ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ແບບທົດສອບອາລົມເສັຽທວາຍນີໃສ,
ສ້າງເມື່ອ ມ.ກ.. 18, 2011 11 ຄົນໂຫວດ, 6 ຄຳເຫັນ, ອ່ານ 453 ເທື່ອ
ເລືອກກັນແລ້ວລະບໍ...
ຖ້າທ່ານເລືອກສຳເລັບແລ້ວມາເບິ່ງຄຳຕອບກັບດີກວ່າ...
1, ໄປຫາໝູ່ແລ້ວນັ່ງລົມກັບໝູ່,
ເມື່ອທ່ານບໍ່ສະມາດແກ້ໄຂບັນຫາ ຫຼືໃນເວລາທີ່ທ່ານພົບອຸປະສັກ ກໍ່ຈະເຮັດໃຫ້ອາລົມຂອງທ່ານບໍ່ດີ ຕາມທຳມະດາຄະນະເວລານີ້ ຄືເວລາທີ່ຕ້ອງການ ການເອົາໃຈ ປອບຈາກບຸກຄົນອື່ນ ຖ້າຫາກເຮົາໄປຫາໝູ່ ແລະນັ່ງລົມກັບໜູ່ໃນເວລາທີ່ອາລົມບໍ່ດີ
ສະແດງວ່າທ່ານຕ້ອງການ ການເອົາໃຈຈາກໜູ່ ເວົ້າສຳລັບຕົວທ່ານ ທ່ານຄິດວ່າ ຄວາມສະໜິດສະໜົມທາງຈິດໃຈ ແລະອາລົມຄວາມສຳຄັນກວ່າການປອງດອງສະໜິດສະໜົມກັນຕາມລະບຽບວິທີການ
ຈາກອຸປະນິໃສຂອງທ່ານສະມາດບອກໄດ້ວ່າໜູ່ຂອງເຮົາຈະມີບໍ່ຫຼາຍ ແຕ່ໜູ່ທີ່ທ່ານຄົບ ຕ່າງຄືໜູ່ທີ່ໄວ້ໃຈກັນ,
2, ຊວນໝູ່ໄປທ່ຽວກັນຫຼາຍໆຄົນ,
ໃນເວລາທີ່ທ່ານຊວນໜູ່ຫຼາຍໆຄົນ ອອກໄປດ່ຽວນັ້ນ ຂໍ້ສຳຄັນຄືທ່ານບໍ່ຕ້ອງການຄວາມງຽບເຫງົາ ທ່ານຫວັງຈະອາໃສ ບັນຍາກາດທີ່ຄຶກຄື້ນຂອງໜູ່ເພືອນ ມາໄລ່ຄວາມບໍ່ສະບາຍຂອງເຮົາອອກໄປ ທ່ານເປັນຄົນບໍ່ເກັ່ງໃນການສົນທະນາກັບຈິດໃຈຂອງຕົວເອງ ທ່ານບໍ່ເກັ່ງໃນການຈັດການຄວາມຕ້ອງການຂອງຈິດໃຈ ແລະອາລົມຂອງຕົວເອງ ຍາມໃດຈິດໃຈເກີດອຸປະສັກ ທ່ານກໍ່ຈະອອກໄປຫາທ່ຽວກັບໜູ່ເພື່ອນ ເພື່ອໃຫ້ລືມບັນຫາຂອງຕົວທ່ານເອງ,
ແຕ່ຖ້າຫຼາຍມື້ຫຼາຍວັນຈະກໍ່ໃຫ້ເກີດຜົນເສັຽຕໍ່ຕົວເຮົາເອງຄື ຍຶດຫຼັກໜູ່ຄະນະເປັນຫຼັກ ນັ້ນກໍ່ຄື ທ່ານຈະຄິດຕິຕຽນແຕ່ວ່າໜູ່ຄົນນີ້ເຂົ້າກັບໜູ່ໄດ້ຫຼືບໍ່ ເປີເຊັນນ້ວຍທີ່ສຸດທີ່ຈະຕິຕຽນ ວ່າໜູ່ຄົນນີ້ສາມາດຄົບກັບຕົນເອງດ້ວຍຄວາມຈິດໃຈໄດ້ ຫຼືບໍ່,
3, ໄປຮ່ວມຊຸມນຸມກັບໝູ່,
ໃນເວລາໄປຮ່ວມຊຸມນຸມກັບໜູ່ເພື່ອນ ໃນຄະນະທີ່ອາລົມບໍ່ດີ ສະແດງໃຫ້ເຫັນຢ່າງຈຕະແຈ້ງແລ້ວວ່າ ທ່ານບໍ່ຄິດທີ່ຈະປະເຊີງກັບບັນຫາຂອງຕົວເອງ ຄິດແຕ່ຈະປົກປິດຕົນເອງໄວ້ໃນໜູ່ຜູ້ຄົນ ບໍ່ໄດ້ຄິດເຖິງບໍເກີດຂອງບັນຫາ ທ່ານເປັນຄົນທີ່ບໍ່ຄ່ອຍເປັນຄົນຂອງຕົນເອງ ເພາະວ່າໃນໂອກາດຂອງການຮ່ວມຊຸມນຸມ ບົດບາດທີ່ທ່ານສະແດງຄືຕົວປະກອບ
ສີ່ງທີ່ທ່ານໃຫ້ຮັບຈາກການຮ່ວມຊຸມນຸມຄືລືມຕົນເອງ ຜູ້ອື່ນຈະບໍ່ສົນໃຈທ່ານ ບໍ່ສົນໃຈບັນຫາຂອງທ່ານ ທຸກໆຄົນມາທີ່ນີ້ເພື່ອສະແຫວງຫາຄວາມສຸກ ຕົວທ່ານເອງກໍ່ຄິດເຊົນດຽວກັນ ເພາະວ່ານັ້ນທ່ານຈິ່ງມາທີ່ນີ້ ດ້ວຍເຫດນີ້ ຢ້ານສຳລັບທ່ານ ໜູ່ເພື່ອນຄືເຄື່ອງມືໃນການສະແຫວງຫາຄວາມສຸກ ແລະເປັນພຽງວິທີການຫຼີກລ້ຽງການສຳລວມຕົວເອງເທົ່ານັ້ນສາມາດເວົ້າໄດ້ວ່າ ທ່ານອາດຈະຄົບຄ້າສະມາຄົມກັບຜູ້ອື່ນ ຢ່າງຫຼວງຫຼາຍ ແຕ່ກໍ່ອາດເປັນໄດ້ແຕ່ໜູ່ກິນ ບໍ່ມີໜູ່ທີຮູ້ໃຈຈັກຄົຍເລີຍ,
4, ນັ່ງອ່ານໜັງສືເລື່ອງ ຫຼືຟັງເພງຢູ່ໃນເຮືອນ,
ທ່ານຈັດຢູ່ໃນປະເພດມັກສຳຫຼວດຕົວເອງ ທ່ານມັກຈັກຄິດວ່າຄະນະທີ່ອາລົມບໍ່ດີ ຄືໂອກາດທີ່ດີສຸດສຳຫຼັບການຫວນ ສຳລວດຕົວເອງ ດ້ວຍເຮັດນີ້ ທ່ານຈະບໍ່ຫຼີກລ້ຽງການສົນທະນາກັບຈິດໃຈ ເພາະວ່າທ່ານຢ້ານໃນການຫວນສຳຫຼວດຕົວເອງ,