ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2013 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ຢູ່­ຫ້ອງ­ແອ­ຣ໌ເຢັນ­ຈ້ອຍ ບໍ່­ຄື­ຂ້ອຍ­ຄົນນະ­ຖາ
ລູກ­ຊາວນາເກືອກ­ຕົມ ໝົ່ນ­ໝອງ­ຄີງ­ຮ້າຍ
ເອົາອາ­ໄສ­ຮົ່ມ­ຫວ້າ ເປັນ­ຫຼັງ­ຄາ­ພໍບັງ­ແດດ
ຜິດ­ແຜດ­ກັນ­ກັບນາດ­ນ້ອງ ນັ້ງ­ໃນ­ຫ້ອງ­ຕາກ­ແອ­ຣ໌

ເອົາ­ຄັນ­ແທເປັນ­ບ່ອນເທີ້ງ ແທນ­ຕັ່ງນວດນວມ­ດີ
ມີ­ແສງ­ແດດ ສາຍ­ລົມ ພ້ອມ­ທັງ­ຝົນ­ຮໍາ­ຍ້ອຍ
ທາງ­ວຽກງານ­ຂອງ­ຂ້ອຍ ໃຊ້­ແຕ່­ແຮງ­ສຸມ­ໃສ່
ຂຸດ­ຂີ້ດິນ­ງັດ­ໄຫງ້ ເຫື່ອ­ໃຄ­ຍ້ອຍກະ­ພ່ອງເຫມັນ

ຕ່າງ­ກັບເນື້ອເຢັນ­ຫຼ້າ ວາສະ­ໜາ­ມັນເຫີນ­ຫ່າງ ກັນ­ແລ່ວ
ເຈົ້າ­ນັ້ນ­ຍ່າງເລາະ­ຫ້າງ ບາດ­ທາງ­ອ້າຍ­ຍ່າງເລາະ­ຄວາຍ
ພໍຕອນ­ສວາຍເຈົ້າເຂົ້າ­ຮ້ານ ເຄື່ອງ­ດື່ມ­ອາຫານ­ສັ່ງ­ຊຸດ­ໃຫຍ່
ອ້າຍ­ນັ້ງ­ລົງ­ກ້ອງ­ຮົ່ມ­ໄມ້ ໄຂເອົາ­ແອບເຂົ້າ­ນ້ອຍ ກອຍ­ຈໍ້າ­ນໍ້າ­ປົ່ນ­ປາ

ເຮັດ­ຈັງ­ໃດ­ໄດ້ເດ­ຫຼ້າ ຕາມ­ປະ­ສາ­ຄົນ­ບ້ານນອກ
ເຄື່ອງ­ນຸ່ງ­ຂອງ­ຖືບົ່ງບອກ­ໃຫ້­ຮູ້ ວ່າເຮົາ­ນັ້ນ­ມັນ­ຫ່າງ­ໄກ
ຄົນນອນນາ­ຄື­ຈັ່ງ­ອ້າຍ ບໍ່ກ້າຫມາຍ­ໄດ້­ຄຽງ­ຄູ່
ໄດ້­ຫາຍ­ໃຈ­ຢູ່ ຮ່ວມ­ໂລກ­ນີ້ ທາງ­ພີ້ກໍ່ວ່າ­ບຸນ ຫລ້າເອີຍ!!

Delicious Digg Fark Twitter
Lem
ອ່ານຄືນຫຼັງ
ໝວດໝູ່