ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2009 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ກັບ​ມາ​ອີກ​ແລ້ວ​ເດີ້ພີ່ນ້ອງ ​ແລະ ​ໜູ່ເພື່ອນທີ່ໜ້າຮັກ ຈັງ​ແມ່ນ​ຄິດ​ຮອດ​ເດນໍບໍ່​ໄດ້​ມາ​ເລົ່າ​ຄວາມ​ຊົງ​ຈໍາ​ທີ່​ດີ​ໃຫ້​ຟັງ​ເກືອບ​ປີ ​ເພາະວ່າ​ຫາ​ຊິ​ກັບ​ມາ​ປະ​ເທດ​ເຮົາ​ ​ແຕ່​ກໍ່ຍັງ​ບໍ່ລືມທີ່​ຈະ​ເອົາ​ປະສົບ​ການ​ຄວາມ​ຈິງມາ​​ເລົ່າ ​ເຊິ່ງຕໍ່ຈາກ​ພາກ​ທີ​2 ຄັນ​ໃຜ​ຍັງ​ບໍ່ທັນ​ໄດ້​ອ່ານ ພາກ​ທີ1 ກັບພາກ​ທີ2 ລະວັງ​ບໍ່​ເຂົ້າ​ໃຈ​ເດີ້​.

      ປາ​ຕິ​ໂທ ….. ມື້ນີ້ຄຶ​ມາວຽກຫຼາຍ​ແທ້! ຊິ​ບໍ່​ໄດ້​ຕາ​ຍຊໍ້າຫວາ​ນິ…. ນີ້ເປັນ​ຄໍາ​ຈົ່ມ​ຂອງ​ຂ້ອຍ​ໃນ​ມື້ນັ້ນທີ່​ຍັງ​ຢູ່​ໃນ​ຄວາ​ມຊົງ​ຈໍາ​ຂອງ​ຂ້ອຍ​ຕະຫຼອດມາ, ​ໃນ​ຕອນ​ນັ້ນຂ້ອຍ​ໄດ້​ເຮັດ​ວຽກ ​ແລະ ຮຽນໝັງສື​ໄປ​ພ້ອມກັນ ທຸກ​ມື້ມີ​ແຕ່​ຄໍາ​ວ່າ: ​ເມື່ອຍ…..ຫຼັງຈາກ​ກັບ​ມາ​ບ້ານ​ແລ້ວຫາກໍຄິດ​ພໍ້​ວ່າ​: ອ້າວບໍ່​ແມ່​ນ 5 ປີ​ລະ​ຫວາ​ນິ? ​ແຕ່​ຕອນ​ນັ້ນກໍ່ຖື​ວ່າ​ເປັນລົມ​ເປັນ​ແລ້ງ​ໄປ​​ແລ້ວ​ຄື​ຊິ​ບໍ່ມີດ​ອກ, ມື້ໜຶ່ງທີ່​ກໍາລັງ​ເຮັດ​ວຽກຈົນ​ຫົວ​ຟູ ກໍ່ມີ​ໂທສະ​ສັບ​ດັງ​ຂື້ນ ​ໃຈໝຶ່ງກໍ່ບໍ່ຍາກ​ຮັບ ​ເພາະຢ້ານຖືກ​ເຊີນ​ອອກ​ຈາກ​ວຽກ ​ແຕ່​ກໍ່ຕ້ອງ​ໄດ້​ຮັບ​ເພາະ​ວ່າ​ລືມ​ເຮັດ​ລະ​ບົບສັ່ນ . ຮະ​​ໂລ້...ນີ້​ເປັນສຽງທີ່​ມາ​ຈາກ​ປາຍສາຍ ຍັງງົງ​ຢູ່​ວ່າ​ຮະ​ໂລ​ອີ່​ຫັຍ​ງຢູ່​ຕັ້ງດົນນັ້ນ ກະ​ຍ້ອນ​ວ່າ​ລາວ​ເວົ້າພາສາ​ລາວ​ບໍ່​ເປັນ ​​ໂຕ​ເອງ​ພາສາ​ອັງກິດ​ກະ​ພໍກະ​ເທີນ ​ບໍພໍນາທີກໍ່ຕ້ອງວາງສາຍເພາະເວົ້າບໍ່ເຂົ້າພາສາກັນ.

      ຈາກມື້ນັ້ນກໍ່ກາຍເປັນມື້ເລີ່ມຕົ້ນຂອງຄວາມເປັນມິດ ທີ່ເກີດຂື້ນໂດຍໃນຕໍາແໜ່ງ ຄູສອນພາສາ ແລະ ລູກສິດຜີບ້າ ເພາະວ່າການສື່ສານທີ່ເຂົ້າໃຈຖືກແດ່ ຜິດແດ່ ແຕ່ກໍ່ເປັນຈູດເລີ່ມຕົ້ນທີ່ເຮັດໃຫ້ ເຫັນວ່າ ພາສາອັງກິດທີ່ໃຊ້ໃນການເວົ້າສໍາຄັນ! ຈໍາ​ເປັນ​ຕ້ອງ​ລົງທຶນ​ໄປ​ຮຽນພາສາ​ຫ້ອງ​ພິ​ເສດ ຈັງ​ແມ່ນ​ແພງ​ແຕ່​ກໍ່ຕ້ອງ​ໄດ້​ຮຽນ​ເພາະ​ບໍ່​ແມ່ນ​ເພື່ອ​ສື່ສານ​ຢ່າງ​ດຽວ ​ແຕ່​ແມ່ນ​ເພື່ອ​ຄວາມ​ຮູ້​ຕິດ​ຕົວ​ທີ່​ຍາວ​ນານ ສະນັ້ນການ​ທີ່​ມີ​ຄູ​ສອນ​ພິ​ເສດ​ທີ່​ບໍ່​ໄດ້​ເສຍ​ເງິນ ​ແລະ ບໍ່​ເຫັນໜ້າກໍ່ຍັງ​ດໍາ​ເນີນ​ຕໍ່​ໄປ​ ກັບຊີວິດ​ໃນ​​ເວລາໝຶ່ງທີ່ມີສິ່ງປ່ຽນແປງຫຼາກຫຼາຍ ເຮັດໃຫ້ເລີ່ມເຂົ້າໃຈ ແລະ ຮຽນຮູ້ຫຼາຍຂື້ນ.

ມາຮອດຕອນນີ້ກໍ່ຮູ້ແລ້ວວ່າ: ຮອດ​ເວລາ​ແລ້ວ​ທີ່​ຈະ​ຕ້ອງ​ເຫັນໜ້າກັນ​ຈັກ​ເທື່ອ​……….

      ຂຽນຮອດນີ້ລະ​​ເມື່ອຍຂະໜາດນັ່ງ​ເລົ່າຈົນ​ເຈັບ​ຫັລງລະ ມື້ໜ້າຈະ​ກັບ​ມາ​ເລົ່າ​ຕໍ່

 

ພົບ​ກັນ​ໃນ​ພາກ​ທີ 4 ຕິດ​ຕາມ​ຕອນ​ຕໍ່​ໄປ​ໄວ​​ໄວ​ນີ້ ຊິ​ມີ​ເລື່ອງ​ຕື່ນ​ເຕັ້ນ​ມາບ​ອກ ຈຸບ​ຈຸບ……..

ເມັດ​ຝົນ……

 

 

 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່