ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 4, 2014 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ພໍພົບ­ພານ­ພໍ້ນ້ອງ  ຜູ້ງາມ­ຄ່ອງ­ຕາຫວານ 
ຫັນ­ສາຍ­ຕາມາ­ພົບ  ຍິ້ມນາງ­ສົ່ງ­ໃຫ້ 
ໃຈ­ຊິວາຍ­ແລ້ວເດີ້­ຫຼ້າ     ຮອຍ­ຍິ້ມການດາ­ສັງມາເດັ່ນ 
ຈົນ­ຫົວ­ໃຈ­ອ້າຍເກືອບ­ຢຸດເຕັ້ນ    ເຫັນ­ແລ້ວເປັນ­ປ່ວງ­ນໍາ 
­ແມ່ນ­ຢູ່­ທາງເຂດ­ກໍ້າ ຖານ­ຖິ່ນ­ດິນ­ໃດ ເດ­ນໍ 
ບອກ­ອ້າຍ­ແດ່­ຄົນ­ດີ ຊິ­ຕາມ­ໜີນໍາເຈົ້າ 
ໄປ­ລັກເອົາຮອຍ­ຍິ້ມ ປຸ້ມ­ໃສ່­ຖົງ­ແລ້ວ­ຫອບ­ແລ່ນ 
ມາ­ໄວ້­ແຍງ­ລັດເຊົ້າ ຕາງ­ກິນ­ແກ້ມ­ກັບເຂົ້າ ບະ­! ຄື­ຊິເຖົ້າ­ບໍເປັນ 
ຍິ້ມ­ຂອງນາງເນັ້ນໆ­ ດຶງ­ດູດ­ສາຍ­ຕາ 
ຄືມົນ­ຕາມາສະ­ກົດ  ບໍ່ອາດ­ຫຼົງ­ລືມ­ໄດ້ 
ສາລະ­ພາບເຫມິດ­ໃຈ­ແລ້ວ ຫຼົງ­ຮອຍ­ຍິ້ມນາງເຈົ້າ­ຮູ້ບໍ 
ຂໍມາ­ຢູ່­ຮ່ວມ­ຫ້ອງ   ເປັນເຈົ້າຂອງ­ຮອຍ­ຍິ້ມເຈົ້າ ໄປ­ຈົນເທົ່າ­ຊີບ­ວາຍ 
ເຮັດ­ຈັງ­ໃດ ຈັງ­ຊິ­ໄດ້ ມາ­ຢູ່­ໃກ້­ຄຽງ­ຂ­ວັນ 
ຫວັ່ນ­ໃຈ­ຢ້ານ­ຄວາມ­ຈິງ   ເຈົ້າ­ບໍຫຼິງມາຫາ­ອ້າຍ 
ຍິ້ມ­ໃຫ້­ໃຜ ຜູ້ອື່ນ­ພຸ້ນ ຫາກເປັນ­ບຸນ­ອ້າຍມາ­ຜ່ານ 
ສອງ­ພວງ­ແກ້ມນວນ­ຈັນ   ກັບ­ຮອຍ­ຍິ້ມນາດ­ນ້ອງ ກ້ຽວ­ໃຈ­ອ້າຍ­ບໍຢາກ­ລາ 
­ແຕກະ­ຊ່າງເຖາະ­ນໍ້­ຫຼ້າ    ອ້າຍ­ບໍວ່າ­ແນວ­ໃດ 
ຍ້ອນ­ທາງ­ໃຈ­ມັນ­ຫຼົງ­ຮັກ   ມັກ­ແຕ່­ສາວ­ຜູ້­ສົ່ງ­ຍິ້ມ 
ແມ່ນ­ຊິງາມ­ຄື­ພິມ­ແຕ້ມ    ແນມຍາມ­ໃດ­ກໍຍິ້ມຍາກ ບໍເອົາເດີກ! 
ມັກ­ແຕ່­ຄົນ­ສົ່ງ­ຍິ້ມ­ໃຫ້ ວາຈາ­ນັ້ນ­ພ້ອມ­ພໍ່າພຽງ

Delicious Digg Fark Twitter
Lem
ອ່ານຄືນຫຼັງ
ໝວດໝູ່