ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

     ແຕ່ກີ້ແຕ່ກອນຍັງມີເສຖີຜູ້ໜຶ່ງມີລູກສາວທີ່ງາມທີສຸດ ຄວາມງາມຂອງນາງນັ້ນເຮັດຜູ້ຊາຍບໍ່ກ້າໄປລົມ ດ້ວຍຄວາມອາຍຄວາມງາມຂອງຍິງນັ້ນ ເມືອນາງເຫັນວ່າຕົນເອງງາມນາງຈຶ່ງເລືອກຜູ້ທີ່ຈະມາເປັນຄູ່ຕົນເອງ ສະນັ້ນຈຶ່ງມີຄູ່ຄອງໄດ້ຍາກ ຢູ່ມາມື້ໜຶ່ງມີຊາຍສາມຄົນ ຫຼໍໍພໍເໝາະສົມກັບນາງ ທັງ 3 ຄົນນັ້ນຕັດສິນໃຈທີຈະບອກຮັກນາງ ໂດຍທີ່ ຊາຍທັງ 3 ບໍ່ຮູ້ຈັກກັນ ແຕ່ນາງບໍ່ເອົາໃຜຈັກຄົນ ຊາຍທັງ 3 ຈຶ່ງຕັດສິນໃຈໜີໄປຮຽນ ຜູ້ທີ່ 1 ໄປຮຽນວິຊາ ຕາສ່ອງ ຜູ້ທີ່ 2 ໄປຮຽນວິຊາດຳນ້ຳ ຜູ້ທີ່ 3 ໄປຮຽນວິຊາຕາຍແລ້ວເຮັດໃຫ້ຄືນໄດ້ ຢູ່ມາມື້ໜຶ່ງ ຊາຍທັງຄິດວ່າຕົນເອງຮຽນຈົບຫຼັກສູດການຮຽນແລ້ວໄປບອກຮັກນາງໆຄົງຈະບໍ່ປະຕິເສດອີກແລ້ວ ກໍເລີຍຄິດກັບຄືນມາເພື່ອທີ່ຈະມາບອກຮັກນາງອິກຄັ້ງ ກັບມາຮອດພໍດີໄດ້ຍິນຂ່າວວ່ານາງຈົມນ້ຳຕ່າຍຫາຍຊາບສູນໄປແລ້ວ ເສຖີຜູ້ເປັນພໍ່ຈຶ່ງປະກາດວ່າໃຜສາມາດເອົານາງອອກມາແລ້ວເຮັດຄືນໄດ້ຈະຍົກນາງໃຫ້ພ້ອມກັບຊັບສົມບັດຈຳນວນໜຶ່ງ ແຕ່ວ່າດຽວນີ້ບໍ່ມີໃຜເຫັນຊາກສົບເລີຍ ຈຶ່ງມີຊາຍ 3 ຄົນສະເໜີຕົວຂື້ນ

     ຜູ້ທີ່ 1 ເວົ້າວ່າຕົນເອງສ່ອງເຫັນນາງແລ້ວແຕ່ບໍ່ສາມາລົງໄປເອົາໄດ້

     ຜູ້ທີ່ 2 ເວົ້າຂື້ນວ່າຕົນເອງສາມາລົງໄປເອົາໄດ້ຖ້າຮູ້ບ່ອນ

     ຜູ້ທີ່ 3 ເວົ້າຂື້ນອິກວ່າຕົນເອງນັ້ນສາມາດເຮັດໃຫ້ນາງຄືນມາໄດ້

ເມື່ອຊາຍທັງ 3 ຄົນຕ່າງຄົນຕ່າງມີສິດໃນຕົວນາງຜູ້ນັ້ນ

ຄຳຖາມ: 1 ຖາມວ່າ ຊາຍຄົນໃດມີໂອກາດທີ່ຈະໄດ້ນາງມາຄອງຫຼາຍທີສຸດ ແລະ ນາງຈະເລືອກຜູ້ໃດຖ້ານາງໄດ້ຍິນວ່າຊາຍທັງສາມເຮັດຍັງໃຫ້ນາງກັບຄືນມາເປັນຄົນຄືເກົ່າ?

ໝາຍເຫດ ຫ້າມເອົາທັງ 3 ຄົນ ເພາະວ່າຍິງສະໄໝນັ້ນຄວນມີສາມີພຽງຜູ້ດຽວ

Delicious Digg Fark Twitter