ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2009 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໜູ່ເພື່ອນທີ່ເຂົ້າມາອ່ານກະທູ້ນີ້ຄືຊິແປກໃຈບໍ່ຫຼາຍກໍ່ໜ້ອຍ ໃນມື້ນີ້ກໍ່ນໍາເອົາປະສົບການຄວາມຮັກໃນຕ່າງແດນມາເລົ່າສູ່ກັນຟັງ .
ຫັລງຈາກທີ່ຄອງໂສດມາຕັ້ງດົນ...... ຢ່າງໜ້ອຍຕ້ອງແມ່ນຫ້າປີກ່ວາຈະໄດ້ພົບຄົນທີ່ລໍຖ້າຫຼາຍຄົນອາດບໍ່ເຊື່ອໃນໂຊກຊະຕາຫຼືການທໍານາຍທີ່ງົມງວຍ ສໍາລັບຂ້ອຍແລ້ວມັນເປັນສິ່ງທີ່ຫຼີກລ້ຽງບໍ່ໄດ້ ເພາະເຄີຍມີຄົນບອກຂ້ອຍວ່າ ຄົນທີ່ຈະຮັກ ແລະ ເປັນຄູ່ຂອງນັ້ນຢ່າງໜ້ອຍຕ້ອງແມ່ນອີກ ຫ້າປີກ່ວາຈະໄດ້ພົບຄົນຕ່າງແດນ ຕອນນັ້ນກໍ່ຍັງເປັນໄວລຸ້ນຕົ້ນຕົ້ນທີ່ກໍາລັງຄົ້ນຫາຄວາມຮັກທີ່ຈິງໃຈຈາກຜູ້ຊາຍໜ້າຕາດີທັງຫຼາຍ , ພໍໄດ້ຍິນມີຄົນທາຍທັກແບບນັ້ນໃຜຊິບໍ່ເກັບເອົາມາຄິດ, ນັບຕັ້ງແຕ່ນັ້ນມາຈຶ່ງຕັ້ງຈິດຕັ້ງໃຈຮັກສາຕົວຮັກສາໃຈ ແລະ ຮັກສາຄວາມຮັກນັ້ນໄວ້ໃຫ້ກັບຄົນທີ່ບໍ່ມີຕົວຕົນ.......... ມາຮອດຕອນນີ້ແລ້ວຂໍພັກກ່ອນ ແລ້ວຖ້າໜູ່ເພື່ອນສົນໃຈຈັງໃດຈຶ່ງຈະກັບມາເລົ່າເລື່ອງຂອງຜູ້ຂຽນໄໜ່ ຈຸບຈຸບ

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່