ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 1-20 ຈາກທັງໝົດ 83  |  ໜ້າຕໍ່ໄປ »

ສ້າງເມື່ອ ກ.ຍ.. 14, 2014 13 ຄົນໂຫວດ, 0 ຄຳເຫັນ, ອ່ານ 936 ເທື່ອ
ໃນປີນີ້ ຖ້າເຈົ້າມີບັນຫາ ຫລື ມີຄຳຖາມກ່ຽວກັບພາສາ ຫລື ວິຊາໃດໜຶ່ງຈາກຫ້ອງຮຽນ ຫລື ຫລັກວິຊາການອື່ນໆ ເຊັ່ນ ການແປງລົດ ແກ້ໄຂຄອມ ແລະເຄື່ອງໃຊ້ອື່ນໆ (ຍົກເວັ້ນເລື່ອງແຟນ ເລື່ອງກິກ) ເຈົ້າເຄີຍໄດ້ຮັບຄຳຕອບ ຈາກສັງຄົມອິນເຕີເນັດລາວ ຢ່າງພໍໃຈບໍ?

 
ສ້າງເມື່ອ ກ.ລ.. 13, 2014 20 ຄົນໂຫວດ, 0 ຄຳເຫັນ, ອ່ານ 858 ເທື່ອ
ມີຄົນເວົ້າວ່າ ແຕ່ວັນຈັນຫາວັນສຸກ ຊິມີຄົນ(ລາວ) ເຂົ້າອິນເຕີເນັດ social media ຕ່າງໆ ຫລາຍກວ່າມື້ພັກ, ເຈົ້າຄຶດວ່າ ແມ່ນບໍ່?

 
ສ້າງເມື່ອ ມ.ນ.. 14, 2014 30 ຄົນໂຫວດ, 0 ຄຳເຫັນ, ອ່ານ 1049 ເທື່ອ
ສົມມຸດວ່າ ຜູ່ຍິງຜູ່ໜຶ່ງເອົາຜົວທີ່ມີອາຍຸແກ່ກວ່າ 4-5 ປີ. ເຈົ້າຄຶດວ່າຫລາຍຄົນ ຊິວ່າລາວເອົາຜົວເຖົ້າບໍ?

 
ສ້າງເມື່ອ ກ.ລ.. 22, 2013 13 ຄົນໂຫວດ, 0 ຄຳເຫັນ, ອ່ານ 684 ເທື່ອ
ໃນຄາວທີ່ພະພຸດທະເຈົ້າມີຊີວິດ ເມື່ອໄທບ້ານ ເຫັນນັກບວດ ເຮັດແນວບໍ່ດີ ຫລື ສ້າງຄວາມລຳບາກ ໃຫ້ເຂົາເຈົ້າ, ເຂົາເຈົ້າຊິບອກພະພຸດທະເຈົ້າ ຫລື ຄະນະສົງ. ຖ້າພະພຸດທະເຈົ້າເຫັນວ່າ ເຂົາເວົ້າຖືກ ພະອົງກໍ່ໄດ້ຕັ້ງຂໍ້ຫ້າມ ຫລື ສິນ ຂຶ້ນມາ. ດຽວນີ້ ຖ້າເຈົ້າເຫັນ ແລະຄຶດວ່າ ຄູບາອາຈານ ເຮັດແນວບໍ່ດີ ບໍ່ເຫມາະສົມ ເຈົ້າຊິສົ່ງຂ່າວໄປຫາວັດ ໄປຫາຄະນະສົງ ແບບໃດ ແບບໜຶ່ງບໍ່?

 
ສ້າງເມື່ອ ກ.ລ.. 7, 2013 23 ຄົນໂຫວດ, 0 ຄຳເຫັນ, ອ່ານ 720 ເທື່ອ
ສົມມຸດວ່າຄອບຄົວລາວຫນຶ່ງ ເມຍມີວຽກເຮັດດີກວ່າຜົວ. ພວກເພິ່ນເລີຍຕົກລົງກັນວ່າ ໃຫ້ຜົວຢູ່ເຮືອນ ເບິ່ງລູກ ເຮັດກິນ ແລະ ອື່ນໆ. ເມຍໄປເຮັດການຫາເງິນມາໃຊ້ໃນຄອບຄົວ. ເຈົ້າຄຶດວ່າ ຄົນອື່ນຊິຊຸບຊິບ ນິນທາ ຜົວເມຍນີ້ ຫລືຂີນຕາຫລາຍບໍ?

 
ສ້າງເມື່ອ ກ.ລ.. 2, 2013 22 ຄົນໂຫວດ, 0 ຄຳເຫັນ, ອ່ານ 513 ເທື່ອ
ຕາມທີ່ເຈົ້າເຫັນມາ ເຈົ້າຄຶດວ່າ ຄົນລາວ ທີ່ມີອາຍຸ 18 ປີ ຂຶ້ນໄປ ທີ່ມັກເພດດຽວກັນ ຊິມີປະມານທໍ່ໃດ ໂດຍທຽບກຸ່ມຄົນທີ່ມີອາຍຸ ທໍ່ໆກັນ ?

 
ສ້າງເມື່ອ ກ.ລ.. 1, 2013 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 580 ເທື່ອ
ຢູ່ເມືອງນຶ່ງ ມີຄົນລາວ ກັບຄົນໄທ ຢູ່ນຳກັນຫລາຍ. ເມືອງນີ້ ມີ ວັດພຸດ 2 ວັດ ຢູ່ໃກ້ໆກັນ. ວັດທົ່ງ ກັບ ວັດທ່າ. ມີຂ່າວວ່າຄູບາອາຈານຢູ່ວັດທົ່ງເກ່ງເລື່ອງເວດມົນ ກົນ ຄາຖາ ຫລາຍ ແລະ ໃຫ້ເລກ ໃຫ້ຫວຍ ແຈກຢາຍພະວິເສດ. ວັດທ່າມັກພາພໍ່ອອກ ແມ່ອອກສຶກສາທຳມະ ຫລາຍ. ເມືອງນີ້ຊື່ວ່າ ເມືອງສົມມຸດ. ເຈົ້າຄຶດວ່າ ຄົນພຸດໃນເມືອງນີ້ ຊິໄປວັດໃດຫລາຍ

 
ສ້າງເມື່ອ ພ.ພ.. 10, 2013 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 591 ເທື່ອ
ໄດ້ມີຂ່າວ ການຂາຍຢາບ້າ ນັກລັກ ນັກປຸ້ນ ໂຈນຕົ້ມຄົນ ຢູ່ບ້ານເຮົາ ຫລາຍຂຶ້ນ. ສະມາຊິກ ພັນລາວນີ້ ລາງຄົນ ກະໄດ້ຮັບເຄາະ. ຖ້າມີຄົນບອກເຈົ້າວ່າ ປະເທດອື່ນ ກະມີຄືກັນ ຢ່າສູ້ຮ້ອນ ສູ້ເຄືອງຖ້ອນ, ເຈົ້າຊິຄຶດວ່າແນວໃດ?

 
ສ້າງເມື່ອ ທ.ວ.. 31, 2012 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 533 ເທື່ອ
ສົມມຸດວ່າ ມີໂຮງໝໍເອກະຊົນ ໃນປະເທດຂ້າງຄຽງ ທີ່ມີຊື່ສຽງເລື່ອງຄວາມປອດໄພ ໃນເລື່ອງປາດ ເລື່ອງສັນຍະກຳ ເສີມຄວາມງາມ ໃຫ້ລາງວັນປີໃໝ່ ໂດຍການປາດແປງໜ້າແລະຕົນໂຕໃຫ້ຟຣີ. ໝູ່ໃກ້ຊິດ ຫລື ພີ່ນ້ອງ ເພດຍິງ ຂອງເຈົ້າຜູ້ໜຶ່ງ ຍັງໜຸ່ມຢູ່ ໂຊກດີ ໄດ້ຮັບລາງວັນນັ້ນ. ລາວເປັນຄົນມີອະໄວຍະວະຄົບທຸກຢ່າງ ແຕ່ບໍ່ງາມປານໃດ ເລີຍຢາກໄປແປງໜ້າແປງໂຕ. ລາວມາຂໍຄຳແນະນຳກັບເຈົ້າ. ເຈົ້າຊິບອກລາວວ່າແນວໃດ?

 
ສ້າງເມື່ອ ພ.ຈ.. 5, 2012 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 396 ເທື່ອ
ຖ້າເຈົ້າມີລູກຫລານ ກຳລັງຮຽນຂຽນ ຫລືວ່າ ເຈົ້າເປັນຄູສອນ ນັກຮຽນອະນຸບານ ຫລື ປ 1 ເຈົ້າຊິແນະນຳໃຫ້ເດັກນ້ອຍເຫລົ່ານັ້ນ ຂຽນດ້ວຍມືຂວາເໝິດບໍ ເຖິງວ່າເຂົາເຈົ້າລາງຄົນ ຊິແຮງເບື້ອງຊ້າຍກໍຕາມ?

 
ສ້າງເມື່ອ ພ.ຈ.. 3, 2012 20 ຄົນໂຫວດ, 0 ຄຳເຫັນ, ອ່ານ 496 ເທື່ອ
ເຈົ້າ ແລະ ໝູ່ເພືອນ ຂອງເຈົ້າ ມັກໃຊ້ ມັກເວົ້າຄຳໃດ ຫລາຍກວ່າກັນ ເມື່ອເວົ້າເຖິງ movie ຫລື cinema

 
ສ້າງເມື່ອ ມິ.ຖ.. 30, 2012 25 ຄົນໂຫວດ, 0 ຄຳເຫັນ, ອ່ານ 472 ເທື່ອ
ຂໍຖາມຄົນນັບຖືສາສະໜາພຸດແດ່ວ່າ ເຈົ້າເຄີຍໄດ້ຍິນປະໂຫຍກນີ້ບໍ່ "ເກີດເປັນແມ່ຍິງ ແມ່ນຊາດກ່ອນ ເຮັດບຸນນ້ອຍ"? (ຕາມທິດສະດີນີ້ ໝາຍຄວາມວ່າ ເກີດເປັນຜູ້ຊາຍດີກວ່າ)

 
ສ້າງເມື່ອ ມິ.ຖ.. 30, 2012 21 ຄົນໂຫວດ, 0 ຄຳເຫັນ, ອ່ານ 487 ເທື່ອ
ເຈົ້າຄຶດວ່າ ຄົນຜູ້ໜຶ່ງທີ່ບວດຕະຫລອດຊີວິດ (ບໍ່ສິກ) ດີບໍ່?

 
ສ້າງເມື່ອ ມິ.ຖ.. 15, 2012 22 ຄົນໂຫວດ, 0 ຄຳເຫັນ, ອ່ານ 491 ເທື່ອ
ສົມມຸດວ່າ ເຈົ້າ ຫລື ພີ່ນ້ອງໃກ້ຊິດເຈົ້າ ເຈັບໄຂ້ ແຮງ ຈົນເຖິງຂັ້ນຈຳເປັນຕ້ອງໃສ່ເລືອດ. ທ່ານໝໍໍຊິເອົາເລືອດ (ຄົນ) ທີ່ໄດ້ຮັບການກວດແລ້ວວ່າ ບໍ່ມີພະຍາດຕິດແປດໃດໆ ມາໃສ່ໃຫ້. ເຈົ້າຊິສົນໃຈຖາມທ່ານໝໍບໍ່ວ່າ ເລືອດນັ້ນແມ່ນຂອງຄົນລາວ ຫລື ຈີນ ໄທ ຫວຽດ..., ຄົນນັບຖືສາສະໜາໃດ, ຄົນງາມ ຄົນຂີ້ຮ້າຍ, ເກ ຫລື ທອມ ເທີຍ ຕຸດ...?

 
ສ້າງເມື່ອ ມິ.ຖ.. 11, 2012 33 ຄົນໂຫວດ, 0 ຄຳເຫັນ, ອ່ານ 554 ເທື່ອ
ຖ້າເຈົ້າຮູ້ຂ່າວວ່າ ຜູ້ຊາຍບໍ່ໄດ້ບວດ ມີຊື່ສຽງດັງ ຮູບຮ່າງປົກກະຕິ ບໍ່ຂີ້ຮ້າຍ ມີວຽກງານດີ ອາຍຸແກ່ ແຕ່ບໍ່ເຄີຍມີເມຍ (ໂຕຢ່າງ ນັກຮ້ອງໄທ ຊື່ ທົງໄຊ) ເຈົ້າຊິຄຶດວ່າ ແນວໃດ?

 
ສ້າງເມື່ອ ພ.ພ.. 27, 2012 13 ຄົນໂຫວດ, 0 ຄຳເຫັນ, ອ່ານ 392 ເທື່ອ
ສົມມຸດວ່າເຈົ້າມີໝູ່ຍິງຄົນນຶ່ງຊື່ ບຸນເຫຼືອ ອາຍຸ 21 ປີ ໜ້າຕາຮູບຮ່າງຈົບງາມ ມັກຮັກກັບຊາຍຄົນນຶ່ງເປັນຄົນດີ ດຸໝັ່ນ ແຕ່ບໍ່ຮັ່ງມີ. ພໍ່ແມ່ນາງບຸນເຫຼືອ ຊ້ຳພັດພະຍາຍາມ ບັງຄັບໃຫ້ບຸນເຫຼືອ ກິນດອງກັບຜູ້ຊາຍອີກຄົນໜຶ່ງ ທີ່ເປັນລູກຄົນຮັ່ງມີ ທີ່ບຸນເຫຼືອ ບໍ່ມັກ. ບຸນເຫຼືອກໍ່ເລີຍຕັດສິນໃຈ ໂຕນໄປກັບຊາຍທີ່ໂຕມັກ. ຫລັງຈາກນັ້ນ ມິດຕະພາບລະຫວ່າງເຈົ້າ ກັບບຸນເຫຼືອ ຊິເປັນແນວໃດ?

 
ສ້າງເມື່ອ ພ.ພ.. 17, 2012 30 ຄົນໂຫວດ, 0 ຄຳເຫັນ, ອ່ານ 1771 ເທື່ອ
ເຈົ້າວ່າ "ກິນປູນຮ້ອນທ້ອງ" ໝາຍຄວາມວ່າຫຍັງ?

 
ສ້າງເມື່ອ ພ.ພ.. 13, 2012 29 ຄົນໂຫວດ, 0 ຄຳເຫັນ, ອ່ານ 771 ເທື່ອ
ຄົນລາວຊື່ວ່າ ໄຊສຸວັນ ແພງພົງ ເວົ້າດູຖູກຢຽດຫຍາມ ວ່າສັດສະຫລາດກວ່າຄົນເກ. ເຈົ້າຄຶດວ່າແນວໃດ? http://punlao.com/webboard/ອື່ນ-ໆ/ລົມໄປເລື້ອຍ-/ໄຊສຸວັນ-ແພງພົງ-ດູຖູກຄົນເກ-263105-1.html

 
ສ້າງເມື່ອ ພ.ພ.. 6, 2012 23 ຄົນໂຫວດ, 0 ຄຳເຫັນ, ອ່ານ 721 ເທື່ອ
ໃນບາງປະເທດທີ່ ການຄ້າປະເວນີ ເປັນການຜິດກົດໝາຍ, ເມື່ອຕຳຫລວດຈັບຄົນລະເມີດ ໃນບາງປະເທດຈະປັບໃໝແຕ່ສະເພາະ ຜູ້ຂາຍບໍລິການ (ຜູ້ຍິງ) ແຕ່ໃນບາງປະເທດຈະປັບໃໝທັງ ຜູ້ຂາຍ ແລະ ຜູ້ຊື້ (ທັງຍິແລະຊາຍ). ຂໍຖາມຫລິ້ນໆຊື່ໆວ່າ ເຈົ້າຄຶດວ່າ

 
ສ້າງເມື່ອ ມ.ນ.. 31, 2012 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 405 ເທື່ອ
ເຈົ້າຄຶດວ່າ ຄຳວ່າ ບຸນສົງການ ຫລື ກຸດສົງການ ເລີ່ມໃຊ້ ໃນປະເທດລາວເຮົາ ປະມານດົນປານໃດແລ້ວ?

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 1-20 ຈາກທັງໝົດ 83  |  ໜ້າຕໍ່ໄປ »