ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຖ້າວ່າມີໂອກາດ                                  ຂ້ອຍຈະມາທົ່ງໄຫຫີນແຫ່ງນີ້

ເພື່ອທົບທວນອາດິດ                           ທີ່ເຮົາເຄີຍມີຮ່ວມກັນ

ມັນເປັນຄວາມຝັນ                                ຂອງຂ້ອຍເອງ

ທີ່ຢາກເຫັນເຈົ້າອີກເທື່ອໜຶ່ງ                  ຖຶງຂ້ອຍບໍ່ສາມາດຮັບຮູ້ໄດ້ວ່າ:

ເຈົ້າກຳລັງຢູ່ກັບໃຜ                                ມີຄວາມສຸກຫຼືທຸກ

ແຕ່ຂ້ອຍຢາກບອກຜ່ານແມ່ນໍ້າ              ທ້ອງຟ້າສີຄາມ...

ຕົ້ນໄມ້ ໃບຫຍ້າ ແລະສາຍລົມວ່າ:         " ຂ້ອຍຂໍໂທດ "

ທີ່ບໍ່ສາມາດເຮັດຕາມຄຳໝັ້ນສັນຍາ        ທີ່ໃຫ້ໄວ້ກັບເຈົ້າມື້ນັ້ນ

ເພາະວ່າມາຮອດມື້ນີ້                             ຂ້ອຍຈິ່ງຮູ້ວ່າ:

ຊີວິດຂອງຄົນໜຶ່ງເກີດມາ                      ບໍ່ສາມາດມອບໃຫ້ຜູ້ໜຶ່ງຜູ້ດຽວໄດ້

ຂ້ອຍຮັກເຈົ້າຫຼາຍ                                ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າ:

ຊີວິດຂອງຂ້ອຍ                                   ເກີດມາເພື່ອເຈົ້າຄົນດຽວ

ສາຍລົມເອີຍ ກ.ລ.ນ                          ພັດເອົາຄຳຂໍໂທດຂອງຂ້ອຍ

ບອກໃຫ້ເຈົ້າຮັບຮູ້ແດ່                         ເຖິງວ່າເຈົ້າບໍ່ໃຫ້ອາໄພຂ້ອຍກໍ່ຕາມ

ແລະຂ້ອຍກໍ່ບໍ່ໄດ້ຢູ່ໃນໂລກນີ້ແລ້ວຊົ່ວນິລັນ

Delicious Digg Fark Twitter