ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 20, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ເກົາ​ຫລີ​ໃຕ້​ກ່າວ​ວ່າຕົນ​​ໄດ້​ຕິດຕັ້ງລູກ​ສອນ​ໄຟ​ Cruise ​ຊະນິດໃໝ່​ທີ່​ສາມາດຍິງທໍາລາຍ​
ສະຖານທີ່​ນີວ​ເຄລຍ ​ແລະຖານ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາຫລີ​ເໜືອ​ໄດ້.

ບັນດາ​ເຈົ້າໜ້າ​ທີ່​ທະຫານ​ເກົາຫລີ​ໃຕ້ ​ໄດ້​ປະກາດ​ກ່ຽວ​ກັບ​ການ​ຕິດຕັ້ງ​ອາວຸດ​ດັ່ງກ່າວເມື່ອ​
ວັນ​ພະຫັດມື້​ນີ້ ທີ່​ກອງ​ປະຊຸມ​ພວກ​ນັກ​ຂ່າວ​ເກົາຫລີ​ໃຕ້ ທີ່​ປາກົດ​ວ່າ​ເປັນ​ປະຕິກິລິຍາ​ເພື່ອ​
ຕອບ​ໂຕ້ຕໍ່​ການ​ຍິງ​ຈະ​ຫລວດ​ຂອງ​ເກົາຫຼີ​ເໜືອ​ທີ່​ລົ້ມ​ແຫລວ​ນັ້ນ ​ແລະ​ຢ້ານ​ວ່າພວມ​ມີ​ການ
ກະກຽມການ​ທົດ​ລອງ​ນີວ​ເຄລຍຄັ້ງ​ໃໝ່​ກັນ​ຢູ່.

ໃນ​ເວລາ​ຕໍ່​ມາ ກຸງ​ໂຊ​ລ ​ໄດ້​ນຳອອກ​​ເຜີຍ​ແຜ່​ຮູບພາບ​ວີ​ດີ​ໂອ​ທີ່​ສະ​ແດງ​ໃຫ້​ເຫັນລູກ​ສອນ​ໄຟ
Cruise ກໍາລັງ​ຖືກ​ຍິງ ບິນ​ໄປ​ເທິງ​ນ່ານຟ້າ ​ແລະ​ທໍາ​ລາຍ​ເປົ້າໝາຍ.

ພົນ​ຕີ Shin Won-sik ​ເຈົ້າໜ້າ​ທີ່​ອາວຸ​ໂສ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາ ຫລີ​​ໃຕ້​ກ່າວ​ວ່າ
ລູກ​ສອນ​ໄຟ​ Cruise ​ດັ່ງກ່າວ​ ມີ​ຄວາມ​ສາມາດ​ບິນ​ໃນ​ໄລ ຍະ​ໄກ​ໄດ້​ຫລາຍ​ກວ່າ 1,000
ກິ​ໂລ​ແມັດ ​ແລະ​ສາມາດ​ໂຈ​ມຕີ​ທໍາລາຍ​​ໄດ້ທຸກໆ​ຈຸດ​ໃນ​ເກົາຫລີ​ເໜືອ ​ແລະ​ກ່າວ​ຕື່ມ​ວ່າ ລູກ
ສອນ​ໄຟ​ Cruise​ ນີ້ ມີ ສະມັດຖະພາບ​ທໍາລາຍ​ສະຖານ​ທີ່ ອຸບປະກອນ ​ແລະ​ປະຊາ​ຊົນ
ທັງ​ໝົດ ຂອງ​ເກົາຫລີ​ເໜືອ​​ໄດ້ຕາມ​ເວລາ​ທີ່​ຕ້ອງການ ຫຼາ​ຍ​ເທົ່າ​ທີ່​ຈະ​ຫຼາຍ​ໄ​ດ້.

ລູກ​ສອນ​ໄຟ​ Cruise ດັ່ງກ່າວ​ນີ້ ສາມາດ​ບິນ​ໃນ​ລະດັບ​ຕໍ່າ​ໄດ້ ​ແລະ​ສາ ມາດ​ບິນ​ຫລົບ​ຫລີກ
ແນວ​ປ້ອງ​ກັນ​​ແຫ່ງ​ຕ່າງ​ຂອງ​ສັດຕູ​ ເພື່ອ​ທໍາລາຍເປົ້າ ໝາຍ​ໄດ້.

ບັນດາ​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດກ່າວວ່າ ລູກ​ສອນ​ໄຟຊະນິດ​ນີ້ແມ່ນ​ໄດ້​ຖືກ​ພັດທະ
ນາ​ຂຶ້ນມາ​ໂດຍ​ການຊົມ​ໃຊ້​​ເທັກ​ໂນ​ໂລ​ຈີ່​ທີ່​ເຣັດຢູ່​ໃນ​ປະ​ເທດ​ແທບ​ທັງ​ໝົດ ທີ່​ສະ​ແດງ​ໃຫ້​ເຫັນ
ຄວາມ​ແຕກ​ຕ່າງ​ ກັບ​ຄວາມ​ພະຍາ ຍາມຍິງຈະ​ຫລວດ​ຂີປະ​ນາ​ວຸດ​ທັງ​ສາມ​ຄັ້ງ​ຂອງ​ເກົາຫລີ​
ເໜືອ​ທີ່​ລົ້ມ​ແຫລວ​​ທີ່ອັບອາຍ​ຂາຍໜ້າ​ນັ້ນ.

ອົງການ​ຂ່າວ​ຢົນຮັບ​ ຊຶ່ງ​ເປັນ​ອົງການ​ຂ່າວ​ເຄິ່ງທາງ​ການ​ຂອງ​ເກົາຫລີ​ໃຕ້ ​ໄດ້​ອ້າງ​ເອົາ​ຄໍາ​ເວົ້າ
ຂອງ​ນາຍ​ພົນ Shin ທີ່​ກ່າວວ່າ ​ເກົາຫລີ​ໃຕ້​ຍັງ​ໄດ້​ຕິດ ຕັ້ງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ປະຕິບັດ​
ການ​ຊະນິດໃໝ່​ທີ່​ມີ​ຄວາມ​ສາມາດ​ບິນ​​ໄດ້​ໄກ 300 ກິ​ໂລ​ແມັດ​ນັ້ນ​ນໍາ

Delicious Digg Fark Twitter