ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 20, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

 

ທີ່ເຮົາມາຢູ່ກັນຫລາຍໆຄົນນີ້ ເຮົາຄວນຈະມີຄຳວ່າ "ສາມັກຄີ" ເຊິ່ງເປັນບ່ອນທີ່ຄົນຈຳນວນຫລາຍມາຈາກຕ່າງບ້ານ, ຕ່າງເມືອງ, ຕ່າງແຂວງກໍມີ, ຕ່າງພໍ່ຕ່າງແມ່ກໍມີ, ໄດ້ມາຢູ່ໃນສະຖານທີ່ແຫ່ງດຽວກັນ ເຮົາຄວນມີຄວາມສາມັກຄີພ້ອມພຽງຮຽງໜ້າກັນ ປະຕິບັດພາລະກິດ ໃນທີ່ນີ້ ເພື່ອໃຫ້ເກີດຄວາມສຳເລັດຕາມເປົ້າໝາຍທີ່ດີຕໍ່ອົງກອນຂອງ ຕົນເອງເຮົາ.

ເຮົາເກີດເປັນຄົນທັງທີ່ ເຮົາຄວນຮັກແພງເຊິ່ງກັນ ແລະ ກັນ ຄົນເຮົານັບແຕ່ມື້ເກີດ ຈົນຮອດວິນາທີ່ສຸດທ້າຍຂອງຊີວິດ ເຮົາເກີດ ມາມີເວລາຢູ່ໃນໂລກກັນຄົນລະໜ່ວຍ ບໍ່ດົນນານໃນເມື່ອຍາມເຮົາມີຊີວິດກັນຢູ່ນີ້ ເຮົາຄວນມີນ້ຳໃຈຮັກແພງກັນ , ຮູ້ຈັກເສຍສະຫລະ, ສາມັກຄີພ້ອມພຽງກັນ, ເຮົາເກີດມາເປັນຄົນ ຫລື ເອີ້ນວ່າສັດທີ່ປະເສີດຊະນິດໜຶ່ງໃນໂລກ ເຮົາຄວນອາຍ "ມົດ" ໂຕນ້ອຍໆ. ເວລາມັນມີອາຫານ ມັນຈະສາມັກຄີກັນຫາມອາຫານຂອງມັນ ໂດຍຊ່ວຍໆກັນ ບໍ່ວ່າອາຫານຕ່ອນນັ້ນຈະໃຫຍ່ຊ່ຳໃດ ມັນຍັງສາມັກຄີກັນຫາມ ເອົາມາເປັນອາຫານຂອງພວກມັນຈົນໄດ້ ຖ້າໃຜບໍ່ເຄີຍເຫັນເຮົາລອງໄປສັງ ເກດເບິ່ງ ແລ້ວເຮົາຈະເຫັນໃນສິ່ງທີ່ເຮົາບໍ່ເຄີຍພົບເຫັນມາກ່ອນ ມັນອາດຈະສາມາດຫັນປ່ຽນຄະຕິເຮົາກໍເປັນໄດ້.

Delicious Digg Fark Twitter