ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ສົມ​ມຸດ​ວ່າ​ບ້ານ​ຂອງ​ທ່ານ​ເຮັດ​ຫ້ອງ​ນ້ຳ​ໃໝ່ໆ ​ແລະ​ທ່ານ​ຈະ​ເອົາ​ອີ​ຫຍັງ​ບາງ​ຍ່າງ​ເຂົ້າປະດັບ​ໃນ​ຫ້ອງ​ນ້ຳ​ນັ້ນ ​ໂດຍ​ໃຫ້​ທ່ານ​ເລືອກ

1.    ​ເລືອກໂຖ​ດອກ​ໄມ້.

ສໍາ​ລັບ ທ່ານ​ທີ່​ເລືອກ​ໂຖ​ດອກ​ໄມ້​ສວຍໆ​ໄປ​ປະດັບ​ຫ້ອງ​ນ້ຳ ສະ​ແດງ​ວ່າ​ທ່ານ​ເປັນ​ຄົນ​ມັກ​ຄວາມ​ສະດວກ​ສະບາຍ ​ແມ່ນ​ແຕ່​ເວລາ​ໃຂ້ຫ້ອງ​ນ້ຳ ກໍ່​ຍັງ​ຕ້ອງການ​ຄວາມ​ສວຍ​ໆ ງາມໆ ​ແລະ​ມີ​ກິ່ນ​ຫອມໆ ທ່ານຍັງມີຄວາມເປັນເດັກນ້ອຍ ການ​ໃຊ້​ຈ່າຍ​ກໍ່ຟຸ້ມ​ເຟືອຍ

2.    ເລືອກ​ຮູບ​ພາບ​ໃສ່​ຂອບ.

ສໍາລັບ ທ່ານທີ່​ເລືອກ​ພາບ​ໃສ່​ຫ້ອງ​ນ້ຳຂອງ​ທ່ານ ຊີ້ບອກ​ໃຫ້​ເຫັນ​ວ່າ ທ່ານ​ເປັນ​ຄົນ​ມີ​ລົດ​ສະ​ນິຍົມ ຖຶງຊິ​ບໍ່​ຈ່າຍ​ເງິນ​ເກັ່ງ​ສໍາ​ກັບ​ແບບ​ໜຶ່ງ ​ແຕ່​ກະ​ຄື​ກັນ​ນັ້ນ​ແຫຼະ.

3.    ​ເລືອກ​​ສົບ​ລູກ​ບິດ.

ສຳລັບ​ທ່ານ​ທີ່​ເລືອກ​ປະດັບ​ຫ້ອງ​ນ້ຳ​ດ້ວຍສົບ​ລູກ​ບິດ ປະຕູ​ສວຍໆ ທ່ານ​ກໍ່​ຄື​ຄົນ​ທົ່ວ​ໄປ ຄື​ຈ່າຍ​ແນ່ເກັບ​​ແນ່.

4.    ​ແຂວນ​ປະຕິທິນ.

ສຳລັບ ທ່ານທີ່​ເລືອກ​ປະດັບ​ຫ້ອງ​ນ້ຳ​ດ້ວຍ​ການ​ແຂວນ​ປະຕິທິນ ທ່ານ​ນີ້​ຕ່ອຍ​ຂ້າງ​ຊິ​ຂີ່​ໜຽວ​ ຄົນ​ເຮົາ​ບໍ່​ແມ່ນ​ຈະ​ເກີດ​ມາ​ເພື່ອ​ຈະ​ເກັບ​ເງິນ​ພຽງ​ຢ່າງ​ດຽວ.

Delicious Digg Fark Twitter