ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 4, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ກິລາSEAGAMEທີ່ຫາກະຜ່ານໄປປີແລ້ວນີ້ເຊື່ອວ່າທຸກຄົນກໍ່ຄືສິໄດ້ສຳພັດແລະໄດ້ເຫັນກັນໝົດທຸກຄົນລະເນາະ

ສຳລັບຂພຈ ເອງໃນງານກິລາຊີເກມແມ່ນຖືກຮັບຜິດຊອບເປັນນັກສະແດງໃນພິທີເປີດ ເຊິ່ງກ້ອນນັກສະແດງຂອງພວກຂ້ອຍແມ່ນມີຈຳນວນ1680ຄົນ,ພວກຂ້ອຍເລີ່ມຊ້ອມຕັ້ງແຕ່ຕົ້ນເດືອນ5ເຊິ່ງຈະຊ້ອມແຕ່ສະເພາະວັນເສົາເພາະເປັນມື້ພັກຮຽນ,ອາກາດໃນຍາມເດືອນ5ກໍ່ຄົງສິຮູ້ວ່າເປັນຈັງໃດທັງຮ້ອນທັງເອົ້າຄົນຊ້ອມກະພັດຫຼາຍຕັ້ງພັນກວ່າຄົນເດີນຊ້ອມພັດບໍ່ກວ້າງຮົ່ມໄມ້ກະບໍ່ມີອາໄສແຕເຕັ້ນທີ່ອາຈານເອົາມາກາງໃຫ້2-3ເຕັ້ນເທົ່ານັ້ນ

ມື້ຊ້ອມທຳອິດພວກຂ້ອຍຈົມກັນເປັນແຖວຕັ້ງແຕ່ບ່ອນຊ້ອມຈົນວ່າມາຮອດຫໍພັກເພາະວ່າມັນຮ້ອນແລະກະເກືອບວ່າບໍ່ໄດ້ພັກເລີຍເພາະຊ້ອມມື້ທຳອິດອາຈານຢາກໃຫ້ຈັດແຖວໃຫ້ເຂົ້າກັນໃດ້

ໄວໆເພື່ອຊ້ອມມື້ໜ້າຈິ່ງບໍ່ຍາກຈັດແຖວອີກ,ສຳລັບຄົນພັນກວ່າຄົນແລ້ວເລື່ອງການຈັດແຖວມັນບໍ່ແມ່ນຂອງງ່າຍໆເລີຍໂດຍສະເພາະພັດມີແຕ່ນັກຮຽນບາງຄົນກະ

ເຮັດຫຼິ້ນ ບາງຄົນກະຍອກໝູ່ໂດຍເອົາມືແຍ່ຫຼັງແລ້ວກະແລດລີ້ນປີ້ນຕາໃສ່ກັນເບິ່ງໄປເບິ່ງມາປານຈັບປູໃສ່ກະດົ້ງພຸ້ນລະອາຈານກະຈົນເກົົ່າຫົວງັອກ2 ແນວວ່າບໍ່ເຄີຍຈັດແຖວໃຫ້ນັກຮຽນພັນກວ່າຄົນຈັກເທື່ອຈົນພັກທ່ຽງສາຊື່2,ຈົນມາຮອດຕອນບ່າຍຫຼັງຈາກພັກຜ່ອນກິນເຂົ້າແລ້ວຈິ່ງຕົກລົງກັນວ່າຕ້ອງແບ່ງໃຫ້ຄູອາຈານແຕ່ລະກ້ອນໄປຈັດແຖວເອງເຊິ່ງຈະມີຢູ່4ກ້ອນຄື:ກ້ອນກອງແລະແຄນ.ກ້ອນສາວຊົນເຜົ່າ.ກ້ອນນາງສາວອາຊຽນແລະກ້ອນທຸງແລ້ວຈິ່ງຄ່ອຍມາຈັດໃສ່ກັນໃໝ່

ສຳລັບຂພຈເອງບອກເລີຍວ່າຕອນນັ້ນຄິດຢາກຮ້າຍຂະໜາດທີ່ໂຕເອງຕ້ອງໄປຕາກແດດເຮັດແນວບໍ່ເປັນຕາສາເທດວ່າຊັ້ນຈົ່ມແທ້ຈົ່ມວ່າໝູ່ຈົນຮ້າຍຍ້ອນ,ສຸດທ້າຍໝົດໃນມື້ນັ້ນກະເລີຍໄດ້ແຕ່ຈັດແຖວກັນຊື່2ແຕ່ກະຍັງດີທີອາຈານຈັດແບ່ງໃໝ່ບໍ່ເອົາມາຫຸບໃສ່ກັນຄືຕອນເຊົ້າກະເລີຍຈັດເຂົ້າກັນໄດ້ງ່າຍ.ນີ້ແມ່ນມື້ທຳອິດແລະກະອາທິດທຳອິດທີ່ເຝິກຊ້ອມເບິ່ງໝູ່ຜູ້ໃດກະຍ່າງຈົນສິບໍ່ອອກຮອຍຈັ່ງແມ່ນຊາດບາງຄົນຈົນເວົ້າວ່າຈ້າງໃຫ້ກະບໍ່ຊ້ອມຕໍ່ດອກວ່າຊັ້ນ

ວັນເສົາອາທິດຕໍ່ມາກໍ່ມາເລີ້່ມຊ້ອມກັນຕໍ່ອີກແຕ່ທິດນີ້ບໍ່ແມ່ນການຊ້ອມຈັດແຖວຄືແຕ່ກ່ອນເພາະອາຈານຜູ້ທີ່ເບິງແຍງກ້ອນຂອງພວກຂ້ອຍໄດ້ເອົາບົດຟ້ອນມາໃຫ້ເຝິກຊ້ອມເຊິ່ງການຊ້ອມໃນມື້ນັ້ນແມ່ນຊ້ອມຢູ່ໃນສະໂມສອນຂອງຮຮ

ໂດຍແບ່ງກັນເຝິກຊ້ອມເປັນກ້ອນໃຜມັນເພາະບົດຟ້ອນຂອງແຕ່ລະກ້ອນແມ່ນບໍ່ຄືກັນໂດຍຈະໃຫ້ກ້ອນສາວຊົນເຜົາເຂົ້າຊ້ອມກ່ອນສ່ວນອີກ3ກ້ອນທີ່ເຫຼືອແມ່ນໄປກວດເຊັກລາຍຊື່ແລະພັກຜ່ອນຖ້າ.ສຳລັບຂພຈເອງແມ່ນຖືກຢູ່ກ້ອນສາວຊົນເຜົ່າການຊ້ອມແມ່ນແ່ບງເປັນ2ໝວດໆ1ມີ4ແຖວໂດຍລຽນກັນຄົນລະຟາກຂອບຂອງສະໂມສອນແລະໃັຫ້ອາຈານທີ່ປຶກສາຂຶ້ນໄປເທິງເວທີສະໂມສອນເພື່ອຟ້ອນໃຫ້ເບິ່ງແລະໃຫ້ແຕ່ລະຄົນເຮັດຕາມຂພຈເອງພັດຄົນຟ້ອນບໍ່ເປັນຢູ່ແລ້ວເພາະ

ເກີດມາບໍ່ເຄີຍຟ້ອນຈັກເທື່ອຫາກໍ່ສິມາຟ້ອນກະເທື່ອນີ້ລະແຖມພັດຖືກຢູ່ເກືອບສຸດທ້າຍໝູ່ກະເລີຍບໍ່ຄ່ອຍເຫັນອາຈານຟ້ອນປານໄດໄດ້ແຕ່ເບິ່ງໝູ່ທີ່ຢູ່ຂ້າງໜ້າແລ້ວກະເຮັດກະເຢງກະຢາງໄປພໍອາຈານ

ບໍ່ຮ້າຍຍັງບໍ່ພໍກ້ອນທີ່ບໍ່ໄດ້ຊ້ອມພັດມາຢື່ນເບິງອີກອ່າຍສິຕາຍແຕ່ກະອົດເອົາຄິດວ່າຈັກນ້ອຍອຈຄືສິໃຫ້ພັກເພາະຍັງມີຫຼາຍກ້ອນບໍ່ທັນຊ້ອມເບິ່ງໆໄປແລ້ວກະຄືສິມີຫຼາຍຄົນເຕີບທີຟ້ອນບໍ່ເປັນຄືກັນກັບ

ຂ້ອຍເປັນຕາຫົວອີຫຼີມີຫຼາຍຄົນທີ່ເຮັດກະເຢງກະຢາງຄືຂ້ອຍ555555555555555555555555555555555555555555

,ຫຼັງຈາກທີ່ພວກຂ້ອຍພັກແລ້ວກໍ່ແມ່ນກ້ອນກອງແລະແຄນເຂົ້າຊ້ອມຕໍ່ໂດຍເຮັດຄືເກົ່ຄືແບ່ງເປັນ2ໝວດໆລະ4ແຖວລຽນກັນຄົນລະຟາກຂອບເພາະກ້ອນກອງແລະແຄນຍັງຈະໄດ້ມາຊ້ອມຟ້ອນເຂົ້າກັບສາວຊົນເຜົ່າອີກ,ພວກແຄນກັບກອງພັດແຮ່ງເປັນຕາຫົວກວ່າພວກຂ້ອຍຊ້ຳອີກແຄນກະບໍ່ມີກອງກະບໍ່ມີ

ໃຊ້ແຕ່ມີເຮັດແວັບໆເອົາເພາະຕອນນັ້ນອຸປະກອນການຊ້ອມຍັງບໍ່ທັນມີ,ຫຼາຍຄົນກະຟ້ອນບໍ່ເປັນ,ເຢາະບໍ່ເປັນເຮັດແວັບໆວັບໆເອົາບາງຄົນບໍ່ເປັນຫຼາຍກະເຮັດເຕັ້ນແລັບຢອກໝູ່ເສີຍຈົນອຈຕ້ອງໄດ້ໄປຫາຢ່າງເລາະບອກເອົາແຕ່ລະແຖວເພື່ອສິເຂົ້າກັນໄດ້ກະຈົນສິທ່ຽງສາຊື່ໆສຸດທ້າຍໃນຕອນ

ເຊົ້າຂອງມື້ນັ້ນກະເລີຍໄດຊ້ອມແຕ່ສາວຊົນເຜົາກັບກອງແລະແຄນທີ່ໄດຊ້ອມອຈກະເລີຍຕົກລົງວ່າຕ່ອນບ່າຍແມ່ນໃຫ້ກ້ອນສາວອາຊຽນແລະກ້ອນທຸງຊ້ອມສ່ວນທີ່ເຫຼືອພັກຜ່ອນພວກຂ້ອຍກະເລີຍ

ໂຊກດີໄປໄດ້ຊ້ອມແຕ່ຕອນເຊົ້າອິ22222222222222222222222ສ່ວນຕອນບ່າຍກໍ່ມີແຕ່ມານັັ່ງກ່ຽມຖ້າຫົວຂວັນຂະເຈົ້າຊ້ອມເປັນພໍ55555555555555555555555555

 

 


 

<!--Session data-->

 
<!--Session data-->
 
ອ່ານຄືນຫຼັງ
ໝວດໝູ່