ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 20, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ອິນເດຍຖະແຫຼງໃນວັນພະຫັດມື້ນີ້ວ່າ ​ຕົນ​ໄດ້​ປະສົບ​ຄວາມ​ສຳ​ເລັດ​ໃນການຍິງທົດລອງ
ລູກ​ສອນໄຟຊະນິດ​ໃໝ່ ທີ່ສາມາດບັນທຸກຫົວລະເບີດນິວເຄລຍ​ໄປ​ໄກໄດ້​ເຖິງກຸງປັກກິ່ງນັ້ນ
ຊຶ່ງ​ເປັນ​ການ​ປະກາດ​ວ່າ ອິນ​ເດຍ​ໄດ້​ກາຍ​ເປັນ​ປະ​ເທດມະຫາ​ອຳນາດ​ທີ່​ສຳຄັນ​ດ້ານ​ລູກ
ສອນ​ໄຟ​ຂອງ​ໂລກ.

ສື່ມວນ​ຊົນຂອງອິນເດຍ ໄດ້ອອກ​ຂ່າວ​ຮູບ​ພາບ ຂອງ​ລູກ​ສອນ​ໄຟໄລຍະໄກ​ Agni-V
ຫຼັງຈາກ​ໄດ້​ຍິງ​ຂຶ້ນຈາກ​ຖານ​ຍິງ​ແຫ່ງ​ນຶ່ງໃນລັດ Orissa ​ທາງ​ພາກຕ​າ​ເວັນ​ອອກ​ຂອງ
ອິນ​ເດຍ.

ນາຍົກລັດຖະມົນຕີ Manmohan Singh​ ໄດ້ກ່າວຊົມເຊີຍພວກນັກວິທະຍາສາດທັງຫຼາຍ
ທີ່ໄດ້ກໍາກັບປະກອບສ່ວນ​ເຂົ້າ​ໃນ “ການກຸ້ມ​ຕົນ​ເອງ​ດ້ານ​ປ້ອງ​ກັນປະເທດ”ຂອງ​ອິນ​ເດຍ.
ຫົວໜ້າອົງການຄົ້ນຄ້ວາແລະພັດທະນາດ້ານ​ປ້ອງ​ກັນປະເທດຂອງອິນເດຍ ທ່ານ Vijay
Saraswat ໄດ້ກ່າວຕໍ່ສື່ມວນ​ຊົນ​ຂອງ​ອິນເດຍວ່າ ບັດນີ້ ອິນເດຍມີ​ລູກ​ສອນ​ໄຟທີ່ສາມາດ
ທຽບ​​ເທົ່າ​ກັບບັນດາປະ​ເທດ​ມະ ຫາ​ອຳນາດ​ທາງ​ທະຫານ​ທີ່​ນຳ​ໜ້າຂອງ​ໂລກ​ແລ້ວ.

ລູກ​ສອນ​ໄຟ Agni-V ມີຄວາມສາມາດຍິງໄກເຖິງ 5,000 ກິ​ໂລ​ແມັດແລະມີ ການ​ກ່າວ​ກັນ​ວ່າ
ເປັນຄວາ​ມກ້າວໜ້າ​ທີ່​ສຳຄັນ ທາງ​ດ້ານ​ຍຸດ​ທະ​ສາດ​ຂອງ​ອິນ ​ເດຍ ທີ່ສາມາດບັນທຸກຫົວ
ລະເບີດນີວເຄລຍ ໄປ​ໄກເຖິງນະຄອນຫຼວງຂອງຈີນ ຕະຫຼອດທັງນະຄອນຊຽງໄຮ້.

ໜັງສືພິມ Global Times ຂອງພັກ Communist ຈີນ ໄດ້​ຕອບ​ໂຕ້ຕໍ່​ການຍິງທົດ
ລອງດັ່ງກ່າວຂອງ​ອິນ​ເດຍ ດ້ວຍ​ການ​ເຕືອນ ກ່ຽວ​ກັບ​ການ​ຍິງ​ທົດ​ລອງ ຂອງ​ຕົນ ​
ໂດຍ​ເວົ້າວ່າ ອິນເດຍແມ່ນຈະບໍ່​ໂອກາດ​ເລີຍ​ໃນ​ການ​ແຂ່ງຂັນ​ອາວຸດ ​ໂດຍ​ລວມກັບຈີນ
ໃນອານະຄົດ ບໍ່​ດົນ​ຂ້າງ​ໜ້ານີ້.

Delicious Digg Fark Twitter