ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2009 | ມີ 28 ຄຳເຫັນ ແລະ 0 trackback(s)

ໃຜກາໄດ້ຊ່ອຍ ຂພຈ ແດ່ alt

ມື້ນີ້ ຂພຈ ໄດ້ຣັບໂທລະສັບຈາກເພື່ອນຣັກ ພ້ອມທັງສຽງຣ້ອງໄຫ້

ຄໍາຕໍ່ຈາກ5ໂຫຼກາຄື ຊ່ອຍເຣົາແນ່ ເນື່ອງຈາກວ່າແຟນຂອງລາວໄດ້ຂໍເລີກກັບລາວ

ລາວຕ້ອງການໃຫ້ ຂພຈໄປປອບໃຈນີ້ລະຄືປັນຫາຂອງ ຂພຈ ຕອນນີ້

ເພາະ ຂພຈ ຍັງຄິດບໍ່ອອກວ່າຈະໄປປອບໃຈໝູ່ວ່າແນວໃດດີ

ຕອນເຂົາຣັກກັນເຂົາບໍ່ມາສົນໃຈກັບ ຂພຈ ບາດວ່າເລີກກັນລະໂທມາໄວປານຫັຍງ

ແຕ່ກາຊ່າງທໍ ຈັ່ງໃດກາໝູ່ຣັກກັນ ຊ່ອຍກັນໄດ້ກາຊ່ອຍກັນໄປ ທີເພີ່ນ ທີໂຕ

ກາເລີຍຢາກຂໍຄວາມກະລຸນາ ເພື່ອນໆ1000ລາວແດ່

ຖ້າໃຜມີຄວາມຄິດດີໆ ກາມາບອກກັນແນ່ ເພາະ ຂພຈ ກໍ່ໄດ້ນັດໝູ່ໄວ້ວ່າວັນເສົາຈະໄປຫາ

ແນ່ນອນ ຕ້ອງໄດ້ຕຽມຄໍາເວົ້າໄປນໍາເພາະຈາກຟັງນ້ຳສຽງຂອງລາວລະ

ຣູ້ສືກວ່າລາວເສຍໃຈຫລາຍທີ່ສຸດ ປົກກະຕິລາວກໍ່ເປັນຄົນໃຈແຂງ ບໍ່ຄ່ອຍໃຫ້ໃຜເຫັນນ້ຳຕາງ່າຍໆ

ເລື່ອງອີ່ຕົນ ກໍ່ສຸດແຕ່ອີ່ຕົນແຕ່ ຂພຈ ຈະຊ່ອຍໝູ່ ຂພຈ ແນວໃດ

ຖ້າເພື່ອນໆ1000ລາວຢູ່ໃນກໍລະນີແບບ ຂພຈຈະເຣັດຈັ່ງໃດ?

ຂພຈ ຣູ້ສືກວ່າບໍ່ຢາກໃຫ້ຣອດວັນເສົາເລີຍ ຈັ່ງໃດກາຊ່ອຍ ຂພຈ ແນ່ເດີ້

ໃຜມີຄໍາແນະນໍາດີໆກາແນະນໍາ ຂພຈແນ່ ຂພຈຈະໄດ້ເອົາໄປໃຊ້ກັບໝູ່ ຂພຈ

ເລື່ອງແບບຊີ້ກາຍັງບໍ່ຖືກກັບໂຕເອງ ກາເລີຍບໍ່ທັນມີປະສົບປະການ

ເວົ້າແບບນີ້ບໍ່ໄດ້ໝາຍຄວາມວ່າຢາກເຈີເດີ້ ບໍ່ເຈີເລີຍແຫ່ງດີ alt

ຕອນນີ້ກາເດີກຫລາຍລະ ໄວ້ຫັລງວັນເສົາຈະມາເລົ່າໃຫ້ຟັງຕໍ່ເດີ້

ຖ້າມີຄົນຟັງດອກລະ ຣ່າາາາາາາາາ ນອນລັບຝັນດີທຸກຄົນ alt

ກະແຕນ້ອຍ ຂີ້ດື້ alt


Photobucket




PhotobucketPhotobucketPhotobucketPhotobucketPhotobucket

















 

 

 

Delicious Digg Fark Twitter