ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 22, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ຄົນເຮົາ ເກີດມາໃຜໆຕ່າງກໍ່ມີຕວາມຮັກ ບໍ່ວ່າຈະເປັນຣັກຕົນເອງ, ຮັກຄບອຄົວ, ອັນທີ່ພິເສດທີ່ສຸດ ແມ່ນຮັກແຟນ, ແຕ່ວ່າການທີ່ເຮົາຈະຮັກໃຜແມ່ນຕ້ອງໄດ້ຮັບຄວາມຮັກຈາກຄົນອື່ນກັບຈຶ່ງສາມາດເອີ້ນໄດ້ວ່າເປັນ ຄວາມຮັກທ່ີສົມບູນແບບ.

ສຳລັບອັນທີ່ວ່າ ເຮົາຮັກໃຜແລ້ວຈະບໍ່ໄດ້ຮັບຄວາມຮັກສົມກັບຄວາມປາຖະໜາຫັ້ນນະ ມັນກະເປັນສ່ວນໜຶ່ງທີ່ຜ່ານເຂົ້າມາໃນຊີວິດແລ້ວເຮັດໃຫ້ຊີວິດຂອງໃຜບາງຄົນກໍ່ສົມຫວັງ, ແຕ່ບາງຄົນກໍ່ບໍ່ຫວັງກັບສິ່ງທີ່ຄິດ ໄປ ນັ້ນກໍໝາຍຄວາມວ່າຄວາມຮັກນັ້ນບໍ່ສົມຫວັງແລ້ວ. ສິ່ງທີ່ວ່ານີ້ມັນກະເປັນສິ່ງທີ່ເຮັດໃຫ້ບາງຄົນທໍລະມານທີ່ສຸດ ຂ້ອຍກະເປັນຄົນໜຶ່ງທີ່ເປັນສ່ວນໜຶ່ງຂອງຄົນກຸ່ມນີ້ທີ່ຜິດຫວັງເກີນກວ່າທີ່ຈະເຮັດໃຫ້ຄວາມ ຮູ້ສຶກນັນກັບມາຄືເກົ່າ.

ມີພຽງຈະບອກກັບຄົນໆນັ້ນວ່າຂ້ອຍສຸດຢາກຈະໃຫ້ເຈົ້າກັບມາເປັນຄົນທີ່ຂ້ອຍຮັກກເຈົ້າຄືເກົ່າແຕ່ວ່າຂ້ອຍໝົດຄວາມສາມາດແລ້ວທີ່ຈະໃຫ້ເຈົ້າມາ. ແຕ່ເຖິງຢາງໃດກໍ່ຕາມເຈົ້າກະເປັນພຽງສິ່ງທີ່ເຮັດໃຫ້ຂ້ອຍເຟີ້ຝັນໄປຊັ້ນແລະ ແນວໃດກະຂໍໃຫ້ເຈົ້າໄປດີເດີ ຄົນສັນດານ

Delicious Digg Fark Twitter