ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2013 | ມີ 8 ຄຳເຫັນ ແລະ 0 trackback(s)

ຫລາຍຄັ້ງທີ່ຂ້າພະເຈົ້າໄດ້ຕັ້ງຄຳຖາມໃຫ້ຕົນເອງກ່ຽວກັບຄົນລວຍ(ຄົນລວຍໃນທີ່ຫມາຍເຖິງຜູ້ທີ່ປະສົບຜົນສຳເລັດຈາກການປະກອບອາຊິບທີ່ຖືກຕ້ອງ) ເຊັ່ນ:

1. ຄົນປະສົບຜົນສຳເລັດເຂົາເລີ່ມຈາກອັນໃດ ?

2.ຄົນປະສົບຜົນສຳເລັດເຂົາເຮັດຫຍັງຈຶ່ງລວຍ?

3. ຄົນປະສົບຜົນສຳເລັດເຂົາມີຫຍັງພິເສດ?

4. ຄົນລວຍເຂົາມີວິທີເຮັດແນວໃດ?

5, ຄົນປະສົບຜົນສຳເລັດຕ້ອງຮຽນເກັ່ງສ່ຳໃດ?

6, ຄົນປະສົບຜົນສຳເລັດເຂົາມີມັນສະຫມອງທີ່ເປັນອັດສລິຍະບໍ່?

7. ຄົນປະສົບຜົນສຳເລັດເຂົາເລີ່ມຕົ້ນແນວໃດ

ແລະອື່ນໆ ເຊິ່ງກໍ່ຫາຂໍ້ມູນໄດ້ພໍປະມານທີ່ງ່າຍໆກໍ່ເຂົ້າມີເວລາແລະມັນສະຫມອງຄືກັນກັບຄົນປົກກະຕິຄືກັນກັບເຮົານີ້ລະ, ເຊິ່ງແຕ່ລະຢ່າງກໍ່ເປັນບົດຮຽນທີ່ລ້ຳຄ່າໃຫ້ແກ່ການນຳໄປປະຕິບັດ. ແຕ່ເລິກໆແລ້ວຂ້າພະເຈົ້າຮູ້ສຶກວ່າມັນຍັງບໍ່ພໍໃຈກັບຄຳຕອບທີ່ໄດ້ຮູ້ສຶກວ່າມັນຍັງຂາດ

ອັນໃດອັນນຶ່ງ, ແລະ ໄດ້ເຮັດໃຫ້ ຂພຈ ຕັ້ງຄຳຖາມອີກຫລາຍຄຳຖາມ ຕາມມາ ໃນທີ່ສຸດກໍ່ໄດ້ເຂົ້າເຖິງກຸນແຈທີ່ສຳຄັນທີ່ຖືວ່າເປັນຄຳຖາມທີ່ຄິດອອກເປັນອັນສຸດທ້າຍ ນັ້ນກໍ່ຄື:

ຄົນປະສົບຜົນສຳເລັດເຂົາມີວິທີຄິດແນວໃດ? ຈາກຄຳຖາມນີ້ໄດ້ກາຍເປັນກຸນແຈດອກນຳຄັນໃຫ້ແກ່ຂ້າພະເຈົ້າໄດ້ຊອກຮູ້ ແລະ ເປີດໂລກະທັດໃຫມ່, ໄດ້ເປັນສິ່ງພັງທະລາຍຄວາມ

ເຊື່ອເດີມໆ ທີ່ເຄີຍມີເຄີຍ ຂພຈ ເຄີຍມີເຊັ່ນ: ຄົນຮຽນຫນ້ອຍ ສຳເລັດໄດ້ຫນ້ອຍ, ພໍ່ແມ່ສ່ຳໃດ ລູກໆກໍ່ສ່ຳນັ້ນຫຼືໄປໄດ້ບໍ່ໄກ, ຕ້ອງມີເສັ້ນສາຍ, ຕ້ອງເຮັດວຽກຫນັກທີ່ສຸດເທົ່ານັ້ນ, ຕ້ອງເອື່ອຍອີງໃສ່ລະບົບເສດຖະກິດ,ຕ້ອງເພີ່ງລັດຖະບານ, ຕ້ອງເພິ່ງພໍ່ແມ່, ຕ້ອງອາໄສດວງເທົ່ານັ້ນ, ແລະ ສ່ວນຫລາຍກໍ່ຈະໂທດໃສ່ນັ້ນນີ້ເປັນປະຈຳ ເຫລົ່ານີ້ເປັນຕົ້ນ, ເຊິ່ງເປັນຄວາມເຊື່ອຂອງໃຜຫລາຍຄົນຄືກັນແມ່ນບໍ່

ແຕ່ຫລັງຈາກໄດ້ຄົ້ນພົບວິທີຄິດຂອງຄົນທີ່ປະສົບຜົນສຳເລັດແລ້ວ ເຮັດໃຫ້ ຂພຈ ມູ່ງຫມັ້ນໃນການຮຽນຮູ້ໃນຮູບແບບຕ່າງໆ ເຊັ່ນ: ເຂົ່າຮ່ວມສຳມະນາ ກ່ຽວກັບການພັດທະນາຄວາມຄິດ, ການສື່ສານ, ການຄົ້ນຫາສັກກະຍະພາບພາຍໃນຂອງຕົນເອງ, ການສ້າງຄວາມເຊື່ອຫມັ້ນຕົນເອງ, ໄປຝືກຈະເລີນສະຕິ ຫລື ກັມມະຖານແລະ ອື່ນໆທັງໃນປະເທດ ແລະ ຕ່າງປະເທດ, ແລະຍັງໄດ້ຊື້ປື້ມມາອ່ານກ່ຽວກັບການບໍລິຫານຈັດການ, ການຂາຍ, ທຳມະ, ການພັດທະນາຕົນເອງ ທາງດ້ານຄວາມຄິດ, ການສື່ສານ ແລະອື່ນໆ

ເຊິ່ງໄດ້ໃຊ້ເງິນຫລາຍພໍໄປພໍສົມຄວນ (ສະເພາະປື້ມທີ່ຊື້ມາທັງອ່ານຈົບແລ້ວ, ກຳລັງອ່ານແລະບໍ່ທັນໄດ້ອ່ານ ມີປະມານ 100 ຫົວແຕ່ທີ່ຊື້ມາໃນ2012 ນີ້ 90%) ແຕ່ຖືວ່າ ເປັນການລົງທຶນໃສ່ຕົນເອງທຳອິດກໍ່ເສຍດາຍເງິນແຕ່ປະຈຸບັນບໍ່ເສຍດາຍແລ້ວ ເພາະຄິດຢາກມີຮ້ານຂາຍປື້ມເອງ, ຢາກມີຫໍສະຫມູດໃຫ້ບໍລິການ, ຢາງເປັນສ່ວນນື່ງໃນການມີສ່ວນຮ່ວມ ໃຫ້ສັງຄົມລາວເປັນສັງຄົມຂອງນັກອ່ານ.

ຈາກການເຂົ້າຮ່ວມສຳມະນາ,ອ່ານຫນັງສື ແລະ ໄດ້ຮູ້ຈັກແລະເຂົ້າຮ່ວມຢູ່ໃນກຸ່ມຄົນທີ່ມີພະລັງ, ມັກຮຽນຮູ້, ໄດ້ເຮັດໃຫ້ຊີວິດໃດ້ດ້ານຕ່າງໆດີຂື້ນຕາມລະດັບທາງດ້ານຄວາມຄິດ, ການໃຊ້ຊີວິດ, ທັດສະນະຄະຕິ(ສ່ວນເລື່ອງເງິນນັ້ນກໍ່ດີຂຶ້ນລະດັບນຶ່ງ ເຖິງຈະບໍ່ທັນພໍໃຊ້ ແຕ່ຖ້າທຽບກັບແຕ່ກ່ອນແມ່ນດີກ່ວາເກົ່າຫລາຍ) ເຊິ່ງກໍ່ເປັນການປູເສັ້ນທາງໃຫ້ຕົວເອງ

ໃນອະນາຄົດ ທີ່ມີການແຂ່ງຂັນສູງຂຶ້ນເລີືອຍໆ ໂດຍສະເພາະເມື່ອ ເອອີຊີ ເປີດ.

ການກຽມພ້ອມບໍ່ແມ່ນສິ່ງເສຍຫາຍ, ບາງທີ່ໂອກາດມັກຈະມາຫາຜູ້ທີ່ກຽມພ້ອມສະເຫມີ.

Delicious Digg Fark Twitter