ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ຊົກເອີຍຊົກງົກ   ປືນຄົນປືນກົນ

ປໍຕໍຍິງຍົນ   ອາຍພົ່ນບິນໄວ

ເຄື່ອງບິນທັນສະໄຫມ  ຈັກະພັດອາເມລິກາ

ມັນບິນມາຕາຍຮ່າ  ບໍ່ຄືບ້ານ

ວັນທີ່ 19     ກາງເດືອນກຸມພາ

ຈັກະພັດອາເມລິກາ  ສໍ້າພັດບັງອາດ

ສັ່ງໃຫ້ໂຈນອາກາດ  ຂຶ້ນບຸກສຳເຫນືອ

ບິນຈາກຖານທັບເຮືອ  ທີ່ 7 ເບັດໃສ່

ບິນຈາກຫວຽດນາມໃຕ້  ແລະຈາກໄທແລນ

ເບັດມາໃສ່ດິນແດນ  ຊຳເຫນືອຫລາຍຫມູ່

ນັບຈຳນວນມີຢູ່   30 ປາຍລຳ

ມັນມາກໍ່ບາບກຳ  ຂຶ້ນອີກຄັ້ງໃຫມ່

ຖິ້ມຈະຫລວດລົງໃສ່ ບ້ານຊ່ອງເຮືອນຊາຍ

ຖິ້ມລະເບີດເຜົາຜານ  ວັດວາພະເຈົ້າ

ຂ້າເດັກນ້ອຍຜູ້ເຖົ້າ   ຜູ້ແກ່ແມ່ມານ

ເວລານັ້ນປະຊາຊົນທະຫານ ຕ້ານຢັນເດັດຂາດ

ເຮັດໃຫ້ໂຈນອາກາດ ປົບຕ່າວຄືນເມືອ

ບິນຫນີຈາກຊຳເຫນືອ     ຢ່່າງແສນເຈັບແສບ .......................... ຂໍອະໄພຈື່ໄດ້ທໍ່ນີ້, ສອງ ສາມແຖວສຸດທ້າຍເລີ່ມບໍ່ແນ່ໃຈລະ ຜິດພາດຂໍ້ອະໄພນຳຜູ້ແຕ່ງ

ທວນຄວາມຈຳບົດທ່ອງຂຶ້ນໃຈ ປ4 ຫລື ປ 5 ກະບໍ່ແນ່ໃຈ

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ວັນອັງຄານ 18 ຕຸລາ 2011 ໄດ້ຮັບຈົດຫມາຍພ້ອມດ້ວຍເອກະສານຕັບນື່ງແນບມານຳເມວ ເປັນສັນຍາຈ້າງງານຫລັງຈາກຜ່ານການສຳພາດງານມາເທື່ອທີ່ສອງຈາກບໍລິສັດບໍ່ແຮ່ທີ່ມີຊື່ສຽງລະດັບໂລກ ແລະ ລະດັບປະເທດຢູ່ທາງພາກໃຕ້ ໃນຕຳແຫນ່ງນັກແປ ຝຶກງານ 2 ເດືອນ ພ້ອມແພກເກັດເງິນເດືອນ(600 ີໂດລາ)ແລະສະຫວັດດີການຕ່າງໆ.

ແຕ່ໄດ້ສົ່ງອີເມວໄປຂໍຕໍ່ລອງໃນລະດັບທີ່ພະແນກບຸກຄະລາກອນຕ້ອງຕົກຕັ່ງເພາະອາດບໍ່ເຄີຍມີມາກ່ອນໃນປະຫວັດສາດການຮັບສະຫມັກງານຂອງບໍລິສັດ

ຂ້ານ້ອຍໄດ້ຂໍ  x 2 ກັບອັດຕາທີ່ເພີ່ມສະເຫນີໃຫ້ ແລະ ມີແນວໂນ້ມວ່າຈະບໍ່ຢາເຮັດເພາະໃນເນື້ອໃນຈົດຫມາຍໄດ້ຂຽນຢ່າງ (ຫາວ ຫາວ ຫາວ )ວ່າ: ຖ້າຫາກທ່ານບໍ່ກາລຸນາຮັບພິຈາລະນາດັ່ງທີ່ໄດ້ສະເຫນີໄປນັ້ນ ຂໍຄວາມກະລຸນາ ເອົາໂອກາດທີ່ຂ້າພະເຈົ້າມີນີ້ເກັບໄວ້ໃນຫີ້ງເອການສານຂອງທ່ານໄວ້ຖ້າວ່າໃນອະນາຄົດຫາກຕ້ອງການໃຊ້ແລ້ວຊິມາຂໍໃຊ້ດັ່ງກ່າວຄືນ.

ຄົນໃນຄອບຄົວຖາມວ່າ ເປັນບ້າຫວາເປັນຫຍັງບໍ່ເຮັດ ທັງໆທີ່ໄສ້ສິແຫ້ງແລ້ວ, ເງິນກໍໍ່ດີ (ກໍ່ດີຢູ່ສຳຫລັບເຈົ້າ ແຕ່ຂອ້ຍຕ້ອງເຮັດວຽກ   12 ຊມ ຕໍ່ວັນ, 28 ວັນຈຶງໄດ້ພັກ 14 ວັນ) ເງິນ 600 ພັກ 14 ວັນໃຊ້ເງິນຫມົດກະໄປໃຫມ່ (ນີ້ລະຄືເຫດຜົນທີ່ປະຕິເສດ)

ທີ່ຈິງໃນເດືອນດຽວກັນ ກະມີຄົນເກົາຫລື ສອງຄົນນຳສະເຫນີເງິນເດືອນໃຫ້ ຄົນນຶ່ງໃຫ້ 500 ພ້ອມໃຫ້ເປັນການຕະຫລາດແລະ ບໍລິຫານ, ອີກຜູ້ນຶ່ງໃຫ້ 600 ພ້ອມເປັນການຕະຫລາດຄືກັນ ບວກເງິນເປີເຊັນທີ່ຂາຍໄດ້.

ແຕ່ກະບໍ່ໄດ້ຕອບຮັບໃຜ ສຸດທ້າຍພັດມາຕອບຮັບ ກັບບໍລິສັດຄົນລາວກັນເອງ (ສະຫນັບສະຫນູນຄົນລາວ) ທີ່ໃຫ້ເງິນເດືອນ 800 ພັນກີບ, ໄດ້ຂໍເພີ່ມເພີ່ນໃຫ້ອີກ 800 ພັນ ພ້ອມດ້ວຍເປີເຊັນຈາກຍອດຂາຍຊິເລີ່ມວຽກມື້ອື່ນ  24 ຕຸລານີ້ລະ. ຮາໆໆໆໆໆໆໆໆ

ສົງໃສຊິບ້າອີ່ຫລີ ເພາະດັນມີຄວາມຄິດວ່າ: ໄດ້ຊ່ວຍສ້າງຄວາມຮັ່ງມືໃຫ້ຄົນຕ່າງປະເທດມາຫລາຍແລ້ວ ແຕ່ຕົນເອງກະຄືຊິຕາຍຄືເກົ່າ ບໍ່ໄດ້ເຮັດວຽກ 2 ເດືອນເກືອບບໍ່ມີ ຫຍັງຊິກິນ ເຈັບໃຈອີ່ຫລີ ກະເລີຍບອກຕົວເອງວ່າ: ຊິໃຊ້ສະຫມອງທີ່ມີນີ້ຊ່ວຍຄົນລາວ(ທີ່ດີ)  ນຳກັນນີ້ລະເປັນຕາຍຮ້າຍດີຫຍັງກະຊ່າງໃຜຊິເວົ້າຫຍັງບໍ່ສົນ ແຕກະບໍ່ແນ່ຖ້າ ບສ ບໍ່ຄຳຍິນດີຮັບຄຳສະເຫນີກະສິເປີດອາດລາດໄປໃຕ້ ພຸ້ນແລ້ວ ຢ່າຄິດວ່າບ້າ ທີ່ຂຽນນີ້ເປັນເລື່ອງຈິງທັງຫມົດ.

ໂປຣດຕິດຕາມຊີວິດຂ້າພະເຈົ້າຕອນຕໍ່ໄປ

ຖ້າໃຜຕ້ອງການວຽກເຮັດລອງຕິດຕໍ່ຫາໄວ້ເພື່ອຊິ່ຊ່ວຍຝາກໃຫ້ ສຳພາດໄດ້ບໍ່ໄດ້ແລ້ວແຕ່ຜູ້ກ່ຽວ. ຮູ້ພາສາກິດ, ນຳໃຊ້ຄອມພິເຕີເປັນ, ຂັບລົດໄດ້(ຖ້າມີ) ຄວາມຊື່ສັດ ແລະ ຂະຫຍັນມີທັກສະດ້ານການຂາຍແລະການຕະລາດ ເຊີນສົ່ງອີເມວໄວ້ເດີ

ເບິ່ງທີ່ໂປຣຟາຍ.