ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 ພໍ່​ເຮັດວຽກ... ອາບ​ແດດ... ຖືກ​ແຜດ​ເຜາ

ລູກ​ດື່ມ​ເຫລົ້າ.. ຟັງ​ເພງ... ຄື້ນ​ເຄງ​ເຫ​ລະ​

 

ແມ່​ຂາຍ​ຜັກ... ກິນ​ເຂົ້າ... ເຂົ້າ​ກັບ​ເກືອ

 

ລູກ​ເອື້ອ​ເຟື້ອ... ພາ​ສາວ​ທ່ຽວ... ລ້ຽວ​ໂຮ​ເຕລ

 

ພໍ່​ຫາ​ເງີນ... ສົ່ງ​ລູກ​ຮຽນ... ພຽນ​ອຸດ​ສ່າຫະ​ 

 

ລູກ​ຕິດ​ຢາ... ຄົບ​ເພື່ອນ​ຊົ່ວ... ມົ່ວ​ໃຫ້​ ເຫັນ

 

ແມ່​ກະ​ຫາຍ... ດື່ມ​ນ້ຳ​ຄອງ... ຕອນ​ກອງ​ເພລ

 

ລູກ​ທະ​ເລ້ນ... ຈິ​ບວາຍ​ແດງ... ແພງ​ຈັບ​ໃຈ

 

 

ພໍ່​ອົດ​ຢາກ... ບໍ່​ເຄີຍ​ຈົ່ມ... ທົນ​ລຳ​ບາກ

 

 

ລູກ​ມັກ​ຫລາຍ... ເພດ​ສຳພັນ... ມັນສ໌​ຊິບ​ຫາ

 

ແມ່​ຕຳ-ແຜ່ນ... ປູກ​ໝ່ອນ... ຫາ​ລາຍໄດ້

 

ພໍ່​ສູບ​ນ້ຳ... ເຂົ້າ​ແປງ​ນາ... ປູກ​ເຂົ້າ​ກ້າ 

 

 

ລູກ​ມົວ​ເມົາ... ການ​ພະ​ນັນ... ບໍ່ໝັ່ນພຽນ

 

ແມ່​ຫາບ​ນ້ຳ... ລ້ຽງ​ເປັດ​ໄກ່... ເຮັດ​ສວນ​ຄົວ

 

ລູກ​ໃຈ​ຊົ່ວ... ໃຊ້​ເງີນ​ເພີນ... ຍ່າງ​ຫລົງ​ທາງ

 

ພໍ່​ຂາຍ​ງົວ... ສົ່ງ​ຄວາຍ​ຮຽນ... ວຽນປະເສີດ

 

ລູກ​ຕະ​ກະ... ກິນ​ຟາດ​ຟູ໊​ຕ... ເວົ້າ​ກວ້າງ​ຂວາງ

 

ແມ່​ປວດ​ເມື່ອຍ... ສູ້​ງານ​ໜັກ... ບໍ່​ລະ​ວາງ

 

ລູກ​ສຳ​ອາງ... ໃຊ້​ຂອງ​ແພງ... ແຂ່ງ​ສັງ​ຄມ

 

ພໍ່​ຜອມ​ແຫ້ງ... ເ​ລື່ຍ​ວະ​ແຮງ​ນ້ອຍ... ດ້ອຍ​ອາ​ຫານ 

 

ລູກ​ປະພຶດ... ອັນ​ຕະ​ພານ... ລ່າ​ເສບ​ສົມ

 

ແມ່​ເປັນ​ດອກ... ທົບ​ຕົ້ນ... ໝົດ​ອານົມ

 

ລູກ​ຂ້ຽວ​ຄົມ... ຂ້າ​ພໍ່​ແມ່... ຕາຍທັງເປັນ

 

 

Delicious Digg Fark Twitter