ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຮ່ວມມືກໍເຫມືອນຮ່ວມໃ

 

ຄົນເຮົາ ຢູ່ໃນໂລກນີ້ໄດ້ດ້ວຍປັດໄຈຈຳເປັນຫລາຍໆຢ່າງ ທັງ
ປັດໄຈສີ່ ທີ່ມີຄວາມຈຳເປັນຕໍ່ຮ່າງກາຍຂອງຄົນເຮົາ ຖ້າຫາກວ່າຂາດ ໄປ ກໍບໍ່ສາມາດດຳລົງຊີວິດຢູ່ໃນໂລກນີ້ໄດ້.
ຖ້າຫາກຈະເອີ້ນແບບງ່າຍໆວ່າ ປັດໄຈທີ່ເປັນສິ່ງສຳຄັນກໍວ່າ
ໄດ້ ແຕ່ປັດໄຈສ່ວນເກີນທີ່ຈຳເປັນ ແລະ ສຳຄັນຫລາຍ ແຕ່ວ່າປັດໄຈ ທີ່ສຳຄັນຂອງບາງຄົນອາດເປັນຄວາມລ້ຳລວຍ, ຄວາມສວຍສົດງົດ ງາມກໍມີ, ຄວາມຮັກກໍມີ, ຄວາມສຳເລັດຂອງການໄດ້ຮັບ ການຍອມ ຮັບກໍມີ ແລະ ສິ່ງຕ່າງໆນີ້ກໍເປັນປັດໄຈສ່ວນຫນຶ່ງ ທີ່ຈະຊ່ວຍນຳພາ
ເຮົາໄປສູ່ຄວາມສຳເລັດໄດ້.
ອາດເວົ້າໄດ້ວ່າ ໜຶ່ງຄົນແຕ່ລ້ານຄວາມຕ້ອງການ ເວົ້າເຖິງ ປັດ
ໄຈທີ່ຮອງລົງມາຈາກຄວາມຕ້ອງການຂອງຄົນໆໜຶ່ງທີ່ມີປັດໄຈ
ສ່ວນເກີນໄປ ເພາະຍັງມີປັດໄຈອື່ນອີກຢ່າງຫລວງຫລາຍທີ່ຄົນສ່ວນ
ໃຫຍ່ຕ້ອງການ ແຕ່ເຊື່ອແນ່ນອນວ່າ ມີປັດໄຈຢູ່ສິ່ງໜຶ່ງທີ່ມະນຸດໃນ
ສັງຄົມຕ້ອງການທີ່ຈະມີໃຫ້ໄດ້ຫລາຍທີ່ສຸດນັ້ນກໍຄື: ການຍອມຮັບບຸກ
ຄະລິກຂອງຕົນຈາກບຸກຄົນທົ່ວໄປໃນສັງຄົມດຽວກັນ ແລະ ຕ່າງປະ ເທດອີກດ້ວຍກໍມີ.
ແຕ່ການທີ່ເຮົາຈະໄດ້ມາຊຶ່ງການຍອມຮັບນັ້ນ ກໍບໍ່ແມ່ນເລື່ອງ 
ລວມຄວາມຮູ້ ເພື່ອນຳໄປສູ່ຄວາມສຳເລັດ
ງ່າຍເລີຍ ເພາະຄົນເຮົານັ້ນມີຄວາມເປັນຕົວຂອງຕົວເອງ ມີສະໝອງ ແລະ ສອງມື ແຕ່ບໍ່ມີກົດພິເສດຫຍັງ ເຮົາຈຶ່ງຈຳເປັນສ້າງມັນຂຶ້ນມາ ເພື່ອໃຫ້ເຫັນເປັນຜົນ ຫລື ຄວາມສຳເລັດ ຖ້າຫາກເຮົາຕ້ອງການໆ
ຍອມຮັບຈາກໝູ່, ສັງຄົມ, ເຮົາກໍຕ້ອງຍອມຮັບໃນຄວາມເປັນສັງຄົມ
ທີ່ດຳເນີນຢູ່, ຍອມຮັບໃນກຸ່ມບຸກຄະລິກແວດລ້ອມທີ່ມີຢູ່ອ້ອມຂ້າງ,
ອ້ອມແອວເຮົາສາກ່ອນ ຍອມຮັບໃນຄວາມຄິດຂອງໝູ່ຫລາຍຄົນ, ທີ່
ໄດ້ຜ່ານການຄັດສັນ ແລະ ທ້າຍທີ່ສຸດກໍຄືການຍອມຮັບໃນຄວາມ
ຮ່ວມມືຕ່າງໆ ທີ່ກຸ່ມສັງຄົມທັງຫລາຍຕິຕຽນໃນສິ່ງນັ້ນໆ ຂອງເຮົາໃຫ້ ໄດ້.
ຄົນເຮົາຫາກຮ່ວມໃຈກັນແລ້ວ ແຕ່ບໍ່ສ້າງຜົນງານ ກໍບໍ່ມີຜົນ ຫຍັງ ແລະ ກໍບໍ່ສາມາດສ້າງຜົນງານທີ່ດີຂຶ້ນໄດ້ເລີຍ ແຕ່ຖ້າຫາກເຮົາໄດ້ຮ່ວມຈິດຮ່ວມໃຈກັນແລ້ວ ປະຕິບັດຢ່າງຈິງຈັງກໍຈະປະສົບຜົນສຳ
ເລັດ ແລະ ມີຜົນງານທີ່ດີເດ່ັນອີກດ້ວຍ ການຮ່ວມມືກັນນັ້ນ ໝາຍເຖິງ ເຮົາໄດ້ລວມໃຈກັນໃຫ້ເປັນໜຶ່ງ ແລະ ໄດ້ຮັບຄວາມຮ່ວມມືຂອງຄົນ
ໃນສັງຄົມຫລາຍຄົນ.
ພຽງແຕ່ທ່ານຖາມໂຕເອງວ່າ ທ່ານເປັນຄົນຂອງສັງຄົມທີ່ທ່ານ ຢູ່ອາໃສຫລືບໍ່ ທ່ານຮັກສິ່ງທີ່ທ່ານອາໃສຢູ່ຫລືບໍ່ ແລະ ຖ້າຄຳຕອບຄື
ທ່ານເປັນຄົນຂອງສັງຄົມ ແລະ ຮັກສັງຄົມທີ່ທ່ານອາໃສຢູ່ ຄຳຖາມ
ສຸດທ້າຍທີ່ຈະຂໍຖາມກໍຄື ທ່ານໄດ້ໃຫ້ຫຍັງໄວ້ກັບສັງຄົມ ແລະ ປະເທດ
ຊາດບ້ານເມືອງ ມີອັນໃດແດ່ທີ່ທ່ານໄດ້ອຸທິດເຫື່ອແຮງພາລະກຳລັງ ຫຍັງໄວ້ແດ່ ລອງເກັບໄປຄິດຫລິ້ນໆກັນເບິ່ງ.

Delicious Digg Fark Twitter