ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 19 ຄຳເຫັນ ແລະ 0 trackback(s)

ຊາຍໜຸ່ມຄົນໜຶ່ງ ຍ່າງເຂົ້າໄປຮ້ານຂາຍຢາແລ້ວບອກເຈົ້າຂອງຮ້ານວ່າ: ຂໍຊື້ຖົງຢາງ( No: 1 )ແດ່ ມື້ແລງຊິໄປກິນເຂົ້າຢູ່ບ້ານແຟນ ມື້ແລງນີ້ຕ້ອງມີເຮ..! ເຈົ້າຂອງຮ້ານກໍ່ເອົາຖົງຢາງໃຫ້ຊາຍຄົນນັ້ນ ໃນຂະນະທີ່ກຳລັງຈະຍ່າງອອກຈາກຮ້ານ

ຊາຍໜຸ່ມຄົນນັ້ນກໍ່ຫັນໜ້າກັບມາອີກແລ້ວບອກວ່າ ຂ້ອຍຂໍຊື້ຕື່ມອີກແດ່ຖົງ1 ເພາະວ່ານ້ອງສາວຂອງແຟນຂ້ອຍກະໜ້າຮັກ ເວລາເຫັນຂ້ອຍໄປຫລີ້ນນຳເອື້ອຍລາວໆ ມັກນຸ່ງເຂີນໆໃຫ້ທ່າຂ້ອຍ ຂ້ອຍວ່າບາງທີອາດໂຊກດີກະໄດ້ມື້ແລງນິ.

ຄົນຂາຍຢາກໍ່ເອົາຖົງຢາງໃຫ້ອີກ ຊາຍໜຸ່ມຄົນນັ້ນກໍ່ຈະອອກໄປບຶດໜຶ່ງ ກໍ່ຫັນໜ້າກັບມາອີກແລ້ວບອກວ່າ: ຂ້ອຍຂໍອີກແດ່ຖົງໜຶ່ງ ເພາະວ່າແມ່ຂອງແຟນຂ້ອຍກໍ່ງາມໜ້າຮັກ ເວລາເຫັນຂ້ອຍລາວມັກເຫັນຕາຫວານໃສ່ຂ້ອຍ

ແລະລາວກະເປັນຄົນເຊີນຂ້ອຍໄປກິນເຂົ້າຢູ່ບ້ານອີກ ຂ້ອຍຄິດວ່າມື້ແລງຂ້ອຍຕ້ອງໂຊກດີສາມຊັ້ນແທ້ໆ..

ຫລັງຈາກນັ້ນຄົນຂາຍຢາ ກໍ່ເອົາຖົງຢາງໃຫ້ ຊາຍໜຸ່ມກໍ່ຍ່າງອອກໄປຈາກຮ້ານ ເມືອໄປຮອດບ້ານແຟນກໍ່ເຫັນແຟນ ນ້ອງສາວແຟນ ແລະ ແມ່ຂອງແຟນນັ່ງຢູ່ໃນບ້ານ ເມື່ອເຂົ້າໄປແລ້ວແມ່ແລະນ້ອງສາວແຟນກໍ່ລຸກອອກຈາກບ່ອນນັ່ງແລ້ວ

ໄປຈັດແຈງອາຫານເພື່ອຈະມາກິນ ເມື່ອຈັດແຈງອາຫານໃສ່ໂຕະຮຽບຮ້ອຍແລ້ວ ກໍ່ເອີ້ນກັນມານັ່ງອອ້ມພາເຂົ້າ ຂະນະກຳລັງຈະກິນກໍ່ໄດ້ຍິນສຽງລົດມາຈອດກ້ອງຕະລ່າງບ້ານ

ແມ່ກໍ່ຮ້ອງບອກໃຫ້ນ້ອງສາວແຟນໄປໄຂປະຕູແດ່ ພໍ່ມາແລ້ວ ພໍດີມາກິນເຂົ້າພ້ອມກັນເລີຍ....

ເມື່ອພໍ່ເຂົ້າມາໃນເຮືອນ ຊາຍໜຸ່ມກໍ່ຫລຽວກັບຫລັງເພື່ອຈະຍໍມືນົບສະບາຍດີ ພວມຈະຍໍມືນົບຢູ່ນັ້ນ ຊາຍໜຸ່ມກະຕົກສະເງິກກັບບາດ ແລ້ວກົມໜ້າລົງ ຈົ່ມຄ່ອຍໆ..ກູບໍ່ໜ້າໄປຊື້ຖົງຢ່າງຮ້ານນັ້ນເລີຍ..( ຄົນຂາຍຢາແມ່ນພໍ່ຂອງແຟນ )

ແຮະໆໆ

( ຂຽນທົດລອງໄດອາຣີ້ )

Delicious Digg Fark Twitter