ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 8, 2009 | ມີ 21 ຄຳເຫັນ ແລະ 0 trackback(s)

  ອັນນີ້ຜູ້ຂຽນບໍ່ໄດ້ມີເຈດຕະນາ ຫັຍງເດີ້

ໃຫ້ຄິດວ່າເປັນຕາລົກ ເອົາຊະເນາະ......alt

 

ໜຸ່ມລາວເອົາເມຍຄົນໄທມາຢາມພໍ່ແມ່ຢູ່ບ້ານ ບ້ານເຂດຊົນນະບົດແນ່

ໃນຂະນະທີ່ພວມນັ່ງກິນເຂົ້າຢ່າງແຊບນົວຕາມພາສາຄອບຄົວ

ລູກໄພ້ຄົນໄທນັ້ນພັດຕົດອອກມາດັງ "ແປ໋ດ!!" ເຮັດໃຫ້ພໍ່ແມ່ໃນພາເຂົ້າແນມເບິ່ງໜ້າກັນ

ງົງດ້ວຍຄຳຖາມໃນໃຈວ່າ: "ໂອ໋ຍ!! ຄືມາເປັນຈັ່ງຊີ້ນໍ" ລູກໄພ້..ຕູ໋!!!

ທາງລູກໄພ້ກະອາຍພໍສົມຄວນບໍ່ຮູ້ຈະເຮັດແນວໃດກະເລີຍເວົ້າອອກໄປວ່າ

(ເວົ້າເປັນພາສາໄທ ) "ປົກກະຕິຫນູຢູ່ທີ່ບ້ານຕົດວັນລະຄັ້ງເອງຄ໋ະ"

ເມື່ອພໍ່ແມ່ໄດ້ຍິນດັ່ງນັ້ນ ກໍງຶກຫົວຄິດວ່າ ຄັ້ງ1ຄັ້ງດຽວບໍ່ເປັນຫັຍງດອກໄປ

ກິນໄປອີກບຶດໜຶ່ງຜູ້ເປັນລູກໄພ້ພັດຕົດອີກ "ແປ໋ດໆ!!!!"

ບາດນີ້ພໍ່ແມ່ກະຢຸດຄຳເຂົ້າ ແລ້ວແນມເບິ່ງໜ້າກັນ

ແລະ ກະມີຄຳຖາມໃນໃຈເກີດຂຶ້ນອີກວ່າ: "ວ່າງກີ້ນີ້ ຄືວ່າຕົດວັນລະຄັ້ງ" ???

ທາງຝ່າຍລູກໄພ້ກະຮູ້ສຶກອາຍຄືກັນເພາະມັນຄາຄວາມເວົ້າໂຕເອງ

ເລີຍເວົ້າແບບອາຍໆອອກໄປວ່າ:(ເວົ້າເປັນພາສາໄທ) "ຢ່າງມາກໄມ້ເກີນສອງຕໍ່ວັນ" alt

ວ່າແລ້ວພໍ່ກັບແມ່ກະງຶກຫົວໃສ່ກັນອີກຄິດວ່າ ເອີ!! ມັນກະ ຊິມີບາດຫຼຸດບາດລື່ນແນ່ຫັ້ນແຫຼະ

ພໍແຕ່ສຸດຄວາມຄິດໄດ້ເທົ່ານັ້ນ ທາງວ່າທີ່ລູກໄພກະຕົດອອກອີກ ສຽງດັງແຮງກວ່າເກົ່າ "ປູ໊ດດດດ!!!"

ທາງພໍ່ອົດບໍ່ໄດ້ກະເລີຍຮ້ອງໃສ່ລູກຊາຍວ່າ: "ບັກທິດ ພາເມຍມຶງໄປຂີ້ສາ

ບໍ່ແມ່ນມັນປວດຂີ້ແຮງບໍ່ຫັ້ນ" ວ່າແລ້ວລູກຊາຍກະພາເມຍໄປຂີ້

ແຕ່ທາງວ່າທີ່ລູກໄພ້ພັດຍັງຢ້ານເສຍຟອມກັບຄວາມເປັນຄົນໃນເມືອງ

ໃນຂະນະທີ່ລຸກອອກຈາກພາເຂົ້າ ແລະ ຍ່າງໄປຫ້ອງນ້ຳ ໄດ້ງວກໜ້າມາຫາພໍ່ແມ່ແລ້ວເວົ້າແບບອາຍໆຂຶ້ນວ່າ:

"ສາມຄັ້ງພຶ້ງຈະເຄີຍນີ້ລະຄ໋ະ ແຣະ ໆ" alt

ພໍ່.ແມ່ :..............ເວນເອີ້ຍ....

 

ກະແຕນ້ອຍ ຂີ້ດື້ alt

 

 

Photobucket

PhotobucketPhotobucketPhotobucketPhotobucketPhotobucket

 

Delicious Digg Fark Twitter