ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ບໍ່ເປັນຄົນເຊື່ອຄົນງ່າຍ

( ກິນງ່າຍຢູ່ງ່າຍ...ແຕ່...ບໍ່ເປັນຄົນເຊື່ອຄົນງ່າຍ)

ການທີ່ເປັນຄົນເຊື່ອຄົນງ່າຍນີ້ ອາດສົ່ງຜົນໃຫ້ແກ່ແນວຄວາມ
ຄິດຂອງຕົນເອງ ເພາະໄດ້ຍິນໄດ້ຟັງຄົນອື່ນເວົ້າຢ່າງນັ້ນຢ່າງນີ້ ກໍຫລົງ
ເຊື່ອ ໂດຍທີ່ບໍ່ມີເຫດ ແລະ ຜົນ ການທີ່ເຊື່ອຄົນງ່າຍນັ້ນ ອາດເຮັດໃຫ້ພູມ ປັນຍາຂອງທ່ານນັບມື້ ນັບຫລຸດໜ້ອຍຖອຍລົງ.
ແລ້ວທ່ານກໍຈະເປັນເໝືອນກັບຄົນທີ່ຕາບອດ ທີ່ເປັນຄົນເຊື່ອ
ຄົນງ່າຍ ແລະ ຜົນທີ່ຕາມຫລັງມາກໍຄື: ທ່ານອາດເປັນຄົນທີ່ຂາດ
ຄວາມເຊື່ອຖື ເພາະເຫັນໃຜເວົ້າຫຍັງທີ່ບໍ່ມີເຫດຜົນ ທ່ານກໍເຊື່ອໄວ້ ກ່ອນ ທ່ານເອງກໍບໍ່ຕ່າງຫຍັງກັບຄົນປັນຍາອ່ອນ ແຕ່ສິ່ງທີ່ຕ່າງນັ້ນກໍຄື ບ່ອນທີ່ວ່າ ຄົນປັນຍາອ່ອນອາດຈະບໍ່ມີຄວາມມຸ່ງໝາຍຫຍັງທີ່ຈະເຮັດ ທີ່ຈະນຳພາຕົນໄປສູ່ຄວາມຈະເລີນ.
ແຕ່ຄົນທີ່ອ່ອນປັນຍາ ເຊື່ອຄົນງ່າຍນີ້ ຈະມີເປົ້າໝາຍໃນທາງດ້ານການງານ ແລະ ຊີວິດຄອບຄົວ, ຄວາມຮັກ, ເພາະເຫດນີ້ ເຮົາບໍ່ຄວນເຊື່ອຄົນງ່າຍ ໂດຍທີ່ບໍ່ມີທັ້ງເຫດ ແລະ ຜົນ, ບໍ່ຈຳເປັນຫຍັງທີ່ເຮົາຈະຕ້ອງໄປເຊື່ອ ເມື່ອມີຄົນມາເວົ້າແບບນັ້ນແບບນີ້ ເຮົາກໍຟັງໄປ ຟັງແບບຫູເວັ້ນຫູ ແລະ ທີ່ສຳຄັນເຮົາບໍ່ຈຳເປັນຫຍັງຕ້ອງໄປໂຕ້ຕອບ ທັ້ງໆ
ທີ່ເຮົາຮູ້ແລ້ວວ່າ ເຂົາເວົ້າໃນສິ່ງທີ່ບໍ່ແມ່ນຄວາມຈິງ ມັນຈະເຮັດໃຫ້ ທ່ານເສຍອາລົມ, ເສຍເວລາ, ໂດຍບໍ່ມີປະໂຫຍດຫຍັງເລີຍ.
ຫລືບໍ່ສະນັ້ນ ທ່ານກໍເກັບມາໄຕ່ຕອງໃຫ້ຄັກໃຫ້ແນ່ກ່ອນທີ່ທ່ານຈະເຊື່ອ ບໍ່ແມ່ນເຂົາເວົ້າປັບ ກໍຫລົງເຊື່ອ, ສົມມຸດວ່າ ມີພະນັກງານສອງບໍລິສັດມາສະເໜີສິນຄ້າໃຫ້ແກ່ທ່ານ ແຕ່ລະບໍລິສັດຍ່ອມຕ້ອງການທີ່ຈະອະທິບາຍ ອວດສັບພະຄຸນຂອງຕົນຢ່າງເຕັມທີ່, ເພື່ອສ້າງ ແຮງຈູງໃຈໃຫ້ແກ່ເຮົາເຊິ່ງເປັນລູກຄ້າ ສະນັ້ນ ເຮົາຄວນຄິດໃຫ້ຄັກໆ ບໍ່ແມ່ນຟັງຈົບປັບ ທ່ານກໍເປັນ ມິສເຕ້ີ ໂອເຄເລີຍບໍ່ໄດ້ ຄວນຊັ່ງຊາເບິ່ງວ່າລະຫວ່າງສອງຢ່າງ ສອງບໍລິສັດນີ້ ເຮົາຄວນເລືອກບໍລິສັດໃດ.
ການຕັດສິນໃຈແຕ່ລະຢ່າງ ຄວນຄິດໃຫ້ດີໆ ໃຊ້ເວລາໄຕ່ຕອງ ໃຫ້ໝັ້ນໃຈສາກ່ອນ ເຊື່ອແນ່ນອນຖ້າທ່ານເຮັດໄດ້ກິດຈະການ, ໜ້າທີ່ີ່ ຂອງທ່ານ ກໍຈະປະສົບແຕ່ຜົນສຳເລັດຢ່າງດີງາມ.
 

 
Delicious Digg Fark Twitter