ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2013 | ມີ 4 ຄຳເຫັນ ແລະ 0 trackback(s)

ເຊົ້າມື້ນຶ່ງ ສອງແມ່ຕູ້ນັ່ງຄ້ຽວຫມາກ ລົມກັນກັນຢູ່ລະບຽງຫນ້າເຮືອນ
ຕູ້ຄົນທີ່ 1 ເວົ້າວ່າ: ມີລູກຢູ່ສອງຄົນ ຍິງນຶ່່ງຊາຍນຶ່່ງ ຜູ້ນຶ່ງ ຢູ່ຊຽງຂວາງ ຜູ້ນຶ່ງຢູ່ສະຫວັນນະເຂດ
ດຽວນີ້ ພໍຜູ້ເປັນພໍ່ເຫມິດບຸນ ລູກຄົນນຶ່ງກະຢາກໃຫ້ໄປຢູ່ຊຽງຂວາງ ອີກຄົນນຶງພັດຢາກໃຫ້ໄປຢູ່ສະຫວັນນະເຂດ ເຮົາລະອຸກໃຈ.
ແມ່ຕູ້ຄົນທີ່ 2 ຈຶ່ງເວົ້າຂຶ້ນວ່າ: ເຈົ້າຊິອຸກໃຈຫຍັງຕູ້ ມັນກະດີແລ້ວເດ ມີລູກສອງຄົນ ເປັນຄົນຮູ້ ມີຄວາມກະຕັນຍູໃຜກໍ່ຢາກໃຫ້ໄປຢູ່ນຳ.
ຕູ້ຄົນທີ່ນຶ່ງຈື່ງເວົ້າແບບນ້ອຍໃຈຂຶ້ນວ່າ: ຖ້າມັນເປັນຄືເຈົ້າເວົ້າມັນກະດີຕ໋ວາ
ແມ່ຕູ້ຄົນທີສອງ: ອ້າວ ມັນເປັນຈັ່ງໃດຊັ້ນນ໋າ?
ແມ່ຕູ້ຄົນທີ 1: ລຸກຜູ້ຢູ່ຊຽງຂວາງ ຢາກໃຫ້ໄປຢູ່ ສະຫວັນນະເຂດ ສ່ວນລູກຜູ້ຢູ່ສະຫວັນນະເຂດ ກັບຢາກໃຫ້ໄປຢູ່ຊຽງຂວາງ ຊິໃຫ້ເຮົາເຮັດຈັ່ງໃດຕູ້....
ເອວັງ ກໍ່ມີດ້ວຍປະການລະຊະນີ້
ປລ: ດັດແປງຈາກເລື່ອງເລົ່າປາກຕໍ່ປາກ..

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2013 | ມີ 7 ຄຳເຫັນ ແລະ 0 trackback(s)

ສະບາຍດີ ສະມາຊິກພັນລາວທຸກທ່ານ

ຂ້າພະເຈົ້າຂໍຖາມຄວາມໄວຂອງ ແພັກເກຈ ອິນເຕີເນັດ ແບບບໍ່ຈຳກັດ ເດືອນ 250,000 ກີບ ຂອງລາວໂທລະຄົມເປັນແນວໃດ

ໃຊ້ແອກາດ ຄວາມໄວດີຢູ່ບໍ່?

ທ່ານມີປະສົບການແນວໃດ ເຄືອຂ່າຍອື່ນເດເປັນແນວໃດ? ຊ່ວຍແນະນຳແນ່ເດີ

ປະຈຸບັນໃຊ້ແພັກເກຈ ມື້ລະ 5000ກີບ ຂອງ ລາວໂທລະຄົມແຕ່ຢາກປ່ຽນເປັນແບບບໍ່ຈຳກັດ ກໍ່ເລີຍບໍ່ແນ່ໃຈວ່າຈະໃຊ້ຂອງໃຜດີ

ຂອບໃຈລ່ວງຫນ້າ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 28, 2013 | ມີ 5 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]>Normal0falsefalsefalseEN-USX-NONETHMicrosoftInternetExplorer4<![endif]-->

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;mso-bidi-language:AR-SA;}<![endif]-->

หลุมพรางความเชื่อ ຫລູມພາງຄວາມເຊື່ອ

ຖອດຈາກຫນັງສື ເດິ ທອບຊີເຄຣັດ(The Top Secret) ຂຽນໂດຍ: ທັນຕະແພດ ສົມ ສຸຈິຣາ

ເດິ ທອບຊີເຄຣັດ ເປັນຫນັງສືຫນັງທີ່ຂຽນຂຶ້ນທ່າມກາງກະແສຄວາມດັງລະດັບໂລກຂອງ ຫນັງສືຊື່ ເດິຊີເຄຣັດ (The Secret) ທີ່ຂຽນໂດຍ ນັກຂຽນຍິງຊາວອົດສຕຣາລີຊື່ ຣອນດາ ເບີນ ໃນປີ 2006 ເຊິ່ງເປັນຫນັງສືຕິດກະແສຫນັງສືຂາຍດີຕິດຕໍໍ່ກັນເຖິງສອງປີ ຫວັງວ່ານັກອ່ານຊາວລາວຫລາຍທ່ານຄົນໄດ້ເປັນເຈົ້າຂອງແລ້ວເນາະ.

ສຳລັບ ເດິ ທອບຊີເຄຣັດ ມີຍອດຂາຍກວ່າ 200,000 ເຫລັ້ມ ໄດ້ຖືກຂຽນໂດຍຜູ້ຂຽນຄົນດຽວກັນກັບ ຫນັງສືຂາຍດີກ່ອນຫນ້ານີ້ທີ່ຊື່ ໄອສຕາຍພົບ ພະພຸດທະເຈົ້າເຫັນ 1&2 ເຊິ່ງເຫມາະເຈາະກັບກະແສຄວາມດັງຂອງເດິຊີເຄຣັດ ແລະ ເນື້ອຫາທີ່ອະທິບາຍໄດ້ຢ່າງເລິກເຊິ່ງ ພ້ອມທັງໂຍງເຂົ້າກັບຫລັກຄຳສອນຂອງອົງພຣະສຳມາສຳພຸດທະເຈົ້າ ໄດ້ຢ່າງກົມກືນ ແລະເຂົ້າໃຈງ່າຍ ທັນກະແສ ທັນຍຸກສະໄຫມ ຈຶ່ງເຮັດໃຫ້ຫນັງສືທີ່ອອກມາຊຸດຫັລງໆຂອງທ່ານຖືກຈັບຕາແລະຖືກຕິດຕາມຈາກສື່ມວນຊົນຄໍນັກອ່ານອັນເຮັດໃຫ້ກາຍເປັນຫນັງສືຂາຍດີຕາມໆກັນມາ

ເດິ ທອບຊີເຄຣັດທີ່ຢູ່ໃນມືຂອງຂ້າພະເຈົ້າຕອນນີ້ ແມ່ນພິມຄັ້ງທີ່ 103 ປີ 2555. ເຊິ່ງຈະເຫັນວ່າ ກວ່ານັກຂຽນຄົນນຶ່ງຈະສາມາດຂຽນຫນັງສືຂາຍດີໄດ້ຂະຫນາດນີ້ ນັ້ນຍ່ອມບໍ່ເປັນເລື່ອງທຳມະດາ ແລະ ຄົງບໍ່ແມ່ນການຂຽນຕາມອາລົມ ນັ້ນຫມາຍຄວາມວ່າ ຜູ້ຂຽນເຂົ້າໃຈໃນເລື່ອງທີ່ຂຽນໄດ້ຢ່າງເລິກເຊິ່ງທາງດ້ານຈິດວິນຍານ, ດ້ານວິທະຍາສາດ ແລະ ທຳມະເພາະຜູ້ຂຽນເປັນ ທັນຕະແພດ ແລະ ໄດ້ສຶກສາປະຕິບັດທຳເຖິງລະດັບທີ່ແນ່ນອນ.

ເນື້ອຫາໂດຍລວມຂອງຫນັງສືເຫລັ້ມນີ້ ແມ່ນການອະທິບາຍຄືນ ໃນເນື້ອຫາຂອງຫນັງສື ເດິຊີເຄຣັດ ໂດຍນຳເອົາຫັລກທຳຄຳສອນຂອງພຣະພຸດທະເຈົ້າມາອະທິບາຍໄດ້ຢ່າງລະອຽດທີ່ສຸດໂດຍສະເພາະ ໃນຫມວດ ເຈຕະສິກ ແລະ ກ່ຽວກັບຈິດໃຕ້ສຳນຶກ ເຊິ່ງເຫມາະກັບນັກອ່ານທີ່ສົນໃຈດ້ານທຳມະປະຍຸກເປັນຢ່າງດີທີ່ສຸດ ແຕ່ກໍ່ມີຜູ້ອ່ານບາງກຸ່ມທີ່ບໍ່ຄ່ອຍມັກຫນັງສືປະເພດ Wording ຫລືມີເນື້ອຫາແລະຕົວອັກສອນຫລາຍປານໃດ, ແຕ່ຂ້າພະເຈົ້າຂໍຮັບປະກັນວ່າ ບໍ່ວ່າທ່ານຈະມັກຫນັງສືແນວໃດ ຖ້າຕັ້ງໃຈອ່ານແລ້ວທ່ານຈະວາງບໍ່ລົງເລີຍລະ.

ເວົ້າມາຕັ້ງຍາວ ຄົງຈະບໍ່ຕ້ອງສາທະຍາຍຫຍັງເພິ່ມເຕີມເພາະຫນັງສືເພິ່ນຂາຍດີຢູ່ແລ້ວ ຈະຂໍຍົກບາງບົດທີ່ກ່າວເຖິງ ຫລຸມພາງຂອງຄວາມເຊື່ອ ທີ່ເພິ່ນໄດ້ສະຫລຸບແລະໄຈ້ແຍກເປັນຂໍ້ໆດັ່ງນີ້

1.   ຄວາມເຊື່ອຄື ຄວາມສັດທາ ຄວາມຫມັ້ນໃຈ ພະລັງແຫ່ງຄວາມສັດທາມີສ່ວນສຳຄັນໃນໃນການສ້າງແຮງບັນດານໃຈແລະເປັນກຳລັງໃຈໃນການຂັບເຄື່ອນໄສູ່ການຄິດ ເວົ້າ ກະທຳ ທີ່ມີພະລັງ ແລະ ນຳໄປສູ່ຄວາມສຳເລັດ

2.   ຄວາມເຊື່ອ ແມ່ນກົງກັບຫັລກເກນ ຂໍ້ 2 ໃນ ເດິ ຊີເຄຣັດ ຄື: ຂໍ ເຊື່ອ ຮັບ ເປັນພະລັງທີ່ມີອະນຸພາບມາກມາຍ ຖ້າຮູ້ຈັກນຳມາໃຊ້ຢ່າງຖືກຕອ້ງ.

3.   ໃນທາງພຣະພຸດທະສາສນາ ພຣະພຸດທະເຈົ້າໄດ້ສອນບໍ່ໃຫ້ເຊື່ອອັນໃດໂດຍງ່າຍແຕ່ໃຫ້ລົງມືປະຕິບັດແລະພິສູດດ້ວຍຕົນເອງເພື່ອຈະໄດ້ຮູ້ຜົນແລະປະຈັກແຈ້ງດ້ວຍຕົນເອງ

4.   ຄວາມເຊື່ອມີມາແຕ່ບູຮານມັກຈະມີເຫດຜົນ ເຊື່ອງໄວ້ເບື້ອງຫລັງສະເຫມີຄວນວິເຄາະໃຫ້ເຫນັເຖິງເຫດແລະຜົນຕາມຄວາມເປັນຈິງ ບໍ່ຄວນເຊື່ອຢ່າງງົມງາຍຫລືເຊື່ອຕາມໆກັນມາ(ເບິ່ງຫລັກ ກາລາມະສູດ 10) ເພິ່ມເຕີມ

5.   ຄວາມເຊື່ອຖ່າຍຖອດຕິດຕໍ່ກັນລະຫວ່າງບຸກຄົນໄດ້ງ່າຍ ພໍ່ແມ່ທີ່ເຊື່ອວ່າລູກເຮັດໄດ້ ລູກກໍ່ຈະເຊື່ອວ່າຕົນເອງເຮັດໄດ້

6.   ຄວາມເຊື່ອມີພະລັງຫລາຍກວ່າຄວາມຄິດ ການຄິດບວກອາດຈະຍັງບໍ່ສົ່ງຜົນຕໍ່ໍຊີວິດເຮົາໄດ້ຫລາຍປານໃດ ແຕ່ຖ້າມີຄວາມເຊື່ອໃນການຄິດບວກນັ້ນ ກໍ່ຈະສົ່ງຜົນໃຫ້ຄວາມຄິດເປັນຈິງໄດ້ພາຍໃນເວລາອັນສັ້ນ

ໃນມູມມອງຂອງຂ້າພະເຈົ້າເອງ ຫາກທ່ານຢາກຈະອ່ານຫນັງສືນີ້ໃຫ້ໄດ້ອັດຖະລົດແລະເຂົ້າໃຈໄດ້ຢ່າງຖ່ອງແທ້ຂໍແນະນຳວ່າ ທ່ານອາດເປັນຜູ້ທີ່ເຄີຍໄດ້ຝຶກປະຕິບັດກຳມະຖານຕິຕໍ່ກັນ ຢ່າງຫນ້ອຍ 7 ວັນຕິດຕໍ່ກັນ ເພາະຫນັງສືທຸກໆເຫລັ້ມຂອງຜູ້ຂຽນ ໄດ້ອະທິບາຍໂດຍອີງໃສ່ປະສົບການຈາກການຝຶກປະຕິບັດກຳມະຖານເປັນເວລາເຖິງ ສອງປີ, ບໍ່ດັ່ງນັ້ນ ກໍ່ຈະເຫມືອນດັ່ງທ່ານອ່ານສ່ວນປະສົມຂອງຢາ ແຕ່ທ່ານຈະບໍ່ຮູ້ສຶກຫຍັງຈາກລາຍການສານເຄມີທີປະກອບເປັນຢານັ້ນ.

 ໂປຣດຕິດຕາມ ເຄັດລັບກຸນແຈ 7 ດອກທີ່ຈະຊ່ວຍໄຂ ຫລຸມພາງທາງຄວາມເຊື່ອທີ່ຈະຫາເວລາມາພິມໃຫ້ອ່ານໃນໄວໆນີ້.

ລາຕີສະວັດ

ທອງຄຳ ໂພໃບເງິນ

28-7-2013 12:33 am

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2013 | ມີ 3 ຄຳເຫັນ ແລະ 0 trackback(s)

ສະບາຍດີ ສະມາຊິກ ພັນລາວ

ຂ້າພະເຈົ້າຂໍເຊີນ ບັນດາທ່ານເຂົ້າຮ່ວມໃນການເປັນສ່ວນນື້ງໃນການສ້າງປະຫວັດສາດແຫ່ງການຮຽນຮູ້

ຫາກທ່ານເປັນຄົນກ້າຄິດລິດເລີ່ມ

ຫາກທ່ານເປັນຄົນທີ່ມັກການຮຽນຮູ້ແລະ ພັດທະນາຕົນເອງ

ຫາກທ່ານເປັນຄົນມີເປົ້າຫມາຍແລະຄວາມໄຝ່ຝັນໃນໃນຊີວິດ

ຂໍເຊີນເຂົ້າຮ່ວມງານສຳມະນາດີໆ ທີ່ຈະຊ່ວຍປົດລັອກດ້ານຄວາມຄິດ

ໃຫ້ມີຄວາມສຸດ, ມີຄວາມຫມັ້ນໃຈ, ມີພະລັງໃນການເຮັດສິ່ງຕ່າງໆ  ດ້ວຍຫລັກສູດພັດທະນາຄວາມຄິດ

ຢ່າຄິດ ວ່າຄວາມຄິດຂອງຕົນບໍ່ສຳຄັນ,

ຍານອະວາກາດ, ເຮືອນຫລັງໃຫຍ່ , ລົດຄັນງາມ, ຕືກສູງ , ຂົວຂ້າມນ້ຳຂ້າມທະເລ ແລະ ສິ່ງປະດິດທີ່ປ່ຽນໂລກ ລ້ວນມີຈຸດເລີ່ມຕົນ

ຈາກຄວາມຄິດ.

ແຕ່ຄວາມຄິດທີ່ວ່າ ນັ້ນຕ້ອງເລີ່ມຈາກຄວາມຄິດທີ່ເປັນບວກ ທີ່ເຮັດໃຫ້ຜູ້ຄິດມີຄວາມສຸກເທົ່ານັ້ນ

ເຊີນມາຄົ້ນຫາຄວາມຈິງນຳກັນວ່າ ທ່ານກຳລັງຄິດຫຍັງທີ່ເປັນປະໂຫຍດແກ່ຕົວທ່ານເອງ, ສັງຄົມ ແລະຄົນທີ່ທ່ານຮັກ

ດາວໂລດເອກະສານໄດ້ທີ່:

https://docs.google.com/file/d/0B6TRsFODzZrWNDc3eVF5Z2tkREk/edit?pli=1

ຢ່າພາດ ການຄິດລິເລີ່ມເປັນສົມບັດຂອງຄົນທີ່ສຳເລັດ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 2, 2013 | ມີ 16 ຄຳເຫັນ ແລະ 0 trackback(s)

ແຈກແທ້ແຈກຈິງ ແຈກຟຣີ ບໍ່ມີຄ່າໃຊ້ຈ່າຍ
ປຶ້ມຄາຖາຊີວິດຂອງທ່ານ ວິກຣົມ ກົຣມມະດິດ ເສດຖີອະສັງຫາ ເຈົ້າຂອງ ອຳມະຕະນະຄອນ ແລະ ນັກຂຽນປື້ມຂາຍດີຂອງປະເທດໄທ ຈຳນວນ100 ຫົວ ຕອນນີ້ກຳລັງສັ່ງຈອງຢຸ່ ມາຮອດມື້ໃດຈະແຈ້ງໃຫ້ຊາບ
ແຈກໃຫ້ດ້ວຍໃຈ ບໍ່ມີຜົນປະໂຫຍດທັບຊ້ອນ
ວັດຖຸຸປະສົງ: ຢາກສ້າງນິດໄສແຫ່ງການໃຫ້ແກ່ຕົນເອງ ແລະ ຢາກມີສ່ວນຮ່ວມນ້ອຍໆໃນການສ້າງສັງຄົມການອ່ານໃນບ້ານເຮົາ
ໃຜຢາກໄດ້ ຈອງໄດ້ເລີຍ ທາງເຟດບຸກກໍ່ໄດ້ (ຈະຮັບ add ເປັນເພື່ອນຫລືບໍ່ກໍ່ໄດ້) ແລ້ວແຕ່ສະດວກ
ຕິດຕໍ່ມາທີ່ ຫັລງໄມກໍ່ໄດ້ ຫລື ຕິດຕໍ່ມາທີ 02059595051, 2231 9873 or Email: score_me4@hotmail.com
ຫມາຍເຫດ: ການແຈກຄັ້ງນ້ິບໍ່ມີສ່ວນກ່ຽວຂ້ອງຫຍັງກັບຜູ້ຂຽນ ແລະ ສຳນັກພິມ
ຄວນຫລືບໍ່ຄວນແນວໃດ ຂ້ານ້ອຍຂໍຮັບຜິດຊອບພຽງຜູ້ດຽວ

http://www.facebook.com/photo.php?fbid=10200723835836653&set=a.2312743456423.2140540.1184511445&type=1&relevant_count=1

ຂຽນເມື່ອ ຂຽນເມື່ອ: ກ.ພ.. 19, 2013 | ມີ 6 ຄຳເຫັນ ແລະ 0 trackback(s)

ຊື້ກາແລັກຊີແທບ 10,1 ມາ

ດາວໂຫລດແອບພາສາລາວ ສຳຫລັບແອນດຣອຍມາລົງຫມົດທຸກຕົວແລ້ວ

ແຕ່ອ່ານພາສາລາວໃນພັນລາວ ຍັງແຕກຊະແຕກຊາຍ

ໃຜເກັ່ງໄອທີ ຊ່ວຍແນະນຳແນ່ເດີ

ມັນເປັນນຳ ຕົວບຣາວເຊີ ຫລື ເປັນນຳໂປຣແກມພາສາລາວ

ມີວິທີແກ້ບໍ່/

ຂອບໃຈລ່ວງຫນ້າ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2013 | ມີ 8 ຄຳເຫັນ ແລະ 0 trackback(s)

ຫລາຍຄັ້ງທີ່ຂ້າພະເຈົ້າໄດ້ຕັ້ງຄຳຖາມໃຫ້ຕົນເອງກ່ຽວກັບຄົນລວຍ(ຄົນລວຍໃນທີ່ຫມາຍເຖິງຜູ້ທີ່ປະສົບຜົນສຳເລັດຈາກການປະກອບອາຊິບທີ່ຖືກຕ້ອງ) ເຊັ່ນ:

1. ຄົນປະສົບຜົນສຳເລັດເຂົາເລີ່ມຈາກອັນໃດ ?

2.ຄົນປະສົບຜົນສຳເລັດເຂົາເຮັດຫຍັງຈຶ່ງລວຍ?

3. ຄົນປະສົບຜົນສຳເລັດເຂົາມີຫຍັງພິເສດ?

4. ຄົນລວຍເຂົາມີວິທີເຮັດແນວໃດ?

5, ຄົນປະສົບຜົນສຳເລັດຕ້ອງຮຽນເກັ່ງສ່ຳໃດ?

6, ຄົນປະສົບຜົນສຳເລັດເຂົາມີມັນສະຫມອງທີ່ເປັນອັດສລິຍະບໍ່?

7. ຄົນປະສົບຜົນສຳເລັດເຂົາເລີ່ມຕົ້ນແນວໃດ

ແລະອື່ນໆ ເຊິ່ງກໍ່ຫາຂໍ້ມູນໄດ້ພໍປະມານທີ່ງ່າຍໆກໍ່ເຂົ້າມີເວລາແລະມັນສະຫມອງຄືກັນກັບຄົນປົກກະຕິຄືກັນກັບເຮົານີ້ລະ, ເຊິ່ງແຕ່ລະຢ່າງກໍ່ເປັນບົດຮຽນທີ່ລ້ຳຄ່າໃຫ້ແກ່ການນຳໄປປະຕິບັດ. ແຕ່ເລິກໆແລ້ວຂ້າພະເຈົ້າຮູ້ສຶກວ່າມັນຍັງບໍ່ພໍໃຈກັບຄຳຕອບທີ່ໄດ້ຮູ້ສຶກວ່າມັນຍັງຂາດ

ອັນໃດອັນນຶ່ງ, ແລະ ໄດ້ເຮັດໃຫ້ ຂພຈ ຕັ້ງຄຳຖາມອີກຫລາຍຄຳຖາມ ຕາມມາ ໃນທີ່ສຸດກໍ່ໄດ້ເຂົ້າເຖິງກຸນແຈທີ່ສຳຄັນທີ່ຖືວ່າເປັນຄຳຖາມທີ່ຄິດອອກເປັນອັນສຸດທ້າຍ ນັ້ນກໍ່ຄື:

ຄົນປະສົບຜົນສຳເລັດເຂົາມີວິທີຄິດແນວໃດ? ຈາກຄຳຖາມນີ້ໄດ້ກາຍເປັນກຸນແຈດອກນຳຄັນໃຫ້ແກ່ຂ້າພະເຈົ້າໄດ້ຊອກຮູ້ ແລະ ເປີດໂລກະທັດໃຫມ່, ໄດ້ເປັນສິ່ງພັງທະລາຍຄວາມ

ເຊື່ອເດີມໆ ທີ່ເຄີຍມີເຄີຍ ຂພຈ ເຄີຍມີເຊັ່ນ: ຄົນຮຽນຫນ້ອຍ ສຳເລັດໄດ້ຫນ້ອຍ, ພໍ່ແມ່ສ່ຳໃດ ລູກໆກໍ່ສ່ຳນັ້ນຫຼືໄປໄດ້ບໍ່ໄກ, ຕ້ອງມີເສັ້ນສາຍ, ຕ້ອງເຮັດວຽກຫນັກທີ່ສຸດເທົ່ານັ້ນ, ຕ້ອງເອື່ອຍອີງໃສ່ລະບົບເສດຖະກິດ,ຕ້ອງເພີ່ງລັດຖະບານ, ຕ້ອງເພິ່ງພໍ່ແມ່, ຕ້ອງອາໄສດວງເທົ່ານັ້ນ, ແລະ ສ່ວນຫລາຍກໍ່ຈະໂທດໃສ່ນັ້ນນີ້ເປັນປະຈຳ ເຫລົ່ານີ້ເປັນຕົ້ນ, ເຊິ່ງເປັນຄວາມເຊື່ອຂອງໃຜຫລາຍຄົນຄືກັນແມ່ນບໍ່

ແຕ່ຫລັງຈາກໄດ້ຄົ້ນພົບວິທີຄິດຂອງຄົນທີ່ປະສົບຜົນສຳເລັດແລ້ວ ເຮັດໃຫ້ ຂພຈ ມູ່ງຫມັ້ນໃນການຮຽນຮູ້ໃນຮູບແບບຕ່າງໆ ເຊັ່ນ: ເຂົ່າຮ່ວມສຳມະນາ ກ່ຽວກັບການພັດທະນາຄວາມຄິດ, ການສື່ສານ, ການຄົ້ນຫາສັກກະຍະພາບພາຍໃນຂອງຕົນເອງ, ການສ້າງຄວາມເຊື່ອຫມັ້ນຕົນເອງ, ໄປຝືກຈະເລີນສະຕິ ຫລື ກັມມະຖານແລະ ອື່ນໆທັງໃນປະເທດ ແລະ ຕ່າງປະເທດ, ແລະຍັງໄດ້ຊື້ປື້ມມາອ່ານກ່ຽວກັບການບໍລິຫານຈັດການ, ການຂາຍ, ທຳມະ, ການພັດທະນາຕົນເອງ ທາງດ້ານຄວາມຄິດ, ການສື່ສານ ແລະອື່ນໆ

ເຊິ່ງໄດ້ໃຊ້ເງິນຫລາຍພໍໄປພໍສົມຄວນ (ສະເພາະປື້ມທີ່ຊື້ມາທັງອ່ານຈົບແລ້ວ, ກຳລັງອ່ານແລະບໍ່ທັນໄດ້ອ່ານ ມີປະມານ 100 ຫົວແຕ່ທີ່ຊື້ມາໃນ2012 ນີ້ 90%) ແຕ່ຖືວ່າ ເປັນການລົງທຶນໃສ່ຕົນເອງທຳອິດກໍ່ເສຍດາຍເງິນແຕ່ປະຈຸບັນບໍ່ເສຍດາຍແລ້ວ ເພາະຄິດຢາກມີຮ້ານຂາຍປື້ມເອງ, ຢາກມີຫໍສະຫມູດໃຫ້ບໍລິການ, ຢາງເປັນສ່ວນນື່ງໃນການມີສ່ວນຮ່ວມ ໃຫ້ສັງຄົມລາວເປັນສັງຄົມຂອງນັກອ່ານ.

ຈາກການເຂົ້າຮ່ວມສຳມະນາ,ອ່ານຫນັງສື ແລະ ໄດ້ຮູ້ຈັກແລະເຂົ້າຮ່ວມຢູ່ໃນກຸ່ມຄົນທີ່ມີພະລັງ, ມັກຮຽນຮູ້, ໄດ້ເຮັດໃຫ້ຊີວິດໃດ້ດ້ານຕ່າງໆດີຂື້ນຕາມລະດັບທາງດ້ານຄວາມຄິດ, ການໃຊ້ຊີວິດ, ທັດສະນະຄະຕິ(ສ່ວນເລື່ອງເງິນນັ້ນກໍ່ດີຂຶ້ນລະດັບນຶ່ງ ເຖິງຈະບໍ່ທັນພໍໃຊ້ ແຕ່ຖ້າທຽບກັບແຕ່ກ່ອນແມ່ນດີກ່ວາເກົ່າຫລາຍ) ເຊິ່ງກໍ່ເປັນການປູເສັ້ນທາງໃຫ້ຕົວເອງ

ໃນອະນາຄົດ ທີ່ມີການແຂ່ງຂັນສູງຂຶ້ນເລີືອຍໆ ໂດຍສະເພາະເມື່ອ ເອອີຊີ ເປີດ.

ການກຽມພ້ອມບໍ່ແມ່ນສິ່ງເສຍຫາຍ, ບາງທີ່ໂອກາດມັກຈະມາຫາຜູ້ທີ່ກຽມພ້ອມສະເຫມີ.