ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2009 | ມີ 20 ຄຳເຫັນ ແລະ 0 trackback(s)

ອ່ານລະກາຍີ້ມໄປນໍາເດີ້ພີ່ນ້ອງ ບໍ່ຢາກກາຕ້ອງຍີ້ມ

ແຣະ ໆ ບັງຂັບກັນຂະໝາດດເລີຍເວີ້ຍຍ alt

ນີ້ຄືການປຽບທຽບລະຫ່ວາງຫ້ອງການ ກັບຫ້ອງຂັງ

 

ໄປເຮັດວຽກຕອ້ງໄດ້ຕື່ນແຕ່ເຊົ້າເພື່ອໄປທັນບໍ່ດັ່ງນັ້ນເຈົ້ານາຍດ່າ

ຢູ່ຫອ້ງຂັງຈະມີຄົນມາປຸກບໍ່ຕອ້ງຮິບຮອ້ນ

ໄປການຕອ້ງໄດ້ແຕ່ງເຂົ້າໄປກິນໂຮງການ

ຢູ່ຫອ້ງຂັງມີຄົນແຕ່ງໃຫ້ກິນ

ເວລາທ່ຽງມີເວລາ30ນາທີບາງມື້ອາດຈະບໍ່ຮອດຊ້ຳ

ຢູ່ຫອ້ງຂັງມີເວລາຫລາຍເພື່ອກິນເຂົ້າ

ທຸກຕົ້ນເດືອນເລິກວຽກແລ້ວຕອ້ງໄດ້ໄປຈ່າຍຄ່າບິນ<ຄ່ານ້ຳຄ່າໄຟຄ່າບ້ານ.....>

ຢູ່ຫອ້ງຂັງບໍ່ຕອ້ງກັງວົນຫຍັງກິນຟຣີຢູ່ຟຣີ

ເຂົ້າຫອ້ງການຕອ້ງໄດ້ເປິດປະຕູເອງ

ຢູ່ຫອ້ງຂັງຈະເຂົ້າຈະອອກມີຄົນເປິດປິດປະຕູໃຫ້

ກັບບ້ານຕອ້ງໄດ້ຊັກເສື້ອຜ້າເອງ

ຢູ່ຫອ້ງຂັງມີຄົນຊັກໃຫ້

ບາງມື້ຕອ້ງໄດ້ທຳອານາໄມບ້ານທີ່ເຊົ່າ

ຢູ່ຫອ້ງຂັງມີຄົນອານາໄມໃຫ້

ຕອ້ງໄດ້ຊື້ເສື້ອຜ້າເພື່ອໃສ່ໄປເຮັດວຽກ

ຢູ່ຫອ້ງຂັງເຂົາຈະເບິກໃຫ້

ແລງວັນເສົາອາທິດຕອ້ງໄດ້ລີດເສື້ອຜ້າເອງ

ຢູ່ຫອ້ງຂັງບໍ່ຕອ້ງເພາະມີຄົນລີດໃຫ້

ເຮັດວຽກບໍ່ຄອ່ຍມີເວລາໃຫ້ກັບໂຕເອງ

ຢູ່ຫອ້ງຂັງມີເວລາໃຫ້ໂຕເອງຢ່າງເຫລືອເຟືອ

ເຮັດການກໍ່ຍັງກັງວົນກັບເສດຖະກິດທີ່ນັບມື້ນັບແພງ

ຢູ່ຫ້ອງຂັງ ບໍ່ກ່ຽວ ກີນແຊບ ນອນລັບ

ຈົບ

ແຣະ ໆ ບໍ່ໄດ້ເຊຍໃຫ້ເພື່ອນໆ ໄປຢູ່ຫ້ອງຂັງເດີ້

ໃຫ້ຄິດວ່າ ຕາລົກ ຕາລົກ ແກ້ຄຽດ alt alt alt

 

ກະແຕນ້ອຍ ຂີ້ດື້ alt

 

Photobucket


PhotobucketPhotobucketPhotobucketPhotobucketPhotobucket
 

 

Delicious Digg Fark Twitter