ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 26, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 

ຖ້າເວົ້າເຖິງ“MANCHESTER UNITED” ສະໂມສອນເຕະບານແນວໜ້າຂອງໂລກ ເທື່ອໃດພວກເຮົາຜີສາດແດງທຸກຄົນກໍ່ຕ້ອງ ນຶກຍ້ອນໄປເຖິງອາດີດໃນປີ.1902ແຕ່ກ່ອນໜ້ານີ້ທີມຂວັນໃຈຂອງພວກເຮົາບໍ່ແມ່ນຊື່ນີ້ພວກເຂົາຖືກກຳເນີດຂື້ນດ້ວຍຊື່ອື່ນຊື່ງເປັນ ໄລຍະເວລາດົນນານເກີນກ່ວາ100ປີໃນປີ.1878ພະນັກງານການລົດໄຟ ສາຍແລງດາເຊຍຣ໌ແອນດ໌ຍອດ໌ເຊຍຣ໌ ໄດ້ເກີດໄອເດຍ ໃນລະຫວ່າງທີ່ກຳລັງກິນເຂົ້າ ແລງຢູ່ ໂດຍພວກເຂົາໄດ້ຮ່ວມກໍ່ຕັ້ງທີມເຕະບານ ໜຶ່ງຂື້ນມາແລະເລາະເຕະບານຫຼີ້ນກັນ ຢູ່ແຖບເມືອງ ນອກຣ໌ກາວດ໌ຊື່ງຢູ່ໃນ“ນິວຕັນ ຮີດ”
   ສະຖານທີ່ຊ້ອມກໍ່ໃຊ້ລາງລົດໄຟເປັນເສັ້ນແບ່ງເຂດສະໜາມຕະຫລອດຈົນສຽງຈາກ ລົດໄຟອາຍນ້ຳກໍ່ປຽບສະເໝືອນເປັນສຽງຂ ອງກອງເຊີຍ, ທີມເຕະບານນິວຕັນຮີດ” ທີ່ພວກເຂົາຕັ້ງຂື້ນມາກໍ່ຫລີ້ນເຕະບານກັນໄດ້ດີໜ້າປະທັບໃຈໂດຍຊຸດແຂ່ງນັ້ນແມ່ນເສື້ອສີຂາວ-ເຫລື່ອງຢ່າງລະເຄິ່ງສ່ວນໂສ້ງເປັນສີດຳແລະເປັນຊຸດເກັງຂອງທີມພະນັກງານ ຢູ່ແຖວນັ້ນແພ້ນິວຕັນຮີດແບບສູ້ບໍ່ໄດ້ເລີຍໃນປີ.1885ສະມາຊີກໃນທີມໄດ້ຕັດ ສິນໃຈຕິດຕໍ່ກັບການລົດໄຟແລະກໍ່ຕັ້ງທີມເພື່ອເປັນບໍລິສັດຈຳກັດໂດຍໃຊ້ຊື່ວ່າNEWTON HILL FOOTBALL CLUB”.
   ຜົນງານອັນທຳອິດຂອງພວກເຂົາຄືການຄ້ວາແຊມຂອງເມືອງແມນເຊັດສເຕີຣ໌ໃນນັດແມນເຊັດສເຕີຣ໌ຄລັບມານັ້ນຄືຖ້ວຍທຳອິດ ຂອງທີມນີວຕັນຮີດຕໍ່ມາອີກ 3ປີ ເຕະບານ ລີກຂອງອັງກິດໄດ້ກໍ່ຕັ້ງຂື້ນມາທີມອ້ອມເມືອງໂບຕັນກັບແອັດຄຣິງຕັນຖືກເຊີນເຂົ້າ ຮ່ວມການແຂ່ງຂັນດ້ວຍຍົກເວັ້ນນີວຕັນຮີດແຕ່ເຖີງຢ່າງໃດກໍ່ຕາມພວກເຂົາກໍ່ບໍ່ໄດ້ ສົນໃຈເພາະຍັງມີອີກຫລາຍທີມທີ່ຍັງບໍ່ໄດ້ຮັບ ເຊີນເຂົ້າເປັນສະມາຊີກໃນຕອນທຳອິດພວກເຂົາໄດ້ກໍ່ຕັ້ງລີກກັນເອງໂດຍໃຊ້ຊື່ວ່າອັດໄລແອນຊ໌ໂດຍມີເຊຟຟີວດ໌ເວັ້ນເດຍ໌, ນອດ ຕີ້ງແຮມຟໍເລສ໌ແລະສມອດລ໌ຮີດຊື່ງໃນປັດຈຸບັນກໍຄືທີມເບີມີ່ງແຮມຊີຕີ້ນັ້ນເອງການແຂ່ງຂັນໃນລະດູການທຳອິດພວກເຂົາໄດ້ອັນ ດັບທີ່8ຈາກ12ທີມປີຕໍ່ມາໄດ້ອັນ ດັບ 9.
   ໃນປີ.1891ນີວຕັນຮີດໄດ້ຮອງແຊມໂດຍເປັນຮອງນອດຕີ້ງແຮມຟໍເລສ໌ ຈັ່ງໃດກໍຕາມປີຕໍ່ມາເຕະບານລີກ ມີການແກ້ໄຂ ເລື່ອງສະມາຊິກໃໝ່ແລະພວກເຂົາຕອບ ຮັບການເຂົ້າຮ່ວມລີກການແຂ່ງຂັນ ແຕ່ພວກເຂົາເລີ່ມຕົ້ນໃນລີກໄດ້ບໍ່ດີປານໃດເມື່ອ ທີມ ນິວຕັນ ຮີດ ເປີດລະດູການໃໝ່ດ້ວຍການແພ້ໃຫ້ກັບ ແບັກເບີນ ໂລເວີຣ໌ 3-4. ຈາກນັ້ນ ທີມກໍ່ເສຍບໍ່ເປັນທ່າ ໂດຍຊະນະພຽງແຕ່ 6ຄັ້ງໃນ 30ນັດ ຕົກໄປຢູ່ໃນອັນດັບສຸດທ້າຍ ຂອງຕາລາງ ກ່ອນທີ່ຈະຫລອດຈະການຕົກຊັ້ນເພາະພວກເຂົາຊະນະ ສະມອດລ໌ ຮີດ 5-2 ທີ່ບຣາມອດລ໌ເລນ. ປີຕໍ່ມາພວກເຂົາຍັງຫລີ້ນບໍ່ດີແບບເກົ່າແລະກາຍເປັນທີມທີ່ຢູ່ ໃນອັນດັບທ້າຍໆຂອງຕາລາງຄືເກົ່າແລະກໍ່ຖືກ ລິເວີຣ໌ພູລ ເອົາຊະນະໄປ 2-0 ເຮັດໃຫ້ ນິວຕັນ ຮີດ ຕົກຊັ້ນໄປໃນທີ່ສຸດ, ນັ້ນເປັນຊ່ວງເວລາທີ່ບໍ່ດີຂອງພວກເຂົາເຖີງຈະມີການ ຍຸບລີກແລະຕັ້ງໃໝ່ແຕ່ທີມກໍ່ມີບັນຫາໃນການ ເຂົ້າຮ່ວມເນື່ອງຈາກສະຖານະການທາງການເງີນບໍ່ເອື້ອອຳນວຍກ່ອນທີ່ຈະລົ້ມລະລາຍ ໃນປີ ຄ.ສ 1902.
ຈອນຫ໌ເດວີສ໌ ເຈົ້າຂອງກິດຈະການເບຍທ້ອງຖິ່ນໄດ້ເຂົ້າມາດູແລກິດຈະການຂອງ ສະໂມສອນ ພວກເຂົາຍ້າຍມາຈາກ ນອດຣ໌ໂຣດ ເພື່ອໄປໃຊ້ສະໝາມໃໝ່ແຖວ ແບ໋ງ ສະຕີດຣ໌ ຫລັງຈາກທີ່ຢູ່ ນອດຣ໌ໂຣດ ມາ 9ປີເຕັມ ຂະນະດຽວກັນເພື່ອນບ້ານຄູ່ແຂ່ງ ຂັນຄື ອາດຣຼຄລິດ ໄດ້ປ່ຽນຊື່ເປັນ ແມນເຊັດສເຕີຣ໌ ຊີຕີ້ ປະທານສະໂມສອນຄົນແຮກ ຂອງ ນິວຕັນ ຮີດ ບອກວ່າທີມຂອງເຂົາສົມຄວນທີ່ຈະໃຊ້ຊື່ ແມນເຊັດສເຕີຣ໌ ຊີຕີ້ ຫລາຍກ່ວາ, ແຕ່ເຖິງຢ່າງໄດ້ກໍ່ຕາມທີມກະຊ້າໄປ ພວກເຂົາເລີຍຕັ້ງຊື່ກັນມາຫລາກ ຫລາຍຊື່ເຊັ່ນ: ແມນເຊັດສເຕີຣ໌ ເຊັນທັນຣ໌, ແມນເຊັດສເຕີຣ໌ ເຊວຕິກ ແລະສອງຊື່ທີ່ຖືກ ປະຕິເສດໄປ ໃນທີ່ສຸດຊື່ ແມນເຊັດສເຕີຣ໌ ຢູໄນເຕັດ ຈື່ງເຂົ້າມາແທນທີ່ໃນ ວັນທີ່ 26 ເມສາ ປີ ຄ.ສ 1902 ແມນເຊັດສເຕີຣ໌ ຢູໄນເຕັດ ຄືຊື່ຢ່າງເປັນທາງການຂອງພວກ ເຂົາຈົນເຖິງທຸກວັນນີ້.
ຜູ້ຈັດການທີມຄົນທຳອິດຂອງ ແມນເຊັດສເຕີຣ໌ ຢູໄນເຕັດ ແມ່ນ ເອຣ໌ເນສ ແມກນັດ ແຕ່ທີມທີ່ປະສົບຜົນສຳເລັດ ກັບກາຍເປັນ ແມນເຊັດສເຕີຣ໌ ຊິຕີ້ ຄູ່ປັບຮ່ວມເມືອງທີ່ຄ້ວາແຊມ FA CUP ໄດ້ໃນປີ 1904 ແຕ່ວ່າໃນເວລາຕໍ່ມາຖືກສອບ ສວນແລະພົບວ່າມີການຈຳໜາຍປີ້ຜີ ກໍ່ເລີຍເຮັດໃຫ້ເມືອງ ແມນເຊັດສເຕີຣ໌ ຖືກແບນ ຫ້າມຍຸ້ງກ່ຽວກັບເຕະບານເປັນເວລາ 1ປີ ເມືອພົ້ນກຳນົດໂທດຫ້າມຫລິ້ນ ບີນລີ່ ເມເຣດິດ ນັກເຕະຊາວເວວສ໌ກາຍ ເປັນສະມາຊິກຂອງ ແມນເຊັດສເຕີຣ໌ ຢູໄນເຕັດ ທັນທີ່ ທີມຜີສາດແດງຂອງ ແມກນັດ ໃຊ້ເວລາ 2ປີເຕັມຈຶ່ງສາມາດຄ້ວາແຊມດີວີຊັ້ນ ສອງແລະເລື່ອນຊັ້ນມາຫລິ້ນໃນດີວີຊັ້ນໜຶ່ງສຳເລັດ.
ແມນເຊັດສເຕີຣ໌ ຢູໄນເຕັດ ເຮັດສະຖິຕິຍິງ 82ປະຕູ ຄ້ວາແຊມສະໄໝທຳອິດໄປ ຄອງຢ່າງຍິ່ງໃຫຍ່ ໃນປີ ຄ.ສ 1908 ດ້ວຍແບບການຫລິ້ນທີ່ໄວແລະສວຍງາມ ຢ່າງໄດ້ກໍ່ຕາມ ຈອນຫ໌ເດວີສ໌ ປະທານສະໂມສອນໄດ້ທຳການປ່ຽນແປງສະໜາມຂອງ ໂຕເອງອີກຄັ້ງ ເຂົາຕັດສິນໃຈຍ້າຍຈາກ ແບ໋ງ ສະຕີດຣ໌ ທີ່ຖືກວິພາກວິຈານວ່າພື້ນສະ ໜາມນັ້ນບໍ່ດີ ເຂົາຍ້າຍຫ່າງຈາກຕັດເມືອງໄປອີກ 5-6ໄມລ໌ ທີ່ນັ້ນຄືແທບຟອດຣ໌ ພາກຣ໌ ແຖວຊານເມືອງແມນເຊັດສເຕີຣ໌ ແລະ ຈອນຫ໌ເດວີສ໌ ໄດ້ເອີ້ນສະໜາມນັດ ເຈົ້າບ້ານຂອງ ແມນເຊັດສເຕີຣ໌ ຢູໄນເຕັດ ແຫ່ງນີ້ວ່າ ໂອນ ແທບຟອດຣ໌.
ຈອນຫ໌ເດວີສ໌ ມີແຜນການສ້າງສະໜາມສະປອດຄອມເພັກຊ໌ ມີຄວາມຈຸເຖິງ 80.000ບ່ອນນັ່ງ ມີຫ້ອງກາຍະພາບບຳບັດ ສະລອຍນ້ຳ ສິ່ງອຳນວຍຄວາມສະດວກ ຫລາຍຢ່າງ ພວກເຂົາເສຍເງີນໄປກັບສະໜາມ ໂອນ ແທບຟອດຣ໌ ຄ່ອນຂ້າງຫລາຍ ເຮັດໃຫ້ທີມຕ້ອງຂາຍນັກເຕະດີໆອອກໄປຫລາຍຄົນ, ກ່ອນສົງຄາມໂລກຄັ້ງທີ່໑ຈະເລີ່ມ ຕົ້ນ ທີມສາມາດຫ້ວາແຊມລີກມາຄອງໄດ້ໃນປີ ຄ.ສ 1911 ແລະນັ້ນຄືກຽດຕິຍົດຄັ້ງສຸດ ທ້າຍຂອງ ເອຣ໌ເນສ ແມກນັດ ມີເຫດການອັບປະຍົດເກີດຂຶ້ນໃນວົງການເຕະບານອັງ ກິດ ເມື່ອລິເວີຣພູລເດີນ ທາງມາເຢືອນ ແມນເຊັດສເຕີຣ໌ ຢູໄນເຕັດ ທີ່ ໂອນ ແທບຟອດຣ໌ ຖ້າ ແມນເຊັດສເຕີຣ໌ ຢູໄນເຕັດ ບໍ່ຊະນະພວກເຂົາຈະຕົກຊັ້ນທັນທີ ຜົນນັດດັ່ງກ່າວປະກົດວ່າພວກເຂົາເອົາຊະນະລິເວີຣພູລໄປ 2-0 ແລະພົ້ນຈາກການຕົກ ຊັ້ນມາໄດ້ແຕ່ໃນລາຍງານຂອງຜູ້ຕັດສິນລະບຸວ່ານັກເຕະຝ່າຍລິເວີຣພູລຫລິ້ນກັນແປກໆ ຄືກັບຈະລົ້ມບານ.
ຕໍ່ມາມີການສອບສວນແລະພົບວ່າມີນັກເຕະຂອງ ແມນເຊັດສເຕີຣ໌ ຢູໄນເຕັດ ແລະ ລິເວີຣພູລ ເບື້ອງລະ4ຄົນມີການລົ້ມບານລ່ວງໜ້າແລະມີການໄປແທງພະນັນໃນຮ້ານຮັບ ພະນັນທ້ອງຖິ່ນຂອງອັງກິດ ຊຶ່ງຜົນຈາກການສອບສວນເຮັດໃຫ້ນັກເຕະທັ້ງ 8ຄົນນັ້ນຖືກ ຫ້າມເຕະບານຕະຫລອດຊິວິດຢ່າງໃດກໍ່ຕາມ ເປັນຈັ່ງຫວະທີ່ເກີດສົງຄາມໂລກຄັ້ງທີ່1 ພໍ ດີຫລັງຈາກ*****ນສຸດສົງຄາມໂທດແບນນັ້ນໄດ້ຖືກຍົກເລີກໄປ ທັ້ງສອງທີມຈຶ່ງກັບມາບູລະ ນະສ້າງທີມກັນໃໝ່ລວມໄປເຖິງສະພາບສະໜາມທີ່ຖືກລະເບີດທຳລາຍດ້ວຍ.
ປະຫວັດສາດອັນຍິ່ງໃຫຍ່ຍາວນານເຮັດໃຫ້ຢາກທີ່ຈະລະລຶກເຖິງແລະເມື່ອການເວລາຍາງເຂົ້າສູ່ສະຫັດສະຫວັດໃໝ່ ຄວາມຊົງຈຳເກົ່າໆກ່ຽວກັບຄວາມເປັນ ແມນເຊັດສເຕີຣ໌ ຢູໄນເຕັດ ໃນອາດີດທີ່ອາດຈະຕ້ອງໄປຢູ່ໃນຍຸດຂອງບັບບີ້ ເບັບສ໌ ຫລືຮັບຮູ້ເລື່ອງ ລາວເຫລົ່ານີ້ຈາກປູ່ຈາກທວດ, ຊ່ວງເວລາສຳຄັນທີ່ຍິ່ງໃຫຍ່ຂອງໃຜບາງຄົນອາດຈະເລີ່ມຂຶ້ນໃນຍຸດ70 ຫລືຍາງຄົນອາດ ຈະໃຫຍ່ຂຶ້ນມາໃນຊ່ວງທົດສະວັດທີ່ຜ່ານມາແລະໄດ້ຮັບຮູ້ເລື່ອງລາວຄວາມສຳເລັດຢ່າງ ລົ້ນເຫລືອຂອງ ເຊີຣ໌ ອາເລັກຊ໌ ເຟີກູສັນ ດັ້ງນັ້ນເຮົາມີວິທີດຽວທີ່ເຮັດໃຫ້ເຮົາຮູ້ເລື່ອງ ກ່ຽວກັບເມື່ອ 100ປີກ່ອນເລີ່ມຈາກ ນິດຕັນ ຮີດ ກາຍມາເປັນ ແມນເຊັດສເຕີຣ໌ ຢູໄນເຕັດ ກໍ່ຄືການຍາງເຂົ້າໄປໃນພິພິດຕະພັນຂອງສະໂມສອນເທົ່ານັ້ນ.
Delicious Digg Fark Twitter