ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຄົນພຸດເມືອງນີ້ຊິໄປວັດໃດຫລາຍ?
ສ້າງເມື່ອ ກ.ລ.. 1, 2013 15 ຄົນໂຫວດ, 10 ຄຳເຫັນ, ອ່ານ 610 ເທື່ອ
ຢູ່ເມືອງນຶ່ງ ມີຄົນລາວ ກັບຄົນໄທ ຢູ່ນຳກັນຫລາຍ. ເມືອງນີ້ ມີ ວັດພຸດ 2 ວັດ ຢູ່ໃກ້ໆກັນ. ວັດທົ່ງ ກັບ ວັດທ່າ. ມີຂ່າວວ່າຄູບາອາຈານຢູ່ວັດທົ່ງເກ່ງເລື່ອງເວດມົນ ກົນ ຄາຖາ ຫລາຍ ແລະ ໃຫ້ເລກ ໃຫ້ຫວຍ ແຈກຢາຍພະວິເສດ. ວັດທ່າມັກພາພໍ່ອອກ ແມ່ອອກສຶກສາທຳມະ ຫລາຍ. ເມືອງນີ້ຊື່ວ່າ ເມືອງສົມມຸດ. ເຈົ້າຄຶດວ່າ ຄົນພຸດໃນເມືອງນີ້ ຊິໄປວັດໃດຫລາຍ