ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ຜູ່ນັ້ນແມ່ນແມ່ເຮົາ

        ເຮົາເກີດມາໃຫຍ່ປານນີ້         ອາໃສເພິ່ງຜູ່ໃດມາ

ທັງເຂົ້າປາແລະນ້ຳນົມ            ແມ່ນໃຜເດເອົາມາປ້ອນ

ເຄື່ອງນຸ່ງງາມຫລືເປິເປື້ອນ ໃຜເຮັດນຳຍາມນ້ອຍອ່ອນ

ເມື່ອຍາມນອນໃຜຫົ່ມຕຸ້ມ     ຄອຍຄຸມຜ້າໃຫ້ອຸ່ນກາຍ

ເມື່ອຍາມເຮົາເຈັບປ່ວຍໄຂ້  ໃຜເປັນຫ່ວງອາໄລຫາ

ໃຜເວົ້າຈາດ້ວຍຄຳຫວານ      ໃຈຜູກພັນທັງໄກໃກ້

ໃຜເດສອນພາເຮົາກ້າວ     ສອນເວົ້າຈາເອົາໃຈໃສ່

ໃຈໃຜນໍສຸກອີກຊ້ຳ         ເຫັນເຮົານັ້ນໄດ້ຊື່ນບານ

ເຮົາຈະເປັນຄົນດີໄດ້    ໃຜເດຊ່ອຍຄອຍປຶກສາ

ໃຫຍ່ຂື້ນມາສອນການງານ   ໃຜແນະນຳຍາມເຮົາຄ້ານ

ຍາມເຮົາຜິດອະໄພໃຫ້          ແມ່ນໃຜນໍຮູ້ບໍ່ທ່ານ

ຄົບຄົນພານໃຜບອກເວັ້ນ    ເປັນຄົນຮູ້ຄົບຜູ່ດີ

ແມ່ນໃຜນໍຜູ່ເລີ່ມຕົ້ນ  ຮ້ອງເພງກ່ອມເມື່ອເຮົາເຫັນ

ແມ່ນໃຜນໍທີ່ເກີດເປັນ          ດັ່ງທີ່ເຮົາຈາມານີ້

ແມ່ນໃຜນໍຮັກເຮົາແທ້          ແລະສົງສານບໍ່ຕະໜີ່

ເຖິງຊີວິດຍອມມອບໃຫ້   ໃຜຄົນນັ້ນແມ່ນແມ່ເຮົາ

ໃຫ້ເຮົາຮັກແມ່ເຮົາໄວ້ ແທນຄຸນທ່ານບໍ່ລາໜີ

ດີກວ່າໄປເຮັດດີນຳ      ບາດເມື່ອຍາມແມ່ເຮົາເຖົ້າ

ແມ່ຊິໄດ້ເຫັນຮູ້              ລ້ຽງເຮົາມາບໍ່ສູນເປົ່າ

ດີກວ່າໄປຄອຍນັ່ງເຝົ້າ         ເຮັດບຸນໃຫ້ບາດເພິ່ນຕາຍ            ທ່ານເອີຍ… ໂດຍ: ບຸນເລີດ ດຳຣົງສັກ  02077166621

Delicious Digg Fark Twitter