ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ໃຜຄືຜູ້ທີືມີຄວາມສຸກທີ່ສຸດ?
ສ້າງເມື່ອ ມ.ນ.. 5, 2011 22 ຄົນໂຫວດ, 18 ຄຳເຫັນ, ອ່ານ 547 ເທື່ອ
ໃຜຄືຜູ້ທີ່ມີຄວາມສຸກທີ່ສຸດ
ຕໍ່ກັບຄຳວ່າ : ”ຄວາມມສຸກ” ດັ່ງກ່າວນີ້, ຂ້າພະເຈົ້າເຊືື່ອວ່າ ເພື່ອນໆແຕ່ລະຄົນ ແນ່ນອນຕ້ອງມີຄຳຕອບທີ່່ແຕກຕ່າງກັນ: ເຊັ່ນ ບຸກຄົນທີ່ຂ້າພະເຈົ້າກຳລັງຈະກ່າວເຖິງດັ່ງຕໍ່ໄປນີ້: ”ບັນດາເພື່ອນໆຄິດວ່າ ແມ່ນໃຜຈະມີຄວາມສຸກທີ່ສຸດໃນຊີວິດ”
1. ຊາຍຜູ້ໜຶ່ງມີຄວາມມັກໃນການຮ້ອງເພງທີ່ສຸດ ແລະ ລາວກໍ່ໄດ້ບອກກັບຕົວເອງສະເໝີວ່າ: ຮ້ອງເພງແມ່ນສິງທີ່ລາວມີຄວາມສຸກທີ່ສຸດໃນຊິວິດ, ຈົນກະທັ້ງລາວບໍ່ຕ້ອງການຊອກວຽກງານໃດໆທີ່ໝັ້ນຄົງແລະກໍ່ບໍ່ຕ້ອງການຢາກມີເຮືອນຢູ່ທີ່ງາມໆໃຫ້ແກ່ຕົວເອງອີກ. ໃນແຕ່ລະມື້ລາວພຽງແຕ່ ຈັບກີ້ຕ້າເລາະຕ່ອຍຮ້ອງເພງຕາມຊຸມຊົນຕ່າງໆ ເພື່ອຊອກເງິນມາລ້ຽງຊິບຂອງຕົນເອງໄປວັນວັນ.
2. ຜົວເມຍຄູ່ໜຶງ: ຢືນຢູໃນສັງຄົມທີ່ສູງ, ໃຊ້ຊີວິດແບບສະຫງົບສຸກ,ລາບລື້ນ, ມີເຮືອນ ມີລົດ ທີ່ລູຫລາ. ແຕ່ວ່າພວກເຂົາຊ້ຳພັດຄິດວ່າ: “ ຕ່າງຝ່າຍຕ່າງບໍ່ແມ່ນຄົນທີ່ໂຕເອງຮັກທີ່ສຸດໃນຊີວິດ ”.ແມ່ນແຕ່ຈະອອກໄປພົບປະກັບສັງຄົມພາຍນອກກໍ່ບໍ່ໃຫ້ຕ່າງຝ່າຍຮູ້ວ່າໄປພັບໃຜ.
3. ນັກຄົ້ນຄວ້າຜູ້ໜື່ງ. ລາວໄດ້ປະສົບຜົນສຳເລັດທີ່ສຸດ. ສາມາດແກ້ໄຂບັນຫາທຸກສິ່ງຢ່າງຂອງສັງຄົມໃນໂລກ. ເຮັດໃຫ້ບັນດາເພື່ອນມະນຸດຊື່ນຊົມ ແລະ ປື້ມມິຕິຍິນດີໃນຕົວລາວຢ່າງບໍ່ມີວັນເຫືອດແຫ້ງ. ແຕ່ວ່າເກິດເປັນມື້ມາລາວມີແຕ່ເຮັດວຽກ, ເວລາຊິກິນເຂົ້າຫລືວ່ານັ່ງເບິ່ງໂທລະພາບກັບຄອບຄົວກະເກືອບບໍ່ມີ, ແຕ່ລາວຊ້ຳຄິດວ່າຕົວເອງມີຄວາມສຸກທີ່ສຸດແລ້ວ.
4. ນັກພະເນຈອນ : “ຄົນທຸກ” ບັງເອີນມີມື້ໜຶ່ງລາວໄດ້ຮັບເງິນກ້ອນມະຫາສານ; ສາມາລ້ຽງຊິບລາວໄດ້ຮອດສາມທົບຊິວິດ, ລາວສາມາດຊື້ທຸກຢ່າງທີ່ລາວຕ້ອງການ. ທັງນີ້ລາວກໍ່ບໍ່ຕ້ອງການຫຍັງເລີຍ, ແຕ່ລະມື້ລາວກໍ່ສະເຫວີຍສຸກກັບເງິນກ້ອນດັ່ງກ່າວໄປວັນວັນ.

ເມືອບັນດາທ່ານອ່ານຈົບແລ້ວ ກະລຸນນາຕອບຄຳຖາມຂ້າງເທິງດ້ວຍ.
ດ້ວຍຄວາມນັບຖື: ຄິມສະຫວັນ...