ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ຕ້ອງມີີຄວາມກ້າຫານ

 

 ໃນສັງຄົມປັດຈຸບັນນີ້ ອາດບໍ່ເຫັນຄຸນຄ່າ ຫລື ເບິ່ງຂ້າມໄປໃນທາງດ້ານຂອງຄວາມກ້າຫານ ທີ່ທຸກຄົນຄວນມີ ເພາະຄວາມກ້າຫານ

ສຳຄັນຫລາຍຕໍ່ການເປັນຜູ້ນຳ ເພື່ອທີ່ຈະນຳພາຕົນເອງໄປສູ່ຄວາມ ສຳເລັດ ຄວາມກ້າວໜ້າໃນທຸກໆດ້ານ.
ເພາະສິ່ງທີ່ສຳຄັນທີ່ສຸດ ໃນການເປັນຜູ້ນຳທີ່ປະສົບຜົນສຳເລັດໄດ້ກໍຄື: ການນຳພາລູກນ້ອງໄປສູ່ຄວາມສຳເລັດ ຫລື ເວົ້າງ່າຍໆວ່າ ກິດຈະການທີ່ຕົນເຮັດນັ້ນ ບັນລຸເປົ້າໝາຍທີ່ ວາງໄວ້ ການເປັນຜູ້ນຳທີ່
ດີ ທີ່ປະສົບຜົນສຳເລັດ ຕ້ອງມີຄວາມກ້າຫານ ຖ້າຂາດຄວາມກ້າຫານ ກໍບໍ່ສາມາດບັນລຸເປົ້າໝາຍໄດ້ ບໍ່ກ້າທີ່ຈະສັ່ງຮອດລູກນ້ອງໄປເຮັດ
ວຽກຢ່າງໃດຢ່າງໜຶ່ງ ບໍ່ກ້າທີ່ຈະຕັກເຕືອນລູກນ້ອງຂອງຕົນ ວ່າຄວນ
ເຮັດຢ່າງນັ້ນຢ່າງນີ້ ອາດສົ່ງຜົນໃຫ້ລູກນ້ອງຂອງທ່ານ ບໍ່ເຄົາລົບນັບ ຖືຢຳເກງ ແລ້ວທ່ານຈະສາມາດຄວບຄຸມກິດຈະການຂອງທ່ານນັ້ນ
ໃຫ້ປະສົບຜົນສຳເລັດໄດ້ຢ່າງໃດ ແລະ ກໍບໍ່ມີໃຜທີ່ຈະຢາກໃຫ້ຄວາມ ໄວ້ວາງໃຈກັບຄົນທີ່ຂາດຄວາມກ້າຫານ ແບບຈັບບໍ່ໄດ້ ບໍ່ມີຄວາມຊັດ
ເຈນ ເດັດຂາດ ໃນການສັ່ງບັນຊາລູກນ້ອງ.
ຍົກຕົວຢ່າງ ໃນບັນດາບໍລິສັດຕ່າງໆ ທີ່ມີຜູ້ນຳທີ່ຂາດຄວາມ
ເຂັ້ມແຂງ ບໍ່ມີຄວາມກ້າຫານແລ້ວ ບັນດາລູກນ້ອງທີ່ຕາມຫລັງ ລອງ
ຄິດກັນເບິ່ງວ່າ ຖ້າຜູ້ນຳຂາດຄວາມເຂັ້ມແຂງ ແລ້ວລູກນ້ອງທີ່ນຳຫລັງ
ທ່ານຈະເປັນແນວໃດ?.
ແຕ່ການທີ່ກ້າຫານເກີນໄປ ຫລື ເດັດຂາດເກີນໄປ ອາດຈະນຳ
ພາອົງກອນໄປສູ່ຄວາມລົ້ມລະລາຍ ກໍເປັນໄດ້ ສະນັ້ນ ຄວນເຂົ້າໃຈ
ກັບຄຳວ່າ “ກ້າໃນສິ່ງທີ່ຄວນກ້າ”.
ຜົນດີຂອງຫົວໜ້າທີ່ມີຄວາມກ້າຫານກໍຄື ສ້າງແມ່ແບບທີ່ດີ
ໃຫ້ແກ່ລູກນ້ອງໃນການເປັນຜູ້ນຳທີ່ດີ ເພື່ອລູກນ້ອງຈະໄດ້ແບບຢ່າງ ທີ່ດີ ເພາະວ່າຄົນເຮົາທຸກຄົນບໍ່ຄົງທີ່ ບໍ່ຕ້ອງການທີ່ຈະເປັນລູກນ້ອງໄປຕະຫລອດຊາດ ຕະຫລອດການ ມື້ນີ້ອາດເປັນລູກນ້ອງ ແຕ່ມື້ໜ້າຍັງ
ບໍ່ຮູ້ ບາງເທື່ອອາດເປັນຫົວໜ້າກໍຍັງມີໃຫ້ເຫັນຢ່າງຫລວງຫລາຍ ສະ
ນັ້ນ ເຮົາຄວນສ້າງແຮງບັນດານໃຈໃຫ້ແກ່ຕົນເອງສະເໝີ.
ສະນັ້ນເຮົາຄວນຝຶກຝົນແຕ່ຍັງນ້ອຍໆ ໃຫ້ມີຄວາມກ້າຫານ, ກ້າສະແດງອອກ, ໃນທາງດ້ານຄວາມຄິດສ້າງສັນ ກ້າຫານຢ່າງມີ ສະຕິ
ຄວບຄຸມດີທີ່ສຸດ.

 
Delicious Digg Fark Twitter