ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 27, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ສອງສ່ຽວລາວ-ໄຫ...

ມທັງສອງເປັນໝູ່ກັນມາຫລາຍປີແລ້ວ ຄົນໝຶ່ງຢູ່ວຽງຈັນ ແລະ ອີກຄົນໜຶ່ງຢູ່ກຸງເທບ

ມື້ໜຶ່ງ            ສ່ຽວໄທມີໂອກາດມາຢາມສ່ຽວລາວຢູ່ວຽງຈັນ       ທັນທີທີ່ມາເຖິງວຽງຈັນ

ສ່ຽວລາວກໍພາສ່ຽວໄທໄປທ່ຽວສວນສັດບ້ານເກີນ      ຫລັງຈາກຢ່າງທ່ຽວຊົມສັດຕ່າງໆ

ທັງຊ້າງເຜືອກ, ລີງ, ແຂ້ ແລະ ອື່ນໆ...

     ທັງສອງສ່ຽວກໍພາກັນໄປເບິ່ງເສືອຢູ່ຄອກ            ປະກົດວ່າສ່ຽວໄທບໍ່ກ້າເຂົ້າໄປເບິ່ງ

ເພາະວ່າບໍ່ຖືກສະຕາກັບເສືອ...

ສະນັ້ນ    ສ່ຽວລາວຈຶ່ງເວົ້າວ່າ      ເຂົ້າໄປໂລດສ່ຽວມັນບໍ່ອອກມາກັດດອກເພາະເຂົາໃສ່

ກະແຈ ຄອກແລ້ວ...  "ໄມ້ຄຼັບ...!ຜົມໄມ້ກ້າ...!"  ສ່ຽວໄທຕອບ

ສ່ຽວລາວຈຶ່ງເວົ້າຂື້ນວ່າ "ເຂົ້າໄປເບິ່ງເສືອຈະຕ້ອງເຮັດໃຈດີໆໆ...!

ສຸພາສິດລາວສອນວ່າ ໃຈດີສູ້ເສືອ..."     "ເຈົ້າເຂົ້າໃຈບໍ່ຄຳວ່າ ໃຈດີສູ້ເສືອ..!"

ເມື່ອເປັນແນວນັ້ນສ່ຽວໄທຈຶ່ງຕອບວ່າ "ຜົມເຂົ້າໃຈພາສິດໂບຣານລາວດີ, ແຕ່ເສືອມັນຄົງໄມ້ເຂົ້າໃຈກັບຜົມຢ່າງງັ້ນນະສິ..."

ເມື່ອເປັນເຊັ່ນນັ້ນ ສ່ຽວໄທຈຶ່ງຂໍໃຫ້ສ່ຽວລາວພາໄປເບິ່ງໝີ "ຜົມຢາກໄປດູໜີ...ຜົມໄມ້ກົວໜີ..

ເພາະພາສິດໂບຣານໄທກ່າວວ້າ ຄົນໄທຈະຕ້ອງໃຈດີ ສູ້ໝີ."

ເມື່ອເປັນເຊັ່ນນັ້ນ ສ່ຽວລາວຈຶ່ງຕອບວ່າ: "ຄັນຊັ້ນໃຫ້ເຈົ້າໄປເບິ່ງຊາ...ຂ້ອຍຊິຖ້າຢູ່ນອກກະໄດ້

ຄົນລາວບໍ່ກ້າສູ້ໝີ ເພາະວ່າໄຟຊິໄໝ້ຮ້ານຫຍ້າ"

Delicious Digg Fark Twitter