ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 15, 2021 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບີດາຍ ສະບາຍດີ ໝູ່ເພື່ອນຊາວພັນລາວທຸກຄົນwink ມາພົບມາເຈິະກັນອີກແລ້ວກັບ ມລ ຄົນເກົ່າຄົນເດີມ ເພິ່ມເຕີມຄືໜ້າຮັກຂຶ້ນ55555

ຖ້າເພື່ອນໆຄົນໃດທີ່ໄດ້ອ່ານໄດອາຣີ້ກ່ອນໜ້ານີ້ຈະຮູ້ດີວ່າ ມລ ຈະມາເລົ່າເລື່ອງທີ່ໄປທ່ຽວ ເມືອງເຫວ້ ປະເທດຫວຽດນາມມມມມມມ

 

ແຕ່! ແຕ່! ແຕ່!! ເລື່ອງທີ່ເຮົາຈະມາແຊຣ໌ໃນມື້ນີ້ບໍ່ໄດ້ມີແຕ່ເລື່ອງທ່ຽວຢ່າງດຽວ ມລ ຈະມາເລົ່າປະສົບການການໄປກິນກາເຟສຸດຫຼູຫຼາໝາເຫົ່າໃນນະຄອນເຫວ້ ນັ້ນເອງ!!!!

ເລົ່າກ່ອນນະວ່າ ເຫວ້ ເປັນເມືອງມໍລະດົກໂລກ ຂື້ນຊື່ທາງດ້ານການທ່ອງທ່ຽວຂອງຫວຽດນາມທີ່ມີຫຼາຍສະຖານທີ່ໃຫ້ໄປຊົມ ໄປຖ່າຍຮູບຫຼາຍບ່ອນ ເຊິ່ງເຮົາໄປມາຫຼາຍເທື່ອແລ້ວແລະບໍ່ເບື່ອ. ສ່ວນຕົວແລ້ວ ມລ ເບິ່ງວ່າ ເມືອງນີ້ເປັນເມືອງທີ່ທ່ຽວງ່າຍ ກິນງ່າຍ ຢູ່ງ່າຍ ແລະ ທີ່ສຳຄັນຄືຄ່າຄອງຊີບໂຄດຖືກ!!!! ແນະນຳໃຫ້ໄປ!!!! ສ່ວນຫຼາຍການໄປທ່ຽວຂອງຫຼາຍຄົນທີ່ໄປແມ່ນຈະໄປທ່ຽວຕາມສະຖານທີ່ຕ່າງໆທີ່ສຳຄັນທາງປະຫວັດສາດຂອງປະເທດຫວຽດນາມເຊັ່ນ: ພະຊາລະວັງໄດນອຍ ສຸສານບູຮານຕ່າງໆ ຕະຫຼາດດົງບາ ອື່ນໆ ແລ້ວແຕ່ຄົນທີ່ສະດວກຫຼືມັກສະໄຕລ໌ການທ່ອງທ່ຽແບບໃດ. ສຳລັບ ມລ ມັກທ່ຽວແບບລຽບໆໄປສຳຜັດກັບວີຖີຊີວິດການເປັນຢູ່ຂອງເຂົາເຈົ້າ ທີ່ເດັດໄປກວ່ານັ້ນກໍ່ຄືການໄປນຳຫາຂອງກິນ!! #ເຈົ້າແມ່ສາຍກິນແຂວງຈຳປາສັກ ແບບເຮົາກະບໍ່ມີທາງທີ່ລະພາດໄດ້! 

ເດັດທີ່ສຸດນັ້້ນກໍ່ຄືອາຫານພື້ນເມືອງ ມລ ເລີຟແຮງງງງງງງງ ເຊັ່ນ: ເຂົ້າຈີ່ຍັດໄສ້ບັ໋ນໂບດັອກ ຖ້າຄິດພາບບໍ່ອອກຈິນຕະນາການນຳກັນເດີວ່າ ເຂົ້າຈີ່ກອບໆໃສ່ຕັບບົດເລັກນ້ອຍ ໃສ່ໝາກຫຸ່ງໝາກແຕງດອງ ໂຮຍໝາກພິກແລະຊີອິ໋ວ ສຸດທ້າຍຍັດແຕດຫວຽດທີ່ເປັນໄສ້ຖົ່ວເຫຼືອງຕາມດ້ວຍກາກໝູ ນັ້ນລະຄືທີ່ສຸດຂອງທີ່ສຸດ!!, ເຂົ້າປຽກປາສະໄຕລ໌ເຫວ້ຫາກິນໄດ້ທົ່ວໄປແຊບຄືກັນ, ຂະໜົມປັງປາໄສ້ຄຣີມ, ນໍ້າຫວານຫວຽດນາມຫາໄດ້ຕາມສາຍທາງຍາມແລງ ບໍ່ອຶດ! ແລະ ອັນສຸດທ້າຍທີ່ບໍ່ຄວນພາດນັ້ນກໍ່ຄື ຈຶ໊ງ ຄັອຟຟີ້ (Throung Cafe = Egg coffee) ເອົາງ່າຍໆວ່າ ກະເຟໃສ່ໄຂ່. ອ່ານບໍ່ຜິດດອກ ຕາມນັ້ນລະ ອັນນີ້ແລ້ວແຕ່ຄວາມມັກຂອງແຕ່ລະຄົນເດີ້ ມລ ເປັນຄໍກາເຟຢູ່ແລ້ວ ໂດຍສະເພາະແມ່ນ =ກາເຟດຳ ຫຼື ອາເມຣິກາໂນ່ ຫຼື ແບລັກຄັອຟຟີ່ ຫຼື ເອສເປສໂຊ່ຊ໊ອດ= #ສາຍຂົມ 

 

ຈຶ໊ງ ຄັອຟຟີ້ (Throung Cafe = Egg coffee) ເອົາງ່າຍໆວ່າ ກະເຟໃສ່ໄຂ່    ເປັກກາເຟດຳທີ່ ອອນທັອປ ດ້ວຍໄຂ່ແດງຕີລະອຽດໃສ່ນໍ້າຕາລຫຼືໄຊຣັບນໍ້າເຜິ້ງ ເວລາຈະກິນຕ້ອງຄົນໃຫ້ສອງສ່ວນເຂົ້າກັນກ່ອນກິນ ມັນຈະໃຫ້ລົດຊາດຂົມໆ ແຕ່ຫວານປາຍລິ້ນ (ເວົ້າມາລະຄິດຮອດ....cryingcrying) ແຕ່ວ່າ!!!! ຄວາມພີກຂອງເຮົາບໍ່ໄດ້ແມ່ນກາເຟ ແຕ່ມັນແມ່ນເຫດການກ່ອນໜ້ານັ້ນທີ່ຈະເກີດຂຶ້ນ. 

 

ເລີ່ມຕົ້ນ ທຳອິດມີເອື້ອຍຮັກແນະນຳມາວ່າ "ຢາກໃຫ້ ມລ ໄປລອງກະເຟໄຂ່ເດ" ເມື່ອໄດ້ຍິນຄຳວ່າກາເຟ ທາງນີ້ກະຫູຕັ້ງຂຶ້ນທັນທີ ຖາມກັບເລີຍວ່າຢູ່ໃສ?? ກະໄດ້ຄຳຕອບມາວ່າ ມັນຢູ່ເຫວ້. ຕັດສິນໃຈໄປເຫວ້ທັນທີແບບບໍ່ຄິດໜ້າຄິດຫຼັງ ດ້ວຍຄວາມທີ່ເຮົາຊິນ(ເບາະຫວະ!) ກັບັານເດີນທາງໃນເຫວ້ຢູ່ແລ້ວ ເລື່ອງສໍ່ານີ້ບໍ່ຄະນາມື ມລ ດອກຈະ. ເລີ່ມເດີນທາງໄປເຫວ້ດ້ວຍລົດຕູ້ປະຈຳທາງ ປາກເຊ-ເຫວ້ ໃນລາຄາ 120,000ກີບ/ຖ້ຽວ. ທຣິບທີ່ເຮົາໄປເປັນທຣິບ 3 ວັນ 2 ຄືນ ໄປສະເພາະເຫວ້ເມືອງດຽວນະ ສ່ວນຄ່າໃຊ້ຈ່າຍຈະສະຫຼຸບໃຫ້ທາງລຸ່ມເດີ. ຂື້ນລົດແລ້ວກະບອກເຂົາເລີຍວ່າ ດີ້ ເບັນແຊ ເຫວ້  ແປວ່າ ໄປຄິວລົດເຫວ້ (ເບິ່ງມີຄວາມຮູ້... ໄດ້ສໍ່ານັ້ນລະທ່ອງເອົາ ເຂົາເວົ້າຫຍັງມາບໍ່ຮູ້) ໄປຮອດຄິວລົດກະປະມານທ່ຽງພໍດີ ສິ່ງແລກທີ່ຈະເຮັດຄື ກິນ!! ໄປກິນເຂົ້າທ່ຽງກ່ອນຕິເນາະ ບ້າເບາະສິທ່ຽວ ເຂົ້າຍັງບໍ່ທັນໄດ້ກິນແຕ່ເຊົ້າພຸ້ນນະ ໃຈເຢັນນະໄວລຸ້ນ!!!! ເຫັນໃຈ ມລ ໜ່ອຍນະຈະ.  ມາຫວຽດທັງທີ່ສິໄປກິນອາຫານປະເທດອືື່ນກະບໍ່ແມ່ນແນວແລ່ວວວວ ແນະນຳໃຫ້ກິນເຂົ້າຫວຽດ ເປັນແບບບ້ານເຮົານັ້ນລະ ມີອາຫານໃຫ້ເລືອກເລືອກໄດ້ 3-4 ຢ່າງ ລາຄາກະຖືກໂຄດ ຄົນລະ 30,000 ດົ໋ງ = 12,000 ກີບ/ຫົວຄົນ ຫາໄດ້ທົ່ວໄປ. 

ກິນອິ່ມແລ້ວກໍ່ໄປຫາທີ່ພັກ ທີ່ພັກກະແນະນຳໃຫ້ຫາທີ່ພັກໃກ້ ບິ໊ກຊີ ເພາະມັນງ່າຍໃນການເດີນທາງເປັນຈຸດສູນລວມຂອງເມືອງນີ້ນະ ຫາໄດ້ງ່າຍຕາມເວັບໄຊທ໌ www.booking.com ຖືກ ກາງ ແພງ ມີຫຼາຍລາຄາໃຫ້ເລືອກກໍ່ແລ້ວແຕ່ຄວາມສະດວກຂອງທຸກຄົນເດີ. ເມື່ອໄດ້ທີ່ພັກແລ້ວກະນອນ ພັກສິ! ສິຟ້າວໄປໃສພັກຜ່ອນກ່ອນມື້ອື່ນຈັ່ງໄປ. ມລ ຈະບໍ່ໄດ້ເລົ່າລະອຽດການທ່ຽວເດີ ຈະເນັ້ນບາງສະຖານທີ່ທີ່ມີປະສົບການພົບເຈີ້ແບບແປກໆມາແຊຣ໌ກັນ ຂຳໆເດີ

ແລະແລ້ວກໍ່ຮອດມື້ທີ່ເຮົາຈະໄປລອງກະເຟໄຂ່ແລ້ວວວວວວວເຢ້!! ຢາກບອກວ່າຫຼູຫຼາໝາບໍ່ເຫົ່າເພາະບໍ່ມີໝາ ຍິ່ງໃຫຍ່ອາລັງການ ງານດີ ຜູ້ດີ ໄຮໂຊເວີ້!! ສະຖານທີ່ຮ້ານຕັ້ງຢູ່ຊັ້ນສູງສຸດຂອງຕຶກນີ້ ເຊິ່ງມີຊື່ວ່າ Vincom Plaza ນັ້ນເອງ ເປັນຕຶກທີ່ລວມທຸກຢ່າງໄວ້ແລ້ວບໍ່ວ່າຈະເປັນ ຮ້ານອາຫານ ໂຮງແຮມ ສຳນັກງານ ຊຸບເປີ້ມາກເກັທ ຫ້າງ ເຍິະແຍະມາກມາຍ. ແລະຊັ້ນທີ່ເຮົາຈະໄປນັ້ນກໍ່ຄືຊັ້ນທີ 32. ຄວາມຍິ່ງໃຫຍ່ຂອງການໄປກິນກາເຟຄັ້ງນີ້ນັ້ນກໍ່ຄື ເຮົາສິໄປຊັ້ນ 32 ໄດ້ແນວໃດ?? ບັນຫາບໍ່ໄດ້ຢູ່ທີ່ທາງໄປ ມັນຢູ່ທີ່ເຮົາ!! ເຮົາຕ້ອງໃຊ້ລິບຂຶ້ນໄປຢ່າງດຽວ ຖາມວ່າບໍ່ເຄີຍຂີ່ລິບບໍ ກະບໍ່ ເຄີຍຂີ່ຢູ່ ໃຊ້ງານກະເປັນຢູ່. ແຕ່ແຕ່ແຕ່!!!! ຄວາມພີກຢູ່ທີ່ຄົນອື່ນເຂົ້າລີບໄປແລ້ວມັນໃຊ້ການໄດ້ ບອກກ່ອນວ່າມັນມີລິບທັງໝົດ 4 ຕົວລຽງກັນ ເຮົາກະລອງເຂົ້າໄປ ພໍແຕ່ກົດຊັ້ນ 32 ທໍ່ນັ້ນລະ ບໍ່ເຂົ້າບໍ່ອອກ ບໍ່ໄປໃສປະຕູໄຂອອກຄືນ ສັນເກີດຄວາມງົງໃນງົງ ເກີດຄຳຖາມມາວ່າ ມັນຢູ່ຊັ້ນ 32 ອີ່ຫຼີເບາະ! ຄັນສິວ່າບໍ່ມີຊັ້ນ 32 ກະຄືມີເລກ 32 ໃຫ້ກົດຢູ່ນາ. ລິບມີ 4 ໂຕ ລອງທຸກໂຕ ຖາມວ່າຂຶ້ນໄດ້ເບາະ ຫຶ!!! ບໍ່ໄດ້!! WTF!!! 

ໃຫ້ເອື້ອຍທີ່ໄປນຳກັນເວົ້າພາສາຫວຽດຖາມເຂົາເຈົ້າ ກະບໍ່ໄດ້ເລື້ອງໄດ້ລາວ ຍິ່ງບໍ່ຮູ້ວ່າຈະເຮັດແນວໃດ.... ສຸດທ້າຍດ້ວຍຄວາມທີ່ເຮົາເປັນຄົນສະຫຼາດ ຫຼັກແຫຼມ (frown) ຄວາມຫ້າວຢາກໄປຕ້ອງໄດ້ໄປ ສິ່ງທ້າທາຍຍາກສ່ຳໃດແຫ່ງກະຕຸ້ນຄວາມຢາກຮູ້ຢາກເຫັນຂອງ ມລ ແຮງ.  ເຮົາກະສະປີກອິງລີສແບບປູປູປາປາ ຖາມເຂົາເຈົ້າວ່າສິໄປໄດ້ແນວໃດ ກະໄດ້ຄວາມມາວ່າ ມີລິບຢູ່ 1 ຕົວທີ່ຂຽນຄຳວ່າ "Sky bar" ແລ້ວໃນລິບຕົວນັ້ນແມ່ນລິບຕົວທີ 3 ມີປຸ່ມຂຽນວ່າ "Sky bar"  ວັອທ!!! ເຮົາຄືບໍ່ເຫັນວ່ະ! ຫຼື ທີ່ຈິງແລ້ວເຮົາບໍ່ຮູ້ວ່າຮ້ານກາເຟຮ້ານນັ້ນຢູ່ຊັ້ນ "Sky bar" ມັນບໍ່ໄດ້ຢູ່ຊັ້ນ 32 ເດີ້ພີ່ນ້ອງ ແຕ່ຊັ້ນ 32 ຫັ້ນມີຢູ່ໄດ໋ ແຕ່ມັນປິດຢູ່ເລີຍຂຶ້ນບໍ່ໄດ້ ມັນຢູ່ລຸ່ມຊັ້ນ "Sky bar" ໂອເຄ ຮູ້ເລື້ອງ!!!!   ພໍແຕ່ເຂົ້າໄປປຸບ ກົດປັບ ແລ່ນຂື້ນປຶບ ຕິ່ງ!!!! ພໍແຕ່ລິບເປີດອອກທໍ່ນັ້ນລະ ຄວາມເປັນຄົນລາວກະອຸທານອອກມາໂລດວ່າ =ອໍ..............................indecision) ປຶກແນວບໍ່ປຶກ ງຶດເຈົ້າຂອງ.

ບັນຍາກາດຊັ້ນ "Sky bar" ກະຈະເປັນແບບເປີດ ອ້ອມດ້ວຍກຳແພງທີ່ເປັນແກ້ວໜາ ສູງປະມານ 150 ຊມ ມີເຄົ້າເຕີບາ ແບ່ງອອກເປັນ 2 ໂຊນຄື ໂຊນດາດຟ້າບໍ່ມີເພດານເປີດກວ້າງ ກັບໂຊນທີຕິດກັບເຄົ້າເຕີ້ ບັນຍາກາດຄຸ້ມຄ່າກັບຄວາມໂງ່ທີ່ເສຍໄປ ຈະເວົ້າໄດ້ວ່າເປັນຈຸດຊົມວິວທີ່ສູງທີ່ສຸດໃຈກາງເຫວ້ກະວ່າໄດ້ ສາມາດແນມເຫັນທິວທັດຂອງເມືອງເຫວ້ໄດ້ 190 ອົງສາກັນເລີຍທີດຽວ. ຄຸ້ມຄ່າຄຸ້ມລາຄາແນ່ນອນ ຄອນເຟີມ!!! 

       " ວິວດີດີ ອາກາດເຢັນໆ ຈິບກາເຟຂົມໆຫອມໆ ກັບຂະໜົມຄຣົວຊອງຮ້ອນໆກອບໆຫອມໆ ມັນສາມາດຢຽວຢາຈິດໃຈທີ່ກຳລັງດິ່ງລົງເຫວຂອງຄົນໆໜຶ່ງໄດ້ຢ່າງ່າຍດາຍ ຄວາມຂຸ້ນມົວໝອງໃຈທີ່ຄ້າງຄາໃນຫົວສະໝອງ ສິ່ງທີ່ໜັກຢູ່ໃນໃຈ ຖືກຍົກອອກແບບບໍ່ຮູ້ຕົວ ຈາກທີ່ຄອຍຖາມຕົວເອງວ່າ: "ເຮົາທົນເຮັດກັບສິ່ງນັ້ນມາດົນປານນີ້ໄດ້ແນວໃດວ່ະ! ເຮັດໄປເພື່ອ??" ສຸດທ້າຍກໍ່ໄດ້ຄຳຕອບແບບຊັດເຈນເກີດຂຶ້ນມາທັນທີ ເຮົາຄວນປ່ອຍວາງ ແລະ ໃຫ້ທຸກສິ່ງທຸກຢ່າງເປັນໄປຕາມສິ່ງທີ່ມັນຄວນຈະເປັນ ສິ່ງທີ່ມັນເກີດຂຶ້ນຈາກຄວາມໂລບຂອງຄົນອື່ນກໍ່ຕາມກໍ່ປ່ອຍໃຫ້ເຂົາຮັບຜົນກຳນັ້ນໄປ ເຮົາຕ້ອງເຮັດທຸກສິ່ງທີ່ຄວນຈະເຮັດເພື່ອພັດທະນາຕົນເອງ ເພື່ອຊີວິດທີ່ດີຂຶ້ນ ຢ່າມົວແຕ່ສົນໃຈໃນສິ່ງທີ່ຄົນອື່ນເຮັດກັບເຮົາ ຮັກຕົວເອງໃຫ້ຫຼາຍພໍ ຢືດໝັ້ນກັບສັດທາຂອງຕົວເອງໃຫ້ຫຼາຍພໍ ເທົ່ານັ້ນລະ 

       ສຸດທ້າຍແລ້ວ ຊີວິດນີ້ເປັນຂອງເຮົາ ຢ່າປ່ອຍໃຫ້ຄົນອື່ນມາກຳນົດມັນ ເຂົາອາດກຳນົດເສັ້ນທາງ ກຳນົດອຸປະສັກໄດ້ ແຕ່ຄົນທີ່ຈະໄປຫຼືບໍ່ໄປແມ່ນເຮົາ ເວລາເຈິະບັນຫາ ບອກກັບຕົວເອງໂລດວ່າ ມາແມ ມາໂລດ ເຂົ້າມາໂລດ! "

ທ້າຍສຸດ ແຕ່ບໍ່ສຸດທ້າຍ ແນະນຳໃຫ້ທຸກຄົນໄປທ່ຽເພາະນອກຈາກທີ່ເຮົາຈະເສຍເງິນແລ້ວ ຍັງເສຍເວລານຳອີກ ແຕ່ສິ່ງທີ່ໄດ້ກັບມາ ມັນຫຼາຍກວ່າເງິນທອງ ມັນຄືປະສົບການທີ່ຫາຈາກໃສບໍ່ໄດ້

 

ສະຫຼຸບ: ໃຊ້ເງິນໄປກັບການທ່ຽວຄັ້ງນີ້ຄື:

  1. ຄ່າເດີນທາງ ໄປ-ກັບ: 240,000 ກີບ
  2. ຄ່າທີ່ພັກ 2 ຄື 300,000 ດົ໋ງ: 120,000 ກີບ
  3. ຄ່າເຊົ່າລົດຈັກ 2 ວັນພ້ອມນໍ້າມັນ 200,000 ດົ໋ງ: 80,000 ກີບ
  4. ຄ່າກິນກາເຟ ຈອກລະ 100,000 ດົ໋ງ : 40,000/ຈອກ

ລວທັງໝົດ 480,000 ກີບ/ຄົນ ເບັດເສັທີ່ຖືໄປປະມານ 750,000 ກີບຕໍ່ຄົນ ເຫຼືອໆ ຊິວໆ /ທຣິບ ບອກແລ້ວວ່າສະບາຍກະເປົ໋າ

 

ຂອບໃຈທຸກຄົນທີ່ເຂົ້າມາອ່ານຫຼືບໍ່ອ່ານ5555 ກະແລ້ວ

ຮັກບນະຄົນອ່ານ ຈຸ໊ບໆkiss

See you

ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2021 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບີດາຍ ສະບາຍດີ ເພື່ອນໆຊາວພັນລາວທຸກຄົນນນນນນsurprise   ດົນນານແຮງບໍ່ໄດ້ຂຽນໄດອາຣີ່ ແພງຄົນອ່ານທຸກຄົນເດີ

ຕາມຫົວຂໍ້ເລີຍເດີ້ທຸກຄົນ ຕອນນີ້ ສະຖານະການໂຄວິດກໍ່ເລີ່ມຈະໜັກຂຶ້ນ ເຊື້ອໃໝ່ຫຼາຍຂຶ້ນ ເຮັດໃຫ້ຫຼາຍຄົນລວມທັງ ມລ ຕ້ອງທ່ຽວທິພໄປກ່ອນ WTF man!!!

 

ແຕ່ວ່າທຸກຄັ້ງທີ່ເຮົາຈະທ່ຽວ ເຮົາຕ້ອງວາງແຜນກ່ອນວ່າ ເຮົາຢາກໄປໃສ? ທຸກຄົນຢາກໄປປະເທດໃດ ຄອມເມັ້ນມາແນ່!!!

ສ່ວນຕົວນະ ມີ 3 ປະເທດທີ່ຈະໄປນັ້ນກໍ່ຄື..... ຄື....... ຄື.......

  1. ເຫວ້ ປະເທດຫວຽດນາມ
  2. ໂຊ ປະເທດເກົາຫຼີ
  3. ປັກກິ່ງ ປະເທດຈີນ

3 ປະເທດນີ້ຄືແພລນກ່ອນໂຄວິດລະບາດແຕ່ຕ້ອງຢຸດໄວ້ເນື່ອງຈາກສະຖານະການບໍ່ປອດໄພ (ໝາຍເຖິງສະຖານະການທາງດ້ານການເງິນຫັ້ນນະcrying)  ແຕ່ຕອນນີ້ພ້ອມແລ້ວ! ພ້ອມແຮງ!!! ຢາກທ່ຽວແລ້ວ!!!! 

ເປັນຫຍັງຕ້ອງເປັນ 3 ບ່ອນນີ້?

1. ເຫວ້ ເປັນບ່ອນທີ່ໃກ້ ໄປງ່າຍ ບໍ່ຮູ້ພາສາຫວຽດກະໄປໄດ້ ແລະ ເຄີຍໄປມາແລ້ວ55555. ມີຄວາມຊົງຈຳໜຶ່ງເຮັດໃຫ້ຢາກໄປອີກ (ດຽວຈະມາເລົ່າໃຫ້ຟັງເດີ)

2. ກຸງໂຊ ແຫ່ງ ສສ ເກົາຫຼີ: ທ່ຽວງ່າຍ, ໃຊ້ງົບນ້ອຍ ຫຼັກໆຄືຢາກໄປກິນ ໄປຊ໊ອບປິ້ງ. ເກົາຫຼີເປັນປະເທດທີ່ຖ່າຍຮູບງາມ ຖ່າຍຫຍັງກະງາມໄປໝົດ ຖ່າຍໜ້າຫ້ອງນໍ້າຍັງໄດ້ຟີລ ແລະ ຄວາມຝັນຄືຢາກໄປຕາມຮອຍຊີຣີ້ເກົາຫຼີ (ຊ້ວງນີ້ຄືຕິດແຮງບໍ່ວ່າຈະເປັນ Vincenzo, ໄປເບິ່ງແມງກະເບື້ອຢູ່ຫ້ອງເຮົາບໍ? ໂອຍຍຍຟິນ). ນອກຈາກນັ້ນ, ຍັງມີຄາເຟ່ ເດັດໆ ນ້າຮັກໆ ນຳອີກ.

3. ປັກກິ່ງ ສປ ຈີນ: ງ່າຍໆ ຢາກລອງນັ່ງລົດໄຟລາວເບິ່ງ5555 ລາຄາລົດໄຟລາວໄປຈີນກະໂຄດດດດດດດ ຖືກກກກກກກ (145,000/ຖ້ຽວ ເຂົາວ່າ) ເພາະສະນັ້ນ ງານນີ້ ມລ ຈະບໍ່ພາດແນ່ນອນ ຫຶ!!! ແລະ ຈະຕ້ອງໄປຍາມໜາວ ຫິມະຕົກ ໄປຊົດເສສວນຮ້ອນໆເຜັດໆ ຫຶຍຍຍຍຍຍຍຍ ຢາກໄປ!!!!!

 

ສ່ວນເລື່ອງແຜນທີ່ຈະທ່ຽວທິພ ຈະອັບໃຫ້ມື້ໜ້າເດີ ຈະອັບແບບລະອຽດຍິບ ທຸກຂັ້ນຕອນເພື່ອທຸກຄົນຢາກໄປຫຼົງ ເອິ້ຍ!! ຢາກໄປທ່ຽວຕາມຮອຍ ມລ ສິນະ

ແລ້ວທຸກຄົນເດ ຢາກໄປທ່ຽວປະເທດໃດຄອມເມັ້ນມາໃຫ້ແນ່ ບາງທີສິໄປທ່ຽວນຳ

ແລ້ວເຈິະກັນໃໝ່ນ້າາາາາາ ຫວັງວ່າຈະໄດ້ທ່ຽວໄວໄວນີ້

ຮັກເດີຄົນອ່ານ ຈຸ໊ບໆkiss

ອ່ານຄືນຫຼັງ
ໝວດໝູ່