ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

              ຜູ້ຊາຍມັກເວົ້າວ່າ: (ຜູ້ຍິງເປັນເພດທີ່ເຂົ້າໃຈຍາກ, ພວກເຂົາຕ້ອງໃຊ້ຄວາມອົດທົນ

ແລະ ຄວາມພະຍາຍາມສູງທີ່ຈະເຮັດຕາມໃຈພວກເຂົາ, )  ແຕ່ໃນຄວາມເປັນຈິງຜູ້ຍິງບໍ່ໄດ້ເຂົ້າ

ໃຈຍາກປານນັ້ນດອກ.   ຜູ້ຍິງຮູ້ດີວ່າ  ຕ້ອງການອັນໃດ  ພຽງແຕ່ໃນບາງຄັ້ງການທີ່ເຮົາບອກ

ຫຍັງໄປກົງໆມັນກໍເຮັດໃຫ້ຜູ້ຍິງເສຍປຽບໄປຈັກໜ້ອຍ.

              ລອງອ່ານເບີ່ງ 3 ຂໍ້ຂ້າງລຸ່ມນີ້ເບີ່ງ ແລ້ວຈະຮູ້ວ່າ ຜູ້ຊາຍຄວາມເຂົ້າໃຈຜູ້ຍິງແດ່!

 

              ທັດສະນະຂອງຜູ້ຍິງປ່ຽນໄປຫຼັງຈາກເປັນແຟນກັນແລ້ວ:

              ສາມເດືອນທຳອິດສຳລັບຄວາມຮັກຂອງເຂົາມັນຊ່າງງົດງາມແທ້ໆ! ນີ້ເປັນສຽງທີ່ຜູ້ຊາຍຫຼາຍໆຄົນເວົ້າອອກມາ,

ພວກເຂົາບໍ່ເຂົ້າໃຈວ່າ  ຜູ້ຍິງມີເຫດຜົນອັນໃດປິດບັງຕົວຕົນທີ່ແທ້ຈິງ  ຊື່ງຕ່າງຈາກໄລຍະທີ່ເລີ່ມຄົບກັນ.ໝາຍຄວາມວ່າ

ຫຼັງຈາກທີ່ເວລາຜ່ານໄປ ທຸກຢ່າງສຳພັດກົງກັນຂ້າມໄປໝົດເພາະ ເບີ່ງຄືວ່າມີການປິດບັງຕົວຕົນທີ່ແທ້ຈິງຫຼາຍຂື້ນ.

               ເປັນຫຍັງຜູ້ຍິງ ປາກບໍ່ກົງກັບໃຈ?

          ເລື້ອງປາກບໍ່ກົງກັບໃຈ ເປັນເລື້ອງທີ່ສ້າງບັນຫາໃຫ້ ກັບບັນດາຜູ້ຊາຍຕ້ອງຄິດທົບທວນຊ້ຳໆວ່າ:

ຄຳທີ່ເວົ້າອອກຈາກປາຜູ້ຍິງນັ້ນເຂົາຮູ້ສຶກແບບນັ້ນແທ້ບໍ່? ເຊັ່ນ: ຖ້າແຟນຂອງທ່ານຂໍເຂົາວ່າ (ຂ້ອຍຫລີ້ນເກມໄດ້ບໍ່)

ເຖິງແມ່ນຜູ້ຍິງວ່າ: (ຕາມໃຈເຈົ້າ) ມັນກໍຍັງເຮັດໃຫ້ທ່ານ ຕ້ອງເກັບໄປຄິດຕໍ່ຢູ່ວ່າ:   ນາງຕອບທ່ານດ້ວຍຄວາມຮູ້ສຶກ

ຍິນຍອມ ແລະເຕັມໃຈຢູ່ບໍ່?ເພາະວ່າຈາກປະສົບການທີ່ຜູ້ຊາຍພົບນັ້ນຄຳຕອບ ແບບນີ້ອາດຕາມມາດ້ວຍອາລົມບູດບຶ້ງ

ເພາະຜູ້ຍິງມັກຈະບໍ່ພໍໃຈ ແລະ ຄິດວ່າທ່ານເຫັນຄວາມສຳຄັນຂອງເກມຫຼາຍກວ່າ!

                ຜູ້ຍິງຖືເອົາການແຕ່ງງານເປັນຈຸດປະສົງໃນຊີວິດ:

             ເປັນການຍາກທີ່ຜູ້ຊາຍຈະເຈົ້າໃຈວ່າ:  ເປັນຫຍັງຜູ້ຍິງຈຶ່ງຢາກແຕ່ງງານ ແລະ ພວກເຂົາກໍບໍ່ເຂົ້າໃຈເລີຍ ວ່າ:

ເປັນຫຍັງຜູ້ຍິງຈຶ່ງຄາດຫວັງກັບການແຕ່ງງານສູງຂະໜາດນັ້ນ? ນອກຈາກເຂົາຈະຮູ້ສຶກ ວ່າ: ຜູ້ຍິງມັກປຽບທຽບໂຕ

ເອງຄືກັບເຈົ້າຍິງໃນນິທານ ຄື ເມື່ອຜູ້ຊາຍມາຂໍແຕ່ງງານ ກໍຈະເຮັດໃຫ້ນິທາເລື່ອງນັ້ນຈົບແບບສົມບູນ.

    ແຕ່ວ່າຜູ້ຊາຍຊຳພັດຮູ້ສຶກອຶດອັດກັບພຶດຕິກຳທີ່ຜູ້ຍິງກົດດັນໃຫ້ແຕ່ງງານ.

 

Delicious Digg Fark Twitter