ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2021 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບີດາຍ ສະບາຍດີ ໝູ່ເພື່ອພັນລາວ ທຸກຄົນ!!! ຍັງມີໃຜຢູ່ບໍນໍຄອມເມັ້ນໃຫ້ເບິ່ງແນ່

ມື້ນີ້ ມລ ສິມາເລົ່າຕໍ່ຈາກຕອນເກົ່າທີ່ແລ້ວເດີ້ ໃຜທີ່ຍັງບໍ່ທັນອ່ານ ສາມາດເຂົ້າໄປລັກອ່ານໄດ້ນ້າາາາາ

 

ຫຼັງຈາກທີ່ເຮົາຜ່ານຜ່າອຸປະສັກການຂີ່ຍົນຫວຽດນາມມາແລ້ວ ແລະກໍ່ຮອດສະໜາມບິນນອຍໄບ ຈັກທີ!! ເຫີ..... ພິມມາຮອດນີ້ກະເມື່ອຍບໍ່ຢາກສິເລົ່າ ເອະ! ລືມໄປ ພິມເອົາຕົວນິ 55555 (ມຸກ 5 ບາດ 10 ບາດ ກະອົດເອົາເດີ). ເຮົາເຖິງສະໜາມບິນປະມານ 21:40 ກວ່າຈະອອກຈາກເກທໄດ້ເນາະ. ອອກມາກໍ່ພົບວ່າ ບັນຫາມັນມາອີກລະ 

ຫຼາຍຄົນຄືສິງົງວ່າ ເອະ ອີ່ນີ້ມັນໄປໃສຄືມີຕາຍແຕ່ບັນຫາວ່ະ??? (ຜູ້ຂຽນກະງົງຄືກັນ) ບັນຫາມັນຄື ຖ້າຫາລົດບໍ່ໄດ້ຈະໄດ້ນອນສະໜາມບິນ ເນື່ອງຈາກວ່າ ທີ່ຮ່າໂນ້ຍ ລົດສາທາລະນະຈະປິດໃຫ້ບໍລິການເວລາ 22:00. ອີກ 20 ນາທີຈະໝົດລະ ແລ້ວກູສິໄປຫາຢູ່ໃສລະບາດນິ ຫໍພັກກະສິປິດ ລົດກະຫາບໍ່ທັນໄດ້ ຫິວກະຫິວ.. ແຕ່!! ດ້ວຍຄວາມບາບບຸນ ສັນມີຄົນມາຮັບວ່ະ ນັ້ນກໍ່ຄືເອື້ອຍສຸດທີ່ຮັກ ນາງມາຮັບແລະນາງກະມາທັນຕອນຖ້ຽວລົດສຸດທ້າຍ ພະນະ!! ແລ້ວທີກູເດະ ນັ່ງຖ້າແຕ່ດົນບໍ່ຫຍັງ ວັ ອ ທ!!!

ດ້ວຍຄວາມທີ່ວ່າມາເຖິງຊ້າ ແລະກະເດິກອີກ ເຮັດໃຫ້ຮ້ານອາຫານເກືອບທຸກຮ້ານ ປິດ!!! ອື ດີ ໃຫ້ມັນໄດ້ແນວນີ້...... ສຸດທ້າຍຄື ແວະສັ່ງພິຊຊາມານັ່ງກິນຢູ່ຫໍ ຈົບ!!

ຄວາມພິເສດຂອງຮ່າໂນ່ຍ ໃນຄວາມຄິດສ່ວນຕົວນະ ໂນດຣາມ່ານະຈະ ເປັນເໝືອນປະເທດໜຶ່ງເລີຍທີ່ໄປທຸກຄັ້ງມັນກະປ່ຽນໄປຕາມລະດູການ ຖ້າທຸກຄົນໄປແນະນຳໃຫ້ໄປຍ່າງຫຼິ້ນເຂດ ໂຫຍກຽມ (HoaKiem) It's very good ແຮງງງງງງງ ໃຫ້ຍ່າງໝົດມື້ກະຍ່າງໄດ້ ຢູ່ຫັ້ນໝົດມື້ກະຢູ່ໄດ້ພີ່ນ້ອງ ສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ເຮົາກະຈະລິສໄວ້ໃຫ້ເນາະວ່າ ໄປຮ່າໂນ້ຍ ສິ່ງທີ່ຕ້ອງເຮັດ ຕ້ອງໄປມີຫຍັງແດ່....... ພ້ອມແລ້ວ ໄປລຸຍກັນເລີຍຍຍຍຍຍຍ

Day1: ຄວາມຊວຍ ກັບ ເຮົາ ຄືໝູ່ກັນ.

ທີ່ເວົ້າແນວນີ້ຍ້ອນວ່າ ສິ່ງທີ່ເຮົາລິສໄວ້ວ່າ ຖ້າເຮົາມາເຮົາຈະຕ້ອງໄປຖ່າຍຮູບກັບບ່ອນນັ້ນໃຫ້ໄດ້ ທາງເຈ້ໆກະສົ່ງຮູບມາໃຫ້ເບິ່ງ ມັນດີຈັ່ງຊັ້ນ ດີຈັ່ງຊີ້ ສຸດທ້າຍຄື =ປິດຈາ= ກ່ອນໜ້າກູບໍ່ມາກະບໍ່ປິດ ພໍກູມາທໍ່ນັ້ນລະປິດ ປິດປັບປຸງ ປິດກໍ່ສ້າງຢູ່... ມຶງມາກໍ່ສ້າງສ້ອມແປງປັບປຸງຫາສະແຕກຫຍັງຕອນນີ້!! ຫຶ! ພິມໄປພິມມາກູນສູນແລ້ວບາດນິ! ສະຖານທີ່ທີ່ເຮົາຢາກໄປມີ 3 ບ່ອນຄື: ສຸສານໂຮຈິມິນ (Ho Chi Min musolium) (ປິດ) ເກິ່ນກ່ອນວ່າ ສຸສານນີ້ເປັນບ່ອນເກັບຮ່າງທ່ານໂຮ່ຈິມິນໄວ້ໃຜທີ່ຢາກເຫັນທາງໃນສາມາດເຂົ້າເບິ່ງໄດ້ ເຂົາເຈົ້າຈະບໍ່ໃຫ້ຖ່າຍຮູບ ຖືກ້ອງຖືໂທລະສັບກະບໍ່ໄດ້ເດະ ບໍ່ໃຫ້ບົນແຊວ ບໍ່ໃຫ້ເວົ້າກັນ ເພື່ອເປັນການໃຫ້ກຽດເພິ່ນ ແຕ່ກະຄືສິບໍ່ໄດ້ເວົ້າຫຍັງກັນດອກເຂົ້າໄປພຽງອຶດໃຈສິໃຫ້ກູໂສຫຍັງກັນ ມຶງເຂົ້າໄປນີ້ນະມຶງສິຮູ້ສຶກແບບຄືຖືກມົນສະກົດໃຫ້ຫຼຽວເບິ່ງລາວຢ່າງດຽວເລີຍ ຫ້າມລະສາຍຕາເດະ ຈັກນ່ອຍສິຈື່ໜ້າເພິ່ນບໍ່ໄດ້. ສະຖານທີ່ຕໍ່ມາຄື: ທາງລົດໄຟໃຈກາງເມືອງ (ປິດປັບປຸງ) ປິດຈົນຮອດມື້ສຸດທ້າຍ ຫຼັງຈາກກູກັບໄດ້ 1 ວັນ ມັນເປີດດດດດດ ໂອຍພະເຈົ້າ!!! ຖ້າພວກເຈົ້າໄດ້ໄປນະ ບອກເລີຍສາຍຮີບເຕີ້ຕ້ອງຖືກໃຈ ມັນກະສິໄດ້ຟິວແບບ ນັ່ງຈິບກາເຟຂ້າງທາງລົດໄຟ ສິນະ ຈິນຕະນາການເບິ່ງວ່າຮ້ານຄາເຟ້ນ່າຮັກນ້າຮັກ ຕໍ່ໜ້າຮ້ານເປັນທາງລົດໄຟ 2 ສາຍ ສາຍລົມປິວ ມີດອກໄມ້ຫ້ອຍທາງໜ້າ ອາກາດເຢັນໆ ຈິບກາເຟໄປນຳ ໂອຍຍຍຍ ຟິນ! ໃຜໄປກະໄປນຳຫາເດີ ມລ ລືມວ່າມັນຢູ່ຈຸດໃດ໋ອະ ຊໍຣີ້ນະ!. ສະຖານທີ່ທີ 3ຂອງມື້ນີ້ນັ້ນກໍ່ຄື: ວັດເຕິນກວັກ (ປິດ) ເປັນວັດສັກສິດທີ່ຂໍພອນກ່ຽວກັບລູກ ໃຜຢາກໄດ້ລູກກະໄປຂໍພອນກະຈະສົມຫວັງ ແຕ່ທີ່ເຮົາໄປເຮົາບໍ່ໄດ້ໄປຂໍລູກ ເຮົາໄປເພາະເຮົາຢາກໄປຖ່າຍຮູບກັບເຈດີ 9 ຊັ້ນ ມັນເຣີດມາກ ເກ໋ເວີ້ ດີງາມພະຣາມ9 ມັນອາທອ່ະເນາະ ກະເລີຍໄດ້ແຕ່ຖ່າຍທາງນອກ ຖ່າຍໄກໆ ຫ່າງໆຢ່າງຫ່ວງໆ. ໃຜໄດ້ແວະໄປກະຢ່າລືມໄປແວະກິນກະແລັມໝາກພ້າວໂຮ້ເຕີຍເດີ ແຊບແບບອໍຣິຈິນອລ ເລີຍຈາ. ຈົບມື້ທີ 1 ແບບບໍ່ມີຫຍັງcrying

Day2: ມັນຄືວັນຂອງເຮົາເວີຍ ຮາຮາຮາຮາຮາຮາຮາ

ມື້ນີ້ເຮົາບໍ່ຜິດຫວັງເນື່ອງຈາກວ່າເຮົາຕື່ນເຊົ້າກະເລີຍລອງແວ່ໄປສຸສານ ປະກົດວ່າໄດ້ເຂົ້າ ແລະ ໄດ້ເຂົ້າໄປທາງໃນເລີຍໄດ້ເຫັນທຸກຢ່າງທາງໃນ ບັນຍາກາດກະຈະເປັນແບບຄຶ້ມໆ ຂັງໆ ເວງໆນ່ອຍໆ ບັນຍາກາດມາຄຸ ອ່ະທຸກຄົນ ຂົນລຸກເລີຍແມ່! ແຕ່ເປັນສະຖານທີ່ທີ່ຕ້ອງມາ ແນະນຳຕ້ອງໄປເດີເພາະເປັນສັນຍາລັກຂອງຮ່າໂນ້ຍ ແລະ ຂ້າງໆສຸສານກະເປັນສຳນັກງານລັດຖະບານຫຍັງຈັກຢ່າງນີ້ລະທີ່ເປັນສີເຫຼືອງເດັ່ນເວີ້ວັງອາລັງການງານສ້າງ ຮູບທີ່ຖ່າຍອອກມາດີ!!! ແຕ່ຢູ່ດົນບໍ່ໄດ້ເຈົ້າໜ້າທີ່ໄລ່ກ່ອນ!! ເຊັງ!! ເສຍດາຍເວັນພັນລາວອັບຮູບບໍ່ໄດ້ຊັ້ນນະສິໄດ້ແນບຮູບສວຍໆໃຫ້ເບິ່ງລະ. ມາມາຕໍ່ກັນທີ່ສະຖານີຕໍ່ໄປ ນັ້ນກໍ່ຄື Time City ເປັນເມືອງທີ່ສ້າງຂຶ້ນໃໝ່ ຕ່າງກັບເມືອງເກົ່າຊໍ່າຟ້າກັບເຫວ ຢູ່ຄົນລະໂລກເລີຍລະ ໃນນັ້ນກະຈະມີຄົບທຸກຢ່າງ ເອົາງ່າຍໆວ່າບໍ່ຕ້ອງອອກຈາກນັ້ນກະໄດ້ ແຕ່ຕ້ອງມີເງິນເດະຈັ່ງລອດ ມັນກະສິເໝາະກັບຄົນທີ່ເປັນນັກທຸລະກິດອອນໄລນ໌ສິນະ ຕັດຂາດຈາກໂລກພາບນອກ ຕ່າງກັນຫຼາຍທຸກຄົນ ຕ່າງຮອດປະຕູທາງເຂົ້າພຸ້ນນະ ເຂົ້າໄປຮູ້ສຶກເຖິງຄວາມເປັນຜູ້ດີ ໄຮໂຊໂບໃຫຍ່ ປະມານນີ້ນະ ເອົາງ່າຍໆຄືເຂົ້າໄປຖ່າຍຮູບ ກິນເຂົ້າ ເລາະຫຼີ້ນ ໃນນັ້ນມີລານສະເກັທນໍ້າແຂງໃຫ້ຫຼິ້ນນຳ ກູ໊ດໄປອີ໊ກ ວິຖີຄົນຣວຍອ່ະເນາະ!!!ຕາມນໍ້າຕິເຮົາລອງທຸກຢ່າງ (ເຖິງກັບບ້ານແລ້ວ ເຮົາສິກິນແກບໄປອີກ 3 ເດືອນກະຍອມ)  ອອກຈາກນນັ້ນຄືແນະນຳໃຫ້ໄປຊັອບຂອງຝາກ ໄປເລາະກິນອາຫານທີ່ເປັນຮ່າໂນ໊ຍຮ່າໂນ້ຍຂອງຂຶ້ນຊື່ຫັ້ນນະ ມື້ໜ້າຈະເລົ່າໃຫ້ຝັງເດີວ່າອາຫານຮ່າໂນ້ຍທີ່ຕ້ອງລອງມີຫຍັງແດ່!!! ພໍຕົກຄໍ່າແນະນຳວ່າຕ້ອງໄປຖະໜົນຄົນເດີນ ໂຮນກຽມ ເພາະມັນຈະໄດ້ຄວາມຮູ້ສຶກອີກແບບ ມັນບໍ່ຄືໄປຍ່າງຖະໜົນຄົນເດີນແບບບ່ອນອື່ນ ຄວາມພິເສດຂອງບ່ອນນີ້ນັ້ນກະຄື ການຂາຍເຄື່ອງຂອງ ແປກແຮງຈົນຢາກໄປສຶກສາການຕະຫຼາດບ່ອນນີ້ເລີຍ ຂາຍຄືກັບເປັນສິບກວ່າຮ້ານ ຂອງຫຼິ້ນກະຄືກັນ ແບບດຽວກັນ ລາຄາຄົນລະເລື້ອງ ແຕ່ຂາຍໄດ້ເວີຍບໍ່ໄດ້ຂາຍຮ້ານດຽວເດະໄດ້ຂາຍທຸກຮ້ານ ການຕະຫຼາດແບບໃດ ແມ່ຄ້າອອນໄລນ໌ຄືກູງົງຈ໊ະ. ອາຫານກະຄືກັນ ຂາຍໝາກໄມ່ສຽບ ຍ່າງແຕ່ທາງເຂົ້າຈົນສຸດກະຂາຍຈົນໝົດ ແລະ ໃນເສັ້ນນັ້ນ ຮ້ານຄາເຟ້ມີເປັນ 100 ພຸ້ນກູວ່ານະ ຄົນເຕັມທຸກຮ້ານ ໂດຍສະເພາະຖ້າມີງານ ເຕະບານ, ປີໃໝ່, ກຸດຫວຽດ ບໍ່ມີບ່ອນນັ່ງ! ຢາກໃຫ້ທຸກຄົນລອງໄປສຳຜັດກັບບັນຍາກາດເບິ່ງ ມັນບໍ່ໄດ້ເປັນຄວາມຮູ້ສຶກອຶດອັດເດະ ມັນຮູ້ສຶກຕຶ່ນເຕັ້ນ ຄຶກຄຶ້ນຕະຫຼອດເວລາອີ່ຫຼີ ເປີດກັນຈົນຮອດ 22:30 ກະປິດເດີ ແຕ່ຕ້ອງກັບກ່ອນ 22:00 ຈັກນ່ອຍລົດໝົດນະຈະ.

ຄວາມຮາ ຄວາມມັນຍັງບໍ່ຈົບ ດ໊ຽວມື້ອື່ນຈະມາອັບໃຫ້ອ່ານອີກນະຈະ

ຖືກໃຈກໍ່ຄອມເມັ້ນປະໄວ້ເດີ ບ່າຍໆ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2021 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບີດາຍ ສະບາຍດິີ ພີ່ນ້ອງຊາວພັນລາວ ທຸກຄົນ

ມາເຈິະກັບ ມລ ອີກແລ້ວວວວ ຫຼັງຈາກທີ່ຫ່າງຫາຍກັນໄປດົນນານແຮງ ຕ້ອງຂໍອາໄພ ເນື່ອງຈາກ ມລ ຕິດພາລະກິດຊ່ວຍຊາດກະເລີຍຈຳເປັນຕ້ອງໄດ້ຢຸດຕິການອັບເດດເລື່ອງລາວໃນພັນລາວໄປ

ແຕ່ມື້ນີ້ ມລ ຄົນນີ້ ກັບມາແລ້ວວວວວວວ ເຢ້!!! (ບໍ່ມີໃຜດີໃຈກະຢ່າindecision

ເຂົ້າເລື່ອງເລີຍກະແລ້ວກັນ! ຕາມຫົວຂໍ້ຂອງເຮົາໃນມື້ນີ້ ເຮົາຈະພາທຸກຄົນໄປຫຼິ້ນປະເທດ ຫວຽດນາມກັນ!

ຫວຽດນາມເປັນປະເທດທີ່ບ່ອນທ່ອງທ່ຽວຫຼາຍ ງາມ ລາຄາໂຄດຖືກ ໄປງ່າຍ??? ມັ້ງ!. ສຳລັບ ມລ ຫວຽດນາມເປັນໜຶ່ງໃນປະເທດທີ່ໄປບໍ່ຍາກແຕ່ກະບໍ່ງ່າຍ ສຳລັບຄົນທີ່ບໍ່ຮູ້ພາສາແລ້ວຈະຮູ້ສຶກວ່າມັນເປັນປະເທດບໍ່ປອດໄພ ເດີນທາງຍາກ ສື່ສານຍາກ. ແຕ່ທີ່ຈິງແລ້ວມັນກະຍາກ55555 ແຕ່ກະບໍ່ເໜືອຄວາມພະຍາຍາມຂອງເຮົາ. ມລ ເຄີຍໄປຫວຽດນາມ 5 ຄັ້ງ ແຕ່ທຸກຄັ້ງທີ່ໄປຄືຈະມີຄົນທີ່ເວົ້າພາສາຫວຽດໄດ້ໄປນຳ ກະເລີຍບໍ່ມີບັນຫາຫຍັງ? ແຕ່ຄັ້ງນີ້ເປັນການໄປຄົນດຽວຄັ້ງແລກ ແລະ ຂີ່ຍົນຫວຽດຄັ້ງແລກ ພ້ອມແລ້ວເຮົາເລີ່ມເດີນທາງໄປກັນເລີຍຍຍຍຍຍຍlaugh

ມື້້ທີ 1: ເລີ່ມເດີນທາງອອກຈາກປາກເຊແຕ່ 4:00 ເຊິ່ງຂື້ນລົດທີ່ຫຼັກ8 ໃຕ້ ໄປຊອດໃສ່ດ່ານລາໄລຂ້າມໄປເຫວ້ (ລົດທີ່ນັ່ງໄປຈະເປັນລົດຕູ້ ເຊິ່ງມີຄ່າໃຊ້ຈ່າຍປະມານ 3 ແສນດົ້ງ ເປັນເງິນກີບ 120,000 ກີບ) ໃຊ້ເວລາປະມານ 8 ຊມ ຮອດເຫວ້, ແຕ່ຄວາມພິດນາດກະໄດ້ບັງເກີດຂຶ້ນຈົນໄດ້ ເນື່ອງຈາກວ່າເຮົາໄດ້ທຳການຈອງປີ້ຍົນຂອງສາຍການບິນ Vietjet Airline ໄວ້ລ່ວງໜ້າ(ຍ້ອນລາຄາມັນຖືກກະເລີຍຈອງ =_=..=_=.. ) ເມື່ອລົດເລີ່ມກ້າວເຂົ້າສູ່ນະຄອນເຫວ້ ດ້ວຍຄວາມທີ່ເຮົາເປັນຄົນທີ່ເວົ້າພາສາຫວຽດບໍ່ໄດ້ ກະເວົ້າຢູ່ນິສນຶ່ງ ກະພະຍາຍາມສື່ສານກັບຄົນຂັບລົດວ່າ ໄປສົ່ງຢູ່ສະໜາມບິນຟູໄບໄດ້ບໍ? ເຂົາກະບໍ່ເຂົ້າໃຈອີກ ເວົ້າອັງກິດກະບໍ່ເຂົ້າໃຈ. ດ້ວຍຄວາມທີ່ເຮົາເປັນຄົນສະຫຼາດ(ນ້ອຍ) ເຮົາກະເລີຍພິມເຂົ້າກູເກິ້ນທຣານສເລທ (Google Translate) ກະຄິດວ່າມັນສິຊ່ວຍໄດ້ ສຸດທ້າຍງົງໄປອີກກກກກ. ຈົນສຸດທ້າຍໂທຫາເອື້ອຍທີ່ເວົ້າພາສາຫວຽດໃຫ້ ກະໄດ້ຂໍ້ສະຫຼຸບມາວ່າ ເຮືອນຄົນຂັບລົດກະຜ່ານທາງສະໝາມບິນພໍດີ!! ໂອເຄ ສະບາຍໃຈແລ້ວບາດນິ. ຫຼັງຈາກທີ່ເຂົາສົ່ງຄົນໝົດແລ້ວ ເຂົາກະມາສົ່ງຢູ່ສະໜາມບິນອີ່ຫຼີ ໃນລົດມັນກະຈະມີແອັດລົດ ຄວາມພີກໃນພີກຄື ແອັດລົດເວົ້າພາສາລາວໄດ້ ວັອທ! ເດິະ! ຟັກ! ແລ້ວມຶງສິໃຫ້ກູນັ່ງເຈັບຫົວ ຄຸມແປພາສາ ໂທຫາຜູ້ນັ້ນຜູ້ນີ້ເຮັດຫຍັງ??? ມຶງຄືບໍ່ເວົ້າກັບກູ.......... ແຕ່ມັນຍັງດີທີ່ມັນເອີ້ນລົດຈັກໃຫ້ໄປສົ່ງຢູ່ໃນສະໜາມບິນ ແລະ ກະຍໍ້າກັບເຮົາອີກວ່າໃຫ້ຄ່າລົດແຕ່ 30 ພັນດົ້ງເທົ່ານັ້ນເດີບໍ່ຕ້ອງໃຫ້ເກີນ!! ຍໍ້າແລ້ວຍໍ້າອີກ!! (ໃນຄວາມໂຊກຮ້າຍກະຍັງມີຄວາມໂຊກດີນຳຢູ່)

ຫຼັງຈາກທີ່ເຮົາຮອດສະໜາມບິນແລ້ວ ກະເຊັກອິນ ໂຫຼດກະເປົ໋າເປັນທີ່ຮຽບຮ້ອຍຫຍັງແລ້ວ ກະເຖິງເວລາທີ່ຈະເຂົ້າເກທໄປລໍຖ້າຂຶ້ນເຄື່ອງ ພໍເຂົ້າໄປໃນເກທກະພໍດີເຖິງເວລາຂຶ້ນເຄື່ອງ ເວລາ 16:30 ກະໄດ້ຍິນສຽງປະກາດຈາກເຄົ້າເຕິ້ວ່າເຄື່ອງດີເລໄປ 2 ຊມ (ໝາຍເຖິງເຮົາຈະຕ້ອງໄດ້ຖ້າອີກ 2 ຊົ່ວໂມງ) ກະນັ່ງເຊັງໄປອີກ ມລ ເປັນຄົນນັ່ງເສີຍໆບໍ່ເປັນກະຫາເຮັດນັ້ນເຮັດນີ້ໄປເລື້ອຍ ແລະຄວາມຈັນໄລກະມາເຢືອນອີກຄັ້ງນັ້ນກະຄື ໃນຂະນະທີ່ລໍຖ້າຂຶ້ນເຄື່ອງຢູ່ກະເບິ່ງໂມງຍັງອີກ 20 ນາທີ ຂຶ້ນເຄື່ອງເພື່ອບໍ່ເປັນການເສຍເວລາກະເລີຍໄປນັ່ງຕັ່ງນວດຈັກ 5 ນາທີ ເອີ່.....  ພໍແຕ່ຍອດເງິນປຸບເຄື່ອງກະທຳງານປັບ ສຽງປະກາດກະດັງປຸບວ່າ =ທ່ານຜູ້ໂດຍສານໂປດຊາບ ຂະນະນີ້ເປັນເວລາ 18:10 ນາທີໄດ້ເວລາເຊັກອິນຂຶ້ນເຄື່ອງເພື່ອກຽມທີ່ຈະເດີນທາງສູ່ສະໜາມບິນນອຍໄບ =.. ວັອທ! ເດິະ! ຟັກ! ອີກຮອບ ກູຍັງບໍ່ທັນໄດ້ນວດ ກົ້ນນັ່ງບໍ່ທັນຮອດອຸ່ນ ພີ່ນ້ອງງງງງງງ ເອີ້ນກູແລ້ວ ແລະກູສິອອກຈາກເຄື່ອງຈັ່ງໃດລະບາດນິ ຈິນຕະນາການວ່າເຄື່ອງນວດມັນຫຸ້ມໂຕຫຸ້ມແຂນຂາກູໄວ້ ສິອອກຈັ່ງໃດບາດນິ. ສຸດທ້າຍດ້ວຍຄວາມໂຊກດີ ຄິວມັນຍາວ ເຄົ້າເຕີ້ເປີດຕົວດຽວ ກູເປັນຄົນສຸດທ້າຍທີ່ຂຶ້ນເຄື່ອງ ເກືອບຕົກຍົນຍ້ອນຄວາມບໍ່ຢູ່ຊື່ໆຂອງເຈົ້າຂອງ.. 

ຄວາມປະທັບໃຈຄັ້ງແລກທີ່ນັ່ງຍົນກັບສາຍການບິນ ຫວຽດເຈັທ ແອລາຍ ກູປະທັບໃຈແຮງງງງງງງງ ຈື່ຈົນຮອດມື້ຕາຍ ຈື່ບໍ່ມີວັນລືມ ຄັ້ງດຽວ ແລະ ຄັ້ງສຸດທ້າຍທີ່ກູສິນັ່ງ!! ບໍ່ຮູ້ວ່າຖ້ຽວອື່ນເປັນຄືກັນບໍ່ ແຕ່ຖ້ຽວກູນັ່ງ ຄວາມໂຊກຮ້າຍ ກະມາເຢືອນ ອີກແລ້ວ!!! ນັ່ງໄປປະມານ 30 ນາທີ ກຳລັງຈະຫຼັບ ມັນກະມີກິ່ນຕຸຕຸລອຍມາ ໝັ້ນໃຈໄດ້ເລີຍວ່າຄົນໆນັ້ນເຈັບທ້ອງ ກິ່ນປານນີ້ບໍ່ແມ່ນມຶງຂີ້ແຕກໃສ່ສົ້ງລະບໍ??? ເມື່ອເຮົາຄິດໄດ້ ທົນກັບກິ່ນບໍ່ໄດ້ ເຮົາກະເລີຍສິລຸກໄປເຂົ້າຫ້ອງນໍ້າຄິດວ່າໄປນັ່ງຖ້າໃນຫ້ອງນໍ້າໃຫ້ກິ່ນມັນຫາຍກ່ອນຈັ່ງສິກັບມາ ພໍແຕ່ກູລຸກປັບ ໄຟສັນຍານເຕືອນຂຶ້ນທັນທີ ຍົນຕົກຫຼຸມອາກາດ ສາວແອຍ່າງມາ Sit down sit down ໂອຍຍຍຍຍຍ ສາວແອລາວກະຄືສິຮູ້ແລ້ວແລະວ່າກູເໝັນຕົດລາວກະບໍ່ປາກ ກູກະໄດ້ແຕ່ເຮັດຕາມນັ່ງລົງ. ແຕ່ຍັງບໍ່ຈົບ ສາຍຕາສາວແອຫຼຽວເບິ່ງກູ ບົ່ງບອກໄດ້ວ່າລາວຕ້ອງຄິດວ່າກູເປັນຄົນຕົດແນ່ນອນ!!!! 

ສຸດທ້າຍເຮົາກະລົງຮອດສະໜາມບິນນອຍໄບຢ່າງປອດໄພ ທ້າມກາງສາຍຕາສາວແອທັງຫຼາຍທີ່ຫຼຽວເບິ່ງ...

ນີ້ຂະໜາດມື້ທຳອິດນະ ຍັງປານນີ້ ອີກ 4 ມື້ສິເປັນແນວໃດ ຢ່າລືມຕິດຕາກັນນະ

ໃຜມີປະສົບການແປກໆແບບນີ້ ຫຼືໂຫດກວ່ານີ້ ແຊຣ໌ມາໃຫ້ອ່ານແນ່ດຸ

ມື້ໜ້າ ມລ ຈະມາອັບຕອນຕໍ່ໄປ ທີ່ໄປຫຼີ້ນຮາໂນ້ຍ ຕິດຕາມໄດ້ ຍິ່ງກວ່າດົມຕົດອີກ

ແລ້ວເຈິະກັນນະ

ອ່ານຄືນຫຼັງ
ໝວດໝູ່