ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ


ອ້າຍ­ຄູຄໍາຫຼ້າ­ຂີ້ເມົາ

ອົກເອີຍ ຫົວ­ອົກ­ຄູຄໍາຫຼ້າ ຕ້ອງມາ­ນໍ້າຕາຫຼັ່ງ
ຜິດ­ຫວັງ ຍ້ອນ­ຖືກ­ສາວ­ຫຼອກ­ຕົ້ມ ບໍ່­ສົມເວົ້າ­ກ່າວ­ຈາ
ສາວ­ຕ້ອຍເມີນ­ໜີ­ຫນ້າ ຄູອາສາ­ບໍ່­ສົມກຽດ ເຈົ້າ­ແລ້ວ
ນັ້ງ­ໃນ­ຮຸນ­ໄດເພິ່ນ­ພຸ້ນ ເວັບ­ຈີນ­ອ້າຍ­ໄລ່ບໍ່­ທັນ ແລ້ວນໍ

ເລື່ອງ­ຄວາມ­ຮັກ­ວ່າ­ນັ້ນ ຄູຍັງ­ອ່ອນ­ປະ­ສົບການ
ມານຍາ­ຍິງ­ຮ້ອຍເຫຼັ້ມກ­ວຽນ ບໍ່­ຫ່ອນ­ຕາມ­ທັນເຈົ້າ
ເອົາ­ແຕ່­ສອນເດັກ­ນ້ອຍ ຕ້ອຍເລີຍ­ຫຼອຍ­ໄປທາງ­ອື່ນ
ພໍຮູ້­ຂ່າວ ຄູເກືອບ­ລົ້ມ­ທາງ­ຢືນ ຝືນ­ນໍ້າຕາ­ບໍ່­ໃຫ້ຍ້ອຍ ອາຍເດັກ­ນ້ອຍ­ຊິກ່າວ­ຂ­ວັນ

ປ­ຣິນຍາ­ທີ່­ໄດ້ນັ້ນ ເຂົາ­ໃຫ້ອ້າຍມາເປັນ­ຄູ
ສອນ­ຄວາມ­ຮູ້­ໃຫ້­ສິດ­ພຽນ ອ່ານເປັນ­ຂຽນ­ໄດ້
ວິ­ຊາຫຼາຍ­ໃຈ ຄູບໍ່­ສູ້ ວິ­ຊາເຈົ້າ­ຊູ້ ຄູບໍ່­ຜ່ານ
ຕ້ອຍ­ບໍ່­ສົນ ຄົນເງິນເດືອນ­ຕາມ­ຊັ້ນ ຄືອ້າຍ­ນັ້ນ ຕ້ອງເສົ້າຫມອງ

­
ແຫນ້ນ­ໃນ­ໃຈຢາກ­ຮໍ່າ­ຮ້ອງ ດັງ­ກ້ອງອອກ­ໃຫ້­ສ່ວາງ­ໃຈ
ກໍ່­ຄິດ­ອາຍ­ນັກ­ຮຽນ ເຂົາ­ຊິ­ຫາ­ວ່າ­ຄູບ້າ
ກັ້ນ­ນໍ້າຕາ­ບໍ່­ໃຫ້ຍ້ອຍ ອອຍ­ກັບ­ໃຈ ເຮົາ­ບໍຫານ­ໄປ­ແຂ່ງເພິ່ນ
ເຂົາ­ມີ­ລົດ ມີເງິນ ສໍາປະ­ທານ­ທີ່ດິນ ປູກ­ຢາງ­ພາລາກ­ວ້າງ ໆ­ ພາຍ­ຫນ້າ­ຊິມັ້ງ­ມີ

ທຽບ­ໃສ່ມາທາງ­ອ້າຍ­ພີ້ ຫລາຍ­ປີ­ໄປ­ຢ້ານ­ລໍາບາກ ­ແລ້ວ­ນໍ
­
ແນວ­ກິນ-ຢາກ ­ແພງ­ຊັກ­ໄຊ້ ເງິນ­ທີ່­ໄດ້ (ຄື)ຊິບໍ່­ພໍ
ຕ້ອຍ­ບໍ່­ລໍເງິນເດືອນ­ອ້າຍ (ເດືອນສິບເພິ່ນ­ວ່າ­ຊິ­ຂຶ້ນ­ໃຫ້­ຢູ່) ຮັກມາຫຼາຍໆ­ ­ໄດ້­ຂາດເຄິ່ງ
ແວວ­ຕາ ຄົນເຄີຍເບິ່ງ­ແຕ່ກ່ອນ­ກີ້ ມາດຽວ­ນີ້­ໂລດເລົ່າເມີນ

ເປັນ­ສ່ວນເກີນເຈົ້າ­ແລ້ວ ບໍ່ມີ­ແນວ ຊິ­ໃຫ້­ຄູ­ໄດ້­ຕັ້ງ­ຕໍ່
ຫ້ອງກະ­ບໍ່­ຢາກ­ຂຶ້ນ ຫັນເພິ່ງເຫຼົ້າເປັນ­ຫມູ່­ໃຈ
­
ໃຜ­ຊິເຕືອນ ­ໃຜ­ຊິ­ຮ້າຍ ຕາມ­ແຕ່­ໃຈ ເມົາໆ­ ຖອນໆ­ ບໍ່­ຢາກ­ຊື່ນ
­
ໂສ້­ລົດ­ຂາດ ເຊ­ຊຸກ­ລົງ­ລົ້ມ­ພື້ນ ເດັກ­ນ້ອນ­ຢືນ­ຫຸ້ມເວົ້າ ເອົ໊າ! ຄູຄໍາຫຼ້າ­ຂີ້ເມົາ...ອ໊າ!!

ຂໍອະ­­ໄພ­ນໍາເດີ້ ຫາກ­ຊື່­ຕົວ­ລະ­ຄອນ­ໄປ­ກົງ­ກັບ­ຊື່ ຜູ່ເຂົ້າມາ­ອ່ານ...

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 19, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ເກາະກະແສເພງດັງ

 

ປຽບເຈົ້ານັ້ນດັ່ງດອກຟ້າ (She's out of my league)

ຍາມແວວຕາແນມຈ້ອງ  ລອງຕຶກຕອງປຽບທຽບຄ່າ

ວາດສະຫນາສ່ຳອ້າຍ      ຄືຊິພ່າຍໃຫ້ແກ່ເຂົາ

ລົດງາມໆຮັບທຸກເຊົ້າ   ທຽບກັບເຮົາໂລດແຕກຕ່າງ

ຫົນທາງຄົງຫ່າງເຍີ້ນ   ຍາມເມື່ອເດີນພໍ້ຫນ້າ  ໃດຊິກ້າເອີ່ຍຈາ

ເຈົ້ານັ້ນປຽບດອກຟ້າ   ແນວຫມາວັດຢ້ານບໍສົມ

ໄດ້ຊື່ນຊົມພຽງສາຍຕາ   ບໍ່ຫານຈາມາຊ້ອນ

ຮອດຍາມນອນຝັນເຫັນຫນ້າ ຈັ່ງມີວາດສະຫນາ ໃກ້ເນື້ອອຸ່ນ

ບຸນບໍ່ສົມນົງນາດນ້ອງ      ຄິດຫມາຍປອງຄຽງຄູ່ເຈົ້າ ຕົນອ້າຍຍ້ານບໍ່ຄື

ເຫລືອໃຈເດ! ຄິດຢາກຍື້    ເດັດດອກຟ້າ ມາດົມກິ່ນ

ປີນກາປີນຂຶ້ນບໍໄດ້        ມືອ້າຍຍື້ບໍ່ສູງ

ຊິຕັດໄມ້ ມາພະຍຸງຂຶ້ນ     ໃຫ້ທຽມນາງຢ້ານບໍ່ເກິ່ງ ເຈົ້າແລ້ວ

ແມ່ນວ່າມືຍື້ເຖິງ  ຕີນພັດວິດຈາກພື້ນ  ບືນຂຶ້ນພະລາດລົງ

ຄິດຢາກປົງໃຈຕັ້ງ          ເຊົາຫວັງຕັດອອກຫ່າງ

ບຸນບໍ່ສົມໄດ້ສ້າງ           ແມ່ນທຽວຫ້າງກໍ່ເລົ່າມາຍ

ຄົນຈົນໆຄືຈັ່ງອ້າຍ         ບໍ່ກ້າຫມາຍ ຢ້ານແມ່ນ້ອງນັ້ນຊິດ່າ

ຄົນມີຫນ້າມີຕາ ຖານະດີພຽບພ້ອມ ແນວນັ້ນຈັ່ງຄູ່ຄວນ  ເຈົ້າແລ້ວ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2012 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຂໍອະໄພນຳເຈົ້າຂອງຮູບ ທີ່ເອົາຮູບລົງໂດຍບໍໄດ້ຮັບອະນຸຍາດ

ຖ້າເປັນການລ່ວງລະເມີດ ກໍ່ຂໍອະໄພມານະທີ່ນີ້ດ້ວຍ (ເອົາມາແຕ່ອິນເທີຣ໌ເນັທອີກທອດນຶ່ງ)


ຂໍໂທດເດີນາດນ້ອງ ຜູ້ງາມຄ່ອງຕາຫວານ

ສາວສະຫວັນໂສພາ ຊາຍຊິຈາວອນເວົ້າ

ຢາກເປັນເຂີຍບ້ານເຈົ້າ ຂໍເຊົາເຮືອນຫລັງໃຫຍ່ 

ພໍຊິໄດ້ບໍ່ນ້ອງ        ໃຫ້ລອງເວົ້າກ່າວຈາ

 

ອ້າຍນີ້ມາເຫັນຫນ້າ  ສາວຊ່າແດນສະຫວັນ

ໃຈໃຝ່ຝັນໂຫຍຫາ   ວ່າຢາກມາຄຽງຊ້ອນ

ຊາຍຢາກຍັບສວນມ້ອນ ເຂົ້າມາຊອນສວນຫມີ່ ເຈົ້າເດ

ຢາກຍັບສວນຫມາກມີ້   ມາທາງພີ້ຊິວ່າໃດ

 

ເຈົ້ານັ້ນແນວນາມໄມ້    ໃບດົກນົກຫມາຍປອງ 

ຊາຍຫວັງຄອງເຊີຍຊົມ    ຢາກຊື່ນຊູຊິດໃກ້

ມືຢາກຈັບຖືຝ້າຍ      ຄຽງກາຍມັດແຂນຕໍ່ ເຈົ້າແລ່ວ

ຂໍເປັນເຂີຍແມ່ນ້ອງ   ພໍໄດ້ແດ່ບໍນາງ

 

ຢ້ານແຕ່ເປັນຝັນຮ້າງ  ນາງນ້ອງຊິບໍ່ສົນ

ຫົວອົກຄົນບ້ານໄກ   ຢ້ານເປັນໄປດັ່ງເພງຮ້ອງ

ເປັນທຳນອງຕົວະຕົ້ມ ຫລົງລົມສາວຕັ້ງຕໍ່ ຢ້ານເດ໋!

ຕົວະມາຂໍຮອດບ້ານ  ສາວນັ້ນພັດວິວາ

 

ເຫລືອໃຈແຕ່ຜູ້ຂ້າ   ທາງບ້ານຫ່າງກັນໄກ

ຢາກຍັບຍ້າຍເຮືອນຊານ ມາຫາໃຫ້ມັນແລ້ວ

ຢາກໄດ້ແນວນາມໃພ້  ໄທສະຫວັນຕ້ອນແມ່

ຢ້າແຕ່ຄົນຂີ້ລ້າຍ     ຄືອ້າຍເພິ່ນບໍ່ສົນ

 

ຫາກແມ່ນບຸນພໍຊົ້ນ  ຊິວົນວຽນສານຕໍ່

ຂໍເປັນກໍຮ່ວມໄມ້    ເປັນໃບຊ້ອນຮົ່ມເງົາ

ຂໍພຽງໃຈນ້ອງເຈົ້າ   ບໍ່ມີເຂົາກັ້ນຫວ່າງ

ອ້າຍຂໍຍ່າງຮ່ວມນ້ອງ ຄຽງເຈົ້າເຂົ້າວິວາ

 

ຫມູແລະຫມາຍັງລ້ຽງ ງົວ ຄວາຍ ນ້ອງປ່ອຍ ນັ້ນເດ໋

ເປັດແລະໄກ່ ນົກນ້ອຍ ຍັງຄອຍລ້ຽງບໍ່ລາ

ຊິບໍ່ສົງສານຫນ້າ     ເຫັນອ້າຍມາແລ້ວປະປ່ອຍ ເປັນບໍ!!!!

ອົດລ້ຽງເອົາອ້າຍຜູ່ນ້ອຍ ໄວ້ທຽວຕ້ອຍບາດເຂົ້ານອນ ສາວເອີຍ

&&&&&&&

Lem
ອ່ານຄືນຫຼັງ
ໝວດໝູ່