ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

(ເອົາມາຈາກ Vientianehour.com)

ສະບາຍດີ ລູກ tuktik DIMAK
 

ລູກເວົ້າເຫມືອນຜູ້ໃຫຍ່ເລີຍໃດຫັ້ນ ສະແດງວ່າລູກຮັກຊາດລາວໂດຍແທ້ ເພາະຄວາມຮັກຊາດລາວໃນຄວາມຫມາຍຂອງພໍນັ້ນຕ້ອງ ຮັກເອກະລັກຂອງຄວາມເປັນລາວ ຖ້າບໍ່ດັ່ງນັ້ນກໍມີແຕ່ຄວາມໃຄ່ ບໍ່ແມ່ນຮັກ ຮັກແທ້ຢູ່ທີ່ຮັກເອກະລັກແຫ່ງຄວາມເປັນລາວ ເອກະລັກທີ່ບອກ ເຖີງຄວາມເປັນລາວທີ່ມາແຮງເປັນອັນດັບຫນຶ່ງນັ້ນ ໄດ້ແກ່ພາສາລາວ ດັ່ງສຸພາສິດວ່າ ພາສາບອກຊາດມາຣະຍາດບອກຕະກຸນ ຄວາມຮັກຊາດທີ່ແທ້ຈີງຈຶ່ງຢູ່ທີ່ຮັກພາສາແລະວັດທະນະທັມຂອງຊາດ ຖ້າຮັກແຕ່ປາກກໍເປັນພຽວຮັກໃຄ່ ຄືຮັກເພື່ອເສບສົມແລ້ວກໍໄປ ຫລືເອົາປະໂຫຍດ ອ້າງຄວາມຮັກຊາດແລ້ວມີແຕ່ກອບໂກຍອັນນັ້ນຮັກໃຄ່ ຫລືຮັກບໍ່ບໍຣິສຸດ ເຫມືອນບ່າວສາວຮັກກັນເພື່ອຄວາມໃຄ່ແລ້ວກໍຈາກຫນີ ແຕ່ຮັກແທ້ຕ້ອງຫວັງແຕ່ງຫວັງສ້າງສາເປັນເຮືອນເປັນຊານ ຮັກພາສາລາວກໍເຊັ່ນກັນ ຢ່າພຽງແຕ່ໃຊ້ພາສາລາວ ແຕ່ບໍ່ຮູ້ວ່າຈະປັບປຸງ ພາສາລາວໃຫ້ຍືນຍົງໄດ້ແນວໃດ
ເມື່ອລູກ tuktik ເວົ້າເຖີງຄົນລາວຫຼາຍຄົນທີ່ຍັງຂຽນອ່ານແລະໃຊ້ພາສາລາວບໍ່ຖືກຕ້ອງໃນເລື່ອງຂອງພະຍັນຊະນະ ການວາງສະຫຼະ ແລະຕົວສະກົດທີ່ລູກພົບເຫັນນັ້ນແມ່ນມີຄວາມຜິດພາດໃນທັງ3ຢ່າງເທົ່າໆກັນສະແດງວ່າລູກຮັກພາສາລາວ ກໍຄືຮັກຄວາມເປັນລາວທີ່ແທ້ຈີງ ແລະຫວັງທີ່ຈະແກ້ໄຂຄວາມຜິດພາດເຫລົ່ານີ້ ພໍ່ຈິ່ງເຊື່ອວ່າລູກຮັກພາສາລາວທີ່ແທ້ຈີງ


ໃນມຸມມອງຂອງພໍ່ນັ້ນ ການແກ້ໄຂບັນຫາພາສາລາວນັ້ນບໍ່ຍາກເລີຍ ງ່າຍຫລາຍທີ່ສຸດ ເບື້ອງຕົ້ນແມ່ນ ເອົາຕົວ ຣ ໃຫ້ເຂົ້າທີ່ເສຍກ່ອນ ພໍ່ຖືວ່າຕົວ ຣ ບໍ່ເຂົ້າທີ່ນີ້ເປັນຄວາມຜິດມະຫັນໃນພາສາລາວ ເຫມືອນເຮືອນຮົ່ວມາແຕ່ລົບ ຈະໄປສ້ອມແປງບ່ອນໃດກໍບໍ່ແລ້ວ ຈະຮົ່ວຢູ່ເຫມືອນເດີມ ຢ່າເລີຍ ໄປແກ້ລົບບົນຫລັງຄານັ້ນກ່ອນແລ້ວຄ່ອຍແກ້ບ່ອນອື່ນ


ຄຳວ່າເອົາຕົວ ຣ ເຂົ້າທີ່ນັ້ນຫມາຍເຖີງການໃຊ້ຕົວ ຣ ໃຫ້ຖືກຕ້ອງຕາມຮາກສັບຈາກບາລີສັນສະກິດ ຢ່າໄປຕົວະໂຕເອງວ່າໃຊ້ຕົວ ຮ ຫລື ລ ແທນກໍໄດ້ ເຊັ່ນ ຣັດຖະບານ ເປັນລັດຖະບານ, ສາທາຣະນະຣັດ ເປັນສາທາລະນະລັດ, ພັກຣັດ ເປັນ ພັກລັດ ເປັນຕົ້ນ ແຕ່ກ່ອນອາດໃຊ້ໄດ້ເພາະ ເປັນສະໄຫມຕໍ່ສູ້ ລຸງພູມີບອກວ່າເພື່ອງ່າຍແກ່ການໃຊ້ ແຕ່ຖ້າບ້ານເມືອງຈະເຣີນແລ້ວກໍຕ້ອງຂຽນໃຫ້ຖືກຕາມເຄົ້າບາລີ ແຕ່ເວລານີບ້ານເມືອງຈະ ເຣີນກ້າວຫນ້າແລ້ວ ຜູ້ຣັບຜິດຊອບວຽກງານນີ້ກໍຍັງບໍ່ຮັກພາສາລາວທີ່ແທ້ຈີງເລີຍ ໄດ້ແຕ່ພຽງຮັກໃຄ່ເທົ່ານັ້ນ ໄດ້ຍິນວ່າມີປະກາດໃຫ້ໃຊ້ຕົວ ຣ ໄດ້ ແຕ່ສະເພາະຄຳທີ່ມາຈາກພາສາຝຣັ່ງອັງກິດເທົ່ານັ້ນ ແຕ່ຫ້າມໃຊ້ກັບຄຳລາວທີ່ມາຈາກພາສາບາລີສັນສະກິດ ກໍຢາກຖາມວ່າເມື່ອພາສາຝຣັ່ງ ອັງກິດແລະພາສາບາລີສັນສະກິດເປັນພາສາເຫງົ້າດຽວກັນຄື ອິນໂດຍຸໂຣບເຫມືອນກັນແລ້ວທ່ານໄປຈຳກັດໄດ້ແນວໃດ ທ່ານໃຊ້ຫລັກການໃດ ທ່ານໃຊ້ອົງຄວາມຮູ້ໃດ ແລະສອດຄ້ອງກັບທິດສະດີໃດທາງດ້ານພາສາສາດ ຜູ້ຮັບຜິດຊອບຕ້ອງຊີ້ແຈງໃຫ້ໄດ້
 

ພໍ່ຈຶ່ງຄິດວ່າ ຄຳຖາມລູກໃນການໃຊ້ພະຍັນຊະນະ ສະຫລະແລະຕົວສະກົດທີ່ໃຊ້ກັນຜິດນັ້ນ ແກ້ບໍ່ຍາກດອກ ຖ້າຕົວ ຣ ອັນເປັນກົກ ເຫງົ້າຂອງບັນຫາໄດ້ຮັບການແກ້ໄຂ້ກ່ອນ ຖ້າຫນ່ວຍງານທີ່ກ່ຽວຂ້ອງເຕື້ອງກ່ອນ ການແກ້ໄຂຈຶ່ງຈະແກ້ໄດ້ ເຫມືອນສຸພາສິດວ່າ ກົກບໍ່ເຕື້ອງ ຕີງຕາຍຕັ້ງແຕ່ຫງ່າ ອັນຫມາຍເຖີງຄົນປາຍແຖວຈະຄິດແກ້ແນວໃດກໍບໍ່ໄດ້ ເພາະກົກບໍເຕື້ອງ
 

ທີ່ສຳຄັນອີກຢ່າງໃນການແກ້ໄຂບັນຫາພາສາລາວນັ້ນຕ້ອງໄດ້ຄົນທີ່ເກ່ງພາສາບາລີສັນສະກິດ ເພາະພາສາລາວ ນັ້ນມາຈາກໄວ ຍາກອນລາວເດີມຄືບາລີສັນສະກິດ ທີ່ເອີ້ນວ່າມູນເດີມຫລືບາລີໃຫຍ່ ຖ້າໄດ້ຄົນຜູ້ຮູ້ມາເຮັດວຽກນີ້ກໍຈະແກ້ໄດ້

ເຊັ່ນປະຈຸບັນ ທີ່ລູກໃຊ້ນັ້ນກໍຜິດ ທີ່ຖືກແມ່ນ ປັດຈຸບັນ ການຂຽນໂຕ ສ ຫຼືໂຕ ຊ ກໍຜິດມາຕະຫລອດ ເມືອງໄຊເສດຖາ ຄວນເປັນເມືອງໄຊເຊດຖາ ການໃຊ້ພະຍັນຊະນະ ສະຫລະ ຕົວສະກົດ ວັນນະຍຸກ ຈະແກ້ໄດ້ດ້ວຍການນັ່ງຊ້ອງຫນ້າກັນແລ້ວຟັງເຫດຜົນກັນແລະໂດຍການທຳການວິໄຈຢ່າງຄັກແນ່ ຢ່າໃຊ້ອຳນາດມາຕັດສິນ ເມື່ອນັກວິຊາການມີອິດສະລະເມື່ອໃດຈຶ່ງຈະແກ້ໄດ້
 

ບໍ່ຊາບວ່າ ພໍ່ໄດ້ຕອບຄຳຖາມລູກແລ້ວຫລືຍັງ ຂອບໃຈທີ່ລູກຖາມຍາວແລະຖາມໄດ້ແບບຜູ້ໃຫຍ່ຂໍຊົມເຊີຍອີຫລີ ແລະຢາກໃຫ້ລູກ ຕ້ອງພາກັນຫ່ວງ ໃຫ້ຊັກຊວນຫມູ່ຄູ່ຄູອາຈານມາຫ່ວງນຳພາສາລາວໃຫ້ຫລາຍຂື້ນ ໃຫ້ພາກັນມາກັງວົນນຳກັນ ມາຕັ້ງຄຳຖາມນຳກັນ ເພາະພາສາ ລາວເປັນສື່ ຫລືພາຫະນະໃນການເດີນທາງ ຖ້າຫມູ່ຂີ່ຣົດ ເຮົາຍັງຂີ່ກວຽນຢູ່ ຊາດຈະກ້າວຫນ້າໄດ້ແນວໃດ ລູກໆທຸກຄົນຄວນກັງວົນນຳພາສາ ລາວແລະພະຍາຍາມໃຊ້ໃຫ້ຖືກ
 

ຈາກ: ດຣ.ສຸເນດ ໂພທິສານ (22/11/2010

Source: http://vientianehour.com/forums/%E0%BA%96%E0%BA%B2%E0%BA%A1-%E0%BA%95%E0%BA%AD%E0%BA%9A-%E0%BA%81%E0%BB%88%E0%BA%BD%E0%BA%A7%E0%BA%81%E0%BA%B1%E0%BA%9A%E0%BA%9E%E0%BA%B2%E0%BA%AA%E0%BA%B2%E0%BA%A5%E0%BA%B2%E0%BA%A7/31-%E0%BA%81%E0%BA%B2%E0%BA%99%E0%BB%83%E0%BA%8A%E0%BB%89%E0%BA%9E%E0%BA%B2%E0%BA%AA%E0%BA%B2%E0%BA%A5%E0%BA%B2%E0%BA%A7.vh#ixzz1g9MuUu4C
Under Creative Commons License: Attribution

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຂ້ອຍໄປພໍ້ ຄຳອະທິບາຍ ກ່ຽວກັບ ຄຳວ່າ ພະທຳມະຂັນ ຢູ່ ຢູທຸບ.

ຂ້ອຍກະຍັງບໍ່ທັນເຂົ້າໃຈຈະແຈ້ງ.

youtu.be/Lxjs1ubcDD0

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ສູດມະນີຈຸລະກະ - ພະໄຕປິດົກ ຫົວທີ 7 - ພະວິໄນປິດົກ ຫົວ ທີ 7

ມີເນື້ອຄວາມບາງຕອນ ກ່ຽວກັບເລື່ອງເງິນດັ່ງນີ້

ໃນກອງປະຊຸມບ້ານໜຶ່ງ ມີຄົນເວົ້າວ່າ ການທີ່ພະພິກຂຸຮັບການຖວາຍເງິນຄຳ ແມ່ນສົມຄວນ. ພໍ່ບ້ານ ທີ່ຊື່ວ່າ ມະນີຈຸລະກະ ເລີຍເວົ້າຂຶ້ນວ່າ ພວກທ່ານເຂົ້າໃຈຜິດແລ້ວ...

ຕໍ່ມາພໍ່ບ້ານຜູ່ນັ້ນ ກໍ່ໄດ້ໄປຖາມພະພຸດທະເຈົ້າ. ພະພຸດທະເຈົ້າກໍ່ຕອບວ່າ ສິ່ງທີ່ທ່ານເວົ້ານັ້ນ ແມ່ນຖືກຕ້ອງແລ້ວ.

พระผู้มีพระภาคตรัสว่า เอาละ นายบ้าน เธอพยากรณ์อย่างนี้ชื่อว่า กล่าวคล้อยตามเรา ชื่อว่าไม่กล่าวตู่เราด้วยคำเท็จ ชื่อว่า พยากรณ์ธรรมสมควรแก่ธรรม และสหธรรมิกบางรูป ผู้กล่าวตามวาทะย่อมไม่ถึงฐานะที่ควรติเตียน ดูกรนายบ้าน ทองและเงินไม่ควรแก่สมณะเชื้อสายพระศากยบุตรโดยแท้ สมณะเชื้อสายพระศากยบุตรไม่ยินดีทองและเงิน สมณะเชื้อสายพระศากยบุตรไม่รับทองและเงิน สมณะเชื้อสายพระศากยบุตรมีแก้วและทองอันวางเสียแล้ว ปราศจากทองและเงิน ทองและเงินควรแก่ผู้ใด แม้กามคุณทั้งห้าก็ควรแก่ผู้นั้น กามคุณทั้งห้าควรแก่ผู้ใด เธอพึงจำผู้นั้นไว้โดยส่วนเดียวว่า มีปกติมิใช่สมณะ มีปกติมิใช่เชื้อสายพระศากยบุตร เราจะกล่าวอย่างนี้ว่า ผู้ต้องการหญ้า พึงแสวงหาหญ้าผู้ต้องการไม้ พึงแสวงหาไม้ ผู้ต้องการเกวียน พึงแสวงหาเกวียน ผู้ต้องการบุรุษพึงแสวงหาบุรุษ แต่เราไม่กล่าวโดยปริยายไรๆ ว่า สมณะพึงยินดี พึงแสวงหาทองและเงิน

Yes, headman, in answering in this way you are speaking in line with what I have said, you are not misrepresenting me with what is unfactual, and you are answering in line with the Dhamma so that no one whose thinking is in line with the Dhamma will have grounds for criticizing you. For money is not allowable for the Sakyan-son contemplatives, the Sakyan-son contemplatives do not consent to money, the Sakyan-son contemplatives do not accept money, the Sakyan-son contemplatives have given up gold & jewelry, have renounced money. For anyone for whom money is allowable, the five strings of sensuality are also allowable. For anyone for whom the five strings of sensuality are allowable, money is allowable. That you can unequivocally recognize as not the quality of a contemplative, not the quality of a Sakyan son

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ອີງຕາມການກະຕວງ ຂອງນັກວິຊາການໄທ ຄືທ່ານ ດຣ ສະໝິດ ທຳມະສະໂຣດ (ดร. สมิทธ ธรรมสโรช), ຖ້າບໍ່ແກ້ໄຂສະພາບການ, ກຸງເທບອາດຈະຈົມ ຢູ່ພື້ນນ້ຳພາຍໃນ 20 ຫາ 90 ປີ ທາງໜ້າ.

http://www.guardian.co.uk/environment/2011/sep/06/bangkok-thailand-risks-steadily-sinking

Illegal tapping of groundwater is one of the causes of the capital's misfortunes, according to Jan Bojo, a World Bank expert based there. Not all the specialists endorse this view, but they do agree the situation is bound to deteriorate over the next few years. Smith Dharmasaroja, the head of the National Disaster Warning Centre, is predicting that by 2100 Bangkok will have become a new Atlantis. Dharmasaroja's forecasts are taken seriously: in the 1990s he predicted the fearful tsunami that devastated countries around the Indian Ocean in 2004.

Dharmasaroja maintains that "no decision has been taken" at government level "to stop the problem". And, he adds, if nothing is done Bangkok could be underwater by 2030.

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

1.      ລະເວັ້້ນຈາກ ການທຳລາຍຊີວິດ
 
2.      ລະເວັ້ນຈາກການ ເອົາຂອງທີ່ເຂົາບໍ່ໃຫ້
 
3.      ລະເວັ້ນຈາກການ ຮ່ວມປະເວນີ
 
4.      ລະເວັ້ນຈາກການ ເວົ້າ ບໍ່ມີມູນຄວາມຈິງ
 
5.      ລະເວັ້ນຈາກການ ຂອງມຶນເມົາ
 
6.      ລະເວັ້ນຈາກການ ບໍຣິໂພກອາຫານ ໃນຍາມວິການ (ຫຼັງຈາກທ່ຽງ)
 
7.      ລະເວັ້ນຈາກການ ຟ້ອນ ຂັບ ລຳ ຮ້ອງເພງ
 
8.      ລະເວັ້ນຈາກການ ເໜັບດອກໄມ້
 
9.      ລະເວັ້ນຈາກການ ບ່ອນນອນ ທີ່ສູງ ໃຫຍ່
 
10. ລະເວັ້ນຈາກການ ຮັບເງິນ ແລະ ຄຳ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

[size=15pt].
ຊາວພຸດລາວໄດ້ຖືກນຳພາ ໃຫ້ເນັ້ນໜັກໃສ່ການທານ ຫລາຍທີ່ສຸດ.[/size]

[b]ຄວາມເຂົ້າໃຈໃນພຣະພຸດທະສາສໜາ.[/b]
ແຕ່ຄາວກ່ອນ ເວົ້າສະເພາະແຕ່ສມັຍພາຍໃຕ້ການ ເປັນຫົວເມືອງຂຶ້ນສຍາມ ມາຮອດກາງສັດຕະວັດ ທີໍ 20 ນັ້ນ ການເຜີຍແຜ່ຄວາມຮູ້ຕ່າງໆ ໂດຍສະເພາະທາງດ້ານພຸດທະສາສະໜາ ແມ່ນຫຍຸ້ງຍາກຫລາຍ ເພາະຄົນລາວ ມີພຽງຈຳນວນນ້ອຍໆ ທີ່ອ່ານອອກ ຂຽນເປັນ.  ຖ້າຈະໃຫ້ຄົນທຳມະດາ ເຂົ້າໃຈ ພະໄຕປິດົກ ກໍ່ເປັນເລື່ອງ ທີ່ວ່າ ອິມພັສຊິໂບລ໌ (impossible). ມີແຕ່ພຣະພິກຂຸ ເທົ່ານັ້ນ ທີ່ມີໂອກາດຫລາຍກວ່າ. ແຕ່ຜູ່ທີ່ເຂົ້າໄປບວດຫລາຍຄົນ ກໍ່ບວດບໍ່ພໍທໍ່ໃດປີ ກະສິກອອກມາ. ສ່ວນນ້ອຍໆ ຈະບວດດົນ ແລະ ມີໂອກາດ ສຶກສາ ຮໍ່ຮຽນ ພຣະໄຕປິດົກ ຫລາຍ. ປຶ້ມພຣະໄຕປິດົກ ແຕ່ກີ້ ກະບໍ່ແມ່ນ ຂອງຫາງ່າຍ ຈົນຄົນລາວ ຫລາຍກະຖືວ່າ ເປັນເຄື່ອງສັກສິດ ທີ່ວ່າ ຄວນນົບໄຫວ້ບູຊາ ຫລາຍກວ່າແມ່ນ ເຄື່ອງທີນຳມາໃຊ້ ມາອ່ານ ໃຫ້ໄດ້ຄວາມຮູ້ ຄວາມສລາດ (ກະຍ້ອນວ່າ ອ່ານບໍ່ເປັນຫັ້ນແລ້ວ). ດຽວນີ້ ຄົນພຸດລາວ ກໍ່ຍັງບໍ່ທັນໄດ້ຖືກນຳພາ ໃຫ້ສົນໃຈ ຮ່ຳຮຽນພະໄຕປິດົກຢ່າງກວ້າງຂວາງເລີຍ.

[b]ການສຶກສາຮໍ່າຮຽນສະດວກກວ່າເກົ່າ[/b]
30- 40 ປີກ່ອນນີ້ ຄືຊິບໍ່ມີຄົນລາວຜູ່ໃດ ທີ່ສາມາດບອກຜົນ 128658623 x 976567785 ໄດ້ພາຍໃນ ເວລາ ຕໍ່າກວ່າ 1 ນາທີ. ແຕ່ດຽວນີ້ ບໍ່ອຶດຜູ່ຊິຕອບໄດ້ ເພາະມີ ຈັກຄິດໄລ່ ຫລືວ່າ ຄອມພິວເຕີ. ດັ່ງນັ້ນ ການເຜີຍແຜ່ ພຸດທະສາສະໜາ ກໍ່ຄວນປ່ຽນແປງ ໃຫ້ທັນກັບສະພາບການ. ຄວນຈະມີການ ນຳພາ ໃຫ້ຄົນພຸດລາວ ເຂົ້າໃຈ ເນື້ອໃນ ຄຳສັ່ງສອນ ຂອງພຣະສຳມາ ສຳພຸດທະເຈົ້າ ຫລາຍຂຶ້ນກວ່າເກົ່າ. ຊ່ອຍໃຫ້ຄົນພຸດລາວ ເປັນເຈົ້າການ ໃນສາສະໜາຂອງຕົນ ແລະ ໃນອະນາຄົດທາງທຳ ທາງວິນຍານ ຂອງຕົນ, ບໍ່ແມ່ນຈະຫລັບຫູ ຫລັບຕາ ຍ່າງນຳກົ້ນ ຜູ່ໃດ ຜູ່ໜຶ່ງ ຫລື ກຸ່ມຄົນໃດ ຄົນໜຶ່ງອີກຕໍ່ໄປເລື້ອຍໆ. ຖ້າມືນຕາຫລາຍບໍ່ໄດ້ ກະມືນແດ່ຈັກເລັກ ຈັກໜ້ອຍ.

[b]ເວົ້າງ່າຍ ເຂົ້າໃຈຍາກ[/b]
ວັນສິນ 8 ວັນສິນ 15 ພາກັນ ໄປໃສ່ບາດ ຮັບສິນ ຢູ່ວັດ. ມື້ 1 ຄໍ່າ ຫາ 7 ຄໍ່າ ແລະ ມື້ 9 ຄໍ່າ ຫາ 14 ຄໍ່າ ພາກັນ ກິນເຫລົ້າ ກິນເບຍ. ໄປເຮືອນບຸນ ກະຢາຍເຫລົ້າ. ໄປເຮືອນກຳ ກະຢາຍເຫລົ້າ. ໄປເຮືອນດອງກະຢາຍເຫລົ້າ. ປ້າຍໂຄສະນາເບຍລາວ ຢູ່ທຸກຈອກ ທຸກແຈ. ຂະບວນແຫ່ວໍ ແຫ່ນາງສັງຂານ ກະຂາດ ປ້າຍໂຄສະນາເບຍລາວບໍ່ໄດ້. ຮອດຄູບາອາຈານກະໃຊ້ສິ່ງຂອງ ທີ່ມີເຄື່ອງໝາຍເບຍລາວ.

ແມ່ນຢູ່ວ່າ ເຮັດດີ ໄດ້ດີ ເຮັດຊົ່ວໄດ້ແນວບໍ່ດີ. ມັນເປັນທິສດີກຳປັ້ນທຸບດິນ. ມັນເປັນເລື່ອງໃຜເລື່ອງມັນ. ແຕ່ຖ້າຫລາຍຄົນ ພາກັນ ເຮັດດີແທ້ໆ (ບໍ່ແມ່ນພາກັນເວົ້າລ້າ) ຄວາມດີ ກະຄືຊິຄ່ອຍເພີ່ມຂຶ້ນ.  ຂ້ອຍເຄີ່ຍເຫັນເດີ ຄັນວ່າ ເພິ່ນຢາຍເຫລົ້າ ແລ້ວເຮົາບໍ່ກິນ ເພິ່ນກະວ່າເຮົາຂິ້ຄຸຍ, ຕ້ອງໄດ້ຕົວະວ່າ ເຈັບກະເພາະ ຈັ່ງແລ້ວໄປ.

[b]ເຫດການກ່ຽວກັບ ຄູບາ ກຣະເສມ ຢູ່ເມືອງໄທ ກະເປັນເລື່ອງໜຶ່ງ ທີ່ຄົນພຸດລາວ ຄວນພິຈາຣະນາ.[/b]

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ອີງຕາມປະສົບການຂອງຂ້ອຍ ແລະ ຜູ່ເຖົ້າຜູ່ແກ່ ເວົ້າໃຫ້ຟັງ.

ແຕ່ຫລາຍປີກ່ອນ ແຕ່ຄາວຍັງບໍ່ທັນມີໂທລະສັບມືຖື ພຸ້ນ. ຄົນລາວຫລາຍທ້ອງຖິ່ນ ຮວມທັງວຽງຈັນ ຈະໃຊ້ຄຳວ່າ ເຮືອນ ເມື່ອເວົ້າເຖິງ ບ່ອນຢູ່ອາໄສ ຂອງແຕ່ລະຄອບຄົວ.
ເມື່ອເລີກໂຮງຮຽນ ຫລື ເລີກວຽກ ເລີກການ ເລີກໄຮ່ ເລີກນາ ແລ້ວ ຄົນລາວສ່ວນຫລາຍ ມັກເວັ້າວ່າ ເມືອເຮືອນ. ແຕ່ຂ້ອຍເຄີຍໄດ້ຍິນຄົນລາວທາງຫລວງພະບາງ ມັກເວົ້າວ່າ ໄປບ້ານ. ຂ້ອຍກະບໍ່ຮູ້ວ່າ ຈະແມ່ນບາງຄົນ ທໍ່ນັ້ນບໍ ຫລືວ່າ ຫລາຍຄົນ ທີ່ມັກໃຊ້ຄຳນີ້.
ເພງແລະບົດຟ້ອນບາສີ ສູ່ຂວັນ ຢູ່ທາງປະເທດໄທ ແຕ່ງໂດຍ ອາຈານ ທາງພາກອີສານ ກະໃຊ້ຄຳວ່າເຮືອນ.
ເມື່ອເວົ້າເຖິງຂວັນ ຫລື ວິນຍານ ເຮືອນກໍ່ແມ່ນບໍ່ຢູ່ ບ່ອນສະຖິດ ຂອງຂວັນ. 
ແຕ່ດຽວນີ້ ພາສາລາວເຮົາກໍ່ມີວິວັດທະນາການຫລາຍ ມີຫລາຍສັບ ຫລາຍຄຳໃໝ່ໆ ເກີດຂຶ້ນ.
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 16, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ເມື່ອມີຄົນມາກິນທານ ເປັນເງິນ ວັດລາວເຮົາເພິ່ນເຮັດແນວໃດ? ໂດຍສະເພາະແມ່ນວັດ ຂະໜາດກາງ ໄປຫາ ວັດໃຫຍ່ໆ

1. ເຊັ່ນວ່າພຣະພິກຂຸແຕ່ລະອົງຮັກສາເອົາໄວ້ ເປັນຊັບສິນສ່ວນໂຕ ເມື່ອມີເວລາຈຳເປັນກ່ຽວກັບສ່ວນຮວມ ເຊັນແປງວັດ ພຣະພິກຂຸ ຈຶ່ງພາກັນເອົາອອກເງິນຂອງຕົນມາສົມທົບຊ່ອຍ.
2. ຫລືວ່າ ເວລາເງິນເຂົ້າມາວັດ ໃນມືບຸນຕ່າງໆ ຈະມີການຫັກໄວ້ຈຳນວນໜຶ່ງໂລດເພື່ອ ເປັນເງິນຮວມ ໄວ້ໃຊ້ຈ່າຍວຽກຮວມໃນອະນາຄົດ ເຊັ່ນແປງວັດ ແລະ ອື່ນໆ. ຖ້າມີການຫັກໄວ້ ໃຜເປັນຮູ້ຮັກສາເງິນ ຫລືວ່າ ເອົາໄປຝາກໄວ້ທະນາຄານ.
3. ຫລືວ່າ ເມື່ອມີຄວາມຈຳເປັນສ້ອມແປງ ຫລື ການໃຊ້ຈ່າຍສ່ວນຮວມ ທາງວັດກໍຈະແຜ່ນຳ ພໍ່ອອກ ແມ່ອອກ ຫລື ໄດ້ມາຈາກ ບ່ອນອື່ນ ໂດຍທີ່ທາງວັດເອງ ບໍ່ຈຳເປັນຈະມີກອງທຶນສ່ວນຮວມໄວ້
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 16, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ການບວດພຸດທະຮູບ
1 ໝາຍເຖິງວ່າເຮັດຫຍັງແທ້?
2 ເພິ່ນເຮັດຫຍັງແດ່?
3 ເພິ່ນເວົ້າຫຍັງ ສູດຫຍັງ ເທດຫຍັງແດ່ (ແປຄຳເທດ ຄຳສູດ ວ່າແນວໃດ)?
4 ເປັນຫຍັງຈັ່ງບວດພຸດທະຮູບ?

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ເປັນໄຕ

<iframe width="425" height="349" src="http://www.youtube.com/embed/SHyOEttAYr8" frameborder="0" allowfullscreen></iframe>

http://www.youtube.com/watch?v=SHyOEttAYr8

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ສັນຍາລັກ ທີ່ຂ້ອຍໃຊ້ນີ້ ບໍ່ມີຫຍັງກ່ຽວຂ້ອງສ່ວນໂຕ ກັບຂ້ອຍເລີຍ. ແຕ່ເປັນ ອັລບັ້ມ ເພງ ຂອງວົງດົນຕຣີຫນຶ່ງ ຊຶ່ງມີ ຄຳວ່າ ລາວ LAOS ໃນຊື່ວົງດົນຕຣີພວກເພິ່ນ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

ເຫດຜົນນຶ່ງ ຂອງການຟັງເພງໄທ ກໍ່ແມ່ນ ມີຫລາຍລົດຊາດ ມີຫລາຍສິນລະປິນ ສຽງຕໍ່າ ສຽງສູງ ໃຫ້ເລືອກ. ສົມມຸດວ່າ ຂ້ອຍມັກຮ້ອງເພງຫລິ້ນໆ ຂ້ອຍອາດຈະຊອກຫາ ສຽງເພງ ສຽງດົນຕຣີ ທີ່ຂ້ອຍມັກ ແລະ ທີ່ຂ້ອຍຮ້ອງໄດ້ ບໍ່ຕໍ່າ ບໍ່ສູງເກີນໄປ. ເພງຈຳປາເມືອງລາວ ກໍ່ມີນັກຮ້ອງໄທຍ ຮ້ອງ (ຫລາຍກວ່າລາວ) ທີມີລະດັບສຽງ ແລະ ດົນຕຣີ ແຕກຕ່າງກັນ ໃຫ້ເລືອກຫລາຍ. ມີຮອດວົງດົນຕຣີຊື່ ດວງຈຳປາ. ເພງລາວ ກໍ່ມີມ່ວນຫລາຍ ແຕ່ຖ້າເວົ້າເຖິງ ວີດີໂອ, ການອອກແບບ ຍັງບໍ່ມີແຕກຕ່າງຫລາຍ. ຄຸນນະພາບ ຂອງ ວີດີໂອ ທີ່ທ່ານ au8ust ຖ່າຍແມ່ນດີຫລາຍ. ແຕ່ຂ້ອຍບໍ່ເຫັນ ມີວີດີໂອເພງລາວ ມີຄຸນນະພາບ ຈັ່ງຊັ້ນຫລາຍ. ຍ້ອນແນວໃດ ຂ້ອຍກະບໍ່ຮູ້