ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 11, 2022 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

"ຄວາມຕາຍແຂນຄໍທຸກບາດກ້າວ ຄັນບໍ່ຟ້າວຢ່ານັ່ງລົດຕູ້ໄປຫຼວງພະບາງ" ປະສົບການສ່ຽງຕາຍ ກັບການນັ່ງລົດຕູ້ໄປຫຼວງພະບາງ (ນີ້ຄືປະສົບການຈິງ ໂນດຣ່າມາ ນະຈະ)

ສະບີດາຍ ສະບາຍດີ ໝູ່ເພືອນຊາວພັນລາວທຸກຄົນນນນນນນ

ໃຜຈະໄປຫຼວງພະບາງ ຕ້ອງອ່ານ!! ປະສົບການການເດີນທາງໄປທ່ຽວຫຼວງພະບາງຄັ້ງນີ້ ມີທຸກລົດຊາດຂອງຊີວິດແລ້ວຕັ້ງແຕ່ທ່ຽວມາ

ເລີ່ມຕັ້ງແຕ່ມື້ຂຶ້ນລົດ ນັ່ງລົດເມຂຶ້ນນະຄອນຫຼວງດ້ວຍສະພາບທີ່ເປັນມື້ທີ່ມີພາຍຸເຂົ້າຈຳປາສັກ (ແຕ່ລະມື້ມັນກະບໍ່ມາ ມາມື້ສິໄປ) ຍັງບໍ່ແລ້ວມື້ທີ່ຂຶ້ນແມ່ນກົງກັບວັນສິນ 15 ຄ່ຳ ແຕ່ກະບໍ່ເປັນຫຍັງດ້ວຍຄວາມຫ້າວມັນບັງຕາ ໃຫ້ອະໄພໄດ້ຢູ່. 7:00 ຮອດສະຖານີລົດເມສາຍໃຕ້ພ້ອມກັບຄວາມຮູ້ສຶກເບີກບານ ມ່ວນຊື່ນ ເຮຮາ ດ້ວຍຄວາມດີໃຈວ່າຈະໄດ້ນັ່ງລົດໄຟໄປຫຼວງພະບາງ ແຕ່..ແຕ່.. ກະຕ້ອງຫຸບຍິ້ມທັນທີເນຶ່ອງຈາກວ່າການຈອງປີ້ລົດໄຟຖືກຍົກເລີກ (ຈອງບໍ່ທັນ ເຕັມທຸກຖ້ຽວ
            </div>
          </td>
        </tr>
      </table>
      
    </div>
    
      <div class=

ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2022 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຕາມຫົວຂໍ້ເລີຍ ໄປຫຼວງພະບາງຄົນດຽວ ໄດ້ຫຍັງ??? ຫັນຕິ!! ຄັນເປັນຫຼາຍຄົນກະຄືສິບໍ່ມີໃຜຕັດສິນໃຈໄປຄືເຮົາ! ເພາະຖ້າຮູ້ວ່າ

  1. ມີເວລາ 1 ວັນ 1 ຄືນ
  2. ໄປຄົນດຽວ
  3. ບໍ່ມີແຜນໃນການທ່ຽວ
  4. ຈອງທຸກຢ່າງພາຍໃນວັນທີ່ໄປ
  5. ມີງົບຈຳກັດ

ຮູ້ແບບນີ້ແລ້ວ ເປັນເຈົ້າຈະໄປບໍ???enlightened

ສະບີດາຍ ສະບາຍດີ ໝູ່ເພື່ອນພັນລາວທຸກຄົນທີ່ເຂົ້າມາອ່ານ

ນີ້ຄື "ບັນທຶກການທ່ຽວ" ຂອງ ມລ ທີ່ຢາກຈະຂຽນໄວ້ເພື່ອເຕືອນຕົວເອງ ແລະ ເປັນສິ່ງທີ່ຊ່ວຍໃນການຈົດຈຳ ເນື່ອງຈາກເປັນຄົນຂີ້ລືມແຮງງງງງງງ

 

ງົບປະມານທີ່ໃຊ້ໃນການໄປຄັ້ງນີ້ແມ່ນ: 910,000 ກີບ

  • ທີ່ພັກ 1 ຄືນ 30,000 ກີບ
  • ຄ່າປີ້ຍົນໄປນະຄອນຫຼວງ 200,000 ກີບ
  • ຄ່າປີ້ລົດໄຟໄປຫຼວງພະບາງ 198,000 ກີບ
  • ຄ່າລົດເຂົ້າເມືອງ 25,000 ກີບ
  • ຄ່າລົດຕູ້ກັບນະຄອນຫຼວງ 150,000 ກີບ
  • ຄ່າລົດກັບປາກເຊ 170,000 ກີບ
  • ຄ່າກິນ + ອື່ນໆ 137,000 ກີບ

ເລີ່ມເລີຍ ສິ່ງທີ່ເຮັດໃຫ້ຕັດສິນໃຈໄປຄັ້ງນີ້ນັ້ນກໍ່ຄື ປີ້ຍົນຈາກລາວສະກາຍເວ ທີ່ມາລໍ້ຕາລໍ້ໃຈແຮງ ໃນລາຄາ 200,000 ກີບ/ຖ້ຽວ ອ່ານບໍ່ຜິດ! ຖືກສຸດເທົ່າທີ່ມີມາໃນປະເທດລາວ. ງານນີ້ເຮົາກະເລີຍໜ້າມືດຕາລາຍເບິ່ງບໍ່ເຫັນຄວາມຫາຍະນະທີ່ກຳລັງຈະຕາມຫຼັງຈາກຕັດສິນໃຈກົດຈອງ ແລະ ຈ່າຍເງິນໄປແລ້ວ!! 1. ຫາຍະນະເລີ່ມຕົ້ນຫຼັງຈອງໄປກະຄື ບໍ່ສາມາດຈອງກັບໄດ້!!!  ເລີ່ມຕົ້ນທຣິບໄດ້ດີ ມີຄວາມລົ້ມເຫລວໄປເກີນເຄິ່ງ #ມລ.ຜູ້ມາກັບຫາຍະນະ ກະມາ.

ດ້ວຍຄວາມເກັ່ງກາດຂອງ ມລ ຂອງສໍ່ານີ້ເຮັດຫຍັງເຮົາບໍ່ໄດ້ດອກ ຈອງປີ້ຍົນໄດ້ໃນອີກ 2 ວັນຈະເດີນທາງ ເຮົາກະໄດ້ເລີ່ມຫາທີ່ພັກ ຈອງຖ້ຽວລົດໄຟ (ໃນໃຈຕອນນັ້ນກະຄື ເຮັດຈັ່ງໃດ໋ກະໄດ້ຂໍໃຫ້ໄດ້ໄປຮອດຫຼວງພະບາງກ່ອນຈັ່ງວ່າກັນ) ທີ່ພັກທີ່ເຮົາຈອງນັ້ນກະຄື ສາສາລາວ ເກສເຮົາສ໌ ເຊິ່ງໄກຈາກຕົວເມືອງປະມານ 2,5 ກິໂລ ຖາມວ່າໄກບໍ? ໄກ!!! ແຕ່ເນື່ອງຈາກມັນຖືກ!! ເຫັນຂອງຖືກບໍ່ໄດ້ຕ້ອງຈອງທັນທີ!!! ສ່ວນປີ້ລົດໄຟກະໃຊ້ໝູ່ຢູ່ນະຄອນຫຼວງໄປຕໍ່ຄິວຊື້ໃຫ້ສິຄະ ສົງສານໝູ່ຢູ່ນະ ນາງໆໄປຢືນຕໍ່ຄິວໝົດມື້ ແຕ່ກະຕ້ອງຂອບໃຈເປັນຢ່າງສູງມານະທີ່ນີ້ດ້ວຍເດີ້!!! ຈອງໄດ້ທຸກຢ່າງກະ ສະບາຍໃຈແລ້ວ

ເມື່ອຮອດວັນເດີນທາງເຮົາກະເດີນທາງໄປຂຶ້ນຍົນເວລາ 9:25 ນາທີ. ດ້ວຍຄວາມທີ່ແບບ ຄັ້ງແລກໃນການນັ່ງເຄື່ອງ #ລາວສະກາຍເວ ມັນກະຈະຕື່ນເຕັ້ນນິດໆເມື່ອຫຼຽວເບິ່ງຍົນທີ່ເຮົາຈະນັ່ງ ກັບຍົນຂອງອີກສາຍການບິນໜຶ່ງສີຟ້າ ມັນຊ່າງແຕກຕ່າງກັນແຮງ ໃຈກະເລີ່ມຫວິວໆ ແຕ່ກະຕ້ອງສູ້ແລະນາທີນີ້. ໂຊກດີທີ່ເຮົາໄດ້ນັ່ງຄົນດຽວ ເພີ່ມຄວາມສຽວເຂົ້າໄປອີ໊ກກກກກ. ຊ່ວງທີ່ໄປຄືຊ້ວງໂຄວິດລະບາດນະທຸກຄົນມັນກະເລີຍບໍ່ມີການເສີບອາຫານ ໂນບໍລິການຫຍັງພາຍໃນຍົນນະຈະ ເພາະສະນັ້ນກະນັ່ງຍາວໄປເລີຍປະມານ 45 ນາທີ. ພໍລົງເຄື່ອງໄດ້ກະໃຊ້ໝູ່ອ້າຍມາຮັບໄປສົ່ງສະຖານີລົດໄຟທັນທີ ດ້ວຍຄວາມທີ່ເປັນຄັ້ງແລກອະນະ ກະຢ້ານຕົກລົດຕົກຫຍັງ ແລະ ໄປຮອດທັນເວລາ 13:30 ພໍດີ ເຊິ່ງລົດອອກປະມານ 16:30 ນະຄະ ນັ່ງຖ້າວົນໄປ.

ຕອນທີ່ເຮົາໄປ ສະຖານີຍັງບໍ່ມີຮ້ານຄ້າຫຍັງເລີຍນະ ໂລ່ງໆ ແຕ່ຍິ່ງໃຫຍ່ເອົາການຢູ່ເດີ!!! ຈະບອກວ່າລົດໄຟມາຕົງເວລາຢູ່ນະ ຕອນທີ່ເຮົາຈອງຈະມີແຕ່ 2 ຊັ້ນນະ ມີເຟີສຄລາສ ຊັ້ນ 1 ແລະ ຊັ້ນ 2 ໃນສ່ວນຂອງຊັ້ນ 3 ຍັງບໍ່ເປີດໃຫ້ບໍລິການເທື່ອເດີ (ລາຄາຊັ້ນ 3 ຕົກຢູ່ທີ່ 140,000 ເທົ່ານັ້ນນະ) ເມື່ອເຖິງເວລາຂຶ້ນລົດຫາຍະນະທີ 2 ກະເລີ່ມແຜງລິດເດດ ນັ້ນກະຄື: ປີ້ລົດໄຟຫາຍ!! ນະຕອນນັ້ນ ຄິດວ່າເຈົ້າຂອງຫຼົງປະໄວ້ຫ້ອງນໍ້າຫຼືບໍ່? ຫຼືຫຼົງຖິ້ມລົງຖັງຂີ້ເຫຍື່ອພ້ອມຕຸກນໍ້ານັ້ນຫຼືບໍ່?? ກະແລ່ນຊອກຫາເອົາເປັນເອົາຕາຍ ສຸດທ້າຍເຈິະຢູ່ໃນຖົງສົ້ງເຈົ້າຂອງ!!! (ຂີ້ລືມຂອງແທ້ບໍລະ!). ເອົາລະເຫັນແລ້ວກະໄປທີ່ທາງອອກເພື່ອໄປຂຶ້ນລົດໄຟໄດ້ ເຮົາໄດ້ນັ່ງຕູ້ທີ 1 ໂອ້ດີ!! ຕາມຂ່າວລືມານັ້ນນນນ ວ່ານັ່ງລົດໄຟກັບຫຼັງ ມັນຄືເລື່ອງຈິງ!!! ງົງມາກແມ່! ແຕ່ເອົາຈິງໆກະດີຢູ່ ມີວິວມີຫຍັງໃຫ້ເບິ່ງ ຄົນນັ່ງຂ້າງໆກະງານດີຢູ່ນະແມ່ວ່າບໍ່ໄດ້ເດິະ!. ເຮົາໃຊ້ເວລານັ່ງທັງໝົດ 2:30 ກະເຖິງຫຼວງພະບາງແລ້ວວວວ ເຢ້!!

ເວລາ 18:30 ເຖິງຮຽບຮ້ອຍ ໄດ້ອອກມານອກສະຖານີເສັດສັບ ຫາຍະນະທີ 3 ກະເລີ່ມຂຶ້ນອີກແລ້ວ! (ມຶງ! ບັກຫາຍະນະ ມຶງສິມາຢາມກູທຸກໆ 3 ຊມ ບໍ່ໄດ້ນະ) ດ້ວຍຄວາມທີ່ຮອດຄໍ່າເລີ່ມມືດ ຈັງຫວະທີ່ຫາລົດເຂົ້າເມືອງມັນກະມີເຫດການໜຶ່ງທີ່ເຮັດໃຫ້ເກືອບຂຶ້ນລົດຜິດຄັນ ດ້ວຍຄວາມຟ້າວອະເນາະ ເກືອບໄດ້ໄປຮອດເໜືອສຸດລະບໍລະມຶງ! ດ້ວຍຄວາມບຸນຫຼາຍ ພະນະ!! ຍັງມີພໍ່ລຸງຄົນໜຶ່ງຄົນຫຼວງພະບາງເຂົ້າມາຖາມ ວ່າສິໄປໃສແທ້! ກະເລີຍບອກເພິ່ນໄປວ່າ ຫຼານສິໄປໃນເມືອງຫຼວງພະບາງ ໄປບ້ານພັກນີ້ ລຸງຮູ້ບໍ? ເພິ່່ນກະບອກມາວ່າ ຮູ້ໆ ຂຶ້ນລົດດຽວພາໄປ ໄດ້ຕົ໋ວລະບໍ? ອ້າວ!! ຕ້ອງຊື້ຕົ໋ວວ່ະ. ລາວໃຈດີແຮງພາໄປຊື້ຕົ໋ວແລ້ວກະຂຶ້ນລົດເຂົ້າເມືອງ. ນັ່ງລົດປະມານ 20 ນາທີກະຮອດໃນເມືອງ ແຕ່ຍັງບໍ່ຮອດບ່ອນພັກເທື່ອນະ ກະມີຄວາມເອະໃຈວ່າ ຫຶ! ສິໄປສົ່ງຮອດອີ່ຫຼີບໍນໍ? ຈາກກູເກີລແມັບກັບເສັ້ນທາງໂຕຈິງຄືຄົນລະທິດເນາະ? ລົນລານເວີ້ນະຕອນນັ້ນ ສຸດທ້າຍຈຶ່ງຮູ້ວ່າລາວມາສົ່ງຜູ້ໂດຍສານອີກຄົນໜຶ່ງ ໂອຍຍຍຍສັນໂລ່ງເລີຍ.  ແລະແລ້ວເພິ່ນກະມາສົ່ງຮອດທາງລົງບ່ອນພັກເລີຍ ເຫັນປ້າຍບ້ານພັກແລ້ວ ແຕ່ທາງລົງໄປມັນວັງເວງ ໜ້າຢ້ານກົວ  ມືດຕຶ໊ດຕື໊ ແລະທີ່ໜັກໄປກວ່ານັ້ນຄື ຕິດຕໍ່ບ້ານພັກບໍ່ໄດ້! ໂສກບໍບາດນິ  ກະແຊັທກະຫຍັງກັນຢູ່ແຕ່ພໍມາຮອດໂທບໍ່ໄດ້ ບໍ່ຮັບສາຍສັນ!! ວັອທ!! ໂທຢູ່ປະມານ 10 ປາຍສາຍນະກວ່າຈະຮັບ ເນື່ອງຈາກເພິ່ນຄາວຽກ ແຕ່ຍັງໂຊກດີອີກແລ້ວນະ ຄືຫ້ອງທີ່ເຮົາພັກມັນມີ 4 ຕຽງ ໝາຍເຖິງພັກລວມກັນກັບຄົນອື່ນໆນະ ແຕ່ວັນນັ້ນເຮົາໄດ້ພັກຄົນດຽວ ໂອເອັມຈີ!! ເຣີດເວີ້! ທັງໝົດເປັນຂອງເຮົາ!!  ບອກເລີຍວ່າບ້ານພັກສວຍ ຢູ່ກາງທຳມະຊາດ ແລະ ແຄມນໍ້າເລີຍ ບັນຍາກາດດີແຮງນະ ງຽບໆດີ ສັນຊອບ. ເນື່ອງຈາກເຮົາມາຮອດຄໍ່າ ແລະໄກຈາກຕົວເມືອງ ເພື່ອຄວາມປອດໄພເຮົາກະເລີຍບໍ່ໄດ້ອອກໄປໃສ ບໍ່ໄດ້ກິນເຂົ້າແລງ ອາບນໍ້າແລ້ວນອນເລີຍ!! 

 

ຕື່ນມາປະມານ 5 ໂມງເຊົ້ານະ ກະເລີ່ມຈັດການຕົວເອງ ເອີ່...ໝາຍເຖິງ ອາບນໍ້າ ແປງແຂ້ວ ປ່ຽນເຄື່ອງສິນະ! ເພື່ອກຽມທີ່ຈະອອກສຳຫຼວດເມືອງໃຫ້ທັນເວລາ ເຮົາມີເວລາໃນຫານທ່ຽວທັງໝົດ 1 ຄາບຄືຄາບເຊົ້າ ແລະ ຕ້ອງໄດ້ກັບຄາບແລງ (ຖາມຈອງວ່າກັບຈັ່ງໃດ? ບໍ່ຮູ້! ບໍ່ທັນມີແຜນກັບເລີຍ ໄປຫາເອົາທາງໜ້ານະ). ຫຼັງຈາກທີ່ອອກຈາກທີ່ພັກເຮົາກະເລີ່ມຍ່າງ ເຊິ່ງຈຸດໝາຍທຳອິດທີ່ຈະໄປຄື "ການພິຊິດພະທາດພູສີ" ທຸກຄົນມາຫຼວງພະບາງຕ້ອງໄດ້ຂຶ້ນໄປສຳຜັດກັບບັນຍາກາດ ແລະ ວິວຂອງເມືອງແຫ່ງນີ້ ບໍ່ຜິດຫວັງແນ່ນອນ. ແຕ່ການພິຊິດຄັ້ງນີ້ມັນບໍ່ງ່າຍ ເນື່ອງຈາກເຮົາຂຶ້ນຜິດທາງມັນເລີຍເຮັດໃຫ້ເຮົາຍ່າງໄກເກີນໄປ ດ້ວຍຄວາມທີ່ບໍ່ໄດ້ກິນຫຍັງແຕ່ຄືນນີ້ຈົນມາຮອດຕອນນີ້ບໍ່ມີຫຍັງຕົກທ້ອງເລີຍ ດີທີ່ຍັງມີນໍ້າໃຫ້ແດກນະ ແຕ່ຈະວ່າໂຊກຮ້າຍກະບໍ່ທັງໝົດເພາະທາງທີ່ເຮົາຂຶ້ນເຮົາບໍ່ໄດ້ເສຍເງິນຄ່າຂຶ້ນ (ເພາະອີກທາງທີ່ຂຶ້ນງ່າຍ ແລະ ໄວກວ່າຈະໄດ້ເສຍຄ່າເຂົ້າ 5000 ກີບ/ຄົນ). ເມື່ອຂຶ້ນໄປເຖິງຍອດເຂົາ ສິ່ງທີ່ໄດ້ຄື ວິວຫຼັກລ້ານ ຄວາມເມື່ອຍທີ່ສະສົມມາກະຍັງຄົງຢູ່5555 ແຕ່ມັນຄຸ້ມຄ່ານະເວີຍ ມັນຮັກສາຈິດໃຈໄດ້. ກິດຈະກຳຢູ່ເທິງກະຈະມີ ໄຫວ້ພະ ຂໍພອນ ແລະ ປ່ອຍນົກ ທີ່ສຳຄັນຖ່າຍຮູບຄູ່ພະທາດແລ້ວເຊັກອິນ ຖືວ່າສຳເລັດພາລະກິດນະຈະ. 

ລົງຈາກພູສີມາອີກທາງກະຈະເປັນ ຫໍພິພິຕະພັນຫຼວງພະບາງ ເຊິ່ງ......ບໍ່ເປີດໃຫ້ເຂົ້າອີກແລ້ວ!!! ອາໄຣ ຍັງໄງ ທຳໄມສັນມາແລ້ວຕ້ອງປິດ!!! ເຊັງແຮງກະເລີຍຕ້ອງຫາຂອງກິນຍ້ອມໃຈສະກ່ອນ ແລະເຮົາກະຕ້ອງເລືອກຮ້ານທີ່ເປັນສິກເນເຈີ້ຂອງຫຼວງພະບາງສິຄະ ນັ້ນກໍ່ຄື: "ຮ້ານ ປະຊານິຍົມ" ບໍ່ແປກເລີຍເປັນຫຍັງຈຶ່ງໄດ້ຮັບຄວາມນິຍົມຕະຫຼອດການ ເພາະວ່າ ເຂົ້າປຽກເສັ້ນຊອຍແຊັບເວີ້ ລາຄາກະຖືກໄປອີ໊ກ! ແລະທີ່ສຳຄັນເມນູທີ່ຕ້ອງລອງແມ່ນ ກາເຟນົມປະຊານິຍົມ.  ກິນອິ່ມແລ້ວກະເລີ່ມສຳຫຼວດເມືອງໄດ້ ທຣິບນີ້ທັງທຣິບ ຄື ຍ່າງ ແລະ ຍ່າງ ເພາະເຮົາເປັນຄົນປະຫຍັດ ອີກຢ່າງ ເມືອງຫຼວງພະບາງຖ້າຈະທ່ຽວແຕ່ໃນເມືອງຫຼວງ ແລະ ສະຖານທີ່ທ່ຽວຊົມສ່ວນຫຼາຍກະຢູ່ໃນອ້ອມແອ້ມເມືອງເລີຍ ກະບໍ່ແປກທີ່ເຮົາຈະຍ່າງ ຫຼື ຖ້າໃຜບໍ່ຢາກຍ່າງກະມີບໍລິການເຊົ່າລົດຖີບຊົມເມືອງ 15,000 ກີບ/ຄັນ ງ່າຍເວີ້.

ສະຖານທີ່ທີ່ເລືອກໄປກະຈະມີ ວັດຊຽງທອງ ວັດແສນ ວັດຂ້າງຫໍພິພິຕະພັນ(ບໍ່ຈື່ຊື່) ມີແຕ່ວັດນີ້ລະ ເພາະເວລາໝົດແລ້ວ ແລະທີ່ແນະນຳໃນແຖວນັ້ນກະຈະເປັນຮ້ານຄ່າເຟ້ຕ່າງໆນະ ຮິທໆກະຈະມີ ຟໍມູລາ.ບີ ແລະອື່ນໆ ເຍິະແຍະຕ້ອງໄປເບິ່ງເອົາເອງ ເພາະຕອນເຮົາໄປສ່ວນຫຼາຍມັນປິດ!!! (ປິດຕະຫຼອດແຫຼະຄັນກູໄປນະ)

ສຸດທ້າຍກໍ່ເຖິງເວລາທີ່ເຮົາຕ້ອງກັບແລ້ວ!! ກັບແນວໃດ? ກັບດ້ວຍຫຍັງ? ບາດນິ. ໃຊ້ວິທີຖາມເລີຍ ຖາມຄົນແຖວນັ້ນລະ ແລະກໍ່ໄດ້ຄຳຕອບວ່າຕ້ອງໄປຂຶ້ນລົດທີ່ສະຖານີລົດຢູ່ແຖວນອກເມືອງ ວ່າຊ້ານນນ ໂອເຄສຸດທ້າຍເຮົາກະມາຈົບທີ່ການຈ້າງລົດຕຸກໆໄປສະຖານີລົດເພື່ອຂຶ້ນລົດກັບນະຄອນຫຼວງວຽງຈັນ ແລະດ້ວຍທີ່ເຮົາເປັນຄົນມີຫາຍະນະ ທຣິບກຳລັງຈະຈົບໄປດ້ວຍດີກໍ່ເກີດເລື່ອງບໍ່ຄາດຄິດຂຶ້ນນັ້ນກະຄື ພໍແຕ່ຈະລົງລົດເທົ່ານັ້ນລະ ນ້ອງຂາຕັ້ງກ້ອງທີ່ຮັກຂອງສັນ ນ້ອງຕົກ ແລະ ແຕກຫັກໄປເຄິ່ງໜຶ່ງ ນັ້ນກໍ່ໝາຍຄວາມວ່ານ້ອງໃຊ້ການບໍໍໄດ້ອີກຕໍ່ໄປ cryingcrying  ແລະ ສຸດທ້າຍເຮົາກະໄດ້ຂຶ້ນລົດກັບຮອດນະຄອນຫຼວງດ້ວຍຄວາມສະຫວັດດີພາບ ແຕ່ມັນໜ້າຈະຈົບດ້ວຍດີຖ້າບໍ່ມີເລື່ອງເກີດຂຶ້ນອີກ ໂອ໊ຍຍຍຍຍຍ ຊີວິດ ມລ ເປັນຫຍັງຕ້ອງມີແຕ່ອຸປະສັກ ຄວາມສ່ຽງຕາຍ ຄວາມຫາຍະນະ ມາສໍ່າເປັນໝູ່ກັນ. ມັນເລີ່ມຕັ້ງແຕ່ຂຶ້ນລົດຕູ້ຈາກຫຼວງພະບາງ ເວລາ 14:30 ນາທີ ຮອດນະຄອນຫຼວງ 20:30 ເປັນການນັ່ງລົດຕູ້ 6 ຊມ ແລະລົງທີ່ສະຖານີລົດເມສາຍເໜືອ ເນື່ງຈາກສາຍເໜືອມັນຫ່າງຈາກສາຍໃຕ້ໄກເຕີບ ແລະ ດ້ວຍມັນຄໍ່າມັນບໍ່ມີລົດຕໍ່ແລ້ວ ລົດເຮົາເປັນລົດຖ້ຽວສຸດທ້າຍຂອງຄິວນັ້ນ ບອກເລີຍວ່າເຮົາເປັນຜູ້ຍິງຄົນດຽວທີ່ເຫຼືອຢູ່ນັ້ນ ຕອນນັ້ນຄືຕິດຕໍ່ອ້າຍບໍ່ໄດ້ ໂທຫາໝູ່ໝູ່ບໍ່ມີລົດມາຮັບອີກ ແລະ ຖ້າສິຈ້າງລົດຈັກຕໍ່ໄປຫາອ້າຍກະເກີດຄວາມຢ້ານ ດ້ວຍຄວາມທີ່ເຮົາເປັນຄົນຕ່າງແຂວງ ເຮົາກະບໍ່ກ້າທີ່ຈະໄປນຳເຂົາ ແບັທໂທລະສັບກະສິໝົດ ຖ້າເກີດຫຍັງຂຶ້ນໃຜສິຊ່ວຍເຮົາໄດ້ ກະເລີຍຕັດສິນໃຈລໍຖ້າຢູ່ນັ້ນຄົນດຽວກ່ອນ ແຕ່ກະຍັງໂຊກດີຢູ່ວ່າບໍລິເວນນັ້ນມີຮ້ານຂາຍເຄື່ອງເຮັດໃຫ້ເຮົາອຸ່ນໃຈໄດ້ເລັກນ້ອຍ ກະຂໍສາກໂທລະສັບນຳເພິ່ນ ແລະ ພະຍາຍາມໂທຫາອ້າຍ ແລະສຸດທ້າຍອ້າຍກະຮັບແລະກະມາຮັບເຮົາ ແຕ່ກວ່າຈະມາຮັບກະຈົນ 21:30 ສຸດທ້າຍມັນກະບໍ່ມີຫຍັງເກີດຂຶ້ນ ຖືວ່າໂຊກຍັງຊ່ວຍ.

ເລື່ອງທີ່ເກີດຂຶ້ນສອນໃຫ້ຮູ້ວ່າ ມັນຄືປະສົບການສ່ຽງຕໍ່ຄວາມປອດໄພຂອງຊີວິດແລ້ວ ແລະບໍ່ຢາກໃຫ້ທຸກຄົນທີ່ເຂົ້າມາອ່ານເດີນຕາມເສັ້ນທາງທີ່ເຮົາໄປ ແນະນຳອີກຢ່າງຄືຖ້າຈະໄປຫຼວງພະບາງຫຼືກັບຈາກຫຼວງພະບາງຖ້າຈະກັບໂດຍລົດຕູ້ຕ້ອງກັບອອກແຕ່ເຊົ້າ ເພາະຢ່າງນ້ອຍມັນກະຮອດວຽງຈັນໄວຂຶ້ນ ຫຼືຖ້າຈອງລົດໄຟບໍ່ໄດ້ບໍ່ຕ້ອງກັບຫຼືບໍ່ຕ້ອງໄປໂດຍລົດຕູ້ ເພາະມັນເສຍເວລາ ແລະ ສ່ຽງອັນຕະລາຍເກີນໄປ ຂະໜາດ ມລ ເດີນທາງຄົນດຽວມາຫຼາຍເທື່ອແຕ່ມາເຈິະເຫດການນີ້ຮູ້ເລີຍວ່າເຮົາຄວາມວາງແຜນໃຫ້ດີກວ່ານີ້ ຕໍ່ໃຫ້ແຜນທີ່ວາງຈະບໍ່ເປັນໄປຕາມແຜນແຕ່ມັນກະມີສ່ວນຊ່ວຍໃຫ້ເຮົາເດີນທາງ ກຳນົດເວລາ ໄດ້ດີກວ່າ ໄປຫາເອົາທາງໜ້າໂດຍທີ່ບໍ່ຮູ້ຫຍັງເລີຍ.  ຫຼວງພະບາງເປັນເມືອງທີ່ປອດໄພໄດ໋ ແຕ່ການເດີນທາງມັນມີຫຼາຍຮູບແບບ ທຸກຄົນກະຕ້ອງເລືອກວ່າຢາກໄປໃນຮູບແບບໃດນະ.

ສຸດທ້າຍໃຜທີ່ຈະໄປທ່ຽວຫຼວງພະບາງ ທີ່ໄດ້ມາອ່ານບັນທຶກອັນນີ້ອາດຈະບອກວ່າເຮົາເວີ້ ມັນບໍ່ເປັນປານນັ້ນດອກ ອີ່ຫຍັງປະມານນີ້ ແຕ່ເຮົາປະສົບມັນມາແບບນັ້ນຈິງ. ຍົກໃຫ້ທຣິບນີ້ເປັນທຣິບທີ່ດີ ແລະ ໂຫດຮ້າຍສຸດທີ່ເຄີຍເດີນທາງມາ. ແລະຍົກໃຫ້ຫຼວງພະບາງເປັນເດີະເບສເມືອງແຫ່ງການພັກຜ່ອນທີ່ດີທີ່ສຸດໃນປີ 2022 ຂອງເຮົາ. ດ້ວຍຫຼາຍໆຢ່າງບໍ່ວ່າຈະເປັນ ປະຫຍັດງົບ ອາຫານແຊບ ເປັນເມືອງເກົ່າແກ່ແລະຄົງຄວາມເປັນຫຼວງພະບາງໄດ້ດີີທີ່ສຸດ ແທບຈະທຸກສິ່ງທີ່ຢູ່ໃນເມືອງນີ້ຈະເປັນຮູບແບບການກໍ່ສ້າງແບບຫຼວງພະບາງແທ້ໆ ນັບແຕ່ຕູ້ເອທີເອັມ ຍັງເປັນຊົງບູຮານເລີຍ ບໍ່ເແປກທີ່ຍົກຫຼວງພະບາງໃຫ້ເປັນເມືອງມໍລະດົກໂລກຂອງປະເທດລາວ. 

 

ໄວ້ເທື່ອໜ້າຈະມາອັບຄວາມລັນທົດຂອງການເດີນທາງດ້ວຍລົດຕູ້ໃຫ້ອ່ານກັນອີກນະຈະ

ອ່ານຄືນຫຼັງ
ໝວດໝູ່