ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ທຸກເລື້ອງໃນຊີວິດສຳຄັນຫມົດ

 

ຖ້າທ່ານກຳລັງພະຍາຍາມສ້າງຊີວິດ ໃຫ້ມີຄວາມສຸກໂດຍຫັນ ໜ້າໄປທີ່ທາງໃດທາງໜຶ່ງຂອງຊີວິດ ບາງເລື່ອງໃນຊີວິດທ່ານຈະມີ
ຄວາມສຸກ ແຕ່ບ່ໍດົນທ່ານກໍຈະຮູ້ວ່າຊີວິດຍັງຂາດຫຍັງໄປ ບ່ໍວ່າຈະ
ເປັນການງານ ຄອບຄົວ ຄວາມຮັກ ຫລື ເລື່ອງສ່ວນຕົວຂອງທ່ານເອງ ທຸກໆເລື່ອງໃນຊີວິດລ້ວນແຕ່ສຳຄັນໝົດ ທ່ານຄວນທຸ້ມເທເຫື່ອແຮງ ໃຫ້ກັບເລື່ອງວຽກງານເປັນພິເສດ ແລະ ເຮົາກໍຕ້ອງເບິ່ງອີກວ່າ ວຽກນັ້ນ ອັນໃດສຳຄັນກວ່າກັນ ເພື່ອວ່າເຮົາຈະໄດ້ເຮັດວຽກງານນັ້ນໃຫ້ໄດ້ຕາມທີ່ຫົວຫນ້າ ແລະ ລູກຄ້າເພິ່ງພໍໃຈກັບຜົນງານຂອງເຮົາໃຫ້ດີທີ່
ສຸດ ນອກຈາກນີ້ ກໍຂຶ້ນຢູ່ກັບວິຖີຊີວິດຂອງແຕ່ລະຄົນ ຊຶ່ງບໍ່ມີກົດເກນ
ໃດມາຕັດສິນຊີວິດໄດ້.
ແຕ່ກໍຄວນໃຫ້ຢູ່ໃນລະດັບພື້ນຖານ ວ່າທຸກເລື່ອງໃນຊີວິດສຳ
ຄັນໝົດ ບໍ່ສາມາດຢູ່ໄດ້ຖ້າບໍ່ມີວຽກເຮັດງານທຳ ແລະ ວຽກງານນັ້ນກໍເຮັດໃຫ້ທ່ານຮູ້ສຶກພາກພູມໃຈ ຮູ້ສຶກວ່າມື້ອື່ນມີວຽກທີ່ຕ້ອງເຮັດ ແລະ
ສິ່ງສຳຄັນກໍ່ຄື ວຽກທີ່ເຮັດແມ່ນສິ່ງທີ່ເຮັດໃຫ້ເຮົາມີລາຍໄດ້ຈັບຈ່າຍໃຊ້
ສອຍ ແລະ ທ່ານບໍ່ສາມາດຢູ່ໄດ້ ຖ້າບ່ໍມີຄອບຄົວ ເພາະຄອບຄົວເປັນ
ລວມຄວາມຮູ້ ເພື່ອນຳໄປສູ່ຄວາມສຳເລັດ
ກຳລັງທີ່ຍິ່ງໃຫຍ່ໃນດ້ານຂອງການໃຫ້ກຳລັງແຮງໃຈທີ່ດີ ທີ່ເຮັດໃຫ້
ທ່ານຮູ້ສຶກອົບອຸ່ນ, ເຂັ້ມແຂງ ບ່ໍມີໃຜຈະຮັກທ່ານເທົ່າກັບລູກເມຍ, ພໍ່
ແມ່ ແລະ ສະມາຊິກໃນຄອບຄົວທຸກໆຄົນ ບ່ໍສາມາດຢູ່ໄດ້ ຖ້າປາສະ
ຈາກຄວາມຮັກ ເພາະຄວາມຮັກເປັນຄືຢາໃຈຢ່າງບ່ໍຮູ້ຈັກອິດເມື່ອຍ ແລະ ຖ້າທ່ານບ່ໍມີເວລາໃຫ້ກັບຊີວິດສ່ວນຕົວແລ້ວ ທ່ານກໍຈະເໝືອນ
ກັບກາຕູນ ທຸກມື້ມີແຕ່ເຮັດວຽກບ່ໍມີການພັກຜ່ອນ ທຸກຢ່າງໃນຊີວິດຈຶ່ງ
ຕ້ອງດຳເນີນໄປພ້ອມໆກັນ ຖ້າຫາກຂາດສິ່ງໃດສິ່ງໜຶ່ງ ຊີວິດຂອງທ່ານ ກໍຈະເປັນຄົນທີ່ບໍ່ໍມີລົດຊາດຢ່າງຄົບຖ້ວນໄດ້ເລີຍ.
Delicious Digg Fark Twitter