ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 17, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ອ້າຍບ່າວຄົນໜຶ່ງຂຶ້ນລົດເມຢູ່ຄິວຕະຫລາດເຊົ້າໄປດົງໂດກ...

ໂຊກດີທີ່ໄດ້ນັ່ງກັບຜູ້ສາວງາມຄົນໜຶ່ງ...

ເມື່ອລົດເມແລ່ນກາຍໄຟແດງຕະຫລາດທົ່ງຂັນຄຳ...

ພໍແຕ່ລົດເມຈະຈົດໃຫ້ຄົນລົງຢູ່ໃກ້ໂຮງກາຍຍະສິນ...

ອ້າຍບ່າວຄົນນັ້ນ ກໍປະກົດວ່າປວດຕົກ ແຕ່ບໍ່ກ້າທີ່ຈະປ່ອຍອອກໃຫ້ດັງໄດ້ ...

    ສະນັ້ນ ລາວຈຶ່ງຫາອຸບາຍຮ້ອງເພງ ແລ້ວຕົດອອກໄປພ້ອມໆ ກັນ

"ເມື່ອອ້າຍໄດ້ມາ ມາພົບສາວພຽງແຕ່ຄັ້ງດຽວ ... ແປດໆໆໆ (ສຽງແກລົດ)"! ຈົບ

   ລົດເມກໍແລ່ນຕໍ່ໄປຈົນຮອດຕະຫລາດໂພນຕ້ອງ...

ແລ້ວຈອດໃຫ້ຄົນລົງ...ອ້າຍບ່າວຄົນນັ້ນກໍປວດຕົດອີກ...

ຈຶ່ງຫາອຸບາຍຮ້ອງເພງອີກ... 

"ເມື່ອອ້າຍໄດ້ມາ ມາພົບສາວພຽງແຕ່ຄັ້ງດຽວ ... ແປດໆໆໆ (ສຽງແກລົດ)"! ຈົບ

ລົດເມກໍເລີ່ມແລ່ນຕໍ່ ຈົນຮອດສາມແຍກສີວິໄລ  ລົດກໍຈອດໃຫ້ຄົນລົງ...

ອ້າຍບ່າວຄົນນັ້ນກໍປະກົດວ່າປວດອີກແລ້ວ...

ຈຶ່ງຫາອຸບາຍຮ້ອງເພງອີກ... 

ພຽງແຕ່ເອີ່ຍຂຶ້ນວ່າ "ເມື່ອອ້າຍໄດ້ມາ..!"

ຜູ້ສາວຄົນນັ້ນອົດບໍ່ໄດ້ ເພາະວ່າ ຖືກອ້າຍບ່າວໂຈມຕີ ດ້ວຍ ຂີປະນາວຸດເຄມີ ໄປແລ້ວຫລາຍ ລູກ...

ສາວຄົນນັ້ນຈຶ່ງເວົ້າຂຶ້ນວ່າ:

"ບໍ່ຕ້ອງມາດອກອ້າຍ! ໄປເລີຍສາ ! ທົນບໍ່ໄຫວແລ້ວ..."

Delicious Digg Fark Twitter