ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 3, 2013 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສອງເດືອນ­ປາຍເຂດ­ຕັ້ງ..........ຊິໄກຫ່າງເຄຫາ
ຂ້າມເຂດຟ້າ­ທະ­ເລຫຼວງ..........ລ່ວງເລີຍໄກແຄວ້ນ
ເນົາໃນແດນ­ດິນ­ກວ້າງ..........ທວງ­ຖາມ­ກັນ­ພາ­ສາອື່ນ
ຕື່ນເຊົ້າມາ ຫຼຽວງ­ວາກ­ຂວາ­ຜ່ອງຊ້າຍ ບໍຄືກໍ້າ­ຖິ່ນສະ­ຖານ

ລູກບ້ານ­ນອກຕ້ອງ­ຈາກບ້ານ..........ສະ­ຖານ­ຖິ່ນ­ທີ່ເຄີຍ­ນອນ
ລາເສື່ອໝອນເຄີຍ­ໝູນ..........ສອງເຂືອພໍ່ແມ່ເຈົ້າ
ໝູ່ເພື່ອນ­ຝູງ­ທີ່ເຄີຍເວົ້າ..........ຈໍາໃຈເຫງົາ­ຊິເຫີນຫ່າງ
ມີຊີວິດ­ຈຶ່ງຕ້ອງສ້າງ.............ຫວັງ­ມື້ໜ້າໃຫ້­ສົດໃສ

ກາບ­ຂໍພອນເຖິງເທພໄທ້..........ຜູ່­ຊິໄປໃຫ້­ມີໂຊກ ແນ່ເດີ
ຜູ່­ທີ່­ຢູ່ໃຫ້­ມີຄວາມ­ສຸກ...........ດ້ວຍ­ກັນສະ­ເໝີດ້າມ
ຄຸນ­ບິດາມານ­ດາ­ຕາມ­ປົກປ້ອງ..........ຍາມ­ລູກ­ປອງໄກຫ່າງ
ມາ­ຢູ່­ຕາມ­ລໍາ­ພັງ ໃຈກາງເມືອງເພິ່ນ­ພຸ້ນ ຄຸນເຈົ້າໃຫ້­ຄຸ້ມ­ຄອງ

ຕາ­ລໍ່າມອງເບິ່ງ­ຮວງເຂົ້າ.........ຄືຊິບໍໄດ້­ຢູ່ກ່ຽວກໍາ ແລ້ວນໍປີນີ້
ເຄີຍໄດ້ເຮັດ­ທໍາ­ທຸກ­ປີ...........ກະ­ຊິໜີຈອນຍ້າຍ
ແສນ­ອາໄລ ແຕ່ກະ­ຈໍາໃຈແລ້ວ..........ແນວຊະ­ຕາໄດ້­ຂີດແຕ່ງ
ຟ້າ­ຄໍ່າແລງໃນ­ມື້­ນີ້ ຜ່ານໄປອີກ­ມື້ໜ້າ ບໍຄືຟ້າເຄີຍ­ລໍ່າແຍງ ແລ້ວນໍ

Delicious Digg Fark Twitter
Lem
ອ່ານຄືນຫຼັງ
ໝວດໝູ່