ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ການແກ້ໄຂ NTLDR is missing

ບໍ່ຮູ້ວ່າມີໃຜເຄີບພົບບັນຫານີ້ບໍ? 

ເວລາທີ່ເຮົາເປີດຄອມຂື້ນມາ ຈະປະກົດຄຳວ່າ

 

NTLDR is Missing
Press any key to restat

Boot :Counld't fild NTLDR
Please insert another disk

NTLDR is missing
Press Ctrl Alt Del to Restart

ແລ້ວສິເຮັດແນວໃດດີ ຖ້າສົ່ງຮ້ານແປງນິ ຊ່າງກະຍິ້ມເລີຍລະ

ເຮົາມາເລີ່ມວິທີແກ້ໄຂກັນເລີຍເນາະ

- ສິ່ງທີ່ເຮົາຕ້ອງມີ ແຜ່ນ windows 1ແຜ່ນ ເຮົາໃຊ້ OS ໃດກະເອົາແຜ່ນ OS ນັ້ນລະ

1. ໃສ່ແຜ່ນ windows ເຂົ້າໃນ CD-Rom ຂອງເຮົາ ແລ້ວເປີດຄອມພິວເຕີ່ ແລ້ວໃຫ້ຄອມ Boot ຈາກແຜ່ນ (ວິທີເລືອກ Boot ກະກົດ F12 ແລ້ວເລືອກ Drive Cd-Rom)

2. ເມື່ອ boot ຂື້ນມາ Press any key to boot from the CD... ໃຫ້ເຮົາກົດ Enter

3. ຈາກນັ້ນໃຫ້ກົດ R ເພື່ອປະຕິບັດການ Repair windows

4. ຫລັງຈາກນັ້ນກົດ "1 " ແລະກົດ Enter

5. ຕໍ່ໄປ windows ສິຖາມ Password administrator ຖ້າມີກະໃສ່ແລ້ວກົດ  Enter ແຕ່ຖ້າບໍ່ມີໃຫ້ກົດ Enter ເລີຍເດີ່

 

 

ຈາກຮູບເຮົາຈະເຫັນວ່າ

C:WINDOWS>cd //ໃຫ້ເຮົາພິມ cd ລົງໄປແລ້ວກົດ Enter ແລ້ວເຮົາຈະໄດ້

C:

6. ສົມມຸດວ່າ Drive Cd-Rom ຂອງຂ້ອຍແມ່ນ Drive E:(ບາງຄົນ Drive Cd ອາດຢູ່ Drive D,E,F ກໍ່ໄດ້) ໃນກໍລະນີນີ້ເວລາເຮົາ Copy ກໍ່ຈະໃສ່ຄຳສັ່ງ

C:copy e:i386 tldr c:
C:copy e:i386 tdetect.com c:

ຈາກນັ້ນ computer ກໍ່ຈະໂຫລດໄຟລ໌ຈາກ ແຜ່ນລົງໄປ Drive C: ຂອງເຮົາ ແລະເຮົາກະກົດ Ctrl+Alt+Delete ເພື່ອປະຕິບັດການ Restart computer

ເຮັດແບບນີ້ເຮົາກໍ່ເຂົ້າ windows ໄດ້ຕາມປົກກະຕິແລ້ວ

 

 

 

 

 

Delicious Digg Fark Twitter