alt

ເມື່ອກັບມາຮອດເຮືອນພວກລູກໄດ້ເຜິຫລົງສະຕິຍ້ອນຄວາມເມົາຈື່ງມີອັນໃດອັນນື່ງກັນເກີດຂື້ນ

.!ລູກຕ້ອງຂໍໂທດແມ່ຫລາຍໆ ດຽວນີ້ລາວຕັ້ງຄັນ ( ມີລູກ ) ແລ້ວ 3ເດືອນ.

ແມ່ຈະດ່າຈະປ້ອຍລູກແນວໃດລູກກໍ່ຂໍຍອມຮັບຜິດ

ແຕ່ກໍ່ຂໍໃຫ້ແມ່ຄິດເຫັນລູກນ້ອຍໆໃນທ້ອງລາວແດ່ ເພາະຈັ່ງໃດກໍ່ເປັນຫລານຂອງແມ່

ສຸດທ້າຍ: ຂໍໃຫ້ແມ່ຈົ່ງມີສຸຂພາບແຂງແຮງເດີ! ຢ່າຄິດຫລາຍເດີກັບເຫດການທີ່ລູກໄດ້ເລົ່າໃຫ້ແມ່ຟັງຂ້າງເທີງນະ

ບໍ່ມີຫຍັງດອກລູກເວົ້າຢອກແມ່ຊື່ໆ! ອິອິອິອິອິ!!  alt

 ຣັກແມ່ ທີ່ສຸດໃນໂລກກກກກກເລີຍ ເດືອນໝ້າຝາກເງີນມາໃຫ້ລູກຕື່ມອີກແນ່ ...ແຣະໆ alt

 ຈາກລູກຊາຍ ທີ່ຣັກແມ່ ແຣະ

 

          ກະແຕນ້ອຍ ຂີ້ດື້ alt

Photobucket

Delicious Digg Fark Twitter