ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ການແກ້ໄຂຕົນເອງ


ການທີ່ຈະເປັນຄົນ ທີ່ປະສົບຜົນສຳເລັດ ບໍ່ວ່າຈະເປັນໃນໜ້າ ທີ່ການງານ, ການຄອງເຮືອນ, ຄອງຕົນເອງ, ບໍ່ແມ່ນເລື່ອງຍາກ ແລະ
ກໍບໍ່ແມ່ນເລື່ອງງ່າຍ ຖ້າເຮົາວ່າເຮົາເຮັດໄດ້ ປະຕິບັດໄດ້ ມັນກໍຈະເຮັດ
ໃຫ້ເກີດມີກຳລັງທີ່ຈະຕໍ່ສູ້ໃນໜ້າທີ່ການງານ ເຊິ່ງມີບາງຄົນເອີ້ນວ່າ ”ສູ້ຊີວິດ” ເພື່ອສ້າງຝັນໃຫ້ເປັນຈິງ.
ປະການທຳອິດເຮົາຈະມີຄວາມສຳເລັດ ໃນດ້ານຕ່າງໆ ໄດ້ນັ້ນ
ເຮົາຄວນປັບປຸງຕົນເອງສາກ່ອນ ເຊັ່ນ: ເຮົາເຄີຍຕື່ນສວາຍ, ບໍ່ມັກອ່ານ
ໜັງສື, ບໍ່ຕ້ອນຮັບ ບໍ່ຍອມຮັບປະສົບການໃໝ່ໆທີ່ເຂົ້າມາ, ສະນັ້ນເຮົາ
ຄວນປັບປຸງຕົນເອງໃຫ້ເປັນຄົນທີ່ຮູ້ຈັກຄຳວ່າ “ເອົາໃຈເຂົາມາໃສ່ໃຈ ເຮົາ” ຖ້າເຮົາມີຄຳນີ້ຢູ່ປະຈຳໃຈກໍຈະມີຜົນດີຕໍ່ຕົນເອງ.
ຈາກທີ່ເຮົາເຄີຍນອນຕື່ນສວາຍ ແຕ່ກ່ອນຜູ້ຂຽນກໍເຄີຍເປັນ
ເຊັ່ນກັນ ແຕ່ກໍມີວິທີດັດປ່ຽນຕົນເອງ ເລີ່ມຈາກການນອນໃຫ້ສະໝ່ຳ
ສະເໝີ ກິນອາຫານໃຫ້ຖືກເວລາ ແລະ ທີ່ສຳຄັນ ຖ້າບໍ່ມີວຽກ ຫລື ວຽກ
ຈຳເປັນ ບໍ່ຄວນນອນເດິກຈົນເກີນໄປ ເຊິ່ງແຕ່ກ່ອນຜູ້ຂຽນເອງເຄີຍ
ນອນ 12 ໂມງຫາ 1 ໂມງ ຮູ້ສຶກວ່າເກີດອາການເມື່ອຍ ແລະ ກໍນອນ
ບໍ່ໍ່ພຽງພໍ ຫລັງຈາກຮູ້ສຶກວ່າຕົນເອງເປັນເຊັ່ນນີ້ຕະຫລອດໄປບໍ່ໄດ້ ກໍ ເລີຍຫັນປ່ຽນມານອນ 10 ໂມງ ກໍຮູ້ສຶກວ່າຕື່ນເຊົ້າດີ

ການອ່ານໜັງສືເປັນສິ່ງທີ່ດີ ເຮັດໃຫ້ເຮົາມີຄວາມຮູ້ເສີມປະ ດັບໂຕເຮົາໄປຕະຫລອດການ ຄົນລາວເຮົາໃນສ່ວນຫລາຍແລ້ວ ບໍ່ມັກ
ອ່ານໜັງສືເລີຍ ມັກແຕ່ການຫລິ້ນໃນສິ່ງທີ່ບໍ່ດີ ເຊັ່ນ: ທ່ຽວເດິກ, ຫລິ້ນ ການພະນັນ, ເລາະກິນເຫລົ້າເມົາສຸລາ.
ເພາະສະນັ້ນ ເຮົາຄວນປູກຝັງເດັກນ້ອຍໃຫ້ຮູ້ຈັກການອ່ານ
ນັບຕັ້ງແຕ່ອະນຸບານ ຈົນເຖິງມະຫາວິທະຍາໄລ ເຊິ່ງຈະເປັນຜົນດີຕໍ່ ຕົນເອງ ແລະ ປະເທດຊາດບ້ານເມືອງ.
ຮູ້ຈັກຮັບເອົາສິ່ງໃໝ່ໆທີ່ເຮົາບໍ່ຮູ້ ນຳເຂົ້າມາໃນຊີວິດຂອງຕົນ
ເອງ ເພື່ອເປັນການພັດທະນາຕົນເອງ ບາງເທື່ອຄວາມຄິດຂອງເຮົາ
ຫລ້າຫລັງ, ແຕ່ກັບຄິດວ່າຄວາມຄິດຂອງຕົນເອງດີສະເໝີໄປ ສິ່ງໃດ ທີ່ບໍ່ດີ ເຮົາຕ້ອງແກ້ໄຂ ແລ້ວຮັບເອົາສິ່ງດີໆ ໃໝ່ໆ ທີ່ເປັນແນວຄວາມຄິດໃນທາງດີເຂົ້າໃສ່ຕົນ ສິ່ງໃດທີ່ບໍ່ດີເຮົາກໍປ່ອຍມັນຜ່ານພົ້ນໄປ.
Delicious Digg Fark Twitter