ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 24, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຫາກິນກັບຂອງເກົ່າ

ບໍ່ໄດ້ລົງໄດອະຣີ່ດົນເຕີບແລ້ວ

ຊ່ວງນີ້ຄິດແຕ່ງກອນໃຫມ່ບໍ່ອອກ (ບໍ່ປ່ອງ) ເລີຍເອົາບົດກອນເກົ່າທີ່ເຄີຍຂຽນໄວ້ມາລົງ

ຫວັງວ່າຊິບໍ່ຕຳນິກັນ

 

ຄິດຮອດເດຮັກຂ້າ ອາດີດເກົ່າຄາວຫລັງ

ຄັ້ງທີ່ເຮົາທັງສອງ ເຄີຍຮັກກັນຄົງຫມັ້ນ

ນາງຍັງສັນຍາອ້າຍ ວ່າສອງໃຈຊິຫມັ້ນແກ່ນ

ແຟນເອີຍແຟນ ເຈົ້າຊ່າງມາຖິ້ມອ້າຍ ຫາຍຫນ້າບໍ່ຫ່ວງຫລັງ

ຈັກຍ້ອນຫຍັງອ້າຍບໍ່ຮູ້ ມູນເຫດເປັນແນວໃດ

ເຈົ້າຈາກໄກບໍ່ເອີ່ຍຄຳ ນ້ຳຄຳລາບໍ່ມີຈ້ອຍ

ອ້າຍໄດ້ຄອຍຄອງຖ້າ ຄິດເຫັນພາບເຈົ້າມາ ນ້ຳຕາຫລັ່ງ

ຫລືຍ້ອນສາວເຈົ້ງຊັງ ຕິວ່າຈົນຕ່ຳຕ້ອຍ ແຟນຂ້ອຍຈຶ່ງຫ່າງໄກ ເດນໍ

ຄັ່ນແມ່ນເປັນຍ້ອນອ້າຍ ຊິບໍ່ວ່າເຈົ້າແນວໃດ ຫລ້າເອີຍ

ຊິຖືວ່າວາດສະຫນາ ອ້າຍເກີດມາບໍ່ສົມເຈົ້າ

ຖືວ່າເຮົາບໍ່ເຄີຍສ້າງ ເຮັດບຸນ ຮ່ວມກັນມາ ແຕ່ປາງກ່ອນ

ຫລອນເກີດມາຊາດນີ້ ຈິ່ງມີຮ້າງຫ່າງໄກ ຊັ້ນບໍ

ໄປຢູ່ໃສໃຫ້ເຈົ້າເວົ້າ ບອກກ່າວອ້າຍມາສາ

ຫລາຍປີລາອ້າຍຍັງຄອຍ ຕັ້ງຕາລໍທຸກແລງເຊົ້າ

ຫາກເຂົ້າມາເຫັນກອນອ້າຍ ຝາກອອນໄລນ໌ໃຫ້ເຈົ້າກ່າວ ຕອບມາເດີ່

ຍັງຄອງຄອຍຂ່າວຄາວ ສົ່ງເຂົ້າມາພໍໃຫ້ຮູ້ ວ່າແຟນ(ເກົ່າ)ອ້າຍຢູ່ສະບາຍ ຫລ້າເອີຍ!!

 

ຂໍອະໄພນຳຜູ້ທີ່ເຄີຍອ່ານມາກ່ອນ

Lem
ອ່ານຄືນຫຼັງ
ໝວດໝູ່