ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 13, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

         ກາລະຄັ້ງໜື່ງດົນ....ດົນມາແລ້ວ ຂ້າພະເຈົ້າເຄີຍເຂົ້າມາຂຽນບົດຄວາມຢູ່ພັນລາວນີ້ເກືອບປີ ມື້ນີ້ກັບມາແລ້ວໃນຖານະນັກສຶກສາຕ່າງປະເທດ ທີ່ຈະມາເລົ່າເລື່ອງຕໍ່ຈາກພາກ3 ໃຫ້ໝູ່ເພື່ອນທີ່ຫນ້າຮັກຟັງ.

        ຫຼັງຈາກໃຊ້ເວລາໃນການໂອ້ລົມຜ່ານສາຍໂທລະສັບເກືອບ 3ເດືອນກໍ່ຮອດເວລາທີ່ຕ້ອງນັດພົບໜ້າກັນ. ຈື່ໄດ້ວ່າມື້ນັ້ນແມ່ນວັນອາທິດ ນັດກັນວ່າຈະໄປພົບຢູ່ຮ້ານອາຫານ...;ຂ້້ອຍເລີ່ມອົດເຂົ້າຕັ້ງແຕ່ຕອນເຊົ້າໆເພາະວ່າຢາກນຸ່ງເຄື່ອງງາມໆ ເພາະວ່າຕອນນັ້ນໂຕເອງຢູ່ໃນຊ່ວງຕອນອວບຂັ້ນສຸດທ້າຍໝູ່ຈົນເອີ້ນວ່າ "ຟຸ້ຍຕັດເຄີ່ງ" ຄິດມາແລ້ວເສົ້າ!!!

        ຕອນນັ້ນເປັນເວລາ 7ໂມງແລງໃນທີ່ສຸດຂ້ອຍກັບລາວກໍ່ໄດ້ພົບກັນ ມັນເປັນຄວາມຊົງຈຳທີ່ຂ້ອຍບໍ່ເຄີຍລືມ ຜູ້ຊາຍໃນຊຸດ Hip Hop, ບໍ່ຕຸ້ຍ, ບໍ່ສູງ, ບໍ່ຈ່ອຍ, "ໜ້າຕາພໍໃຊ້ໄດ້". ແຕ່ອາຍຸນ້ອຍກ່ວາຂ້ອຍໜ່ອຍໜື່ງ ຄຳເວົ້າທີ່ລາວທັກທາຍພັດຄືຜູ້ໃຫ່ຍເວົ້າແທ້ໆ.

          ຫຼັງຈາກທີ່ໄດ້ພົບໜ້າ, ໄດ້ເວົ້າຈາໄດ້ເຫັນກິລິຍາທ່າທີ່ ບອກໄດ້ຄຳດຽວວ່າ "ບໍ່ມັກ" ເພາະວ່າຜູ້ຊາຍໃນອຸດົມຄະຕິຂ້ອຍຕັ້ງໄວ້ສູງຂະໜາດ ແຕ່ລາວບໍ່ຮອດ 10%. ໂອ້ຍ...ເຈັບຫົວ!! ແຕ່ວ່າຕະຫຼອດເວລາທີ່ໄດ້ຮູ້ຈັກກັນລາວເປັນເພື່ອນທີ່ດີທີ່ສຸດຄົນໜື່ງ ເປັນທັງອາຈານ ແລະ ທີ່ປຶກສາໄປພ້ອມໆກັນ. ສະນັ້ນຈື່ງຮັບລາວໄວ້ເປັນກໍລະນີພິເສດ.

             ໃນເວລານີ້ຄືເວລາທີ່ໄດ້ຮູ້ຈັກຄຳວ່າ: "ເພື່ອນແທ້" ແລະ "ຄົນຈິງໃຈ" ເປັນແບບໃດ...ແລ້ວໃຜຄືຄົນທີ່ຈະເຂົ້າໃຈເຮົາແທ້ໆ.

 

    * ຕອນໜ້າກັບພົບກັນໃໝ່ຮັບຮ້ອງວ່າຈະໄດ້ຄຳຕອບຂອງຫົວຂໍ້ທີ່ວ່າ: "ຄວາມຮັກທີ່ຕ້ອງລົງທຶນ" ເປັນແບບໃດ     ແລ້ວໃຜຈະຢູ່ ຫຼື ໄປ.                              ຕິດຕາມອ່ານຕອນຕໍ່ໄປເດີ້         ຄິດຮອດຜູ້ອ່ານຫຼາຍໆ....

 

ເມັດຝົນ........

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່