ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຢ່າປົກປ້ອງຄົນທີ່ທ່ານຮັກຫລາຍເກີນໄປ

 

ແມ່ຮັກລູກມັກທີ່ຈະປົກປ້ອງລູກໂຕນ້ອຍໆ ເຮັດທຸກວິທີທາງ
ເພື່ອບໍ່ໃຫ້ລູກຖືກກະທົບກະເທືອນ ຈາກສິ່ງໃດທັ້ງນັ້ນ ບໍ່ວ່າລູກ ຈະເຮັດ
ຫຍັງ ແມ່ກໍຫາມາເຄນໃຫ້ ເບິ່ງລູກແລ້ວຄືຊິເປັນເດັກທີ່ໂຊກດີຫລາຍທີ່
ສຸດໃນໂລກ.
ແຕ່ເມື່ອເຂົາໃຫຍ່ຂຶ້ນມາ ເຂົາກໍຈະກາຍເປັນຜູ້ໃຫຍ່ທີ່ໃຫຍ່
ແຕ່ໂຕ ເພາະບໍ່ຮູ້ທີ່ຈະເບິ່ງແຍງໂຕເອງ ເຮັດຫຍັງກໍບໍ່ເປັນ ເພາະບໍ່ເຄີຍ
ເຮັດວຽກງານຫຍັງມາເລີຍ ເນື່ອງຈາກວ່າມີແມ່ຄອຍເຮັດໃຫ້ຕະຫຼອດ
ເວລາ ບໍ່ວ່າຈະເປັນເລື່ອງງ່າຍໆໃນຊີວິດກໍຍັງເຮັດເອງບໍ່ເປັນ ແລ້ວລູກ
ທ່ານຈະມີຊີວິດຢ່າງມີຄວາມສຸກໄດ້ຢ່າງໃດ.
ທ່ານເອງກໍອາດມີຄົນທີ່ຮັກ ແລະ ຫລາຍຄັ້ງທີ່ຮັກຫລາຍຈົນ ເກີນໄປ ຈົນເຮັດຫຍັງແທນເຂົາໄດ້ ລວມໄປເຖິງຄອຍທີ່ຈະປົກປ້ອງ
ຮັກສາບໍ່ໃຫ້ເຂົາທຸກກາຍ ແລະ ທຸກໃຈ ບໍ່ຢາກທີ່ຈະໃຫ້ເຂົາມາຮັບຮູ້
ຄວາມທຸກໃດໆແທນເຮົາທັ້ງສິ້ນ.
ຫາກເຂົາຈະຕ້ອງເຈັບ ທ່ານກໍຂໍເຈັບແທນ ເມື່ອໄດ້ຮັບ ການປົກ
ປ້ອງຫລາຍ ຈຶ່ງບໍ່ໄດ້ຮຽນຮູ້ການໃຊ້ຊີວິດແທ້ ເຂົາຈະຮູ້ຊີວິດແຕ່ດ້ານ
ສວຍສົດງົດງາມ ຫາກມື້ໜຶ່ງທ່ານບໍ່ສາມາດໄປປົກປ້ອງເຂົາໄດ້ ເຂົາ
ຍ່ອມເຈັບປວດ ເພາະຄວາມບໍ່ເຂົ້າໃຈ ຂະໜາດທ່ານກໍເຈັບປວດຫຼາຍ
ກວ່າ ເພາະມົວແຕ່ໂທດໂຕເອງທີ່ບໍ່ອາດຊ່ວຍເຂົາໄດ້.
ຢ່າເລີ່ມຕົ້ນຄວາມສຳພັນກັບໃຜ ດ້ວຍການອ້າປີກປົກປ້ອງເຂົາ
ຈົ່ງເຊື່ອໝັ້ນວ່າ ທຸກຄົນມີສັກກະຍາພາບພໍທີ່ຈະເບິ່ງແຍງຕົນເອງ, ຖ້າ
ທ່ານປ່ອຍເຂົາໄດ້ຮຽນຮູ້ຊີວິດຕົວຈິງ, ປະຕິບັດຈິງ, ເຂົາກໍຈະຄ່ອຍໆ ຊຶມຊັບວິທີການຢູ່ໃນໂລກນີ້ຢ່າງມີຄວາມສຸກ ແລະ ທ່ານກໍສາມາດ
ກ້າວໜ້າໄປໂດຍພ້ອມໆກັນຢ່າງມີຄວາມສຸກທີ່ສຸດໃນຊິວິດ ຖ້າທ່ານ
ມົວແຕ່ປົກປ້ອງຫລາຍເກີນໄປ ທ່ານລອງຄິດເບິ່ງວ່າໃນເມື່ອເຂົາໃຫຍ່
ຂຶ້ນມາແລ້ວ ເຂົາຈະເຮັດຫຍັງເປັນແດ່ ໃນເມື່ອຕອນຍັງນ້ອຍກໍບໍ່ເຄີຍ
ເຮັດຫຍັງດ້ວຍຕົນເອງເລີຍ ເພາະມີແຕ່ພໍ່ແມ່ເຮັດໃຫ້ຫາມາໃຫ້ທຸກ
ສິ່ງທຸກຢ່າງ ແລ້ວລູກຂອງທ່ານຈະປະສົບຜົນສຳເລັດໃນທຸກດ້ານໄດ້
ຢ່າງໃດ?.
ເພາະທຸກສິ່ງທຸກຢ່າງທ່ານ
ບໍ່ສາມາດປົກປ້ອງໄດ້ຕະ
ຫລອດ ເພາະຄົນເຮົາມີເກີດ
ກໍຕ້ອງມີດັບໄປເປັນເລື່ອງ
ທຳມະດາ ຢ່າປົກປ້ອງໃຜ
ດ້ວຍການອ້າປີກປົກປ້ອງ.
Delicious Digg Fark Twitter