ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

 

ຄຳວ່າ “ ໜ້າທີ່ ” ໝາຍເຖິງກິດຈະກຳສິ່ງໜຶ່ງທີ່ເຮົາຄວນປະຕິບັດ ຫລື ພາລະກິດໃນການເຮັດໜ້າທີ່ນີ້ ເຮົາບໍ່ຄວນເມີນເສີຍ ຖ້າເຮົາເມີນເສີຍຍາມໃດອາດສົ່ງຜົນໃຫ້ເຮົາຕົກວຽກຕົກງານກໍໄດ້.
ເຮັດໜ້າທີ່ ເຮົາຄວນເຮັດຕາມຖານະຄວາມເປັນຢູ່ ຖ້າຜິດໄປ
ກໍເສື່ອມເສຍອີກ ສົມມຸດວ່າ ຍາມກາງເວັນຕາເວັນກໍອອກມາເຮັດໜ້າທີ່ຂອງມັນ ດ້ວຍການສ່ອງແສງໃຫ້ປະຊາຊົນຊາວໂລກ ຍາມຕອນຄ່ຳ ເດືອນກໍອອກມາສ່ອງແສງໃນຍາມເວລາກາງຄືນ ເດືອນກໍຕ້ອງອອກມາເຮັດໜ້າທີ່ໃນຍາມກາງຄືນ ເດືອນຈະໄປຂຶ້ນຕອນສວາຍກໍບໍ່ໄດ້ ຕາເວັນຈະຂຶ້ນກາງຄືນກໍບໍ່ໄດ້ ຖ້າເປັນເຊັ່ນນັ້ນ ເຮົາກໍເກີດມີຄວາມລຳ
ບາກຢ່າງຫລວງຫລາຍ ຍ້ອນທຳມະຊາດໄດ້ຈັດສັນແບ່ງໜ້າທີ່ໃຫ້ເປັນ
ທີ່ຮຽບຮ້ອຍແລ້ວ.
ການເຮັດວຽກງານກໍເຊັ່ນກັນ ໜ້າທີ່ແຕ່ລະຢ່າງກໍມີຜູ້ບໍລິຫານ ຈັດແບ່ງແຕ່ງໃຫ້ເຮົາປະຕິບັດເປັນທີ່ຮຽບຮ້ອຍແລ້ວ ເຮົາຄວນຮັກສາ
ໜ້າທີ່ຂອງເຮົາໄວ້ໃຫ້ດີໂດຍການດຸໝັ່ນຂະຫຍັນພຽນ...ຫລືເວົ້າງ່າຍໆ
ວ່າເປັນ “ຄົນດີ”.
ຄຳວ່າ ”ຄົນດີ” ນີ້ໃຜໆກໍຕ້ອງການທີ່ຈະຢາກໄດ້ສາຍາ ຫລື
ລວມຄວາມຮູ້ ເພື່ອນຳໄປສູ່ຄວາມສຳເລັດ 
ເຮັດໃຫ້ຄົນອື່ນຍອມຮັບຕົນວ່າເປັນຄົນດີ ບໍ່ວ່າຈະເປັນເດັກນ້ອຍ ເວ
ລາໄຫ້... ເມື່ອມີຄົນມາເອົາໃຈ ຫລື ພາສາທ້ອງຖິ່ນເອີ້ນວ່າ: ອອຍ
ເມື່ອໄດ້ຍິນຄຳວ່າ “ລູກເປັນຄົນດີ”
ທໍ່ນີ້ກໍຍັງຢຸດໄຫ້ທັນທີ.
ໜ້າທີ່ສຳຄັນທີ່ສຸດ ສຳລັບຄົນທີ່ຕ້ອງການປະສົບຜົນສຳເລັດ
ຈັກມື້ສິ່ງດີໆກໍຈະເຂົ້າມາ.
 
 
 
Delicious Digg Fark Twitter