ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ກ.ຍ.. 4, 2010 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 517 ເທື່ອ
ມີ​ຄົນ​ເຄີຍ​ບອກວ່າ " ອົກ​ຫັກ ດີກວ່າ​ຮັກ​ບໍ່​ເປັນ " ສະໄໝ​ກ່ອນ​ອາດຈະ​​ແມ່ນ ແຕ່​ສະໄໝ​ນີ້​ເຫັນ​ວ່າຍອມ​ຮັກ​ບໍ່​ເປັນ ດີກວ່າ​ອົກ​ຫັກ ເພາະ​ອົກ​ຫັກບາດ​ໃດ​ຫົວ​ໃຈ​ປານ​ລະລາຍ​ທຸກ​ເທື່ອ ທີ່​ຜ່ານມາ​​ເຄີຍ​ເຫັນ​ນ້ຳ​ຕາ​ຂອງ​ສາວໆ ຊຶ່ງ​ຖືກ​ຫັກ​ອົກ​ມາ​ຫຼາຍຕໍ່ຫຼາຍ​ແລ້ວ ແລະ​ເພາະ​ຄວາມ​ຢາກ​ຮູ້​ວ່າ​ເຫດຜົນ​ໃດ ເປັນ​ເຫດຜົນ​ສຸດ​ນິຍົມທີ່​ເຮັດໃຫ້​ສາວໆ ເສຍ​ອົກ​ເສຍ​ໃຈ ແລະ​ລືມ​ຜູ້​ຊາຍ​ອັນ​ເປັນ​ທີ່​ຮັກ​ບໍ່​ໄດ້​ຈັກ​ເທື່ອ... ຈາກ​ການ​ສອບ​ຖາມ​ສາວໆ ໜ້າ​ໃສ​ທີ່​ຍ່າງ​ຂວັກ​ໄຂວ່​ໄປ​ມາ​ຕາມ​ທ້ອງ​ຖະໜົນ ປາກົດ​ວ່າ ມີ​ຫລາຍ​ສາ​ເຫດ​ນຳກັນ ແຕ່​ທີ່​ເຂົ້າ​ວິນ​ມາ​ເປັນ​ອັນ​ດັບ​ທຳ​ອິດ ເພາະ​ຜູ້​ຊາຍ​ຄົນ​ນັ້ນ​ເປັນ​ຄົນທຳ​ອິດ ຜູ້​ສາວ​ຍຸກ​ນີ້​ຍັງ​ໃຫ້​ຄວາມ​ສຳຄັນ​ກັບ​ຜູ້​ຊາຍ​ທີ່​ເປັນ​ຄົນທຳ​ອິດ ບໍ່​ວ່າ​ຈະ​ເປັນ​ແຟນ​ຜູ້​ທຳ​ອິດ ພາ​ຄົນ​ຮັກ ໄປ​ຮູ້​ຈັກ​ກັບ​ພໍ່ແມ່​ເປັນ​ຄົນທຳ​ອິດ ແລະ​ທີ່​ສຳຄັນ​ສຳລັບ​ສາວໆ ຍຸກ​ນີ້​ແມ່ນ​ຈະ​ເປັນ​ຍຸກ​ທີ່ຂ້ອນ​ຂ້າງ​ໄປ​ມາ​ນຳ​ກັນ​ໄວ. ແຕ່​ສາວໆ ສ່ວນ​ຫຼາຍກໍ​ຍັງ​ໃຫ້​ຄວາມ​ສຳຄັນ​ກັບ​ຜູ້​ຊາຍ​ຄົນທຳ​ອິດ ທີ່​ນາງ​ຍອມ​ເສຍ​ພົມມະຈັນ​ໃຫ້​​ ດັ່ງ​ນັ້ນ ເວລາ​ຖືກ​ຜູ້​ຊາຍ​​ເຊິ່ງ​ເປັນ​ຄົນທຳ​ອິດ​ຂອງ​ຊີວິດ​ຫັກ​ອົກ ມັນ​ຈຶ່ງ​ເປັນ​ຄວາມ​ເຈັບ​ປວດ​ຢ່າງ​ທີ່ສຸດ. ​ເພາະຄວາມ​ຜູກ​ພັນ ຄວາມ​ຜູກ​ພັນ ເພາະ​ໃນ​ຊ່ວງ​ເວລາ​ທີ່​ຍິງ​ຊາຍ ຊຶ່ງ​ຕັດ​ສິນ​ໃຈ​ຄົບ​ຫາ​ກັນ ຍ່ອມ​ຫລີກ​ລ້ຽງ​ບໍ່​ໄດ້​ທີ່​ທັງ​ຄູ່ ຈະ​ຢູ່​ນຳກັນ​ແທບ​ຕະຫລອດ​ເວລາ ດັ່ງ​ນັ້ນ ຈຶ່ງ​ເກີດ​ຄວາມ​ຜູກ​ພັນ ທັງ​ໃນ​ແງ່​ຂອງ​ຄວາມ​ສຸກ ໄປ​ກິນ​ເຂົ້າ​ນຳກັນ ຊື້​ໝາ​ມາ​ລ້ຽງ​ນຳກັນ ທຸກ​ຢ່າງ​ລ້ວນ​ແລ້ວ​ແຕ່​ເປັນ​ຄວາມ​ຜູກ​ພັນ​ທັງ​ສິ້ນ ຫລື​ແມ່ນແຕ່​ຄວາມ​ທຸກ​ທີ່​ເກີດ​ຈາກ​ການ​ຜິດ​ຖຽງ​ກັນ ມັນ​ກໍ​ຖື​ເປັນ​ຄວາມ​ຜູກ​ພັນ​ຢ່າງ​ໜຶ່ງ​ດ້ວຍ ອີກ​ຝ່າຍ​ໜຶ່ງ​ໂມ​ໂຫ ອີກ​ຝ່າຍ​ໜຶ່ງ​ເຂົ້າ​ມາ​ອອຍ ​ເຊິ່ງ​ເມື່ອ​ທັງ​ສອງໄດ້​ຮຽນ​ຮູ້​ຊຶ່ງ​ກັນ ແລະ​ກັນ ແລ້ວ​ກໍ​ຍາກ​ທີ່​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໂດຍ​ສະເພາະ​ຝ່າຍ ທີ່​ກຳ​ລັງ​ຈະ​ຖືກ​ຖິ້ມ​ນັ້ນ​ຈະ​ທີ່​ຕັດ​ໃຈ​ລົງ. ຍິ່ງ​ພຽງ​ເຫລືອບ​ໄປ​ເຫັນ​ຂອງ​ຂວັນ ຮູບ​ໃນ​ກະ​ເປົາ​ກໍ​ຍິ່ງ​ຕອກ​ຢ້ຳ ຄວາມ​ຄິດ​ຮອດ​ຢູ່​ທຸກ​​ເທື່ອ ນອກ​ຈາກ​ສິ່ງ​ຂອງ​ແລ້ວ " ສະຖານ​ທີ່ " ກໍ​ເປັນ​ສ່ວນ​ສຳຄັນ ໂດຍ​ສະເພາະ​ເປັນ​ທີ່​ທີ່​ເຄີຍ​ເຮັດ​ກິດຈະກຳ​ເລື້ອຍໆ ​ເຊັ່ນ ​ໂຮງຮຽນ ​ໂຮງ​ໜັງ ສວນ​ສາທາລະນະ ​ໂຕະ​ຕັ່ງ ​ເຮືອນຄົວ ຫຼື​ເຮືອນ​ກໍ​ຕາມ ພໍ​ໄປ​ຍືນບ່ອນ​ທີ່​ເຄີຍ​ມີ​ກິດຈະກຳ​ຮ່ວມ​ກັນ ບ່ອນ​ເຄີຍ​ມ່ວນ​ເຄີຍ​ຫົວ ​ເຄີຍ​ຫຼິ້ນ​ເຄີຍ​ກິນ​ນຳ​ກັນ ກໍ​ຍິ່ງ​ເຈັບ​ຍິ່ງ​ຊ້ຳ. ​ ເພາະເຂົາ​ເປັນ​ໝູ່​ມາ​ກ່ອນ ຕອນ​ເປັນ​ໝູ່​ກໍ​ສະຫນິດ​ກັນ​ຫລາຍ ພໍ​ເປັນ​ແຟນ​ກັນ​ກໍ​ຍິ່ງ​ມີ​ຄວາມ​ສະໜິດສະໜົມ ແນບ​ແໜ້ນ​ເຂົ້າໄປ​ອີກ ເມື່ອ​ເລີກ​ກັນ ແຕ່​ຖ້າ​ຍັງ​ພົບກັນ ເພາະ​ຮຽນ​ບ່ອນດຽວ​ກັນ​ຫລື​ເຮັດວຽກ ບ່ອນດຽວ​ກັນ​ຍິ່ງ​ເຮັດໃຫ້​ຍາກ​ທີ່​ຈະ​ລືມລົງ​ໄດ້. ເພາະ​ຍັງ​ບໍ່​ມີ​ຄົນ​ໃໝ່ ຂໍ້​ນີ້​ແຫລະ​ທີ່​ສາວໆ ຫລາຍ​ຄົນ​ບອກ​ກົງ​ກັນ​ວ່າ ເພາະ​ຂ້ອຍ​ຍັງ​ບໍ່​ມີ​ຄົນ​ໃໝ່ ຂ້ອຍ​ຈຶ່ງ​ເຈັບ​ປວດ ແຕ່​ຖ້າ​ມີ​ຄົນ​ໃໝ່​ເມື່ອໃດ ບັນຫາ​ຖືກ​ຫັກ​ອົກ​ຄົງ​ທຸ​ເລົາ​ໄປ​ໄດ້​ຫຼາຍ ເພາະ​ຄົນ​ໃໝ່ (ທີ່​ຖືກ​ໃຈ) ຈັດ​ເປັນ​ຢາ​ຊັ້ນ​ຍອດຍິ່ງ​ກວ່າ​ໝໍ​ໃດ​ໆ ກໍ​ວ່າ​ໄດ້. ຜູ້​ມີ​ປະສົບການ​ດ້າ​ນອົກ​ຫັກ ​ໃຫ້​ເຫດຜົນ​ທີ່​ລືມ​ຢາ​ກວ່າ ລາວ​ຫາກໍ່​ເຄີຍ​ມີ​ແຟນ ພໍ​ມີ​ແຟນ​ມັນ​ເປັນ​ຄວາມ​ພູມໃຈ​ນ້ອຍ​ໆ ຂອງ​ຜູ້ຍິງ ເວລາ​ພວກເຂົາ​ເຮັດຫຍັງ​ກໍ​ດີ​ໄປຫມົດ ຊ່ວງ​ເວລາ​ທີ່​ຄົບ​ກັນ ມັນ​ຈຶ່ງ​ເປັນ​ເວລາ​ທີ່​ມີ​ຄວາມ​ສຸກ ແຕ່​ພໍ​ເລີກ​ກັນ​ມັນ​ຍາກ​ທີ່​ຈະ​ລືມ. ອີກ​ຜູ້​ໜຶ່ງ​ໃຫ້​ເຫດຜົນ​ວ່າ ທີ່​ລືມ​ບໍ່​ໄດ້ ເພາະ​ຜູ້ຍິງ​ມັກ​ທຳ​ໃຈ​ຍອມ​ຮັບ​ບໍ່​ໄດ້​ທີ່​ຖືກ​ປະ ເຮັດໃຫ້​ຢ້ອນ​ຖາມ​ຕົວ​ເອງ​ວ່າ ເຮົາ​ເຮັດຫຍັງ​ຜິດ​ໄປ​ຫລື​ບໍ່ ພວກເຂົາ​ຈຶ່ງຖິ້ມ​ເຮົາ​ໄປ ຜູ້ຍິງ​ເປັນ​ຄົນ​ມັກ​ຄິດ​ຫລາຍ ເມື່ອ​ຫາ​ຄຳ​ຕອບ​ບໍ່​ໄດ້ ຄວາມ​ຄິດ​ກໍ​ຍັງ​ວົນ​ວຽນ​ຢູ່ ເຮັດໃຫ້​ຕັດ​ໃຈ​ບໍ່​ໄດ້​ຈັກ​ເທື່ອ. ເຖິງ​ຈະ​ມີ​ລ້ານ​ເຫດຜົນ​ທີ່​ເຮັດໃຫ້ " ລືມ " ຍາກ ແຕ່​ຢ່າງ​ຫນ້ອຍ​ສິ່ງ​ໜຶ່ງ​ທີ່​ຕ້ອງ​ຄຳ​ນຶງ​ໄວ້ ເມື່ອ​ຜິດ​ຫວັງ​ໃນ​ຄວາມ​ຮັກ ຂໍ​ໃຫ້​ຮັກ​ຕົວ​ເອງ​ໃຫ້​ຫລາຍ​ໆ ລວມ​ທັງ​ເຮັດຫຍັງ​ຂໍ​ໃຫ້​ມີ​ສະຕິ ຮິ່ນຕອງໃຫ້​ຮອບ​ຄອບ ແລະ​ຢູ່​ກັບ​ເພື່ອນ ຢູ່​ກັບ​ຄອບຄົວ ແລ້ວ​ຈະ​ຮູ້​ວ່າ​ຍັງມີ​ຄົນທີ່​ຍັງ​ຮັກ​ເຮົາ​ຢູ່ອີກ​ຫຼວງຫຼາຍ… ມາຈາກ www.sansuok.com

 
ສ້າງເມື່ອ ກ.ຍ.. 4, 2010 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 580 ເທື່ອ
ເມື່ອເວົ້າເຖິງເມົາເຮົາຈະເຫັນໄດ້ວ່າຄົນເຮົາເມົາຫຼາຍສິ່ງຫຼາຍຢ່າງ. ແຕ່ຜູ້ຂຽນຈະຂໍຍົກມາເວົ້າສູ່ທ່ານຜູ້ອ່ານຟັງພຽງແຕ່ “ສາມເມົາ” ຄື ສຸລາ, ນາລີ ແລະ ການພະນັນ ທີ່ຄິດວ່າມັນເປັນເມົາທີ່ສາມາດເຮັດໃຫ້ຜູ້ຄົນເສຍວັດຖຸເງິນຄຳ, ເສຍສຸຂະພາບ, ເສຍອະນາຄົດ, ເສຍຊີວິດ ແລະ ເສຍຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໄດ້. ສຸລາ ຖ້າເປັນເຫຼົ້າ ເບຍ ມັນກໍເປັນສຸລາທີ່ຄົນສ່ວນຫຼາຍໃນສັງຄົມຍອມຮັບ ແລະ ນິຍົມດື່ມເພື່ອພົບປະສັງສັນລະຫວ່າງໝູ່ເພື່ອນ, ຍາດພີ່ນ້ອງ ແລະ ແຂກຄົນເຊິ່ງຖືວ່າແມ່ນເຄື່ອງດື່ມທີ່ສາມາດສ້າງຄວາມມ່ວນຊື່ນສາມັກຄີໄດ້ເປັນຢ່າງດີ, ແຕ່ກົງກັນຂ້າມຖ້າດື່ມບໍ່ມີສະຕິ ຫຼື ບໍ່ຖືກກາລະ-ເທສະ ມັນກໍສາມາດສົ່ງຜົນກະທົບທີ່ຮ້າຍແຮງຕໍ່ຜູ້ດື່ມໄດ້ເຊັ່ນກັນ ເຊັ່ນ: ດື່ມທຸກມື້ຈົນເປັນນິດໄສ, ດ່ມຈົນເມົາແລ້ວຂັບຂີ່ລົດພາ​ໃຫ້​ເກີດ​ອຸບັດ​ຕິ​ເຫດ ຫຼື ອາລະວາດຕີກັນ... ການດື່ມແບບນີ້ ນອກຈາກຈະເສຍສຸຂະພາບ, ເສຍເງິນຄຳແລ້ວ ຍັງເສຍກຽດສັກສີ, ເສຍອະນາຄົດ ແລະ ອາດຈະເສຍຊີວິດກໍເປັນໄດ້. ຮ້າຍແຮງກວ່າເຫຼົ້າເບຍແລ້ວກໍຍັງມີ ຢາເສບຕິດ ເປັນຕົ້ນແມ່ນຢາບ້າທີ່ສາມາດເຮັດໃຫ້ຜູ້ເສບກ້າຂ້າແມ່ນແຕ່ພໍ່ແມ່ຂອງຕົນເອງ... ນາລີ ຖ້າຜູ້ຊາຍທ່ານໃດບໍ່ສາມາດຢັບຢັ້ງຈິດໃຈຂອງຕົນເອງກໍມັກຈະຕົກຢູ່ໃນວຽນວົນແຫ່ງການເມົານາລີ ເຊິ່ງກໍເປັນເມົາໜຶ່ງທີ່ສາມາດສ້າງຄວາມເສື່ອມເສຍ ທາງດ້ານວັດຖຸເງິນຄຳ, ກຽດຍົດສັກສີ, ວັດທະນະທຳ ແລະ ເຮັດໃຫ້ສະຖາບັນຄອບຄົວອ່ອນແອ ຈົນບາງເທື່ອກໍເຖິງຂັ້ນແຕກຫັກກໍມີ. ການພະນັນ ເຄີຍໄດ້ຍິນຄຳຄະຕິພົດບົດໜຶ່ງບໍວ່າ “ໂຈນປຸ້ນສິບເທື່ອ ກໍບໍ່ທໍ່ໄຟໄໝ້ເຮືອນເທື່ອດຽວ, ໄຟໄໝ້ເຮືອນສິບເທື່ອ ກໍບໍ່ທໍ່ເສຍການພະນັນເທື່ອດຽວ” ຄະຕິພົດດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຖືກໂຈນປຸ້ນກໍເສຍແຕ່ເງິນຄຳ ຍັງເຫຼືອເຮືອນໃຫ້ອາໄສຢູ່, ໄຟໄໝ້ເຮືອນກໍຍັງເຫຼືອດິນໃຫ້ອາໄສຢູ່ ແຕ່ເສຍການພະນັນບາງເທື່ອແມ່ນແຕ່ດິນກໍບໍ່ເຫຼືອໃຫ້ຢູ່ ຍ້ອນຖືກຢຶດ ຫຼື ຂາຍມາແທນໜີ້. ມີບາງຄົນຖາມວ່າ ການຊື້ເລກເປັນການພະນັນບໍ? ຄຳຕອບກໍຄືເຂົ້າຂ່າຍການພະນັນແນ່ນອນ, ແຕ່ມັນພັດຖືກກົດໝາຍຍ້ອນວ່າແມ່ນການທ້ອນໂຮມທຶນຮອນໄປພັດທະນາປະເທດຊາດ (ຖ້າເລກທີ່ທ່ານຊື້ນັ້ນບໍ່ແມ່ນເລກເຖື່ອນ). ແນວໃດກໍຕາມທ່ານກໍຄວນຄຳນຶງເຖິງລາຍໄດ້-ລາຍຈ່າຍຂອງທ່ານ​ໄປ​ພ້ອມ ແລະ ຢ່າໄປຈົມຢູ່ກັບການສ່ຽງໂຊກຈົນມືນຫູມືນຕາບໍ່ຂຶ້ນກໍແລ້ວກັນ ບໍ່ແມ່ນເຫັນຕົ້ນກ້ວຍເໜັງຕິງຍ້ອນລົມພັດກໍໄປຂໍເລກ ຫຼື ຝັນເຫັນໜອນຢູ່ໃນຖົງປາແດກກໍຕີວ່າແມ່ນເລກເດັດກໍບໍ່ສົມຄວນເດີ້ ! ສະຫຼຸບແລ້ວທ່ານຈະເຮັດອັນໃດກໍໄດ້, ຈະກິນອັນໃດກໍກິນ ຖ້າການເຮັດການກິນຂອງທ່ານບໍ່ຜິດກົດໝາຍ ຫຼື ບໍ່ສົ່ງຜົນກະທົບທີ່ບໍ່ດີຕໍ່ຕົວຂອງທ່ານ ແລະ ຄົນຮອບຂ້າງ ຈົນເຂົາເວົ້າວ່າທ່ານກຳລັງເມົາ. www.sansuok.com